• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Kinergie Studio: ຜ່ານປະສົບການຕົວຈິງ ກັບສິລະປະ ຟ້ອນຍຸກ ໃໝ່.

ບໍ່ຈຳແນກ ອາຍຸ ຫຼື ມີພອນສະຫວັນ ຫຼືບໍ, ບັນດາ ພວກຫຼານນ້ອຍ, ສຸພາບສະຕຣີໄວກາງຄົນ ນັບທັງ ຊາວຕ່າງປະເທດ ຜູ້ກຳລັງໃຊ້ຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ກໍຊອກມາ ເຖິງ ຫ້ອງຮຽນ ຟ້ອນຍຸກ ໃໝ່ Kinergie Studio ເພື່ອຄົ້ນພົບ ຄວາມສວຍງາມ ໃນແຕ່ລະ ອະ ລິຍະບົດ, ຮູ້ສຶກ ຄວາມສົດໃສໃໝ່ອ່ຽມ ແລະ ປ່ຽມລົ້ມໄປດ້ວຍ ພະລັງ ແຫ່ງຊີວິດ ຫຼັງຈາກ ບົດຮຽນໜຶ່ງສິ້ນສຸດລົງ. 
ນັກສິລະປິນຟ້ອນສອງຄົນຄື ໂດ໊ຮວ່າງທີຫງອກ ແລະ ເຈິ່ນຮວ່າງລອງ ເຄີຍມີຊ່ວງເວລາ ຮຽນຢູ່ປະເທດ ອັງກິດ ແລະ ຝຣັ່ງ, ໄດ້ເປັນຜູ້ຮ່ວມ ກໍ່ຕັ້ງ Kinergie Studio ຂຶ້ນ ດ້ວຍຈຸດປະສົງ ນໍາສິລະປະຟ້ອນ ຍຸກ ໃໝ່່ ແລະ ບາເລ ໄດ້ເປັນທີ່ຮູ້ຈັກ ຍິ່ງຂຶ້ນ ກັບວົງຄະນາຍາດ ໂດຍຜ່ານ ບັນດາຫ້ອງຮຽນ, workshop, ລາຍການສະແດງ ແລະ ຮ່ວມມື ກັບ ບັນດານັກສິລະປິນ ຫວຽດນາມ ແລະ ສາກົນ. ບໍ່ພຽງແຕ່ເປັນສະຖານ ທີ່ ເພື່ອໃຫ້ ຄົນທັງຫຼາຍມາຫາຮູ້ ແລະ ແບ່ງປັນ ຄວາມຫຼົງໄຫຼ ເມົາມົວ ສິລະປະເທົ່ານັ້ນ, Kinergie Studio ກໍຍັງເປັນບ່ອນບໍາລຸງລ້ຽງ ດ້ານ ຄວາມສາມາດໃຫ້ ນັກສິລະປິນໜຸ່ມ ກັບ ບັນດາໂຄງການ, ທິດທາງ ໄປທີ່ໃໝ່ໆ ແລະ ກ້າຫານອີກດ້ວຍ.

ທຳມະດາ, ເມື່ອເວົ້າເຖິງຮຽນຟ້ອນ, ຄົນ ຫວຽດ ມັກກ່າວເຖິງ ສອງ ປັດໃຈຄື: ພອນສະຫວັນ ແລະ ໂຮງຮຽນສາທາລະນະ ແລະ ບໍ່ງ່າຍ ແຕ່ຢ່າງໃດ ເພື່ອໃຫ້ກາຍເປັນ ນັກສິລະປິນ ເທິງ ເວທີສະແດງ. ແຕ່ສຳ ລັບ Kinergie Studio ຈະບໍ່ຮຽກຮ້ອງ ນັກຮຽນມີລະດັບຄວາມ ສາ ມາດ ຫຼື ມີພອນສະຫວັນໃດໆ  ຫາກຕ້ອງການ ມີຄວາມຫຼົງໄຫຼ ເມົາ ມົວ ກັບສິລະປະ ການຟ້ອນນີ້ເທົ່່ານັ້ນ. ບັນດານັກຮຽນ ທີ່ Kinergie Studio ເຮັດວຽກ ໃນຫຼາຍຂົງເຂດ ທີ່ແຕກຕ່າງກັນ ເຊັ່ນ: ການສຶກ ສາ, marketing, ສື່ມວນຊົນ, ການບໍລິຫານ, ແຕ່ເຂົາເຈົ້າ ມີຄວາມ ຮັກມັກ ກັບສິລະປະການຟ້ອນ ແລະ ໄດ້ຊອກຫາເຖິງຫ້ອງຮຽນ ຟ້ອນ ຍຸກໃໝ່ Kinergie Studio ນີ້.


