• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Park Hang-seo: “ກັບຕັນເຮືອ” ຂອງ ຜົນງານປະຕິຫານ U23 ຫວຽດນາມ

ເປັນຜູ້ຮັບຜິດຊອບ ບົດບາດເປັນຫົວໜ້າຄູຝຶກ ທີມຊາດ ບານເຕາະ U23 ຫວຽດນາມ ຢ່າງເປັນທາງການ ແຕ່ເດືອນ ຕຸລາ 2017, ທ່ານ Park Hang-seo ພ້ອມກັບ ບັນດານັກເຕະ ໄດ້ສ້າງ ຜົນງານ ປະຕິຫານ ໃຫ້ແກ່ບານເຕະ ຫວຽດນາມ ເມື່ອ ຄວ້າໄດ້ ຮອງຊະນະເລີດ ໃນການແຂ່ງຂັນ ຊີງແຊມບານເຕະຊາຍ U23 ທີ່ ຈ໋າງ ເຈົາ (ສປ ຈີນ).  
ຈາກປະລາໄຊ ທີ່ ສະໜາມຫຼິ້ນບານ ສ.ເກົາຫຼີ...
ດ້ວຍຄວາມຫຼົງໄຫຼເມົາມົວ ກັບປະເພດກິລາເຕະບານ ແຕ່ຄາວ ຍັງນ້ອຍ, ທ່ານ Park Hang-seo ເຂົ້າຮ່ວມການແຂ່ງຂັນ ດ້ວຍ ບົດບາດເປັນນັກເຕະບານມືອາຊີບ ຂອງ ສ.ເກົາຫຼີ ແຕ່ປີ 1979-1998. ຫຼັງຈາກນັ້ນ, ທ່ານຍ້າຍມາ ເປັນຜູ້ຊ່ວຍວຽກ ຄູຝຶກ ໃຫ້ ທີມຊາດ ສ.ເກົາຫຼີ.

ພາຍຫຼັງປະສົມຜົນສຳເລັດ ໃນຖານະເປັນຜູ້ຊ່ວຍວຽກ ໃຫ້ຄູຝຶກ Guus Hiddink ຂອງທີມຊາດບານເຕະ ສ.ເກົາຫຼີ ທີ່ World Cup 2002, ທ່ານ Park Hang-seo ເຄີຍເປັນ ຫົວໜ້າຄູຝຶກ ຂອງ ສະໂມສອນບານເຕະອາຊີບ ຈຳນວນໜຶ່ງທີ່ ສ.ເກົາຫຼີ. ແຕ່ ເມື່ອ ທີມບານເຕະ U23 ສ.ເກົາຫຼີ ພາຍໃຕ້ ການນຳພາ ຂອງທ່ານ ຄວ້າໄດ້ແຕ່ຫຼຽນທອງ ທີ່ງານມະໂຫລານ ກິລາ ອາຊີ 2002, ທ່ານ ໄດ້ປະສົບກັບຄວາມຕຳນິຕິຕຽນ ຈາກວົງການ ນັກວິຊາການ ກ່ຽວ ກັບ ບານເຕະ ສ.ເກົາຫຼີ ແລະ ຈຳຕ້ອງລາອອກຈາກຕຳແໜ່ງ ຫົວ ໜ້າ ຄູຝຶກ. ຫຼັງຈາກນັ້ນ, ເພິ່ນກັບເມືອ ນຳພາ ທີມບານເຕະ ຊາວ ໜຸ່ມ ເຍົາວະຊົນ ເຄິ່ງອາຊີບ ທີ່ບ້ານເກີດຂອງຕົນ.



ຄູຝຶກ Park Hang-seo ຕອບຄໍາສໍາພາດຕໍ່ສື່ມວນຊົນ ໃນການ ປະຊຸມຂ່າວ.  ພາບ: ເຈິ່ນແທງຢາງ


ຄູຝຶກ Park Hang-seo ພ້ອມກັບທີມຊາດ U23 ຫວຽດນາມ ໃນຖະໜົນຮ່າໂນ້ຍ ພາຍຫຼັງກັບຈາກຈ໋າງເຈົາ (ສປ ຈີນ)
ໂດຍ ຄວ້າຮອງຊະນະເລີດໃນການແຂ່ງຂັນຊີງແຊມບານເຕະ ຊາຍອາ ຊີ ໃນບັນຍາກາດ
ທີ່ເຕັມໄປດ້ວຍ ສີສັນ ຄັນທຸງແດງ ດາວຄຳ ຂອງ ແຟນບານ. ພາບ: ກົງດາດ

