• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

OANA 44: ໝູນໃຊ້ພູມປັນຍາບຸກຄະລາກອນ ຂອງສຳນັກຂ່າວສານຫວຽດນາມ ຄວ້າໄດ້ “ລາງວັນດີເດັ່ນ ດ້ານຄຸນນະພາບ ຂອງ OANA”

ທີ່ພິທີປິດກອງປະຊຸມ ຄະນະບໍລິຫານງານອົງການຈັດຕັ້ງ ບັນດາສຳນັກຂ່າວສານພາກພື້ນ ອາຊີ-ປາຊີຟິກ (OANA) ຄັ້ງທີ 44, ຕອນບ່າຍວັນທີ 19 ເມສາ ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ອົງການຈັດຕັ້ງ ບັນດາສຳນັກຂ່າວສານພາກພື້ນ ອາຊີ-ປາຊີຟິກ (OANA) ໄດ້ປະກາດເປັນທາງການ ເຈົ້າຂອງ ຂອງ “ລາງວັນດີເດັ່ນດ້ານຄຸນນະພາບ ສຳນັກຂ່າວສານ” ຂອງ OANA ແມ່ນຂຶ້ນກັບ ສຳນັກຂ່າວສານ ຫວຽດນາມ (VNA) ແລະ ສຳນັກຂ່າວສານ ຊິນຮົວ.

ພ້ອມກັນຮັບ 28 ຄະແນນ ເລືອກເຟັ້ນ ຈາກບັນດາສຳນັກຂ່າວສານອື່ນໆ ໃນຄະນະບໍລິຫານງານ, VNA ກັບ ການໝູນໃຊ້ Chatbot ຂອງສື່ເອເລັກໂຕຣນິກ VietnamPlus ແລະ ຊິນຮົວ ກັບໂຄງການພື້ນຖານໜັງສືພິມ ໂດຍອີງໃສ່ AI Media Brain ຄວ້າໄດ້ລາງວັນທີໜ່ຶງ.

ປະທານ OANA Aslan Aslanov ໃຫ້ຮູ້ວ່າ ລາງວັນນີ້ ໄດ້ ປະກອບສ່ວນລະດົມກຳລັງໃຈ ບັນດາສຳນັກຂ່າວສານ ໃຫ້ຄວາມສົນໃຈ ແລະ ລົງທຶນຫຼາຍຍິ່ງຂຶ້ນ ເຂົ້າໃນການປ່ຽນແປງໃໝ່ ປະດິດສ້າງ  ໃນບັນດາການເຄື່ອນໄຫວດ້ານວິຊາການ.
ທ່ານ ເລກວກມິງ, ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ ສະເໜີບົດປະກອບຄວາມເຫັນ : “ຍາດເອົາຄວາມເຊື່ອໝັ້ນຄືນມາໃຫ້ແກ່ ສື່ຂ່າວ ແລະ ໜັງສືພິມທາງການ. ພາບ: ຢວ໊ານເຕິນ/VNA

ພາບໃນກອງປະຊຸມເວທີ ສົນທະນາ. ພາບ: ແທ່ງດາດ/VNA

ໃນທີ່ບັນດາກອງປະຊຸມເວທີ ສົນທະນາ, ບັນດາທ່ານຜູ້ແທນ ໄດ້ສຸມໃສ່ໃນການພິຈາລະນາ ບັນດາສິ່ງທ້າທາຍທີ່ວາງອອກ ຕໍ່ບັນດາສຳນັກຂ່າວສານເວົ້າສະເພາະ ແລະ ໜັງສືພິມເວົ້າລວມ ໃນສັງກາດດີຈີຕອນ.

