• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

“K’Ho Coffee” - ກາເຟປອດສານພິດຂອງຊາວເຜົ່າ ເກີ ຮໍ

“K’Ho Coffee” ຫຼື “ເກີ ຮໍ ກາເຟ” ເປັນຊື່ເຄື່ອງໝາຍການຄ້າ ກາເຟ ໂດຍຄູ່ຜົວເມຍທ່ານ Joshua (ຄົນອາເມລິກາ) ແລະ ນາງ ເກີ ລຽງ ໂຣລານ (ຊາວຊົນເຜົ່າ ເກີ ຮໍ ຢູ່ແຂວງເລີມດົ່ງ ເປັນຜູ້ກໍ່ຕັ້ງຂຶ້ນໃນຫຼາຍປີຜ່ານມາ ແລະ  ມາຮອດປັດຈຸບັນ ໄດ້ກາຍເປັນຕົວແທນ ຂອງລົດຊາດກາເຟເຂດພູພຽງ  ລາງ ບຽງ ແລະ ກໍທັງເປັນຕົວແບບທີ່ພົ້ນເດັ່ນກ່ຽວກັບ ຜະລິດ ຕະພັນກາເຟປອດສານພິດຂອງຊົນເຜົ່າ ເກີ ຮໍ ໃນເຂດຕາເວັນຕົກເຂດພູພຽງອັນກວ້າງໃຫຍ່ໄພສານ. 
ເລື່ອງລາວກ່ຽວກັບ “K’Ho Coffee” ໄດ້ ກຳເນີດມາຈາກ ເລື່ອງຄວາມຮັກທີ່ຫວານຊຶ່ນ ລະຫວ່າງອ້າຍບ່າວຊາວ ອາເມລິກາ ແລະ ນາງສາວຊົນເຜົ່າ ເກີ ຮໍ ຢູ່ບ້ານ ບອນເນວ ເຊ, ເມືອງລາກເຢືອງ, ແຂວງເລີມດົ່ງ, ຫວຽດນາມ. ທ້າວ Joshua ໄດ້ອອກຈາກປະເທດອາເມລິກາປີ 2008 ມາເຮັດວຽກໃຫ້ແກ່ບໍລິສັດໜຶ່ງຢູ່ປະເທດກຳປູເຈຍ ຊຶ່ງເປັນ ບໍລິສັດຈັດຕັ້ງການທ່ອງທ່ຽວ ສະເພາະໃຫ້ແກ່ນັກທ່ອງທ່ຽວ ຕ່າງປະເທດ. ເມື່ອມາຮອດຫວຽດນາມ, ໂດຍບັງເອີນ, Joshua ໄດ້ພົບປະ ແລະ ມັກຮັກກັບນາງ ເກີລຽງ ໂຣລານ, ໃນເວລານັ້ນນາງເປັນ ນັກສິລະປິນສະແດງຕີຄ້ອງກອງ ຢູ່ເຂດທ່ອງທ່ຽວໂດ່ຍມົ້ງເມີ.

ພາຍຫຼັງແຕ່ງງານ, ເຂົາເຈົ້າທັງສອງໄດ້ຕັດສິນໃຈຕັ້ງ ອາຊີບ ຢູ່ຕີນພູຕຳນານ ລາງບຽງ ຊ່ຶງເປັນບ້ານເກີດເມືອງນອນ ຂອງນາງ ໂຣລານ ເລີຍ. ເມື່ອໄດ້ໂອ້ລົມກັບຄົນຕ່າງປະເທດ ໂດຍບັງເອີນກ່ຽວກັບກາເຟ, ນາງ ໂຣລານ ໄດ້ເກີດມີແນວ ຄວາມຄິດຢາກຜະລິດກາເຟປອດສານພິດ, ກາເຟສົດ ແລະ ຄູ່ຜົວເມຍດັ່ງກ່າວກໍ່ໄດ້ຕັດສິນໃຈສ້າງເຄື່ອງໝາຍການຄ້າ ກາເຟໃໝ່ທີ່ຕິດພັນກັບສິ່ງແວດລ້ອມດ້ວຍວິທີການປູກຝັງ ອິນຊີ ແລະ ມີຜົນກຳໄລໃຫ້ແກ່ປະຊາຄົມ.


