• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Marc De Muynck ແລະ ຄວາມຮັກ ທ່ີມີຕໍ່ຫວຽດນາມ

ສູນດູແລ ແລະ ສຶກສາ ເດັກກຳພ້າ ເກິ່ນຢວກ, ແຂວງ ລອງອານ ເປັນຜົນສຳເລັດຂອງ ການທາງເດີນ ທີ່ເຕັມໄປດ້ວຍຄວາມຮັກ ແພງ ເຊິ່ງທ່ານ Marc De Muynck ໄດ້ມອບ ໝາຍໃຫ້ ແກ່ ຫວຽດນາມ.
ທ່ານ Marc De Muynck ຍັງຈື່ໄດ້ ເມື່ອຄັ້ງເພິ່ນມາ ຫວຽດນາມ ເປັນຄັ້ງທໍາອິດ ເປັນເວລາ 3 ເດືອນ ເມື່ອປີ 2001. ເວລານັ້ນເພິ່ນ ໄດ້ໄປ ທ່ອງທ່ຽວ ຫຼາຍບ່ອນ, ເປັນຕົ້ນແມ່ນ ບັນດາແຂວງຢູ່ພາກ ຕາ ເວັນຕົກ, ໄດ້ພົບປະ ແລະ ຮູ້ຈັກກັບ ເພື່ອນຄົນໃໝ່ຫຼາຍຄົນ. ທ່ານ Marc De Muynck ເຫັນໄດ້ວ່າ ຢູ່ ຫວຽດນາມ ຍັງມີເດັກ ນ້ອຍ ຫຼາຍຄົນ ມີສະພາບການເປັນຢູ່ ຫຍຸ້ງຍາກ. ກັບມາ ຫວຽດ ນາມ ເມື່ອປີ 2006, ເພິ່ນໄດ້ປະຕິບັດ ບັນດາການເຄື່ອນໄຫວຕາມ ຄວາມສາມາດ ຂອງ ຕົນ ເພື່ອຊ່ວຍເຫຼືອ ເດັກ ທີ່ມີສະພາບ ການເປັນຢູ່ ຫຍຸ້ງຍາກ. 

ດ້ວຍຄວາມຮັກ ທີ່ມີຕໍ່ພໍ່ແມ່ປະຊາຊົນ ຢູ່ພາກຕາເວັນຕົກສ່ຽງໃຕ້, ຈາກເຮືອນ ຢູ່ເມືອງ ບິ່ງແຈງ, ນະຄອນ ໂຮ່ຈີມິນ, ເພິ່ນອອກ ໄປ ຍັງບັນດາແຂວງ ພາກຕາເວັນຕົກ ເພື່ອສໍາຫຼວດ, ສ້າງແຜນ ການຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ທີ່ມີສະພາບການເປັນ ຢູ່ ຫຍຸ້ງຍາກ. ເພິ່ນຈື່ບໍ່ໄດ້ວ່າ ຕົນເອງໄດ້ໄປຍັງບັນດາ ທ້ອງຖິ່ນ ຈັກເທື່ອ ເພື່ອສໍາຫຼວດ, ສ້າງແຜນ ແລະ ປະຕິບັດ ບັນດາການເຄື່ອນໄຫວເພື່ອການ ກຸສົນ ຄື: ຂຸດນໍ້າສ້າງ, ສ້າງໂຮງຮຽນ, ເຮືອນແຫ່ງຄວາມຮັກ, ມອບ ເຄື່ອງກັ່ນຕອງນໍ້າສະອາດ, ມອບທຶນການ ສຶກສາໃຫ້ແກ່ ນັກຮຽນ ທີ່ມີສະພາບການເປັນ ຢູ່ຫຍຸ້ງຍາກ ແຕ່ ມັກຮຽນ...  ແຕ່ລະບາດກ້າວພື່ອການກຸສົນ ຂອງ ທ່ານ Marc De Muynck ໄດ້ເດີນຜ່ານບັນດາແຂວງຄື: ເບັນແຈ, ຊອກຈັງ, ຈ່າວີງ, ລອງອານ ແລະ ອື່ນໆ. 