ທ່ານ Park Hang-seo ໃຫ້ຮູ້ວ່າ: “ເມື່ອໄດ້ຮັບຄຳເຊີນ ຈາກ ສະ ຫະພັນ ບານເຕະ ຫວຽດນາມ, ຂ້າພະເຈົ້າ ຕ້ອງຕົກສະເງີ້ ພໍຄວນ, ແຕ່ກໍເຫັນດີ. ຍ້ອນຂ້າພະເຈົ້າຄິດວ່າ ນີ້ແມ່ນ ກາລະໂອກາດ ຂອງ ຕົນ ແລະ ບາງເທື່ອ ອາດຈະແມ່ນ ສິ່ງທົດສອບສຸດທ້າຍ ໃນພາ ລະກິດບານເຕະຂອງຂ້າພະເຈົ້າ”.

ທ່ານ Park Hang-seo ມາຫວຽດນາມ ແລະ ຮັບ ຕຳແໜ່ງເປັນ ຫົວໜ້າຄູຝຶກ ຂອງທີມຊາດ U23 ຫວຽດນາມ ແຕ່ເດືອນ ຕຸລາ 2017. ດ້ວຍການຊ່ວຍເຫຼືອ ຈາກເພື່ອນຮ່ວມງານ ຄື ອະດີດ ນັກ ເຕະ ສ.ເກົາຫຼີ Lee Young Jin ຜູ້ໄດ້ມາຫວຽດນາມ ກັບ ທ່ານ Park Hang-seo ເລືອກເຟັ້ນ ນັກເຕະ ໂດຍຜ່ານ ການຕິດຕາມ ເຂົາເຈົ້າແຂ່ງຂັນໂດຍກົງ ຢູ່ສະໜາມ, ພ້ອມກັບການປຶກສາຫາລື ແລະ ຮັບຟັງຄວາມຄິດເຫັນ ກ່ຽວກັບ ດ້ານກຳລັງຄວາມສາມາດ, ຄຸນສົມບັດ ຂອງ ບັນດານັກເຕະ ຈາກບັນດາຜູ້ຊ່ວຍວຽກຄົນ ຫວຽດນາມ, ທ່ານໄດ້ຂຶ້ນບັນຊີລາຍຊື່່ ນັກເຕະ ຈະເຂົ້າຮ່ວມ ການ ແຂ່ງຂັນ ຊີງແຊມ ບານເຕະຊາຍ U23 ຂອງທະວີບອາຊີ ພາຍ ໃຕ້ ການສັ່ງສອນອົບຮົບ ຂອງ ຕົນ.

ທ່ານ Park Hang-seo ໄຂຄວາມໃນໃຈອອກມາວ່າ: “ໃນຊ່ວງ ເວລາ 3 ເດືອນ ທີ່ຝຶກອົບຮົມ ພ້ອມກັບນັກເຕະ, ບາງເທື່ອ ຮູ້ສຶກ ຄວາມກົດດັນຈາກວຽກງານ, ຂ້າພະເຈົ້າ ຄິດຮອດບ້ານ ເກີດ ຫຼາຍ. ໃນແຕ່ລະຕອນເຊົ້າ,  ເມື່ອມອງເຫັນ ແສງຕາທີ່ ສົດໃສ ຂອງບັນດານັກເຕະ, ຂ້າພະເຈົ້າຮູ້ສຶກ ມີຄວາມສຸກ ຫຼາຍ ແລະ ມີກຳລັງໃຈຍິ່ງຂຶ້ນ. ກໍຍ້ອນສິ່ງດັ່ງ ກ່າວໄດ້ເຮັດໃຫ້ ຂ້າພະເຈົ້າ ແລະ ບັນດານັກເຕະ ກໍຄືຖັນແຖວ ຜູ້ຊ່ວຍວຽກຄູຝຶກ ມີຄວາມ ສະໜິດຕິດພັນກັນ ໂດຍບໍ່ຖືສິ່ງ ກີດ ຂວາງ ກ່ຽວກັບດ້ານພາສາ. ດ້ວຍເຫດນັ້ນ ເຂົາເຈົ້າ ໄດ້ເຂົ້າ ໃຈ ແລະ ກຳໄດ້ຍຸດທະວິທີ ຂອງ ຂ້າພະເຈົ້າ ເປັນຢ່າງດີທີສຸດ”.


