• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

OVOP ຫວຽດນາມ - “ໝູ່ບ້ານແຫ່ງໜຶ່ງຜະລິດ ຜະລິດຕະພັນຊະນິດໜຶ່ງ”

ຕົວແບບ “ບ້ານແຫ່ງໜຶ່ງຜະລິດ ຜະລິດຕະພັນຊະນິດໜຶ່ງ” ທີ່ເລີ່ມຕົ້ນຈາກປະເທດ ຍີ່ປຸ່ນ ກໍ່ໄດ້ຫຼາຍປະເທດໃນກຸ່ມ ອາຊຽນ ກຳລັງຮຽນແບບ. ທີ່ປະເທດ ຫວຽດນາມ, ນະຄອນ ຮ່າໂນ້ຍ ເປັນທ່ອງຖິ່ນນຳໜ້າໃນການຜັນຂະຫຍາຍຂະບວນການດັ່ງກ່າວຜ່ານການຈັດຕັ້ງງານວາງສະແດງ “ໝູ່ບ້ານແຫ່ງໜຶ່ງ ຜະລິດ ຜະລິດຕະພັນຊະນິດໜຶ່ງ- OVOP ຫວຽດນາມ” ທີ່ ສວນດອກໄມ້ ຫຼີຖາຍໂຕ.
ໝູ່ບ້ານອາຊີບໜຶ່ງມີຜະລິດ ຕະພັນໜຶ່ງ” (OVOP) ແມ່ນຂະບວນການພັດທະນາໃນຂອບເຂດຂອງ ຍີ່ປຸ່ນ, ໄດ້ທ່ານ Morihiko Hiramatsu ສ້າງຕັ້ງທີ່ເມືອງ ໂອອີຕາ ເມື່ອປີ 1979. ນີ້ແມ່ນຕົວແບບມີທີ່ຄວາມໝາຍຍ້ອນເມື່ອເຂົ້າ ຮ່ວມໃນຕົວແບບ ດັ່ງກ່າວ, ແຕ່ລະໝູ່ບ້ານຈະເລືອກເອົາຜະລິດ ຜະລິດຕະພັນໜຶ່ງ ທີ່ມີຄຸນຄ່າ, ມີລາຍຮັບສູງເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ແກ່
ໝູ່ບ້ານຂອງຕົນ. 
ຫຼາຍຮ້ອຍປີຜ່ານມາ, ແຂວງ ຮ່າໄຕ ເກົ່າ (ປະຈຸບັນແມ່ນ ຮ່າໂນ້ຍ ໄດ້ຖືເປັນແຜ່ນດິນຂອງຫຼາຍອາຊີບ. ໝູ່ບ້ານອາຊີບມູນເຊື້ອ ບໍ່ພຽງແຕ່ປະກອບສ່ວນປົກປັກຮັກສາ ແລະ ຜັນຂະຫຍາຍ ມູນເຊື້ອ, ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນຕົວ ແບບເສດຖະກິດທີ່ດີເດັ່ນ, ນຳມາລາຍຮັບສູງໃຫ້ແກ່ຊາວທ້ອງຖິ່ນ ອີກດ້ວຍ. ເລື່ອງຈັດຕັ້ງງານວາງສະແດງ “ໝູ່ບ້ານແຫ່ງ ໜຶ່ງ ຜະລິດ ຜະລິດຕະພັນຊະນິດໜຶ່ງ- OVOP ຫວຽດນາມ” ເພື່ອສ້າງໂອກາດ ໃຫ້ບັນດາໝູ່ບ້ານອາຊີບຂອງ ຮ່າໂນ້ຍ ແນະນຳບັນດາຜະລິດຕະພັນພິເສດຂອງຕົນ ເຖິງນັກທ່ອງທ່ຽວສາກົນ ແລະ ບັນດາຜູ້ນຳເຂົ້າ-ສົ່ງອອກພາຍໃນ ແລະ ສາກົນ, ຈາກນັ້ນ ຈຶ່ງສົ່ງຜະລິດຕະພັນຂອງບັນດາໝູ່ບ້ານອາຊີບຂອງ ຫວຽດນາມ ອອກສູ່ໂລກພາຍນອກ.
 