ທ່ານ Marc De Muynck, ຊາວ ຝຣັ່ງ ຄົນໜຶ່ງ ທ່ີມີນໍ້າໃຈ ຢ່າງ ເລິກເຊິ່ງ ກັບ ຫວຽດນາມ ດ້ວຍຫຼາຍລາຍການເຄື່ອນໄຫວເພື່ອ ການກຸສົນ ແລະ ເປັນຜູ້ສ້າງຕັ້ງສູນເບິ່ງແຍງດູແລ ແລະ ສຶກສາ ເດັກ ກຳພ້າ ເມືອງ ເກິ່ນຢວກ, ແຂວງ ລອງອານ... ພາບ: ເຊີນເງ້ຍ


... ເປັນບ່ອນ ທີ່ ທ່ານ Marc De Muynck ແລະ ທ່ານນາງ ເຢືອງກິມລຽນ (ນະຄອນ ໂຮ່ຈີມິນ), ເພື່ອນສະໜິດສະໜົມ ຂອງເພິ່ນ ແລະ ເປັນຜູ້ຮ່ວມສ້າງຕັ້ງສູນ ໃນທ້າຍປີ 2016, ປັດຈຸບັນເປັນເຮືອນແຫ່ງຄວາມຮັກ ຂອງ ເດັກກຳພ້າ 11 ຄົນ. ພາບ: ເຊີນເງ້ຍ


 
ສູນ ໄດ້ແບ່ງເປັນຫຼາຍ ທ່ີແຕກຕ່າງກັນ ມີເຄື່ອງໃຊ້ຢ່າງຄົບຖ້ວນ ເພື່ອສາມາດ ເບິ່ງແຍງ ດູແລເດັກ ໃຫ້ດີທີ່ສຸດ. ພາບ: ເຊີນເງ້ຍ


ທ່ານ Marc De Muynck ເບິ່ງແຍງດູແລ ເດັກຄົນຄົນໜຶ່ງ ດ້ວຍ ມືທ່ານ ເອງ ກ່ອນພັກຜ່ອນຕອນທ່ຽງ... ພາບ: ເຊີນເງ້ຍ


... ແລະ ຕັກເຂົ້າປຽກໃຫ້ເດັກຄົນອື່ນ. ພາບ: ເຊີນເງ້ຍ


ເດັກ ຢູ່ໃນສູນ ຈະຖືກໃສ່ ນາມສະກຸນ ເຢືອງ (ນາມສະກຸນ ທ່ານນາງ ເຢືອງກີມລຽນ) ແລະ ຊື່ ມິນ (ເປັນຊື່ ຫວຽດນາມ ຂອງ ທ່ານ Marc De Muynck. ພາບ: ເຊີນເງ້ຍ


ທ່ານ Marc De Muynck ແລະ ທ່ານນາງ ຫງວຽນທິຮົ່ງ ຖຳ, ນັກ ແປພາສາ, ເລຂາ ຫ້ອງການ ຜູ້ທ່ີຊ່ວຍທ່ານ Marc De Muynck ຕັ້ງແຕ່ເວລາເປີດການເຄື່ອນໄຫວ ຂອງ ສູນ. ພາບ: ເຊີນເງ້ຍ


ທ່ານ Marc De Muynck ແລະ ທ່ານນາງ ເຢືອງກິມລຽນ ກັບລະ ບົບກັ່ນຕອງນຳ້ສະອາດ ພະລັງງານແສງຕາເວັນ ໂດຍອົງການ ຈັດຕັ້ງ ທ່ີບໍ່ຂຶ້ນກັບລັດຖະບານ ຝຣັ່ງ ມອບໃຫ້ປະຊາຊົນ ພາກຕາ ເວັນຕົກສ່ຽງໃຕ້. ພາບ: ເອກະສານ 


ທ່ານ Marc De Muynck ແລະ ເພື່ອນຂອງຕົນ ມອບລົດຖີບ ແລະ ທຶນການສຶກສາໃຫ້ແກ່ນັກຮຽນທີ່ມີສະພາບການເປັນຢູ່ ຫຍຸ້ງຍາກ ແຕ່ມັກຮຽນ ຢູ່ບັນດາແຂວງ ພາກຕາເວັນຕົກ. ພາບ: ເອກະສານ


ທ່ານ Marc De Muynck ແລະ ສະມາຄົມ Les Enfants du Dragon ມອບເຮືອນແຫ່ງຄວາມຮັກໃຫ້ແກ່ ປະຊາຊົນ ທີ່ມີສະ ພາບການເປັນຢູ່ຫຍຸ້ງຍາກ ຢູ່ແຂວງ ຊອກຈັງ. ພາບ: ເອກະສານ