ບໍ່ພຽງແຕ່ປະດິດອອກບັນດາຜະລິດຕະພັນໂຊໂກເລດ ທີ່ເປັນຂອງ ຄົນຫວຽດ ເທົ່ານັ້ນ, ທ່ານ ບຸ່ຍ ຍັງ ຊອກໄດ້ຂາອອກ ໃຫ້ ແກ່ຕົ້ນ ກາກາວ, ຊ່ວຍຊາວກະສິກອນ ມີແຫຼ່ງ ລາຍຮັບທີ່ໝັ້ນຄົງ ອີກດ້ວຍ. ການທີ່ສ້າງ ເຄື່ອງໝາຍການຄ້າ ໂຊໂກເລດ ທີ່ມີຄວາມໝາຍຢ່າງ ເລິກເຊິ່ງ ຂອງ ທ່ານ ບຸ່ຍ ເໝືອນດັ່ງສາຍລົມໃໝ່ ເພື່ອໃຫ້ຕົ້ນ ກາກາວ ຢູ່ເຂດ ທົ່ງພຽງແມ່ນຳ້ຂອງ ໄດ້ຟື້ນຊີບຄືນໃໝ່. ໃນຕົວຈິງ, ກາກາວເປັນປະເພດຕົ້ນໄມ້ ອຸດສາຫະກຳ ທີ່ປູກງ່າຍ, ບໍ່ເສຍເວລາໃນ ການ ເບິ່ງແຍງບົວລະບັດຫຼາຍ, ລາຄາໝັ້ນຄົງ ແລະ ອາຍຸ ຂອງ ຕົ້ນ ກາກາວ  ແກ່ຍາວເຖິງ 40 ປີ, ເພາະສະນັ້ນ ຖ້າຫາກມີຂາອອກ ເໝາະສົມ, ນີ້ຈະເປັນປະເພດ ຕົ້ນໄມ້ ທີ່ນຳມາປະສິດທິຜົນສູງ ທາງ ດ້ານ ເສດຖະກິດ ໃຫ້ແກ່ ພໍ່ແມ່ປະຊາຊົນ ຊາວກະສິກອນ.


Kinergie Studio ແມ່ນຊື່ ຂອງ ຫ້ອງຮຽນຟ້ອນ ຊຶ່ງໄດ້ ຮັບການສ້າງ ຕັ້ງ ຈາກ ນັກສິລະປິນຟ້ອນສອງຄົນຄື ໂດ໊ຮວ່າງທີຫງອກ ແລະ ເຈິ່ນ ຮວ່າງລອງ. ຫ້ອງຮຽນຟ້ອນແຫ່ງນີ້ແມ່ນ ສະຫງວນໃຫ້ທຸກຄົນ ຜູ້ມີ ຄວາມ ສົນໃຈ ແລະ ຮັກມັກ ມັກສິລະປະຟ້ອນຍຸກໃໝ່. 


ນັກສິລະປິນ ໂດ໊ຮວ່າງທີຫງອກ ກຳລັງແນະນຳໃຫ້ນັກຮຽນ ວິທີການ ຟ້ອນ ໃຫ້ຖືກເຕັກນິກ.


