• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Mottainai - ສະຖານທ່ີເພື່ອໃຫ້ເພື່ອນມິດສາກົນມາຝາກ ນຳ້ຈິດນຳ້ໃຈ

ລາຍການ Mottainai 2018 ໄດ້ຮັບການສະໜັບສະໜູນຂອງຂອງປະຊາຄົມ ແລະ ເພື່ອນມິດສາກົນ ເພື່ອສ້າງກອງທຶນຊ່ວຍເຫຼືອເດັກນ້ອຍທີ່ມີສະພາບການເປັນຢູ່ທີ່ທຸກຍາກ, ເດັກນ້ອຍໄດ້ຮັບຜົນສະທ້ອນຈາກອຸບັດຕິເຫດໃນການຈໍລະຈອນຢູ່ ຫວຽດນາມ.
ລາຍການ Mottainai “ມອບນຳ້ໃຈ-ຮັບຄວາມສຸກ” ຂອງໜັງສືພິມ ແມ່ຍິງ ຫວຽດນາມ ໄດ້ຈັດຂຶ້ນອີງໃສ່ຕາມການເຄື່ອນໄຫວແລກປ່ຽນ, ຊື້ຂາຍເຄື່ອງຂອງເກົ່າແກ່ທີ່ມີຄວາມໝາຍ ປະຢັດ, ຫຼີກລ້ຽງການຟຸມເຟືອຍຂອງ ຍີ່ປຸ່ນ (Mottainai ໝາຍຄວາມວ່າ “ຟຸມເຟືອຍໂພດ”). ບໍ່ພຽງແຕ່ມີຄວາມໝາຍປະຢັດ, ຫຼຽກລ້ຽງການຟຸມເຟືອຍ, ປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ລາຍການ Mottainai ຍັງໄດ້ຍົກລະດັບໃຫ້ກາຍເປັນການເຄື່ອນໄຫວເພື່ອປະຊາຄົມ, ສ້າງກອງທຶນຊ່ວຍເຫຼືອໃຫ້ເດັກນ້ອຍທີ່ມີສະພາບການເປັນຢູ່ທີ່ທຸກຍາກລຳບາກ, ພິເສດແມ່ນເດັກກຳພ້າ,ເສຍອົງຄະຍ້ອນຖືກອຸບັດຕິເຫດໃນການຈໍລະຈອນອີກດ້ວຍ.
 
ວັນບຸນ Mottainai 2018 ຫາກໍ່ໄດ້ຈັດຂຶ້ນຢູ່ສວນດອກໄມ້ ຫຼີຖາຍໂຕ ແລະ ຖະໜົນຄົນຍ່າງອ້ອມບໍລິເວນໜອງ ເກືອມ (ຮ່າໂນ້ຍ) ດ້ວຍ 2 ການເຄື່ອນໄຫວຕົ້ນຕໍ່ແມ່ນ ການແຂ່ງຂັນ Mottainai Run ອ້ອມໜອງເກືອມ ແລະ ຕະຫຼາດນັດ ແລກປ່ຽນ, ຊື້ຂາຍເຄື່ອງຂອງທີ່ເກົ່າແກ່. 


ແຕ່ຊ້າຍຫາຂວາ: ທ່ານນາງ ຫງວຽນທິທຸຮ່າ, ກຳມະການສູນກາງພັກ, ປະທານສະຫະພັນແມ່ຍິງ ຫວຽດນາມ,
ທ່ານ Kunio Umeda, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ຫວຽດນາມ
ພ້ອມພັນລະຍາ ແລະ ບັນດາຜູ້ແທນທີ່ການແຂ່ງຂັນ Mottainai Run.



ການແຂ່ງຂັນ Happy Run ໄດ້ດຶງດູດຫຼາຍຄົນມາເຂົ້າຮ່ວມ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍ.
ເດັກນ້ອຍຫຼາຍຄົນເຂົ້າຮ່ວມເພື່ອໃຫ້ກຳລັງໃຈພໍ່ແມ່. ຄວາມມຸ່ງຫວັງຂອງຜູ້ເປັນພໍ່ເປັນແມ່ເມື່ອໃຫ້ລູກມາເຂົ້າຮ່ວມ
ໃນການແຂ່ງຂັນ Happy Run ແມ່ນຢາກໃຫ້ລູກມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຂອງລາຍການ-ແລ່ນ
ເພື່ອເດັກນ້ອຍໄດ້ຮັບຜົນສະທ້ອນຈາກອຸບັດຕິເຫດໃນການຈໍລະຈອນ.



ນີ້ແມ່ນເທື່ອທຳອິດ, ລາຍການ Mottainai ໄດ້ຈັດຕັ້ງການແຂ່ງຂັນແລ່ນ.


ມີເດັກນ້ອຍຫຼາຍຄົນມາເຂົ້າຮ່ວມໃນການແຂ່ງຂັນແລ່ນອ້ອມໜອງ ເກືອມ.


ການແຂ່ງຂັນ Happy Run ໄດ້ດຶງດູດ ຄົນຕ່າງປະເທດ ທີ່ມາ ທ່ອງທ່ຽວ ແລະ ເຮັດວຽກຢູ່ ຮ່າໂນ້ຍ ມາເຂົ້າຮ່ວມຫຼາຍພໍຄວນ.