ການຮັບຕ້ອນ ຂອງ ປະຊາຊົນ ຫວຽດນາມຄັ້ງນີ້ ເໝືອນດັ່ງສິ່ງທີ່ ຂ້າພະເຈົ້າ ແລະ ທີມຊາດ ສ.ເກົາຫຼີ ຖືກຕ້ອນຮັບ ຢຸູ່ World Cup 2002. ແຕ່ຄັ້ງນີ້ ສໍາລັບ ຂ້າພະເຈົ້າເອງ, ສິ່ງດັ່ງກ່າວ ມີຄວາມ ໝາຍ ຍິ່ງໃຫຍ່ກວ່າຫຼາຍ. ຂ້າພະເຈົ້າຄິດວ່າ ນີ້ ຈະເປັນຄວາມ ເອກອ້າງທະນົງໃຈ ແລະ ເປັນສິ່ງຈື່ຈຳທີສຸດ ໃນຊີ ວິດເຕະບານ 40 ປີ ຂອງຂ້າພະເຈົ້າ”. 
(ທ່ານ Park Hang-seo ແບ່ງປັນຄວາມຮູ້ສຶກ ໃນຂະນະ ທີ່ ປະຊາຊົນ ຫວຽດນາມ ຄຳນັບຮັບຕ້ອນຢ່າງສຸດໃຈ ເມື່ອເພິ່ນ ແລະ ທີມຊາດ U23 ຫວຽດນາມກັບປະເທດ) 

... ຮອດ 100 ວັນ ສ້າງຂຶ້ນປະຫວັດສາດບານເຕະ ຫວຽດນາມ
ໃນມື້ຕົ້ນ ທີ່ທຳການຝຶກແອບທີມ U23 ຫວຽດນາມ, ໜຶ່ງໃນ ບັນ ດາ ວຽກງານທຳອິດ ທີ່ ທ່ານ Park Hang-seo ຕ້ອງເຮັດ ແມ່ນ ຈື່ຊື່ຂອງ ນັກເຕະ. ສຳລັບ ບັນດາ ນັກເຕະ ທີ່ມີຊື່ ຄືກັນອ້ອຍຕ້ອຍ, ທ່ານຕ້ອງ ຈັດຊື່ ໄປພ້ອມກັບຊື່ ສະໂມສອນ ເພື່ອການຈື່ໄດ້ງ່າຍ. ເຖິງແມ່ນວ່າ ການຜັນສຽງ ພາສາ ຫວຽດນາມ ແມ່ນຍາກຫຼາຍ ແຕ່ ມາຮອດບັດນີ້, ທ່ານໄດ້ໝັ້ນໃຈ ຕົນ ເອງ ທີສຸດ ເມື່ອຮຽກຊື່ ຂອງ ນັກເຕະແຕ່ລະຄົນໃນທີມ.

ດ້ວຍບັນດາບົດຮຽນທີ່ສະສົມໄດ້ ໃນຊ່ວງເວລາ ຍັງເປັນຜູ້ ຊ່ວຍ ວຽກ ໃຫ້ ຄູຝຶກ Guus Hiddink, ຫົວໜ້າຄູຝຶກ Park Hang-seo ໄດ້ລະດົມ ກຳລັງໃຈ ບັນດາ ນັກກິລາ ຜ່ານຜ່າ ແນວຄິດ ຕາຍຕົວ ຂອງຄົນທັງຫຼາຍ ກ່ຽວກັບ ກຳລັງແຮງ ຂອງ ເຂົາເຈົ້າ. ນອກຈາກຊ່ວງເວລາຝຶກອົກຮົມ ຢູ່ສະໜາມຫຼິ້ນບານ, ທ່ານຍັງສະ ຫງວນເວລາ ໂອ້ລົມ, ຫຼິ້ນມ່ວນຊື່ນ ກັບ ບັນດານັກເຕະ ເໝືອນ ດັ່ງ ພໍ່ ກັບ ລູກຊາຍ ໃນຄອບຄົວ ເພື່ອສ້າງນຳ້ໃຈ ສາມັກ ຄີ ພາຍ ໃນທີມ.