ງານວາງສະແດງ “ໝູ່ບ້ານແຫ່ງໜຶ່ງ ຜະລິດ ຜະລິດຕະພັນ ຊະນິດໜຶ່ງ- OVOP ຫວຽດນາມ” ເຕົ້າໂຮມຮ້ານວາງສະແດງຜະລິດຕະພັນຫັດຖະກຳສິລະປະກຳເກືອບ 40 ຮ້ານ. “OVOP ຫວຽດນາມ” ບໍ່ພຽງແຕ່ແມ່ນການເຄື່ອນໄຫວໂຄສະນາຜະລິດຕະພັນຂອງໝູ່ບ້ານອາຊີບເທົ່ານັ້ນ, ຫາກຍັງເພື່ອດຶງດູດນັກທ່ອງທ່ຽວມາຍັງນະຄອນຫຼວງ ອີກດ້ວຍ.
 
ງານວາງສະແດງດັ່ງກ່າວ ສຸມໃສ່ເຂົ້າໃນບັນດາກຸ່ມຜະລິດຕະພັນ ທີ່ໂດດເດັ່ນຄື: ຮູບເຄືອບສີສຳ,​ ຮູບຄວັດຝັງລາຍກີບກີ້; ເຄື່ອງສານ ດ້ວຍໄມ້ໄຜ່; ເຄື່ອງປັ້ນດິນເຜົາ; ເຄື່ອງຕຳ່ແຜ່ນຕັດຫຍິບ; ເຄື່ອງຄວັດສະຫຼັກດ້ວຍຫີນ… ບັນດາຜະລິດຕະພັນດັ່ງກ່າວ ໄດ້ຜະລິດຢູ່ບັນດາໝູ່ບ້ານອາຊີບ ແລະ ວິສາຫະກິດຜະລິດ ຜະລິດຕະພັນຫັດຖະກຳສິລະປະກຳ ຫວຽດນາມ.




ການນຳນະຄອນ ຮ່າໂນ້ຍ ມາຢ້ຽມຢາມຮ້ານວາງສະແດງຂອງ ໝູ່ບ້ານອາຊີບໜຶ່ງ.


ມູມໜຶ່ງໃນງານວາງສະແດງທີ່ໄດ້ຈັດຂຶ້ນຢູ່ສວນດອກໄມ້ ຫຼີຖາຍໂຕ.


ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ໄດ້ວາງຢູ່ງານວາງສະແດງ.


ບັນດາຜະລິດຕະພັນທີ່ໄດ້ເຮັດດ້ວຍເຂົາຂອງໂຮງງານຜະລິດ ຜະລິດຕະພັນຫັດຖະກຳສິລະປະກຳ ຊວນເກືອງ.


ຮ້ານວາງສະແດງຜະລິດຕະພັນເຄື່ອງປັ້ນດິນເຜົາຂອງໝູ່ບ້ານ
ອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ,​ ຮ່າໂນ້ຍ.



ຮ້ານວາງສະແດງຜະລິດຕະພັນຫັດຖະກິສະລະປະກຳຂອງບໍລິສັດ
ໄມແຈ (ຕົ້ນຫວາຍ ແລະ ໄມ້ໄຜ່) ຮ່າລິງ ຈຳກັດ. 



ດອກໄຟສິລະປະຫຼາຍດອກໄດ້ຈັດເປັນຮູບດອກບົວທີ່ຂົງເຂດ
ອະນຸ
ສອນສະຖານເຈົ້າຊີວິດ ຫຼີຖາຍໂຕ. 



ດອກໄຟສິລະປະຫຼາຍດອກໄດ້ປະດັບປະດາຕາມບັນດາເສັ້ນທາງ
ອ້ອມບໍ່ລິເວັນຂອງງານວາງສະແດງ. 


