• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

PECC 24 ປຶກສາຫາລືກ່ຽວກັບການສ້າງ ວິໄສທັດ ໃຫ້ແກ່ການ ພົວພັນຄູ່ຮ່ວມມື ສະຕະວັດທີ XXI

ໃນກອບກອງປະຊຸມ ຄັ້ງທີ 2 ບັນດາເຈົ້າໜ້າທີ່ຂັ້ນສູງ ອາເປັກ - APEC (SOM 2)  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຊຶ່ງຈັດ ຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 15 ພຶດສະພາ ຜ່ານມາ, ຄະນະກຳມະການ ແຫ່ງ ຊາດຫວຽດນາມ ວ່າດ້ວຍການຮ່ວມມືເສດຖະກິດ ປາຊີຟິກ (VNCPEC) ໄດ້ປະສານສົມທົບກັບຄະນະເລຂາທິການສາກົນ ສະພາຮ່ວມມື ເສດຖະກິດ ປາຊີຟິກ ເປັນເຈົ້າພາບ ຈັດກອງປະຊຸມ ຄົບຄະນະ ຄັ້ງທີ 24 ສະພາຄວາມຮ່ວມມືເສດຖະກິດປາຊີຟິກ (PECC) ພາຍໃຕ້ ຫົວເລື່່ອງ: “ວິໄສທັດໃຫ້ແກ່ການພົວພັນຮ່ວມມື ອາຊີ-ປາຊີຟິກ ສະຕະວັດ ທີ XXI”. ທ່ານ ຟ້າມບິ່ງມິນ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກຳມະການ ແຫ່ງຊາດ ອາເປັກ 2017 ເຂົ້າຮ່ວມ ແລະ ມີ ບົດກ່າວປາໄສ ທີ່ສຳຄັນ.  
ການຈັດກອງປະຊຸມ ເພື່ອເປັນໂອກາດໃຫ້ບັນດານັກຄົ້ນຄວ້າ, ນັກ ຊ່ຽວຊານແຖວໜ້າ, ຜູ້ຕາງໜ້າວົງການນັກທຸລະກິດ ແລະ ບັນດາ ເຈົ້າໜ້າທີ່ ທ່ີມີຊື່ສຽງຢູ່ພາກພື້ນ ແລະ ສາກົນ ໄດ້ແລກປ່ຽນ ກ່ຽວກັບ ບັນຫາທີ່ສົ່ງຜົນສະທ້ອນໃນໄລຍະຍາວ ຕໍ່ອະນາຄົດຂອງ ທະວີບ ອາຊີ-ປາຊີຟິກ, ໃນນັ້ນມີການຈະເລີນເຕີບໂຕ, ຄວາມຮ່ວມມືທາງ ເສດຖະກິດ ແລະ ແກ້ໄຂສິ່ງທ້າທາຍ ທີ່ເກີດຂຶ້ນໃໝ່ ຂອງພາກພື້ນ. ນີ້ແມ່ນຄັ້ງ ທຳອິດ ຫວຽດນາມເປັນເຈົ້າພາບ ກອງປະຊຸມສຳຄັນນີ້.

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຜູ້ແທນເກືອບ 200 ຄົນ ຕາງໜ້າ ໃຫ້ແກ່ 26 ຄະນະກຳມະການສະມາຊິກ ຂອງການຮ່ວມມື ເສດຖະ ກິດປາຊີຟິກ, ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງ ເວທີປາໄສຄວາມຮ່ວມ ມືເສດຖະກິດ ອາຊີ-ປາຊີຟິກ  (APEC) ພ້ອມກັບຜູ້ ນຳ ທີ່ມາຈາກ ຫຼາຍກະຊວງ, ຂະແໜງການ, ສະຖາບັນຄົ້ນຄວ້າ ຫວຽດນາມ ແລະ ອົງການຈັດຕັ້ງສາກົນ ແລະ ພາກພື້ນຈຳນວນໜຶ່ງ.

