• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

Kendo-ວິຊາມວຍຝຶກຝົນຫຼໍ່ຫຼອມວາດຊົງຂອງຜູ້ນຳໃຊ້ດາບ

ນຳເຂົ້າມາ ຫວຽດນາມ ເປັນເວລາກວ່າ 10 ປີຜ່ານມາ, ວິຊາມມວຍ Kendo (ວິຖີຊີວິດໃນການນຳໃຊ້ດາບ) ຂອງ ຍີ່ປຸ່ນ ດຶງດູດຄວາມ ສົນໃຈຂອງໄວໜຸ່ມ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ. ການຮຽນ Kendo ບໍ່ພຽງແຕ່ຊ່ວຍຝຶກຝົນຫຼໍ່ຫຼອມສຸຂະພາບເທົ່ານັ້ນ, ຫາກຍັງບຳລຸງ ກຳລັງແຮງດ້ານຈິດໃຈອີກດ້ວຍ.
ມາຢາມສະໂມສອນ Kendo ທັງລອງ ທີ່ເຂດຫໍພັກ ຢາງຫວໍ ຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ເຫັນກັບຕາບັນຍາກາດທີ່ຟົດຟື້ນໃນການຝຶກຝົນ ຫຼໍ່ຫຼອມຂອງລູກສິດມວຍປະມານ 50 ຄົນ.
 
ໃນຊຸດເຄື່ອງນຸ່ງຄ້າຍຄືຂອງນັກມວຍ Samurai , ອ້າຍ ເລຫາຍເຊີນ, ປະທານສະໂມ ສອນໃຫ້ຮູ້ວ່າ Kendo ເປັນວິຊາມວຍທີ່ມີ ຕົ້ນກຳເນີດຈາກ ຍີ່ປຸ່ນ. ໃນພາສາ ຍີ່ປຸ່ນ,  “Ken” ໝາຍຄວາມວ່າ ດາບ, “do” ໝາຍຄວາມວ່າ ແບບແຜນວິຖີຊີວິດ. ອາດສາມາດ ເຂົ້າໃຈໄດ້ວ່າ Kendo ແມ່ນແບບແຜນວິຖີຊີວິດໃນການນຳໃຊ້ດາບ.
 
ວິຊາມມວຍ Kendo ນຳເຂົ້າມາ ຫວຽດນາມ ໃນໄລຍະຕົ້ນປີ 2000 ໂດຍຈຸດປະສົງເພື່ອສອນໃຫ້ລູກຫຼານ ຂອງຊາວ ຍີ່ປຸ່ນ ທີ່ພວມ ເຮັດວຽກຢູ່ ຮ່າໂນ້ຍ. ຫຼັງຈາກນັ້ນ ວິຊາມວຍດັ່ງກ່າວ ໄດ້ຊາວ ຫວຽດນາມ ຫຼາຍຄົນມີຄວາມສົນໃຈມາຮຽນ ແລະ ຝຶກແອບ. ປະຈຸບັນ, ຂະບວນການຝຶກແອບ Kendo ນັບມື້ນັບພັດທະນາຂຶ້ນ, ບໍ່ພຽງແຕ່ຢູ່ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງມີຢູ່ຫຼາຍແຂວງ, ນະຄອນ ຕ່າງໆ ໃນທົ່ວປະເທດອີກດ້ວຍ. 


ວິຊາມມວຍ Kendo ນຳເຂົ້າມາ ຫວຽດນາມ ໃນໄລຍະຕົ້ນປີ 2000. ສະໂມສອນ Kendo ຫວຽດນາມ
ໄດ້ສ້າງຕັ້ງເມື່ອປີ 2009 ດ້ວຍ
ບັນດາສາຂາຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ.



ໄວໜຸ່ມຫຼາຍຄົນມາຮຽນ Kendo ບໍ່ພຽງແຕ່ເພື່ອຝຶກແອບກິລາ ເທົ່ານັ້ນ,
ຫາກຍັງເພື່ອຮຽນແບບແຜນວິຖີຊີວິດອີກດ້ວຍ



ໄດ້ສ້າງຕັ້ງແຕ່ເດືອນສິງຫາ 2014, ສະໂມສອນ Kendo ທັງລອງ
ເປັນບ່ອນເຕົ້າໂຮມຜູ້ທີ່ມີຄວາມຮັກມັກກັບວິຊາມວຍ Kendo ກໍ່ຄືວັດທະນະທຳ ຍີ່ປຸ່ນ. 



ບັນດາບົດຝຶກຫັດນັ່ງສະມາທິຊ່ວຍເຮັດໃຫ້ສິດມວຍ Kendo ມີຄວາມ
ສະບາຍໃຈຫຼັງຈາກການຝຶກແອບ Kendo. 