“K’Ho Coffee” ໄດ້ຜະລິດຈາກໝາກກາເຟປອດສານພິດ ປູກຢູ່ເຂດພູພຽງລາງບຽງ. ພາບ: ເອກະສານ


ຜົວເມຍ Joshua – Rolan ຄັດເລືອກລະອຽດແຕ່ລະໝາກ ກາເຟ ຜະລິດຕະພັນສຳເລັດຮູບ
ຂອງເຄື່ອງຫມາຍການຄ້າ “K’Ho Coffee” ຂອງຕົນ. ພາບ: ເອກະສານ



ກາເຟ  Arabica ຖືກນິຍົມປູກຢູ່ເຂດພູພຽງລາງບຽງ, ເປັນວັດຖຸດິບເພື່ອຜະລິດກາເຟປອດສານພິດ “K’Ho Coffee”. ພາບ: ເອກະສານ


ເມັດກາເຟພາຍຫຼັງໄດ້ປອກເປືອກອອກ ແລະ ຕາກແຫ້ງ. ພາບ: ທົງຫາຍ/VNP


ເມັດກາເຟກ່ອນທີ່ນຳໄປຂົ້ວ… ພາບ: ທົງຫາຍ/VNP


… ແລະ ຂັ້ນຕອນຂົ້ວກາເຟ. ພາບ: ທົງຫາຍ/VNP


ການແນະນຳຕໍ່ນັກທ່ອງທ່ຽວຕ່າງປະເທດຮູ້ຈັກວິທີການຂົ້ວ  ກາເຟ “K’Ho Coffee” ຊຸດຫນຶ່ງໆ. ພາບ: ທົງຫາຍ/VNP


ກວດກາຄຸນນະພາບຂອງກາເຟທີ່ໄດ້ຂົ້ວແລ້ວ. ພາບ: ທົງຫາຍ/VNP


ກາເຟບົດສຳເລັດຮູບກ່ອນຈະຫຸ້ມຫໍ່ໃສ່ຖົງ. ພາບ: ທົງຫາຍ/VNP


ນາງ ໂຣລານເປັນຜູ້ຫຸ້ມຫໍ່ໃສ່ຖົງກາເຟໂດຍກົງ. ພາບ: ທົງຫາຍ/VNP


ວັດຖຸດິບ “K’Ho Coffee” ໄດ້ເກັບຮັກສາໄວ້ເປັນຢ່າງດີ. ພາບ: ທົງຫາຍ/VNP


ຕົວຢ່າງເມັດກາເຟ Arabica ທີ່ຜະລິດຜະລິດຕະພັນ “K’Ho Coffee”. ພາບ: ທົງຫາຍ/VNP

ໂດຍອາໄສແຫຼ່ງຄວາມຮູ້ຂອງ Joshua, ຜູ້ເຄີຍໄດ້ຮຽນຜ່ານ ຂະແໜງກະສິກຳບວກກັບຄວາມຊ່ວຍເຫຼືອຢ່າງເອົາການເອົາງານຂອງນາງໂຣລານ ຜູ້ທີ່ເຂົ້າໃຈເຖິງວິທີການປູກຝັງກາເຟຢູ່ ທ້ອງຖິ່ນຂອງນາງເອງ, ທັງສອງໄດ້ຮິບຮ້ອນຈັດຕັ້ງຜັນຂະ ຫຍາຍແຜນການສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະ ພັນກາເຟທີ່ມີຊື່ “K’Ho Coffee” ຂອງຕົນ. ຕາມ ນາງໂຣ ລານ ໃຫ້ຮູ້ວ່າ, ຫລັກຖານວິທີການປູກກາເຟຂອງປະຊາຊົນ ແມ່ນມີມາແຕ່ດົນນານແລ້ວ, ສະນັ້ນ, ນາງຢາກໃຫ້ທຸກຄົນ ຢືນຢັນເຄື່ອງໝາຍການຄ້າກາເຟຂອງທ້ອງຖິ່ນຕົນ ແລະ ສ້າງຜະລິດຕະພັນທີ່ເປັນສັນຍາລັກສະເພາະໃຫ້ແກ່ຊົນເຜົ່າ ເກີ ຮໍ.