ກ່າວປາໄສໃນພິທີໄຂກອງປະຊຸມ, ສະແດງຄວາມຍິນດີ ຕໍ່ບັນດາ ຜົນງານດີເດັ່ນ ແລະ ການອຸທິດຂອງສະພາຮ່ວມມືເສດຖະກິດ ປາ ຊີຟິກ ກໍຄືສະມາຊິກທັງໝົດ ກ່ຽວກັບການນຳໜ້າ, ການປະກອບ ສ່ວນ ທີ່ພົ້ນເດັ່ນ ຂອງ ສະພາ ຕໍ່ການຮ່ວມມື ແລະ ຄວາມຈະເລີນ ໝັ້ນຄົງ ຂອງພາກພື້ນໃນເກືອບ 4 ທົດສະວັດ ຜ່ານມາ, ທ່ານ ຟ້າມ ບິ່ງມິນ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ສະພາຄວາມ ຮ່ວມມື ເສດຖະກິດ ປາຊີຟິກ ໄດ້ຢືນຢັນບົດບາດ ເປັນກົນໄກ ທີ່ພິເສດ, ກຳ ໄດ້ຈິດໃຈ, ພູມປັນຍາ ຂອງບັນດາວິສາຫະກິດ, ລັດຖະບານ, ນັກ ຮຽນຮູ້ ເພື່ອກຳນົດແນວຄິດ ແນໃສ່ແກ້ໄຂ ບັນດາ ສິ່ງທ້າທາຍ ຊຶ່ງ ອາຊີ-ປາຊີຟິກ ພວມປະເຊີນໜ້າ.

ກ່າວປາໄສທີ່ກອງປະຊຸມ, ທ່ານ Pascal Lamy ອາດີດ ຜູ້ອຳນວຍ ການໃຫຍ່ ອົງການ ການຄ້າໂລກ (WTO) ໄດ້ໄຈ້ແຍກ ບັນດາທ່າ ອຽ່ງໃໝ່ ໃນການຄ້າທົ່ວໂລກ ແລະ ບົດບາດຂອງ ອາຊີ-ປາຊີຟິກ ໃນການຊຸກຍູ້ການຄ້າທົ່ວໂລກ; ເນັ້ນໜັກບັນດາ ທ່າອຽ່ງໃໝ່ ໃນ ການຄ້າສາກົນ ຊຶ່ງທ່ານ ໄດ້ຮຽກຮ້ອງບັນດາລັດຖະບານ ມີການ ຮ່ວມມືກັນຢ່າງ ແໜ້ນແຟ້ນກວ່າເກົ່າ ໃນການປະສົມກົມກຽວກັນ ບັນດາຂໍ້ຳນົດ, ນະໂຍບາຍການຄ້າ ແລະ ຊ່ວຍໃຫ້ປະຊາຊົນ ເຂົ້າ ໃຈ ເລິກເຊິ່ງ ກ່ຽວກັບການຄ້າເປີດ ແລະ ນະໂຍບາຍ ຕ່າງໆ ວ່າ ດ້ວຍສະຫວັດດີການສັງຄົມ.

ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະ ການແຫ່ງຊາດ ອາເປັກ 2017
ແລະ ບັນດາ ຜູ້ແທນເຂົ້າຮ່ວມ ກອງ ປະຊຸມຄົບຄະນະ PECC ຄັ້ງທີ 24. ພາບ: ເຈິ່ນກົງດາດ



ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ ກ່າວປາໄສ ເປີດກອງ ປະຊຸມ. ພາບ: ເຈິ່ນກົງດາດ


ທ່ານ Don Campbell, ປະທານຮ່ວມກອງປະຊຸມຮ່ວມມື ເສດ ຖະກິດ ປາຊີຟິກ, ກ່າວປາໄສທີ່ກອງປະຊຸມ. ພາບ: ເຈິ່ນກົງດາດ


ທ່ານ ດຣ ຫວໍຈີ໋ແທ່ງ, ປະທານຄະນະກຳມະການແຫ່ງຊາດ ຫວຽດ ນາມ ວ່າດ້ວຍການຮ່ວມມືເສດຖະກິດປາຊີຟິກ
ກ່າວປາໄສ ທີ່ກອງ ປະຊຸມ. ພາບ: ເຈິ່ນກົງດາດ



ກອງປະຊຸມໄດ້ດຶງດູດຄວາມສົນໃຈຈາກນັກຄົ້ນຄວ້າ, ນັກຊ່ຽວຊານ ແຖວໜ້າ ແລະ ຜູ້ຕາງໜ້າໃຫ້ແກ່
ບັນດາວິສາຫະກິດລາຍໃຫຍ່ ຂອງ ພາກພື້ນ ແລະ ໂລກ ເປັນຈຳນວນຫຼວງຫຼາຍ. ພາບ: ເຈິ່ນກົງດາດ



ພາບກອງປະຊຸມຄົບຄະນະ PECC 24 ທີ່ຮ່າໂນ້ຍ. ພາບ: ເຈິ່ນກົງດາດ


ທ່ານ Pascal Lamy (ໃສ່ແວ່ນຕາ), ອະດີດຜູ້ອຳນວຍການ ອົງ ການ ການຄ້າໂລກ (WTO),
ແລກປ່ຽນຄຳເຫັນກັບບັນດາຜູ້ແທນ ຢູ່ ນອກ ກອງປະຊຸມ. ພາບ: ເຈິ່ນກົງດາດ