ຄູຝຶກ Park Hang-seo ສະແດງຄວາມເຄົາລົບຕໍ່ແຟນບານ ໃນ ຄໍ່າຄືນເຊີດຊູ ທີມບານເຕະ U23 ຫວຽດນາມ
ທີ່ສະໜາມກິລາ ແຫ່ງຊາດ ໝີ໊ດິ່ງ. ພາບ: ກົງດາດ



ຄູຝຶກ Park Hang-seo ແນະນໍາບັນດາ ນັກເຕະ ທີມຊາດ U23 ຫວຽດນາມ ໃນການແຂ່ງຂັນ ມິດຕະພາບສາກົນ
ລະຫວ່າງ ທີມ U23 ຫວຽດນາມ ແລະ ທີມ Ulsan Hyundai.  ພາບ: ເຈິ່ນແທງຢາງ



ຄູຝຶກ Park Hang-seo ກັບບັນດານັກເຕະ U23 ຫວຽດນາມ ໃນການແຂ່ງຂັນ. ພາບ: ເຈິ່ນແທງຢາງ

ໄດ້ຮັບຂະໜານນາມວ່າເປັນ “ພໍ່ເຖົ້າໃຈຍາກ” ໃນເວລາຝຶກແອບ, ຫົວໜ້າຄູຝຶກ Park Hang-seo ໄດ້ຮຽກຮ້ອງ ບັນດາ ນັກເຕະ ຕ້ອງມາເຝິກແອບ ຢູ່ ຫ້ອງເພາະກາຍ ຂອງ ສະຫະພັນ ບານເຕະ ຫວຽດນາມ 3-4 ເທື່ອຕໍ່ອາທິດ ໃນເວລາໜຶ່ງເດືອນ ເພື່ອແກ້ ໄຂ ກຳລັງແຮງໃຫ້ດີຂຶ້ນ. ນອກຈາກນັ້ນ, ທ່ານ ຍັງຕັກເຕືອນ ເຂົາເຈົ້າ ກິນ ເຕົ້າຮູ້ ໃນຄາບອາຫານ ແລະ ດື່ມນຳ້ນົມເພີ່ມຕື່ມ ເພື່ອຮັບປະ ກັນ ດ້ານທາດບຳລຸງ ຊ່ວຍໃຫ້ການຟື້ນຟູ ສຸຂະພາບກ່ອນ ແລະ ຫຼັງ ການແຂ່ງຂັນ.

ພາຍໃຕ້ການນຳພາຂອງຫົວໜ້າຄູຝຶກ Park Hang-seo, ທີມ ຊາດ U23 ຫວຽດນາມ ໄດ້ປ່ຽນການຫຼິ້ນ ຈາກຮູບແບບ 3-4-3 ມາເປັນ 5-3-2 ກັບຍຸດທະວິທີຕົ້ນຕໍ ແມ່ນສຸມໃສ່ສອງຂ້າງ, ກອງ ໜ້າ ແລະ 3 ກອງຫຼັງ. ຍ້ອນສະພາບການ ທີ່ເກີດ ຂຶ້ນ ຢູ່ ສະໜາມ ແມ່ນໄວພໍຄວນ ເພາະສະນັ້ນ ການທີ່ ນຳໃຊ້ ຫົວໜ້າທີມ ແມ່ນສິ່ງ ທີ່ສຳຄັນທີສຸດ. ຕາມທ່ານ Park Hang-seo, ຫົວໜ້າທີມ ເລືອງ ຊວນເຈື່ອງ ເປັນການເລືອກເຟັ້ນຢ່າງ ຊັດເຈນ ໃນການຊ່ວຍ ທ່ານ ແນະນຳຈຸດປະສົງ ຂອງຕົນ ເຖິງບັນດານັກເຕະ ໃນເວລາແຂ່ງຂັນ ໃຫ້ມີປະສິດທິຜົນ.


ດ້ວຍຄວາມມານະພະຍາຍາມເຮັດວຽກ ໃນຕະຫຼອດເວລາ 3 ເດືອນ, ທ່ານຫົວໜ້າຄູຝຶກ Park Hang-seo ໄດ້ພ້ອມກັບບັນ ດານັກເຕະ ທີມຊາດ U23 ຫວຽດນາມ ໄດ້ສ້າງຜົນງານປະຕິ ຫານ ໃຫ້ແກ່ບານເຕະ ຫວຽດນາມ ແລະ ສ້າງໜ້າປະຫວັດ ສາດ ໃໝ່ ໃຫ້ແກ່ ບານເຕະ ອາຊີ ຕາເວັນອອກສ່ຽງໃຕ້ ໃນຂະນະ ທີ່ ກາຍເປັນ ທີມທຳອິດ ຂອງພາກພື້ນ ໄດ້ເຂົ້າສູ່ຮອບຊີງແຊມ U23 ອາຊີ. 
ປະຕິບັດໂດຍ: ເງິນຮ່າ, ມິງທູ - ພາບ: ກົງດາດ, ແທງຢາງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top