• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

L’amant Café: ບືນຕົວອອກສູ່ຕະຫຼາດໂລກ ຈາກ ກອງປະຊຸມ APEC 2017

ທີ່ກອງປະຊຸມຂັ້ນສູງ APEC 2017 ຊຶ່ງຫາກໍຈັດຂຶ້ນເມື່ອມໍ່ໆ ນີ້ ຢູ່ນະຄອນ ດ່າໜັງ, L’amant Café ຫຼື ກາເຟ L’amant (ບໍລິສັດ ຫວິງຮຽບ ຈຳກັດ) ເປັນ ເຄື່ອງໝາຍການຄ້າໜຶ່ງ ດຽວ ໄດ້ຮັບກຽດ ຖືກເລືອກໃຫ້ເປັນຜູ້ ອຸປະຖຳ ສະເພາະ ກ່ຽວກັບການບໍລິການ ກາເຟ ຕະຫຼອດເວລາ ສັບປະດາ ຂັ້ນສູງນີ້. 
ຂັ້ນຕອນຜະລິດກາເຟ L’amant ບັນລຸມາດຕະຖານ ISO 22000, HACCP. ນີ້ແມ່ນມາດຕະຖານສາກົນ ກ່ຽວກັບ ລະ ບົບຄຸ້ມຄອງຄວາມປອດໄພ ດ້ານສະບຽງອາຫານ ແນໃສ່ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງ ໃນຂອບເຂດທົ່ວໂລກ. 
ຢູ່ຕາມບັນດາສະຖານທີ່ສຳຄັນ ຈັດກອງປະຊຸມຂັ້ນສູງ APEC 2017 ຄື: Ariyana, Furama Resort, Intercontinental, Sheraton, ສູນປະຊຸມແຫ່ງຊາດ... ຕ່າງ ກໍມີຮ້ານບໍລິການ ກາເຟ L’amant  ກັບຖັນແຖວ ຜູ້ບໍລິການ ເປັນມືອາຊີບ ແລະ ເປັນກັນເອງ ພ້ອມແລ້ວທີ່ຈະ ຮັບໃຊ້ຕາມ ຄວາມຕ້ອງການ ຂອງ ບັນດາທ່ານຜູ້ແທນ.

ປຶ້ມບັນທຶກປະຈຳວັນ ຂອງ  L’amant Café ວາງຢູ່ຕາມ ບັນ ດາຮ້ານບໍລິການ ໄດ້ຈົດໄວ້ນັບຫຼາຍຮ້ອຍຄຳສັງເກດ ອັນຈົບ ງາມຂອງ ບັນດາທ່ານຜູ້ແທນ, ນັກທຸລະກິດ, ນັກຂ່າວ ພາຍ ໃນ ແລະ ຕ່າງປະເທດ ຫຼັງຈາກໄດ້ຊີມລົດຊາດ ພິເສດ ຂອງ ກາເຟ L’amant.

ເຖິງວ່າ L’amant Café ຫາກໍຖືກຮັບຮອງພຽງ 5 ເດືອນ ກໍ ຕາມ, ແຕ່ໃນຕົວຈິງ ທ່ານ ຫວິງຮຽບ ໄດ້ຝັກໄຝ່ ແລະ ຂຶ້ນແຜນສ້າງເຄື່ອງໝາຍການຄ້າກາເຟ ສະອາດນີ້ ເມື່ອ10 ປີ ກ່ອນໜ້ານີ້. ດ້ວຍຄະຕິເຕືອນໃຈທີ່ວ່າ “ສະອາດແຕ່ນິຄົມ ເຖິງ ຈອກ ກາເຟ”, ຫວິງຮຽບ ຍາມໃດກໍປະຕິບັດຕາມ ຂັ້ນຕອນ ການຜະລິດກາເຟ ແບບຄົບວົງຈອນ ແລະ ເປັນມິດ ກັບ ສິ່ງແວດລ້ອມ. ໝາກກາເຟ ສຸກ ແລະ ມີຂະໜາດ ຖືກກັບ ມາດຕະຖານຂອງ ນິຄົມ ເຊິ່ງມີເນື້ອທີ່ 45 ເຮັກຕາ ຢູ່ເມືອງ ຈືເຊ (ແຂງ ຢາລາຍ) ຈະໄດ້ເກັບກູ້ດ້ວຍມື ແລະ ຖືກ ຕາມຂັ້ນ ຕອນເຕັກນິກ.