ມາຮຽນວິຊາມວຍ Kendo, ບັນດາສິດມວຍບໍ່ພຽງແຕ່ໄດ້ຮຽນກ່ຽວກັບການຟັນດາບເທົ່ານັ້ນ, ຫາກຍັງໄດ້ຮຽນແບບແຜນວິຖີຊີວິດຂອງຜູ້ນຳໃຊ້ດາບອີກດ້ວຍ. ຕາມຄວາມສຳນຶກຂອງນັກມວຍ Kendo, ການເອົາຊະນະຕົວເອງມີຄວາມສຳຄັນກວ່າເມື່ອທຽບກັບການເອົາຊະນະຄູ່ຕໍ່ສູ້. 

Kendo ເປັນກິລາມວຍປະເພດໜຶ່ງໄດ້ພັດທະນາຈາກວິຊາຟັນດາບມູນເຊື້ອຂອງ ຍີ່ປຸ່ນ-Kenjiutsu. ວິຊາມວຍດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນໃນໄລຍະທ້າຍສະຕະວັດທີ 19 ເພື່ອຝຶກແອບໃຫ້ບັນດາທະຫານ. ພາຍຫຼັງສົງຄາມໂລກຄັ້ງທີ II, ວິຊາມວຍດັ່ງກ່າວ ໄດ້ຟື້ນຟູ ແລະ ໄດ້ຖື
ເປັນປະເພດກິລາມວຍຢ່າງເປັນທາງການເມື່ອປີ 1946. Kendo ພັດທະນາຢ່າງວ່ອງໄວ ແລະ ໄດ້ເອົາມາສອນຢູ່ໃນລະບົບການສຶກສາຂອງບັນດາໂຮງຮຽນຢູ່ ຍີ່ປຸ່ນ. ມາເຖິງປະຈຸບັນ, ມີປະຊາຊົນກວ່າ 10 ລ້ານຄົນໃນທົ່ວໂລກ ໄດ້ເຂົ້າຮ່ວມໃນການຝຶກແອບ Kendo.
ການຝຶກແອບວິຊາມວຍ Kendo ບໍ່ພຽງແຕ່ຊ່ວຍເຮັດໃຫ້ລູກສິດມວຍ ຫຼຸດຜ່ອນຄວາມເຄັ່ງຕຶງພາຍຫຼັງການເຮັດວຽກໃນມື້ໜຶ່ງ, ຝຶກຝົນ ຫຼໍ່ຫຼອມສຸຂະພາບເທົ່ານັ້ນ, ຫາກຍັງຊ່ວຍເຮັດໃຫ້ເຂົາເຈົ້າມີຄວາມ ໝັ້ນໃຈ ແລະ ແນ່ວແນ່ ອີກດ້ວຍ.
 
ເຂົ້າຮ່ວມໃນການຝຶກແອບວິຊາມວຍ Kendo, ບັນດາລູກສິດມວຍ ຕ້ອງກະກຽມເຄື່ອງມືຊຸດໜຶ່ງລວມມີ: ເສື້ອຫຸ້ມເກາະ (Bogu), ໜ້າກາກ (Men), ເຄື່ອງປ້ອງກັນຂໍ້ມື (Kote), ເສື້ອປ້ອງກັນຕົວ (Do), ເຄື່ອງປ້ອງກັນຂ້າງ (Tare), ເສື້ອສຳລັບໃຫ້ແກ່ນັກມວຍ (Dogi), ໂສ້ງສຳລັບໃຫ້ແກ່ນັກມວຍ (Hakama), ສາຍແອວ​ (Himo), ຜ້າເຊັດ (Tenugui) ແລະ  ສຳຄັນທີ່ສຸດແມ່ນດາບເຮັດດ້ວຍໄມ້ໄຜ່ (Shinai).
 
ເມື່ອຫາກໍ່ເຂົ້າມາຮຽນ, ລູກສິດມວຍຈະໄດ້ອາຈານມວຍ (Sensei) ຫຼື ອ້າຍໃຫຍ່ (Sempai) ແນະນຳໃຫ້ຮູ້ເຖິງບັນດາຫຼັກເກນທີ່ເປັນ ພື້ນຖານຂອງ Kendo ຄື: ວິທີການຝຶກແອບ,​ ເຄື່ອງມືສຳລັບ ການຝຶກແອບ, ບົດຮຽນເລີ່ມເຄື່ອນໄຫວ, ບົດຟັນດາບພື້ນຖານ ແລະ ຈັງຫວະປ້ອງກັນຕົວ. ລະບົບເຕັກນິກຂອງ Kendo ມີທ່າຕີພື້ນຖານ 4 ທ່າຄື: Men, Kote, Do ແລະ Tsuki. Men ແມ່ນທ່າຕີໃສ່ຫົວ, Kote ແມ່ນທ່າຕີໃສ່ຂໍ້ມື, Do ແມ່ນທ່າຕີໃສ່ທ້ອງ ແລະ Tsuki ແມ່ນທ່າຕີໃສ່ຄໍຄູ່ຕໍ່ສູ້.
 