ທີ່ປະຊຸມ, ບັນດາຜູ້ແທນ ໄດ້ພ້ອມກັນຕີລາຄາ ພື້ນຖານ ເສດຖະ ກິດເວົ້າລວມ ແລະ ໂຄງປະກອບການຄ້າ, ການລົງທຶນ ເວົ້າສະ ເພາະ  ແລະ ຈະ ສືບຕໍ່ເຮັດໃຫ້ມີການ ປ່ຽນແປງຢ່າງແຂງແຮງຢູ່ ພາກພື້ນ ແລະ ທົ່ວໂລກ; ເນັ້ນໜັກ ຄວາມຕ້ອງການ ທີ່ເພີ່ມຂຶ້ນ ໃນ ການຮ່ວມມື, ຊອກຫາແຫຼ່ງກຳລັງແຮງໃໝ່ ເພື່ອຊຸກຍູ້ຫັນການຄ້າ ເປັນເສລີ, ຮ່ວມສຳພັນໃນພາກພື້ນ ເພື່ອການຈະເລີນເຕີບໂຕ ກວມ ລວມ, ໝັ້ນຄົງ, ມີການປະດິດສ້າງ ເຊ່ັນ ເຊື່ອມຕໍ່, ຖືສຳຄັນ ບົດ ບາດ ຂອງ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ບົດ ບາດຂອງການບໍລິການ ແລະ ການລົງທຶນ; ຍາດແຍ່ງໂອກາດ ແລະ ຄວາມສາມາດ ບົ່ມຊ້ອນ ຂອງ ການປະຕິວັດ ອຸດສາຫະກຳ ຄັ້ງທີ 4 ແລະ ເສດຖະກິດດີຈີຕອນ; ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ການພົວພັນຄູ່ຮ່ວມມື ອາຊີ-ປາຊີຟິກ.

ມີຫຼາຍຂໍ້ຄິດເຫັນສຸມໃສ່ການວິໄຈທ່າອຽ່ງໃໝ່ ຂອງ ກະແສ ການ ຫັນປ່ຽນໂລກ ຄັ້ງທີ 3 ໃນສັກກະລາດເສດຖະກິດຈີຈີຕອນ. ພື້ນ ຖານ ເຕັກໂນໂລຊີ ຂໍ້ມູນຂ່າວສານ ພາໄປເຖິງການປ່ຽນແປງ ຢ່າງ ບໍ່ຢຸດຢັ້ງ. ພ້ອມກັນນັ້ນ ຕົວເລກ ແລະ ຂໍ້ມູນຂ່າວສານ ກາຍເປັນ ແຫຼ່ງ ກຳລັງ ແລະ ພະລັງສຳຄັນ ຮັບໃຊ້ການຈະເລີນເຕີບໂຕເສດ ຖະກິດ ອີກດ້ວຍ.

ບັນດາຜູ້ແທນ ໄດ້ຕີລາຄາວ່າ ໂດຍອາໄສຫຼັກການຄວາມຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ກົນໄກການພົບປະສົນທະນາ, ອາເປັກ ແລະ ສະພາຮ່ວມມືເສດຖະກິດ ປາຊີຟິກ ໄດ້ສ້າງກອບ ເພື່ອໃຫ້ບັນດາພື້ນຖານເສດຖະກິດ ໃນພາກພື້ນ ພິຈະລະນາ ທີ່ມີ ລັກສະນະລວມ ສະແດງອອກ ໃນການຮ່ວມມືແບບໃໝ່ ຊຶ່ງອາດ ເຮັດໃຫ້ບໍ່ບັນລຸໄດ້ ຄວາມເຫັນພ້ອມ ເມື່ອສະເໜີ ບັນດາກົນໄກ ມີລັກສະນະຜູກມັດສູງກວ່າ.

ຄຽງຂ້າງນັ້ນ, ກອງປະຊຸມໄດ້ຕີລາຄາສູງ ການປະສານສົມທົບ  ລະ ຫວ່າງ ອາເປັກ ກັບບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ,  ແລະ ສະເໜີບັນດາກົນໄກຮ່ວມມື, ຮ່ວມສຳພັນໃນພາກພື້ນ, ໃນ ນັ້ນມີ ອາເປັກ ແລະ ສະພາຄວາມຮ່ວມມືເສດຖະກິດ ປາຊີຟິກ, ຊຸກຍູ້ ໃນການເພີ່ມທະວີຄວາມຮ່ວມມື, ໂດຍສະເພາະ ແມ່ນການ ຂະຫຍາຍໂຕ ທີ່ຢັ້ງຢືນ ກວມລວມ ແລະ ສ້າງວິໄສທັດໃຫ້ແກ່ ທະ ວີບອາຊີ-ປາຊີຟິກ ໃນທົດສະວັດ ທີ່ຈະມາເຖິງ.