ບໍ່ພຽງແຕ່ຂາຍກາເຟດິບເທົ່ານັ້ນ, ເຂົາເຈົ້າຍັງມີຄວາມຫວັງ ຢາກຂາຍກາເຟທີ່ໄດ້ຜ່ານການປຸງແຕ່ງແລ້ວຢູ່ກັບທີ່ທີ່ບ້ານ ບອນເນວ ເຊ ຂອງໂລຣານອີກດ້ວຍ. ເພື່ອສາມາດຮັບປະກັນ ດ້ານຄຸນນະພາບຂອງກາເຟ, ກະໂຕຄູ່ຜົວເມຍນີ້ເອງ ໄດ້ ຄັດເລືອກໜາກກາເຟທີ່ສຸກ, ເມັດແໜ້ນ, ແຂງກ່ອນຈະນຳ ໄປແຍກເປືອກອອກ, ລ້າງສະອາດ ແລະ ຕາກແຫ້ງເປັນເວ ລາ 7 ວັນຢູ່ເທິງຖ້ານສູງກວ່າຫນ້າດິນ. ຫຼັງຈາກນັ້ນເມັດກາເຟໄດ້ສືບຕໍ່ຂັ້ນຕອນຄັດໃຫ້ເຫລື້ອມ,  ແຍກປະເພດ, ຂົ້ວ ແລ້ວ ຫຸ້ມຫໍ່. ທຸກໆຂັ້ນຕອນໃນຂະບວນການປຸງແຕ່ງ “K’Ho Coffee”  ລ້ວນແຕ່ໄດ້ເຮັດດ້ວຍມື.

ຫຼັງການທົດລອງຕັ້ງຫຼາຍຄັ້ງຫຼາຍຄາວ, ປີ 2012, ເຂົາເຈົ້າ ໄດ້ບັນລຸຜົນສຳເລັດໃນເມື່ອສິນຄ້າ “K’Ho Coffee” ຊຸດທຳອິດຈຳນວນ 10 ກິໂລໄດ້ຈຳຫນ່າຍອອກໝົດເລີຍ.  ຫຼັງຈາກ ນັ້ນກາ “K’Ho Coffee” ສືບຕໍ່ໄດ້ຮັບຄວາມນິຍົມຊົມຊອບ ຈາກລູກຄ້າ ເມື່ອເຂົ້າຮ່ວມງານຕະຫຼາດນັດ Organic Famers’ Market ທີ່ນະຄອນໂຮ່ຈີມິນ ແລະ ໄດ້ດຶງດູດ ຄວາມສົນໃຈຈາກບໍລິສັດ Real Speliality Coffee Roaste ແລະ ໄດ້ສົ່ງຜູ້ຕາງໜ້າມາເຖິງບ້ານ ບອນເນວ ເຊ ເພື່ອສຳຫລວດເບິ່ງຂັ້ນຕອນການຜະລິດຢ່າງລະອຽດແລ້ວ ຕົກລົງສັ່ງຊື້ກາເຟ 20 ໂຕນໃນແຕ່ລະປີ. ແຕ່ຄູ່ຜົວເມຍ Joshua - Rolan ໄດ້ປະຕິເສດຍ້ອນໂຮງຜະລິດຂອງ ເຂົາເຈົ້າສະຫນອງຍັງບໍ່ທັນໄດ້ ແລະ ຍັງຈະໄດ້ສືບຕໍ່ຄົ້ນ ຄວ້າປັບປຸງຄຸນນະພາບ ຂອງຜະລິດຕະພັນໃຫ້ ສົມບູນແບບ ກວ່າເກົ່າ. ເຂົາເຈົ້າໄດ້ເລີ່ມລົງທຶນ 130 ລ້ານດົ່ງ ເພື່ອຊື້ ເຄື່ອງຈັກຂົ້ວກາເຟທີ່ທັນສະໄໝໜ່ວຍໜຶ່ງ.  ຂົ້ວກາເຟແຕ່ລະຄັ້ງໃຊ້ເວລາພຽງ 20 ນາທີ ແລະ ໄດ້ 4 ກິໂລ/ຄັ້ງ . ດ້ວຍຈັກ ເຄື່ອງນີ້, ເຮັດໃຫ້ຄຸນນະພາບຂອງກາເຟຍົກສູງຂຶ້ນຢ່າງເຫັນ ໄດ້ຊັດ ແລະ ລາຄາກໍເພີ່ມຂຶ້ນເປັນ 500.000 ດົ່ງ/ກິໂລ ເມື່ອ ທຽບກັບລາຄາ 280.000-350.000 ດົ່ງ/ກິໂລທີ່ຂົ້ວແບບຫັດຖະກຳ.