ພາບລວມຂອງໂຮງງານປຸງແຕ່ງກາເຟ L’amant ຢູ່ນະຄອນ ໄປຣກູ, ແຂວງ ຢາລາຍ. 


ບໍລິສັດ ຫວິງຮຽບຈຳກັດ, ສຳນັກງານໃຫຍ່ ຢູ່ນະຄອນ ໄປຣກູ, ແຂວງ ຢາລາຍ, ເປັນໜ່ວຍສ້າງຕັ້ງເຄື່ອງໝາຍການຄ້າ L’amant Café.


ຜູ້ບໍລິການເປັນມືອາຊີບ ແລະ ເປັນກັນເອງທີ່ L’amant Cafe.


ມູມໜຶ່ງຢູ່ໃນຫ້ອງວາງສະແດງບັນດາຜະລິດຕະພັນ L’amant Cafe ຢູ່ນະຄອນ ໄປຣກູ, ແຂວງ ຢາລາຍ. 


ກາເຟປະເພດຜົງ/ເມັດ ຊົງດ້ວຍຕອງ (ລົດຊາດເຂັ້ມ) ຂອງ L’amant Cafe.


ເຄື່ອງຈັກຊົງກາເຟເມັດ ຂອງ L’amant Cafe.


ເຄື່ອງຈັກບົດກາເຟເມັດ ຂອງ L’amant Cafe. 


ບັນດາຜູ້ແທນ, ນັກທຸລະກິດ, ນັກຂ່າວ ພາຍໃນ ແລະ ຕ່າງ ປະເທດ ຊີມລົດຊາດກາເຟຂອງ L'amant ຢູ່ APEC 2017.

ແຕ່ລະປີ, ຫວິງຮຽບ ສະໜອງເມັດກາເຟ ປະມານ 70.000 ໂຕນ ອອກສູ່ຕະຫຼາດທີ່ມີລົດນິຍົມສູງຄື ສ.ອາເມລິກາ, EU…
ບໍລິສັດໄດ້ນຳໃຊ້ເຕັກໂນໂລຊີຂົ້ວບົດ Probat ທີ່ທັນສະໄໝ ຂອງ ເຢຍລະມັນ ພ້ອມກັບຜູ້ນັກຊ່ຽວຊານ ທີ່ເປັນນັກຊີມ ແຖວໜ້າ, ສາມາດໃຊ້ວິທີດັດປັບອຸ່ນຫະພູມ ແລະ ເວລາ ຂົ້ວ ກາເຟ ເພື່ອໃຫ້ກາເຟ ທີ່ອອກມາ ມີກິ່ນ ແລະ ລົດຊາດ ທີ່ ແຕກຕ່າງກັນ.

ແລະ ເມື່ອຜະລິດຕະພັນ ກາເຟ L’amant ໄດ້ກາຍເປັນ ຜະລິດຕະພັນສຳເລັດຮູບແລ້ວ ຍັງຕ້ອງຜ່ານການ ກວດກາ ຢ່າງລະອຽດ ກ່ຽວກັບຄຸນນະພາບ, ຕົວແບບຖົງ ແລະ ຜ່ານ ການ ກວດກາດ້ານຄວາມປອດໄພ ຫຼາຍຄັ້ງແລ້ວ ຈຶ່ງໃຫ້ບໍລິ ການ ໃນກອງປະຊຸມ APEC ຄັ້ງນີ້.