ໄດ້ຮັບການສ້າງຕັ້ງ ເມື່ອປີ 1980, ສະພາຄວາມຮ່ວມມື ເສດຖະ ກິດ ປາຊີຟິກ ເປັນກົນໄກປະສານສົມທົບນະໂຍບາຍ ເສດຖະກິດ-ການຄ້າ ທີ່ສຳຄັນແຖວໜ້າ ຢູ່ອາຊີ-ປາຊີຟິກ, ທັງເປັນໜຶ່ງໃນສາມ ຜູ້ ສັງເກດການ ຢ່າງເປັນທາງການ ຂອງ ເວທີປາໄສອາເປັກ. ຈຸດ ໝາຍຂອງສະພາຄວາມຮ່ວມມືເສດຖະກິດ ປາຊີຟິກ ແມ່ນປະກອບ ສ່ວນ ໃນ ການກຳນົດນະໂຍບາຍຕ່າງໆ ແນໃສ່ຊຸກຍູ້ການຈະເລີນ ເຕີບໂຕ, ຮ່ວມສຳພັນ ແລະ ຄວາມຮ່ວມມືໃນພາກພື້ນ ແລະ ອາ ເປັກ.

ສະພາຄວາມຮ່ວມມືເສດຖະກິດປາຊີຟິກ ປະກອບດ້ວຍ ຄະນະ ເລ ຂາທິ ການສາກົນ ມີສຳນັກງານປະຈຳ ຢູ່ສິງກະໂປ ແລະ ມີສະມາ ຊິກ ທາງການ 23 ປະເທດ ປະກອບດ້ວຍ: ອົສຕຣາລີ, ບຣູໄນ, ການາດາ, ຈີເລ, ໂກລົມບີ, ເອກວາດໍ, ຮົ່ງກົງ-ຈີນ, ສປ ຈີນ, ອິນໂດ ເນເຊຍ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ເມັກຊິກໂກ, ມົງໂກນ, ນິວຊີ ແລນ, ເປຣູ, ຟີລິບປິນ, ສິງກະໂປ, ເວທີປາໄສ ບັນດາເຂດແຄ້ວນ ຝຣັ່ງ ທີ່ປາຊີ ຟິກ, ໄຕ້ຫວັນ-ຈີນ, ໄທ, ສ ອາເມລິກາ ແລະ ຫວຽດ ນາມ), ໜຶ່ງສະມາຊິກ ຮ່່ວມສຳພັນ ແລະ ສອງກົນໄກ ຮ່ວມມື (ກອງປະຊຸມການຄ້າ ແລະ ພັດທະນາ ປາຊີຟິກ - PAFTAD ແລະ ສະພາເສດຖະກິດ ປາຊີ ຟິກ- PBEC).


ກອງປະຊຸມຄົບຄະນະເປັນການເຄື່ອນໄຫວທີ່ສຳຄັນ ແລະ ມີຂອບ ຂະໜາດໃຫຍ່ ຂອງ ສະພາຄວາມຮ່ວມມືເສດຖະກິດ ປາຊີຟິກ ເພື່ອໃຫ້ບັນດາສະມາຊິກ ປະກອບສ່ວນເຂົ້າຈຸດໝາຍຂອງສະພາ ຊຸກຍູ້ ການຂະຫຍາຍຕົວ ແລະ ວັດຖະນາຖາວອນຂອງ ປະຊາຄົມ ປາຊີຟິກ. ຫວຽດນາມ ເປັນສະມາຊິກ ສະພາການຮ່ວມມື ເສດຖະ ກິດ ປາຊີຟິກ ນັບແຕ່ ເດືອນ ກັນຍາ ປີ 1995.

ປະຈຸບັນ, ຄະນະກຳມະການແຫ່ງຊາດຫວຽດນາມ ວ່າດ້ວຍ ການ ຮ່ວມມືເສດຖະກິດ ປາຊີຟິກ ລວມມີສະມາຊິກ 3 ທ່ານ ໂດຍທ່ານ ດຣ ຫວໍຈີີ໋ແທ່ງ ເປັນປະທານ.

 

ປະຕິບັດ: ກົງດາດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top