• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

My Gym - ສູນກາງສຶກສາກຳລັງກາຍທີ່ດີສຳລັບເດັກ

My Gym ເປັນໜຶ່ງໃນບັນດາເຄື່ອງໝາຍການຄ້າແຖວໜ້າຂອງ ອາເມລິກາ ກ່ຽວກັບການສຶກສາກຳລັງກາຍສຳລັບໃຫ້ແກ່ເດັກ ນ້ອຍ, My Gym ໄດ້ສ້າງຕັ້ງສູນກາງກວ່າ 300 ແຫ່ງຢູ່ 30 ກວ່າປະເທດໃນໂລກ. ນຳເຂົ້າ ຫວຽດນາມ ມາເປັນເວລາເກືອບ 4 ປີ, My Gym ໄດ້ຊາວ ຫວຽດນາມ ຫຼາຍຄົນເລືອກເອົາ ເພື່ອສຶກສາກຳລັງກາຍໃຫ້ແກ່ລູກຂອງຕົນ. 
ສູນກາງສຶກສາກຳລັງກາຍ My Gym ຫວຽດນາມ, ນອນຢູ່ໃນ ເຂດການຄ້າ Shophouse CT17, ເຂດເມືອງໃຫຍ່ Ciputra, ເມືອງ ຕື່ລຽມ,​ ຮ່າໂນ້ຍ, ນີ້ເປັນໜຶ່ງໃນ 3 ສູນກາງຢູ່ ຫວຽດນາມ ພວມສອນຕາມແຜນການສຶກສາກຳລັງກາຍໃຫ້ແກ່ເດັກນ້ອຍ ທີ່ໄດ້ນຳເຂົ້າມາຈາກປະເທດ ອາເມລິກາ.
 
ເອື້ອຍ ດ່າວຮວ່ຽນວີ - ຜູ້ອຳນວຍການ My Gym ຫວຽດນາມ ໃຫ້ຮູ້ວ່າ My Gym ເປັນແຜນການສຶກສາກຳລັງກາຍ ດ້ວຍ ບັນດາວິຊາຫັກກາຍປະສານສົມທົບກັບດົນຕີ, ເຕັ້ນລຳ ແລະ ຕີລັງກາ. ບັນດາແຜນການຢູ່ My Gym Children's Fitness Center ສຸມໃສ່ໃນການເສີມຂະຫຍາຍພູມຄວາມຮູ້, ມະໂນພາບ ແລະ ຫົວຄິດປະດິດສ້າງ, ກໍ່ຄືຄວາມສາມາດດ້ານກຳລັງກາຍ ແລະ ຄວາມສາມາດດ້ານສັງຄົມໃຫ້ແກ່ເດັກນ້ອຍ.

ພື້ນຖານວັດຖຸຂອງ My Gym ຫວຽດນາມ ກໍ່ໄດ້ປະກອບຕາມ ມາດຕະຖານຂອງ My Gym USA. ເຄື່ອງໃຊ້ ແລະ ເຄື່ອງມືຮັບ ໃຊ້ການຮຽນຢູ່ທີ່ນີ້ ໄດ້ນຳເຂົ້າມາຈາກ ອາເມລິກາ ຄື: ເຄື່ອງໃຊ້ໃນການຝຶກສອບ, ເຄື່ອງມືຮັບໃຊ້ການຮຽນ... ພິເສດ, ຖັນແຖວຄູຝຶກຂອງ My Gym ຫວຽດນາມ ລ້ວນແຕ່ມີໃບຢັ້ງຢືນ ໂດຍ My Gym USA ມອບໃຫ້.


ຊົ່ວໂມງໜຶ່ງໃນການສຶກສາກຳລັງກາຍຂອງເດັກ 4-5 ປີ ໂດຍຄູຝຶກຕ່າງປະເທດສອນຢູ່ My Gym ຫວຽດນາມ.

ຄູສອນພວມແນະນຳວິທີການດຳລົງຊີວິດເປັນກຸ່ມໃຫ້ແກ່ເດັກນ້ອຍ.

ຄູຝຶກ Jauyer Micole Armstrong, ນັກຊ່ຽວຊານສຶກສາກຳລັງກາຍຂອງ ອາເມລິກາ ພວມສອນຢູ່ My Gym.

ເວລາຮຽນຢູ່ My Gym ໄດ້ປະຕິບັດຕາມແບບ: ຫຼິ້ນເປັນຮຽນ, ຮຽນເປັນຫຼິ້ນ.

ເພາະສະນັ້ນ ເດັກຫຼາຍຄົນຕິດໃຈກັບການຮຽນຢູ່ My Gym.

ສຳລັບບົດຮຽນຍາກ, ຄູສອນຈະມີການແນະນຳເດັກນ້ອຍ ແຕ່ລະຄົນຢ່າງໂດຍກົງ.