ບັນດານັກຮຽນຢູ່ Kinergie Studio ໄດ້ຮຽນຟ້ອນ ຢ່າງມີແບບແຜນ.


ນັກສິລະປິນ ໂດ໊ຮວ່າງທີຫງອກໃຫ້ຮູ້ວ່າ: ບັນດາບົດຟ້ອນຈະ ໄດ້ດັດ ປັບ ໃຫ້ສອດຄ່ອງ ກັບ ຄວາມສາມາດ ຂອງ ນັກຮຽນ ແຕ່ລະຄົນ


ຢູ່ Kinergie Studio ມີຫຼາຍຫ້ອງຮຽນຟ້ອນ ແລະ ໄດ້ແບ່ງແຕ່ລະ ຫ້ອງຮຽນ ຕາມອາຍຸ ແລະ ຄວາມສາມາດ ຂອງ ນັກຮຽນແຕ່ລະ ຄົນ. 


ຢູ່ Kinergie Studio ມີນັກຮຽນຫຼາຍຄົນ ເປັນຊາວຕ່າງປະເທດ ທີ່ ກຳລັງໃຊ້ຊີວິດ ແລະ ເຮັດວຽກ ຢູ່ ຮ່າໂນ້ຍ. 


ສິລະປະການຟ້ອນຍຸກໃໝ່ແມ່ນສະຫງວນໃຫ້ທຸກເພດທຸກໄວ-ແມ່ນ ໜຶ່ງໃນບັນດາຈຸດໝາຍຂອງ Kinergie Studio. 


ເຖິງວ່ານີ້ແມ່ນຫ້ອງຮຽນສະໝັກໃຈ ແຕ່ ບັນດານັກຮຽນຕ່າງກໍ ໄດ້ພະ ຍາຍາມຢ່າງສຸດຂີດ ເພື່ອສຳເລັດບັນດາບົດຮຽນ
ແລະ ອະລິຍະບົດ ທີ່ຍາກໆ. 



ບັນດານັກຮຽນ ທີ່ມາກັບ Kinergie Studio ເພື່ອຮຽນຟ້ອນຍຸກໃໝ່ ແລະ ຮູ້ສຶກຄວາມສົດໃສໃໝ່ອ່ຽມ
ແລະ ເຕັມລົ້ມພະລັງແຮງຊີວິດ ຫຼັງ ຈາກ ບົດຮຽນໜຶ່ງສິ້ນສຸດລົງ.

ນັກຮຽນທີ່ Kinergie Studio ຈະໄດ້ເຂົ້າຮ່ວມ workshop ຫຼາຍຄັ້ງ ກັບນັກສິລະປິນ ຫວຽດນາມ ແລະ ສາກົນ, ຫຼັງຈາກນັ້ນ 6 ເດືອນ ເຂົາ ເຈົ້າ ສາມາດຮຽບຮຽງ ແລະ ສະແດງ ຜົນການປະດິດແຕ່ງ ຂອງຕົນ ຢູ່ເທິງເວທີສະແດງ. ນີ້ກໍແມ່ນ ປັດໃຈ ທີ່ຊ່ວຍໃຫ້ ນັກຮຽນ ມີຄວາມ ເຊື່ອໝັ້ນຕົນເອງ ແລະ ສາມາດ ເຄື່ອນໄຫວ ເອກະລາດ ເໝືອນດັ່ງ ນັກສິລະປິນ ມືອາຊີບຜູ້ໜຶ່ງ.

