• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Kitaguchi Haruki ແລະ ຄວາມຮັກບານເຕະຫວຽດນາມ

ດ້ວຍນຳ້ໃຈ ແລະ ຈິງໃຈຂອງຕົນ, ອ້າຍ Kitaguchi Haruki, ຄູຝຶກບານເຕະທີ່ມີອາຍຸ 31 ປີ ຄົນ ຍີ່ປຸ່ນ ໄດ້ເລືອກເອົານະຄອນ
ໂຮ່ຈີມິນ ເພື່ອຈັດຕັ້ງປະຕິບັດໂຄງການ ສິດສອນເຕະບານໃຫ້ແກ່ ເດັກນ້ອຍ.ສິ່ງພິເສດແມ່ນຜ່ານການເຕະບານ, ລາວໄດ້ຊ່ວຍໃຫ້ ບັນດານ້ອງນ້ອຍພັດທະນາຄຸນສົມບັດເພື່ອກາຍ ເປັນ ພົນລະ ເມືອງ ດີ, ມີຄວາມ ຄິດເພື່ອເພື່ອນມິດທຸກຄົນ ແລະ ເພື່ອວົງຄະນະຍາດ.

ອ້າຍ Kitaguchi Haruki ຮຽນຈົບມະຫາວິທະຍາໄລ ກາຍະບໍລິ ຫານ ກິລາ Osaka (ຍີ່ປຸ່ນ) ແລະ ເຮັດວຽກຢູ່ສະໂມສອນບານ ເຕະ Amitie ເປັນເວລາ 6 ປີ. ສະໂມສອນດັ່ງກ່າວ ມີພາກສ່ວນ ໜຶ່ງ​ທີ່​ພັດ​ທະ​ນາສະເພາະ​ແຕ່ເຕະບານ​ຂອງ​ວົງຄະ​ນະ​ຍາດໂດຍບໍ່​ຫວັງ​ຜົນກຳ ໄລ.
 
ກ່ອນຫນ້ານີ້, ອ້າຍ Kitaguchi Haruki ໄດ້ຮັບໜ້າທີ່ໄປ​ສັງ​ເກດ​ການ​ບັນ​ດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ ເພື່ອເປີດໂຄງ ການໃຫ້ແກ່ສະໂມສອນບານເຕະ Amitie ແລະ ລາວໄດ້ເລືອກ ເອົາ ນະ ຄອນໂຮ່ຈີມິນ.
 
ໂຄງການຂອງອ້າຍ Kitaguchi Haruki ແມ່ນຈັດຕັ້ງການສິດ ສອນບານເຕະໃຫ້ແກ່ເດັກນ້ອຍລຸ້ນກຳລັງໄປຮຽນຢູ່ເຮືອນລ້ຽງເດັກ​ ອາ​ນຸ​ບານ. ​ກ່ອນ​ຈະ​ລິເລີ່ມ​ປະ​ຕິ​ບັດ​ໂຄງ​ການຂອງຕົນ, ອ້າຍ Kitaguchi Haruki ໄດ້ໄປຫາບັນ​ດາເຮືອນລ້ຽງເດັກທີ່ ສັງ​ກັດຢູ່ ນະຄອນໂຮ່ຈີມິນ ເພື່ອຂໍໄດ້​ສິດສອນ ເຕະບານໃຫ້ພວກນ້ອງ ນ້ອຍ ໂດຍບໍ່ເສຍຄ່າ. ຫຼັງຈາກນັ້ນ, ຈິ່ງມີຊົ່ວໂມງຮຽນເກັບຄ່າ​ຮຽນນຳ​ພໍ່​ແມ່​ນັກ​ຮຽນ​ທີ່​ມາ​ຂຶ້ນທະບຽນ. ປະ ຈຸບັນ, ໂຄງ​ການ​ຂອງ ອ້າຍ  Kitaguchi Haruki ສ້າງຕັ້ງຫ້ອງຮຽນ​ສິດສອນ ເຕະບານ ໄດ້ 13 ແຫ່ງມີຈຳນວນນັກຮຽນ​ຮຽນ​ເຖິງ 365 ຄົນ. ນອກຈາກນັ້ນ, ໂຄງ ການຂອງລາວກໍ່ໄດ້ດຶງດູດອາສາສະໝັກຫຼາຍຄົນມາແຕ່ຍິ່ປຸ່ນ ເພື່ອຊ່ວຍເຫຼືອລາວສິດສອນເຕະບານຢູ່ ຫວຽດນາມ. 


ຄູຝຶກ Kitaguchi Haruki ໄດ້ເຮັດວຽກ ຢູ່ສະໂມສອນບານເຕະ Amitie ຂອງຍີ່ປຸ່ນ​ເປັນ​ເວ​ລາ 6 ປີ.


ພວກນ້ອງນ້ອຍກຳລັງເອົາ​ໃຈ​ໃສ່ຝັງອາສາສະໝັກ ຍີ່ປຸ່ນ ແນະນຳ ກ່ຽວກັບຄວາມ​ອາດ​ສາ​ມາດການຫຼິ້ນບານເຕະ. 


ບັນດານ້ອງນ້ອຍມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່ຄູຝຶກ Kitaguchi Haruki ສິດສອນໃຫ້ຮູ້ວິທີການຫຼິ້ນບານເຕະ. 


ອ້າຍ Kitaguchi Haruki  ກຳລັງແນະນຳເຕັກນິກພື້ນຖານ ຂອງການຫຼິ້ນບານເຕະໃຫ້ແກ່ພວກນ້ອງນ້ອຍ. 


ບັນດາອາສາສະໝັກມາແຕ່ ຍີ່ປຸ່ນ ເປັນຜູ້ຊ່ວຍຂອງອ້າຍ Kitaguchi Haruki. 