ທ່ານ Hiroyuki Tsurusaki (ເສື້ອຂາວ), ຜູ້ຕ່າງໜ້າໃຫ້ບໍລິສັດ Idemitsu Kosan (ເສື້ອຂາວ)
ເຂົ້າຮ່ວມໃນການແຂ່ງຂັນແລ່ນເພື່ອສ້າງກອງທຶນ “ມອບນຳ້ໃຈ-ຮັບຄວາມສຸກ”. 



ທ້າວ Austin Vidal-Cocker, ນັກທ່ອງທ່ຽວມາຈາກ ອັງກິດ ເປັນຜູ້ຊະນະໃນການແຂ່ງຂັນ Challenge Run.

ການແຂ່ງຂັນ Mottainai Run ໄດ້ຮັບການເຂົ້າຮ່ວມຂອງ 1.400 ຄົນ, ໃນນັ້ນ ມີຫຼາຍຄົນເປັນຄົນຕ່າງປະເທດ.

“ພາຍຫຼັງຜົນສຳເລັດຂອງການຈັດຕັ້ງມາເປັນ 6 ຄັ້ງ, Mottainai ໄດ້ຢືນຢັນວ່າ ນີ້ເປັນພື້ນຖານເພື່ອໃຫ້ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ກໍ່ສ້າງລາຍການໃຫ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນ ຂອງເຫດການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໃນປີ 2018”.
ທ່ານ Kunio Umeda - ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ຫວຽດນາມ
ທ້າວ Austin Vidal-Cocker (ອາຍຸ 28 ປີ, ສັນຊາດ ອັງກິດ) ຮູ້ເຖິງລາຍການ Mottainai ໃນເວລາຍ່າງຫຼິ້ນຢູ່ໜອງເກືອມ. ລາວໃຫ້ຮູ້ວ່າ “ມື້ນັ້ນ, ຂ້າພະເຈົ້າໄປຍ່າງຫຼິ້ນຢູ່ໜອງເກືອມ, ແຕ່ບໍ່ໄດ້ເອົາເງິນໄປນຳ, ເມື່ອເຫັນຂ້າພະເຈົ້າຢາກເຂົ້າຮ່ວມໃນການແຂ່ງຂັນດັ່ງກ່າວ, ຄົນຕ່າງປະເທດຄົນໜຶ່ງທີ່ບໍ່ຮູ້ຈັກກັນ ເອົາເງິນໃຫ້ຂ້າພະເຈົ້າໄປລົງທະບຽນເຂົ້າຮ່ວມການແຂ່ງຂັນ”. ແລະ ອ້າຍ Austin Vidal-Cocker ເປັນຜູ້ເອົາຊະນະໃນການແຂ່ງຂັນ Challenge Run.

ທ່ານ Hiroyuki Tsurusaki (ສັນຊາດ ຍີ່ປຸ່ນ), ຕ່າງໜ້າໃຫ້ ບໍລິສັດ Idemitsu Kosan ມາເຂົ້າຮ່ວມໃນການແຂ່ງຂັນ Happy Run ເພື່ອສ້າງກອງທຶນເພື່ອກູ້ສົນ, ຊ່ວຍເຫຼືອໃຫ້ແກ່ເດັກນ້ອຍມີສະພາບການເປັນຢູ່ທຸກຍາກລຳບາກ.

ນີ້ແມ່ນປີທີ 3 ຢ່າງຕໍ່ເນື່ອງ, ທ່ານ Kazuma Takahashi, ນາຍຊ່າງພັບເຈ້ຍທີ່ມີຊື່ສຽງຂອງ ຍີ່ປຸນ, ປະທານສະມາຄົມ ສິລະປະກຳ ຖົງໃຫຍ່ ຍີ່ປຸ່ນ ມາ ຫວຽດນາມ ເພື່ອເຂົ້າຮ່ວມ ວັນບຸນ  Mottainai.

ຫຼາຍເດືອນຜ່ານມາ, ເພື່ອນມິດສາກົນຫຼາຍຄົນໄດ້ມາເຂົ້າຮ່ວມໃນລາຍການ Mottainai 2018, ເຂົາເຈົ້າອຸດໜູນເຄື່ອງໃຊ້ ຂອງສອຍເພື່ອວາງຂາຍໃນຕະຫຼາດນັດ ກໍ່ຄືບໍລິຈາກເງິນ ເພື່ອສ້າງກອງທຶນເພື່ອການກູ້ສົນ. ນາງ Sasaki Tomomi (ສັນຊາດ ຍີ່ປຸ່ນ), ນັກບັນນາທິການຂອງວາລະສານ Heritage Japanese, ບໍລິສັດ More Production ຫວຽດນາມ ໄດ້ ອຸດໜູນໂສ້ງເສື້ອຫຼາຍຊຸດ. ແມ່ຍິງ ຍີ່ປຸ່ນ ສອງຄົນທີ່ພວມເຮັດ ວຽກຢູ່ອົງການຈັດຕັ້ງ Japan Women’s Association ແມ່ນນາງ Wantanabe Mayumi ແລະ ນາງ Kaori Shigeyoshi ໄດ້ມາອຸດໜູນເຄື່ອງຫຼິ້ນ, ເກີບໃໝ່ ແລະ ເຄື່ອງໃຊ້ຂອງສອຍໃນຄອບຄົວ ຫຼາຍອັນ. 