Kinergie Studio ໄດ້ຈັດຕັ້ງ workshop ຫຼາຍຄັ້ງ ກັບ ບັນດານັກສິ ລະປິນ ຫວຽດນາມ ແລະ ສາກົນ ດ້ວຍຈຸດປະສົງ ແນະນຳ ຄວາມ ຫຼາກ ຫຼາຍ ຂອງ ສິລະປະຟ້ອນຍຸກໃໝ່ ຢູ່ໃນໂລກເຊັ່ນຈັດຕັ້ງ workshop ກັບນັກສິລະປິນຟ້ອນ Butoh Katsura Kan ມາແຕ່ ປະເທດ ຍີ່ປຸ່ນ, Modern Jazz ກັບ ນັກສິລະປິນໜຸ່ມ ຊາວຝຣ່ັງ Dede Guardiola, ເຕັກນິກ ຟ້ອນຍຸກໃໝ່ ກັບ ນັກສິລະປິນ ຊາວ ອາເມລິກາ ເຊື້ອສາຍ ຈີເລ Felipe Oyarzun Moltedo, ຟ້ອນຍຸກ ໃໝ່ ແລະ Hiphop ກັບ ນັກ ສິລະປິນໜຸ່ນ ທີ່ມາຈາກ ປະເທດ ອັງກິດ Muti Musafiri…

ໜຶ່ງໃນບັນດາໂຄງການທີ່ພົ້ນເດັ່ນ ໂດຍ Kinergie Studio ເປັນຜູ້ ປະດິດສ້າງ ແລະ ຜະລິດ ແມ່ນ ບົດຟ້ອນຍຸກໃໝ່ ທີ່ມີຊື່ວ່າ “The Human Tree”  ດ້ວຍຫົວເລື່ອງ ການໂອ້ລົມ ຂອງ ມະນຸດ ກັບ ທຳ ມະຊາດ, ເປັນຂະບວນວິວັດແຫ່ງການ ຊອກຫາ ການ ເຊື່ອມຕໍ່ ແລະ ພະລັງແຮງ ຂອງຄວາມຮັກ. ປະກົດສູ່ສາຍຕາ ທ່ານ ຜູ້ຊົມ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຄັ້ງທຳອິດ ທີ່ Quest Festvial ແລະ ຫຼັງນັ້ນ ແມ່ນ ຢູ່ Studio ດ່າວອານແຄ໋ງ, “The Human Tree” ໄດ້ສ້າງ ຄວາມຮູ້ສຶກ ແລະ ສ້າງຄວາມປະທັບໃຈ ຢ່າງຍິ່ງຕໍ່ທ່ານຜູ້ຊົມ. Kinergie Studio ມີຄວາມເຊື່ອໝັ້ນວ່າ ບັນດານັກສະແດງ ເຂົ້າ ຮ່ວມ ທີ່ເປັນບັນດານັກສິລະປິນ, ນັກຮຽນ ທີ່ມາ ຈາກ ບັນດາຫ້ອງ ຮຽນວົງຄະນາຍາດ ຂອງ Kinergie Studio ຈະປະ ກອບສ່ວນ ບຳ ລຸງລ້ຽງ ຄວາມຮັກ ກັບສິລະປະ, ວັດທະນະທຳ, ຄວາມ ຫຼົງໄຫຼ ເມົາ ມົວ ເພື່ອຢັ້ງຢືນຕົນເອງ ຂອງ ແຕ່ລະຄົນ, ການເຊື່ອມຕໍ່ ແລະ ປະດິດ ສ້າງທີ່ບໍ່ມີພົມແດນ.