ປັດຈຸບັນ L’amant Café ໄດ້ຜະລິດອອກ 10 ປະເພດ ຜະ ລິດຕະພັນຕົ້ນຕໍ, ສາມາດຕອບສະໜອງ ຕາມຄວາມຕ້ອງ ການ ທີ່ຫຼາກຫຼາຍ ຂອງລູກຄ້າ ເປັນຈຳນວນຫຼວງຫຼາຍ. ຈາກ ປະເພດ ກາເຟມູນເຊື້ອ  ຖືກກັບລົດຊາດຂອງຄົນ ຫວຽດ ເກົ່າ ເຖິງປະເພດ ກາເຟ Espresso ຕາມລົດນິຍົມຂອງຍຸກໃໝ່, ທັງໝົດຕ່າງກໍມີ ຢູ່ໃນ ກາເຟ L’amant. ພິເສດກາເຟ L’amant ກໍຍັງມີ ບັນດາປະເພດກາເຟເມັດ ຊົງດ້ວຍຈັກ ຕາມແບບວິທີ ທີ່ແຕກຕ່າງກັນ... ຄວາມອຸດົມສົມບູນນີ້ ຊ່ວຍ ໃຫ້ ຜູ້ບໍລິໂພກສາມາດ ເລືອກເຟັ້ນໄດ້ປະເພດກາເຟ ທີ່ຕົວ ເອງນິຍົມ ກໍຄືໄດ້ຊີມລົດຊາດຂອງກາແຟ ຫຼາຍຊະນິດ ທີ່ ແຕກຕ່າງກັນ.

ການປະກົດຕົວຂອງປະເພດເຄື່ອງດື່ມທີ່ດີເລີດນີ້ ຢູ່ APEC ແມ່ນໂອກາດດີເພື່ອໃຫ້ L’amant Café ແນະນຳກັບ ເພື່ອນ ມິດສາກົນ ກ່ຽວກັບຜະລິດຕະພັນພິເສດຂອງ ຫວຽດນາມ ແລະ ຊອກຫາໂອກາດສົ່ງອອກກາເຟ ສູ່ຕະຫຼາດໂລກ ອີກ ດ້ວຍ.


ກາເຟ ຖືກປູກ ດ້ວຍເຕັກໂນໂລຊີ ຄົບວົງຈອນ ແລະ ເປັນ ມິດ ກັບສິ່ງແວດລ້ອມ ພາຍໃຕ້ຄະຕິເຕືອນໃຈທີ່ວ່າ
"ສະອາດ ແຕ່ ນິຄົມເຖິງຈອກກາເຟ”. 



ຊາວກະສິກອນຕ້ອງເລືອກເຟັ້ນເມັດກາເຟທີ່ມີຄວາມສຸກພໍດີ. 


ເກັບກູ້ກາເຟດ້ວຍມື ຢູ່ນິຄົມກາເຟ ຫວິງຮຽບ. 


ເມັດກາເຟໄດ້ຕາກແຫ້ງຕາມເວລາກຳນົດ ເພື່ອດັດປັບ ອຸ່ນຫະພູມ, ຄວາມຊຸ່ມ ແລະ ຮັກສາໄວ້ໄດ້ລົດຊາດ ຫອມແຊບທີສຸດ. 


ໃຊ້ເຄື່ອງຈັກວັດແທກຄວາມຊຸ່ມຂອງອາກາດ ເພື່ອຕິດຕາມ ເມັດກາເຟຕາກໃຫ້ບັນລຸມາດຕະຖານ. 


ບັນດາເມັດກາເຟທີ່ບັນລຸມາດຕະຖານ ຫຼັງການເລືອກເຟັ້ນ ຢູ່ໂຮງງານ. 


L’amant Cafe ໄດ້ນໍາໃຊ້ເຕັກໂນໂລຊີຂົ້ວບົດ Probat ທີ່ ທັນສະໄໝ ຂອງ ເຢຍລະມັນ ເພື່ອສາມາດຮັກສາໄວ້ໄດ້
ລົດຊາດເດີມຂອງເມັດກາເຟ ຫຼັງການຂົ້ວ ແລະ ບົດ. 



ຜູ້ຊ່ຽວຊານຊີມລົດຊາດກາເຟ ຂອງ L’amant Cafe ແລະ ມີການປຽບທຽບກາເຟ ຢູ່ໃນຫ້ອງທົດລອງ. 

ບົດ: ເຊີນເງ້ຍ-ພາບ: ຫງວຽນລວນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top