ບັນດາຈັງຫວະຟ້ອນ ພື້ນເມືອງ ຍີ່ປຸ່ນ ໄດ້ບັນດານັກຮຽນ ຫວຽດນາມ ສະແດງໃນວັນບຸນ.


ນາງແບບ, ນາງງາມ ຫວຽດນາມ ສະແດງຊຸດອາພອນປະຈຳ
ຊາດຂອງ ຍີ່ປຸ່ນ ແລະ ຫວຽດນາມ ໃນວັນບຸນ Mottainai 2018.



ນາງ Wantanabe Mayumi ແລະ ນາງ Kaori Shigeyoshi ມາມອບເຄື່ອງຫຼິ້ນ, ເກີບໃໝ່ ແລະ ເຄື່ອງໃຊ້ຂອງສອຍ
ໃນຄອບຄົວເພື່ອສະໜັບສະໜູນໃຫ້ວັນບຸນ Mottainai 2018.



ວຸ້ນອອກແບບດອກໄມ້ດ້ວຍຂະໜາດທີ່ຍິ່ງໃຫຍ່ຂອງນາຍຊ່າງ ກ່ຽວເວີນ ແລະ ຮວ່ຽນດ່າວ. ນາຍຊ່າງສອງຄົນນີ້
ໄດ້ມອບເຂົ້າໜົມຊະນິດນີ້ ໃຫ້ລາຍການ ດ້ວຍຄວາມມຸ່ງຫວັງ ຢາກສະໜັບ
ສະໜູນໃຫ້ເດັກນ້ອຍຜູ້ທີ່ໄດ້ຮັບຜົນສະທ້ອນຈາກອຸບັດຕິເຫດໃນການຈໍລະຈອນ.



ຫຼັງຈາກສິ້ນສຸດການແຂ່ງຂັນແລ່ນ, ບັນດານັກກິລາເດັກນ້ອຍ
ຈະໄປເຂົ້າຮ່ວມໃນບັນດາການຫຼະຫຼິ້ນຕ່າງໆ. 



ທ່ານ Kazuma Takahashi, ນາຍຊ່າງພັບເຈ້ຍທີ່ມີຊື່ສຽງຂອງ ຍີ່ປຸນ, ປະທານສະມາຄົມ ສິລະປະກຳ ຖົງໃຫຍ່ ຍີ່ປຸ່ນ ມາ ເຂົ້າຮ່ວມ ວັນບຸນ  Mottainai 2018 ເພື່ອ ແນະນຳກ່ຽວກັບ ສິລະປະພັບເຈ້ຍຂອງຄືຄວາມໝາຍຂອງວິຊາດັ່ງກ່າວ.

ບໍ່ພຽງແຕ່ອຸດໜູນວັດຖຸສິ່ງຂອງ ແລະ ເງິນເທົ່ານັ້ນ, ຮ້ານຂາຍ ເຄື່ອງຫຼາຍຮ້ານຂອງບັນດາບໍລິສັດມາຈາກ ຍີ່ປຸ່ນ ກໍ່ເຂົ້າຮ່ວມໃນງານຕະຫຼາດນັດ Mottainai 2018 ເພື່ອສ້າງກອງທຶນເພື່ອການກູ້ສົນອີກດ້ວຍ.

Mottainai 2018 ເປັນລາຍການ Mottainai ຄັ້ງທີ 6 ໄດ້ຈັດຂຶ້ນພາຍໃຕ້ການປົກປ້ອງຂອງສະຫະພັນ ແມ່ຍິງ ຫວຽດນາມ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ. ຜ່ານການຈັດຕັ້ງມາເປັນ  6 ຄັ້ງ, ລາຍການ Mottainai ໄດ້ກາຍເປັນເຫດການໜຶ່ງທີ່ ສຳຄັນ, ດຶງດູດຜູ້ມາເຂົ້າຮ່ວມໄດ້ກວ່າ 200.000 ຄົນ. ເດັກນ້ອຍກວ່າ 3.000 ຄົນທີ່ມີສະພາບການເປັນຢູ່ທີ່ທຸກຍາກ ໄດ້ຮັບຜົນປະໂຫຍດຈາກການເຄື່ອນໄຫວຂອງລາຍການ. 
ກະຊວງຖະແຫຼງຂ່າວ ແລະ ສື່ສານ ກັບສະຫະພັນແມ່ຍິງ ຫວຽດນາມ ໄດ້ມອບລາງວັນແມ່ຍິງຜູ້ມີຫົວຄິດປະດິດສ້າງປີ 2017 ເພື່ອການປະກອບສ່ວນໃຫ້ແກ່ປະຊາຄົມຂອງລາຍການ Mottainai.

ປະຕິບັດ: ກົງດາດ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top