ສິລະປະການຟ້ອນ ບໍ່ພຽງແຕ່ ສະຫງວນໃຫ້ແກ່ ບັນດານັກຟ້ອນ ເທົ່າ ນັ້ນ, ຫາກຍັງ ໄດ້ກາຍເປັນບ່ອນພົບປະ ຂອງຄົນທັງຫຼາຍ. ຟ້ອນຍຸກ ໃໝ່ ກັບຄວາມສວຍງາມ ຂອງ ຄວາມປະດິດຄິດສ້າງທີ່ບໍ່ມີຂອບເຂດ, ຄວາມເປັນອິດສະຫຼະ ແລະ ເຊື່ອມຕໍ່, ເປັນວິທີການໜຶ່ງ ທີ່ເປັນຂອງ ສະເພາະ, ນຳມາຊຶ່ງ ຄວາມຮູ້ສຶກ ທີ່ໃໝ່ອ່ຽມ ແລະ ປ່ຽມລົ້ນໄປດ້ວຍ ພະລັງ ສຳລັບ ຜູ້ຝຶກແອບແຕ່ລະຄົນ. ປະຈຸບັນ,  Kinergie Studio ໄດ້ ແລະ ກຳລັງ ຕັ້ງໜ້າ ເປີດກວ້າງ ແນໃສ່ໂຄສະນາເຜີຍແຜ່ ຄຸນປະ ໂຫຍດ ຂອງ ສິລະປະການຟ້ອນ ກໍຄືຄວາມກ້າວໜ້າ ຂອງແຕ່ລະ ບຸກ ຄົນ ແລະ ວົງຄະນາຍາດຍິ່ງຂຶ້ນ. ໂດຍຜ່ານບັນດາບົດເຝິກແອບທີ່ ງ່າຍ ກັບ ການເຄື່ອນເໜັງ ແລະ ສຽງດົນຕີ, ຟ້ອນຍຸກໃໝ່ ເປັນ ພາ ຫະນະ ສະແດງ ແລະ ເຊື່ອມຕໍ່, ຊ່ວຍໃຫ້ ແຕ່ລະບຸກຄົນ ແລະ ໝູ່ຄະ ນະ ຄົ້ນພົບການເຄື່ອນເໜັງ ຂອງ ຮ່າງກາຍ, ຜ່ານຜ່າ ຮົ້ວກີດຂວາງ ຂອງຄວາມຮູ້ສຶກ ແລະ ຈິນຕະນາການ, ສະແດງຕົນເອງ ດ້ວຍຄວາມ ໝັ້ນໃຈ ກໍຄືໂອ້ລົມສົນທະນາ ແລະ ມີຄວາມສະໜິດຕິດພັນກັນດ້ວຍ ຄວາມເປີດອົກເປີດໃຈ, ທຳມະດາ ແລະ ປະດິດຄິດສ້າງ.


ນັກຮຽນ ຂອງ Kinergie Studio ເຂົ້າຮ່ວມ ບັນດາ ການເຄື່ອນໄຫວ ສະແດງ: 








(ພາບ: Kinergie Studio)

ທ່ານ ໂດ໊ຮວ່າງທີຫງອກ, ຜູ້ອຳນວຍການ ຂອງ Kinergie Studio ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ມີນັກຮຽນ ກວ່າ 700 ຄົນ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ສິລະປະການຟ້ອນ ໄດ້ມີມຄວາມດຶງດູດຈັບໃຈ ແລະ ມີການແຜ່ຂະຫຍາຍ ຕໍ່ມະນຸດ. ພວກຂ້າພະເຈົ້າ ສອນຕາມ ອາລົມຈິດໃຈ, ວິທີການຮຽນ ເລີ່ມຕົ້ນ ຈາກຫົວເລື່ອງເປີດ, ຈາກນັ້ນ ແມ່ນຂຸດຄົ້ນ ຈຸດຄວາມງາມ ທີ່ແຝງໄວ້ ໃນແຕ່ລະບຸກຄົນ. ປະຈຸບັນ, ບັນດາລາຍການຟ້ອນທີ່ໝູນໃຊ້ “ການເຊື່ອມຕໍ່ ແລະ ປະດິດສ້າງ ຜ່ານ ສິລະປະການຟ້ອນຍຸກໃໝ່” ຂອງ Kinergie Studio ໄດ້ກາຍ ເປັນ ການເຄື່ອນໄຫວທີ່ພິເສດ, ນຳມາເຊິ່ງ ການສຳພັດຕົວຈິງ ທີ່ໃໝ່ ອ່ຽມ ແລະ ເຕັມໄປດ້ວຍ ຄວາມປະດິດສ້າງ ໃນບັນດາ ເຫດການຝຶກ ຊ້ອມ, team-building ແລະ  ສ້າງວັດທະນະທໍາ ວິສາຫະກິດ ອີກ ດ້ວຍ.
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top