ນອກຈາກເນື້ອທີ່ປູກຫມາກກາເຟຂອງຕົນ, ຄູ່ຜົວເມຍນີ້ ໄດ້ ຮ່ວມມືກັບບັນດາຄອບຄົວປູກກາເຟ Arabica ໃນທ້ອງ ຖິ່ນຊຶ່ງລວມເນື້ອທີ່ທັງຫມົດ 50 ເຮັກຕາເພື່ອເປັນບ່ອນສະຫນອງວັດຖຸດິບສະເພາະ. ຍ້ອນປະຕິບັດຂັ້ນຕອນຕ່າງໆຢ່າງເຂັ້ມງວດ, ກາເຟດິບໄດ້ຊື້ໃນລາຄາສູງກວ່າຢູ່ຕະຫຼາດທົ່ວໄປຈິ່ງຊ່ວຍເຮັດໃຫ້ພໍ່ແມ່ພີ່ນ້ອງມີຄວາມເຊື່ອຫມັ້ນ ແລະ ເສີມຂະຫຍາຍການປູກກາເຟປອດສານພິດດັ່ງກ່າວ.


ນາງໂຣລານແນະນຳຕໍ່ນັກທ່ອງທ່ຽວທີ່ຢາກຮູ້ວິທີການຄັດເລືອກ ເມັດກາເຟສຳເລັດຮຸບ. ພາບ: ທົງຫາຍ/VNP


ທ່ານ Joshua ສາທິດວິທີຊົງກາເຟເພື່ອຮັກສາລົດຊາດ ຄວາມສົດຂອງກາເຟ “K’Ho Coffee”. ພາບ: ເອກະສານ


ນັກທ່ອງທ່ຽວຊີມລົດຊາດຂອງ “K’Ho Coffee”. ພາບ: ທົງຫາຍ/VNP


ການອອກແບບຖົງຫຸ້ມຫໍ່ກາເຟ “K’Ho Coffee” ທີ່ມີລັກສະ ນະພົ້ນເດັ່ນທາງດ້ານສີສັນວັດທະນະທຳຂອງຊົນເຜົາເກີ ຮໍ. ພາບ: ທົງຫາຍ/VNP


ຜະລິດຕະພັນ “K’Ho Coffee” ໄດ້ຮັບການນຳສະເຫນີຕໍ່ ນັກທ່ອງທ່ຽວສາກົນໃນງານມະໂຫລານ. ພາບ: ເອກະສານ


ປັດຈຸບັນ, “K’Ho Coffee” ໄດ້ມີນັກທ່ອງທ່ຽວຄົນ ອາເມລິກາ ແລະ ບັນດາປະເທດຈາກທະວີບເອີຣົບສັ່ງຊື້ ເພື່ອຊີມລົດຊາດ
ຫຼື ຊື້ເປັນຂອງຕ້ອນຂອງຝາກໃຫ້ແກ່ໝູ່ ເພື່ອນ ແລະ ຍາດພີ່ນ້ອງ. ພາບ: ເອກະສານ

ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼາຍໆຄົນມາເຖິງ ດ່າລາດ ຮູ້ຊື່ສຽງກາເຟ  “K’Ho Coffee” ໄດ້ຊອກຫາເຮືອນ ຂອງຄູ່ຜົວເມຍ Joshua - Rolan ເພື່ອຢາກໄດ້ຊີມລົດ ຊາດຂອງກາເຟສົດທີ່ໂດດເດັ່ນ ຂອງຄົນທ້ອງຖິ່ນໃນສວນ ກາເຟເນີນພູແຫ່ງນີ້. ທ່ານ Joshua ໃຫ້ຮູ້ວ່າ, ປັດຈຸບັນ ໄດ້ມີຮ້ານຈຳໜ່າຍ 7 ແຫ່ງໃນທົ່ວປະເທດນຳໃຊ້ຜະລິດຕະພັນກາເຟ “K’Ho Coffee”  ແລະ ກໍ່ເປັນຕົວແທນຈຳຫນ່າຍ ໃນນັ້ນ, ຢູ່ດ່າລາດ ມີ 2 ຮ້ານ, ບັນດາຕົວເມືອງໃຫ່ຍຄື:  ຍາຈາງ ແລະ ນະຄອນໂຮ່ຈີມິນກໍ່ມີຮ້ານເພື່ອນຳສະເຫນີຜະລິດຕະພັນກາເຟ “K’Ho Coffee” . ບໍ່ພຽງແຕ່ເທົ່ານັ້ນ, ກາເຟ “K’Ho Coffee” ຍັງໄດ້ ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຈາກອາເມລິກາ ແລະ ບັນດາປະເທດເອີຣົບ ມາສັ່ງຊື້ເພື່ອຊີມລົດຊາດ ຫຼື ຊື້ເປັນຂອງຕ້ອນຂອງຝາກແກ່ໝູ່ເພື່ອນ ແລະ ຍາດພີ່ນ້ອງອີກດ້ວຍ. 
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ ແລະ ເອກະສານ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top