ທັງຄູຝຶກ ແລະ ນັກຮຽນຫມົດ​ຈິດ​ຫມົດ​ໃຈ​ກັບ​ການຝຶກເຕະບານ. 


ການ​ຝຶກ​ຊ້ອມ​ໄດ້​ຈັດ​ຂຶ້ນຢ່າງຟົດຟຶ້ນ​ໂດຍ​​ຮຽນການ​ລໍ້​ບານ, ການ​ຍິງ​ປະ​ຕູ... 


ດ້ວ​ຍການເຕະບານ, ອ້າຍ Kitaguchi Haruki ຕ້ອງ​ການສອນໃຫ້
ພວກນ້ອງນ້ອຍ​ຮູ້​ຈັກຄວາມຫຼົງໄຫຼ ແລະ ລວມ​ທັງ​ຈິດ​ສຳ​ນຶກຕໍ່ສັງ ຄົມ.



ສິ່ງ​ທີ່​ສາ​ມາດ​ເຫັນໄດ້ຊັດ​ເຈນ​ຈາກ​ພວກ​ເດັກ​​ນ້ອຍແມ່ນຄວາມ ເປັນເຈົ້າຕົນເອງ,
ຄວາມເປັນເຈົ້າ​ການ ແລະ ຄວາມ​ເຂັ້ມ​ງວດຕໍ່​ວິ​ໃນ ​ແມ່ນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​
ໃນ​ເວ​ລາເຂົ້າຮ່ວມຫ້ອງຮຽນຂອງ ຄູຝຶກ Kitaguchi Haruki.



ສ​ະ​ມາ​ຊິກ​ຂອງ​ຫ້ອງ​ຮຽນກຳລັງຝຶກຊ້ອມກັບໝາກບານ.


ນຳ້ໃຈຮັກແພງລະຫວ່າງຄູຝຶກ ແລະ ນັກຮຽນ.


ຄູຝຶກ Kitaguchi Haruki ສອນໃຫ້ພວກນ້ອງນ້ອຍຮູ້ເຖິງຄວາມ
ເຂັ້ມ​ງວດ​ດ້ານລະບຽບການ, ນັ້ນແມ່ນ​ການບໍ່ຍາດ​ຊີງກັນ
ແລະ ການ​​ເຂົ້າ​ແຖວ​ລຽນ​ຄີວລໍຖ້າໃຫ້​ແມ່ນ​ທີ່ຕົນເອງຈຶ່ງໄດ້​ແຂ່ງ​ຂັນ.

ສິ່ງທີ່ປະທັບໃຈໃນວິທີການສິດສອນເຕະບານຂອງອ້າຍ Kitaguchi Haruki ບໍ່ແມ່ນເຕັກນິກການເຕະບານ, ມັນແມ່ນວິທີ ການສອນໃຫ້ພວກນ້ອງນ້ອຍຮູ້ເຖິງບັນດາບົດຮຽນກ່ຽວ ກັບຄວາມ​ຄິດລະບຽບວິ​ໃນ, ຄວາມເປັນເຈົ້າຕົນເອງ, ວິທີການປະພຶດຕໍ່ຜູ້ ໃຫຍ່, ຕໍ່​ການ​ຈັດ​ຕັ້ງ ແລະ ກັບສິ່ງເລັກໆນ້ອຍໆໃນຊີວິດປະຈຳວັນ.
 
ຕົວຢ່າງເຊັ່ນ: ​ວິ​ທີການສອນພວກນ້ອງນ້ອຍສະ​ບາຍ​ດີຄູຝຶກ​ດ້ວຍ ສຽງ​ດັງໆກ່ອນ ແລະ ຫຼັງຊົ່ວໂມງຮຽນ; ຫລື ການ​ຮຽນຮູ້ຄວາມອົດ ທົນ, ບໍ່ຍາດ​ຊີງກັນ ແລະ ເຂົ້າແຖວລໍຖ້າເຖິງ​ທີຕົນເອງຈື່ງ​ໄດ້​ເຂົ້າ​ແຂ່ງ​ຂັນ; ຫຼືຖ້າ​ໃນ​ກໍ​ລະ​ນີ​ລົ້ມ​ຕ້ອງລຸກຂຶ້ນດ້ວຍ​ຕົນເອງໄດ້, ບໍ່ຮ້ອງ ໃຫ້​ງ່າຍ ແລະ ບໍ່ຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອ​ນ, ​ຈາກຄູຝຶກ ຫຼື ຈາກພໍ່ແມ່ ແລະ ອື່ນໆ.
 
ອ້າຍ Kitaguchi Haruki ໃຫ້ຮູ້ວ່າ ບານເຕະແມ່ນ ກິລາປະເພດ ລວມ​ຫມູ່ ສະ​ນັ້ນ​ ຈຳ​ເປັນຕ້ອງມີຄວາມສະໜິດ ຕິດພັນ ແລະ ​ການແບ່ງປັນ. ​ດ້ວຍ​ເຫດນັ້ນ, ຜ່ານການຫຼິ້ນບານເຕະ, ຂ້າພະເຈົ້າ ຢາກພວກນ້ອງນ້ອຍຮຽນຄຸນ ສົມບັດ ຕັ້ງແຕ່ເວ​ລາ​ຍັງນ້ອຍ ເພື່ອ ສາມາດກາຍເປັນຄົນດີ, ຮູ້ຈັກຄິດເຖິງຜູ້ ອື່ນ, ຄິດ​ເຖິງວົງ​ຄະ​ນະ​ຍາດສະ​ເຫມີ.
ບົດ: ຫງວຽນແອງ - ພາບ: ທົງຫາຍ

bdLao

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top