ພິເສດ, ເມື່ອອຳນາດການປົກຄອງແຂວງ ລອງອານ ໃຫ້ຢືມທີ່ ດິນຫວ່າງ, ເພິ່ນຈຶ່ງຮຽກຮ້ອງໝູ່ເພື່ອນ, ຜູ້ອຸປະຖຳຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັນກໍ່ສ້າງເຮືອນລ້ຽງເດັກ ກຳພ້າ ຫຼັງໜຶ່ງ. ທ້າຍ ປີ 2016, ສູນເບິ່ງແຍງດູແລ ແລະ ສຶກສາເດັກກຳພ້າ ເກິ່ນຢວກ, ແຂວງ ລອງອານ ໄດ້ເປີດການເຄື່ອນໄຫວ ຢ່າງເປັນທາງການ. ເຮືອນຫຼັງ ນີ້ ມີ 3 ຊັ້ນ ດ້ວຍເນື້ອທີ່ ກວ່າ 2.000 ມ², ສາມາດ ຮັບ ເອົາ ແລະ ເບິ່ງແຍງ ດູແລ ເດັກ ໄດ້ 100 ຄົນ. ປັດຈຸບັນ, ສູນດັ່ງ ກ່າວ ມີພະນັກງານ ແລະ ອາສາສະໝັກທັງໝົດ 11 ຄົນ, ພວມ ເບິ່ງແຍງດູແລເດັກກຳພ້າ 11 ຄົນ, ຜູ້ມີອາຍຸນ້ອຍກວ່າ ໝູ່ຫາ ກໍ່ ໄດ້ 5 ເດືອນ, ຜູ້ມີອາຍຸ ຫຼາຍກວ່າໝູ່ແມ່ນ 2,5 ປີ. 

ໜຶ່ງໃນບັນດາເພື່ອນຮ່ວມງານຂອງທ່ານ Marc De Muynck ໃນການເຄື່ອນໄຫວເບິ່ງແຍງດູແລ ເດັກ ກຳພ້າ ແມ່ນ ທ່ານ ນາງ ເຢືອງກິມລຽນ, ຜູ້ຮ່ວມສ້າງຕັ້ງ ສູນດັ່ງກ່າວ. ຮູ້ຈັກກັບ ທ່ານ Marc De Muynck ເມື່ອຫຼາຍປີກ່ອນ ກ່ອນກາຍເປັນເພື່ອນ ຮ່ວມງານ ເພື່ອການກຸສົນ. ທ່ານນາງ ເຢືອງກິມລຽນ ໄດ້ໃຫ້ການຊ່ວຍເຫຼືອ ທ່ານ Marc De Muynck ໃນການເຄື່ອນໄຫວຢູ່ ຫວຽດນາມ ຢ່າງ ຫຼວງຫຼາຍ. ທ່ານນາງ ເຢືອງກິມລຽນ ໃຫ້ຮູ້ວ່າ: “ການເບິ່ງ ແຍງດູແລບັນດາ ເດັກກຳພ້າ ຢູ່ສູນ ຄືກັບການເບິ່ງແຍງ ດູແລ ລູກ ຂອງ ຕົນຢູ່ເຮືອນ”.

ທ່ານ Marc De Muynck ແລະ ທ່ານນາງ ເຢືອງກິມລຽນ  ຖືເປັນ ພໍ່, ແມ່ ຂອງ ເດັກກຳພ້າຢູ່ທີ່ນີ້. ເພາະສະນັ້ນ ເວລາໄປເຮັດໃບ ແຈ້ງເກີດ, ເດັກກຳພ້າ ທີ່ລ້ຽງຢູ່ໃນສູນ ຈະໃສ່ນາມສະກຸນ ເຢືອງ ຂອງ ທ່ານນາງ ລຽນ ແລະ ຊື່ ມິນ-ເປັນຊື່ ຫວຽດນາມ ຂອງທ່ານ Marc De Muynck. ເວລານັກຂ່າວຖາມວ່າ ເພິ່ນໄດ້ຮັບ ຫຍັງ ແດ່ ຈາກວຽກທີ່ ພວມເຮັດ, ທ່ານ Marc De Muynck ໄດ້ຕອບ ວ່າ: “ຂ້າພະ ເຈົ້າໄດ້ຮັບຮອຍຍິ້ມ ຈາກເດັກໆ ເມື່ອໄດ້ຮັບເຄື່ອງມື ການຮຽນ ດ້ວຍສາຍຕາຊື່ນຊົມ, ສະໜຸກສະໜານ ເມື່ອໄດ້ຮັບຢາ ປິ່ນ ປົວພະຍາດ ແລະ ບາງເທື່ອຈະແມ່ນນໍ້າຕາ ແຫ່ງຄວາມສຸກ ເມື່ອຂ້າພະເຈົ້າ ມອບເຮືອນ ແຫ່ງຄວາມຮັກແພງ ໃຫ້ກັບຄອບຄົວ”. 
 
ບົດ: ເຊີນເງ້ຍ - ພາບ: ເຊີນເງ້ຍ ແລະ ເອກະສານ
 

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top