ຮ້ານວາງສະແດງ ກຸບ ບ້ານຈວງ,​ ໝູ່ບ້ານອາຊີບມູນເຊື້ອທີ່ມີຊື່ສຽງຂອງ ຮ່າໂນ້ຍ.


ງານວາງສະແດງ “ໝູ່ບ້ານແຫ່ງໜຶ່ງ ຜະລິດ ຜະລິດຕະພັນ ຊະນິດໜຶ່ງ- OVOP ຫວຽດນາມ”
ດ້ວຍຫົວຂໍ້ອອກແບບ ປະດິດສ້າງ ແລະ ຫວ່າງເວຫາແສງສະຫວ່າງຂອງໝູ່ບ້ານ ອາຊີບ. 

ງານວາງສະແດງ “OVOP ຫວຽດນາມ 2016” ສະແດງໃຫ້ເຫັນ ຄວາມປະດິດສ້າງໃນບັນດາການເຄື່ອນໄຫວໂຄສະນາຜະລິດຕະພັນຂອງບັນດາໝູ່ບ້ານອາຊີບຂອງ ຫວຽດນາມ ທີ່ເວົ້າລວມ ແລະ ໂດຍສະເພາະແມ່ນຂອງນະຄອນຫຼວງ ຮ່າໂນ້ຍ. ງານວາງສະແດງດັ່ງກ່າວ ປະກອບສ່ວນເພີ່ມທະວີ ແລະ ເປີດກວ້າງບັນດາການ ເຄື່ອນໄຫວສົ່ງເສີມການຄ້າ, ກະຕຸ້ນຊຸກຍູ້ການທ່ອງທ່ຽວ,​ ຍົກສູງຄວາມສາມາດແກ່ງແຍ້ງກັນກ່ຽວກັບຜະລິດຕະພັນຂອງບັນດາວິສາຫະກິດ ແລະ ໝູ່ບ້ານອາຊີບ.
 
ສຳລັບບັນດາວິສາຫະກິດ, ງານວາງສະແດງດັ່ງກ່າວ ໄດ້ສ້າງໂອກາດລົງທຶນ, ເປີດກວ້າງການຮ່ວມມືກັບບັນດາຄູ່ຄ້າຢູ່ພາຍໃນ ແລະ ສາກົນ. ຜ່ານງານວາງສະແດງຄັ້ງນີ້, ນັກທ່ອງທ່ຽວສາກົນ, ຜູ້ນຳເຂົ້າ, ສົ່ງອອກພາຍໃນ ແລະ ຕ່າງປະເທດ ມີໂອກາດໄດ້ສຳພັດກັບບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ “OVOP ຫວຽດນາມ.
 
ມີ 3 ຫຼັກການພື້ນຖານເພື່ອພັດທະນາຂະບານການ “OVOP” ແມ່ນ: ເຄື່ອນໄຫວຢູ່ທ້ອງຖິ່ນແຕ່ມີແນວຄິດທົ່ວໂລກ”; ໝັ້ນໃຈ ໃນການປະດິດສ້າງ; ພັດທະນາແຫຼ່ງຊັບພະຍາກອນມະນຸດ. ຂຶ້ນກັບເງື່ອນໄຂ ແລະ ສະພາບຕົວຈິງຂອງຕົນ, ແຕ່ລະທ້ອງຖິ່ນຈະເລືອກເອົາຜະລິດຕະພັນພິເສດ, ເປັນທ່າແຮງຂອງຕົນເພື່ອພັດທະນາ. ຕົວແບບ “OVOP” ໄດ້ຖືວ່າ ແມ່ນເໝາະສົມກັບບັນດາປະເທດກະສິກຳ, ມີຫຼາຍໝູ່ບ້ານ ອາຊີບຄື ຫວຽດນາມ.

ບົດ: ຖາວວີ - ພາບ: ເຈິ່ນແທງຢາງ 

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top