ເມື່ອຮູ້ຈັກກັບບົດຮຽນແລ້ວ, ເດັກຈະເລືອກເອົາບົດຮຽນ ໂດຍຕົນເອງ. 

ຄວາມດີໃຈຂອງເດັກເມື່ອໄດ້ມາຮຽນຢູ່ My Gym.

ບັນດາຫ້ອງຮຽນຢູ່ My Gym ສຳລັບໃຫ້ເດັກມີອາຍຸນ້ອຍກວ່າ 3,5 ປີ ຈະມີພໍ່ ຫຼື ແມ່ມາຮຽນນຳ.

ຈັງຫວະຕີລັງກາເປັນໜຶ່ງໃນບັນດາຈັງຫວະຍາກ,​ ສະນັ້ນ ຈຶ່ງມີຄູຝຶກມາແນະນຳໃຫ້ເດັກແຕ່ລະຄົນ.

ເດັກຮຽນການຂຶ້ນພູກັບຄູຝຶກ.

ຫ້ອງຮຽນໜຶ່ງຢູ່ My Gym ມີນັກຮຽນຫຼາຍສຸດແມ່ນ 15 ຄົນ ແລະ ໄດ້ແບ່ງເປັນຫຼາຍກຸ່ມ
ເພື່ອຮຽນບັນດາຈັງຫວະ ແຕກຕ່າງກັນ.

ຫ້ອງຮຽນຂອງ My Gym ຫວຽດນາມ ໄດ້ແບ່ງຕາມອາຍຸຂອງນັກຮຽນຄື: 6 ອາທິດ-6 ເດືອນ; 13 ເດືອນ; 14-22 ເດືອນ;23 ເດືອນ - 2,5 ປີ…ບັນດາຫ້ອງຮຽນຢູ່ສູນກໍ່ໄດ້ແບ່ງຕາມ 2 ຕົວແບບພື້ນຖານ, ນັ້ນແມ່ນຫ້ອງຮຽນທີ່ມີພໍ່ ຫຼື ແມ່ໄປຮຽນນຳ ສຳລັບໃຫ້ຫ້ອງຮຽນມີນັກຮຽນອາຍຸແຕ່ 3,5 ປີລົງມາ ແລະ ຫ້ອງຮຽນສຳລັບໃຫ້ນັກຮຽນມີອາຍຸແຕ່ 3,5 ຂຶ້ນໄປ ຈະໄດ້ຮຽນນຳບັນດາຄູຝຶກຂອງສູນ.
 
ຫ້ອງຮຽນໜຶ່ງຈະໄດ້ຮຽນໃນຊົ່ວໂມງໜຶ່ງ, ສຸມໃສ່ເຂົ້າໃນ2 ເນື້ອໃນຕົ້ນຕໍ່ແມ່ນ: ກຳລັງກາຍ ແລະ ຄວາມສາມາດດ້ານສັງຄົມ. ພິເສດ, ບັນດາຫ້ອງຮຽນຂອງສູນລ້ວນແຕ່ມີການພົວພັນແລກປ່ຽນດ້ວຍພາສາ ອັງກິດ 100%.
 
ພໍ່ແມ່ນັກຮຽນຫຼາຍຄົນຮູ້ສຶກເພິ່ງພໍໃຈຫຼັງຈາກທີ່ໃຫ້ລູກໄປຮຽນຢູ່ My Gym. ເອື້ອຍ ຫວູທິອວຽນ (ເຂດເມືອງໃຫຍ່Ciputra, ຮ່າໂນ້ຍ) ມີລູກສອງຄົນຮຽນພວມຢູ່ສູນໃຫ້ຮູ້ວ່າ:“ລູກຂອງຂ້ອຍຮຽນຢູ່ນີ້ ໄດ້ກວ່າໜຶ່ງປີແລ້ວ, ມັນເວົ້າພາສາ ອັງກິດ ໄດ້ຫຼາຍຢູ່, ມີຄວາມໝັ້ນໃຈກວ່າ ບໍ່ຂີ້ຢ້ານຄືເກົ່າ,​ ກິນກໍ່ໄດ້ຫຼາຍກວ່າ…”.
 
ປະຈຸບັນຢູ່ ຫວຽດນາມ ມີ 3 ສູນກາງສຶກສາກຳລັງກາຍຕາມແບບແຜນຂອງອາເມລິກາ, ນັ້ນແມ່ນ: My Gym ຫວຽດນາມ, The Little Gym  ແລະ Gym body ຢູ່ ໄຊງ່ອນ.ຫວັງວ່າ ນີ້ຈະແມ່ນເດີ່ນລະຫຼິ້ນທີ່ມີຜົນປະໂຫຍດ, ຍົກສູງສຸຂະພາບ ແລະ ປັນຍາໃຫ້ແກ່ເດັກນ້ອຍ ຫວຽດນາມ.
ບົດ: ຖາວວີ - ພາບ: ທົງຫາຍ










 

bichlien

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top