ໃນພາກລາຍງານ ຂອງຕົນ, ທ່ານ ເລກວກມິງ, ຮອງຜູ້ອຳນວຍການໃຫຍ່ VNA ໄດ້ນຳສະເໜີ ບັນດາຕົວເລກ ແລະ ການພິສູດຢ່າງລະອຽດ ກ່ຽວກັບຂ່າວປອມ (fake news) ຢູ່ ຫວຽດນາມ ກໍຄືຢູ່ໃນໂລກ. ເລື່ອງຂ່າວປອມ ບໍ່ພຽງແຕ່ປະກົດຂຶ້ນຢູ່ເທິງເຄືອຄ່າຍອິນເຕີເນັດສັງຄົມ ເທົ່ານັ້ນ ແຕ່ໜັງສືພິມທາງການ ກໍຖືກກາຍເປັນຜູ້ຖືກເຄາະຮ້າຍ ຂອງ ບັນຫານີ້. ໜັງສືພິມ ຕ້ອງຮັກສາໄວ້ບັນດາຫຼັກການ “ກວດກາທົດລອງ ແລະ ຢັ້ງຢືນ, ສົມດູນ, ຮອບດ້ານ ແລະ ພາວະວິໄສ”. ຜູ້ຕາງໜ້າ ຂອງ VNA ໃຫ້ຮູ້ວ່າ, ບັນດາອົງການໜັງສືພິມ ຂອງ ຫວຽດນາມ ມີຄວາມປາດຖະໜາໝູນໃຊ້ ບັນດາເຄື່ອງມື ແລະ ການເຄື່ອນໄຫວ ໃນຂະບວນວິວັດ ດຳເນີນວິຊາການ ເພື່ອຍົກສູງຄຸນນະພາບສື່ຂ່າວ ກໍຄື ຊ່ວຍມະຫາຊົນ ສາມາດຮັບຮູ້ໄດ້ຂ່າວປອມ.

ບັນດາບັນຫາທີ່ VNA ສະເໜີອອກ ໄດ້ຮັບການແບ່ງປັນ ແລະ ເຫັນດີເຫັນພ້ອມ ຈາກບັນດາສຳນັກຂ່າວສານ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.

OANA ໄດ້ສ້າງຕັ້ງ ປີ 1961 ຕາມຂໍ້ລິເລີ່ມ ຂອງ ອົງການ ສະຫະປະຊາຊາດ ເພື່ອການ ສຶກສາ, ວິທະຍາສາດ ແລະ ວັດທະນະທໍາ (UNESCO), ດ້ວຍຈຸດໝາຍ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນຂໍ້ມູນຂ່າວສານ ລະຫວ່າງ ບັນດາປະເທດໃນພາກພື້ນ. ຫຼັງຈາກ 58 ປີ, OANA ປັດຈຸບັນ ໄດ້ເຕົ້າໂຮມ 44 ສຳນັກຂ່າວສານ ສະມາຊິກ ສັງກັດ 35 ປະເທດໃນພາກພື້ນ, ກາຍເປັນອົງການສື່ມວນຊົນໃຫຍ່ທີສຸດ ໄລ່ກ່ຽວກັບ ເນື້ອທີ່ພູມສາດໂດຍລວມ ຂອງ ບັນດາປະເທດ ແລະ ປະລິມານສື່ຂ່າວທີ່ໄດ້ຜະລິດ. ການເຂົ້າຮ່ວມ ຂອງ ບັນດາ ສຳນັກຂ່າວສານລາຍໃຫຍ່ ໄດ້ສ້າງສຽງເວົ້າ ຢ່າງແຂງແຮງ ຂອງ OANA ໃນເກືອບ 6 ທົດສະວັດຜ່ານມາ.

VNA ເຂົ້າເປັນສະມາຊິກຂອງ OANA ໃນເມື່ອປີ 1969 ຊຶ່ງເປັນໜຶ່ງໃນບັນດາສະມາຊິກ ທີ່ຂະຫຍັນຂັນແຂງ. VNA ໄດ້ເລືອກຕັ້ງເປັນສະມາຊິກ ຄະນະບໍລິຫານງານ OANA ໃນ 2 ອາຍຸການ 3 ປີລຽນຕິດ, ແຕ່ປີ 2013 ຈົນເຖິງປັດຈຸບັນ.

ນີ້ແມ່ນຄັ້ງທີ 4 VNA ເປັນເຈົ້າພາບຈັດຕັ້ງ ກອງປະຊຸມ ຄະນະບໍລິຫານງານ OANA, ຫຼັງບັນດາກອງປະຊຸມໃນປີ 1989, 1999 ແລະ 2005. ເລື່ອງຫວຽດນາມເປັນປະເທດເຈົ້າພາບ ກອງປະຊຸມ ຄະນະ ບໍລິຫານງານ OANA ຄັ້ງທີ 44 ໄດ້ຢັ້ງຢືນ ບົດບາດ ຂອງ ສຳນັກຂ່າວສານແຫ່ງຊາດ ຂອງ ຫວຽດນາມ ທີ່ເວທີປາໄສ ໜັງສືພິມຫຼາຍຝ່າຍນີ້.

VNA/VNP

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top