ເຖິງວ່າ ມີພຽງແຕ່ທ່າຕີ 4 ທ່າເທ່ົານັ້ນ, ແຕ່ 4 ທ່າຕີດັ່ງກ່າວ ລ້ວນແຕ່ ເປັນທ່າຕີສຳຄັນ, ໄດ້ສືບທອດຈາກຄວາມຍອດຍິ່ງຂອງມວຍ ຍີ່ປຸ່ນ. ເພື່ອຮຽນໄດ້ 4 ທ່າຕີດັ່ງກ່າວ, ບັນດາສິດມວຍຕ້ອງຝຶກແອບດ້ວຍ ຄວາມຕັ້ງໃຈ ໃນໄຍລະເວລາຍາວກັບຫຼາຍບົດຝຶກຫັດຢູ່ລະດັບຍາກແຕກຕ່າງກັນ. 


ລູກສິດມວຍຄົນໃໝ່ຈະໄດ້ສອນໃຫ້ຮູ້ສັນຍາຜ່ານດ້ວຍພາສາ ຍີ່ປຸ່ນ. 


ລູກສິດມວຍຄົນໃໝ່ປະຕິບັດບັນດາທ່າເຄື່ອນຍ້າຍພື້ນຖານ.


ດາບທີ່ເຮັດດ້ວຍໄມ້ໄຜ່ (Shinai) ໄດ້ນຳໃຊ້ແທນໃຫ້ດາບ Katana ໃນການຝຶກແບບ. 


ອ້າຍ ເລຫາຍເຊີນ ແນະນຳລູກສິດມວຍຄົນໃໝ່ ຮູ້ເຖິງບັນດາເຕັກນິກ
ຂອງການເຄື່ອນຍ້າຍໃນ Kendo.



ການຮຽນ Kendo ຮຽກຮ້ອງໃຫ້ລູກສິດມວຍຕ້ອງມີຄວາມພະຍາຍາມ ໃນການຝຶກແອບບັນດາທ່າຕີ. 


ລູກສິດມວຍຈະໄດ້ແບ່ງເປັນ 2 ທິມເພື່ອຝຶກແອບທ່າຕີ ແລະ ທ່າຕ້ານ.


ຮັກສາຄວາມນັບຖື ແລະ ສຸພາບລະຫວ່າງຄົນກັບຄົນເປັນໜຶ່ງ
ໃນບັນດາເປົ້າໝາຍໃນການຮຽນ
Kendo ຂອງບັນດາລູກສິດມວຍ.



ເພື່ອຮັບປະກັນຄວາມປອດໄພໃນການຮຽນ Kendo, ບັນດາລູກສິດມວຍຕ້ອງນຳໃຊ້ເສື້ອຫຸ້ມເກາະທຸກຊະນິດ. 


ຄືກັບວິຊາມວຍຕ່າງໆ ຂອງ ຍີ່ປຸ່ນ, ບັນດາລູກສິດມວຍ Kendo ຝຶກແອບ ແລະ ແຂ່ງຂັນດ້ວຍຕີນເປົ່າ.



ເພາະສະນັ້ນ, ການຮຽນ Kendo ໄດ້ຈັດຂຶ້ນໃນບັນດາຄ້າຍມວຍ ຫຼື ເວທີແຂ່ງຂັນທີ່ປູດ້ວຍ ໄມ້ສະອາດ
ແລະ ມີຄວາມຍືດຫຍຸ່ນດີໃຫ້ແກ່ຈັງຫວະທືບຕີນ. 



Kendo ມີ 4 ທ່າຕີພື້ນຖານດ້ວຍເປົ້າໝາຍແມ່ນຫົວ, ຂໍ້ມື, ທ້ອງ ແລະ ຄໍຂອງຄູ່ຕໍ່ສູ້.
 

ຄວາມສຳນຶກຂອງລູກສິດມວຍ Kendo ແມ່ນຖືການເອົາຊະນະ
ຕົວເອງສຳຄັນກວ່າເມື່ອທຽບກັບການເອົາຊະນະຄູ່ຕໍ່ສູ້.



ອາຈານມວຍຈະເລືອກເອົາລູກສິດມວຍທີ່ມີລະດັບເທົ່າທຽມກັນ ເພື່ອຈັດຕັ້ງການແຂ່ງຂັນ,
ຊ່ວຍເຮັດໃຫ້ບັນດາລູກສິດມວຍມີໂອກາດ
ໄດ້ສັງເກດ ແລະ ຮຽນເຊິ່ງກັນ ແລະ ກັນ. 



ບັນດາຈັງຫວະໄດ້ຝຶກໄປຝຶກມາຫຼາຍເທື່ອ ຊ່ວຍເຮັດໃຫ້ບັນດາລູກສິດ

ມວຍ ນຳໃຊ້ບັນດາທ່າຕີຢ່າງຄຸ້ນເຄີຍ. .  


ໃນເວລາຝຶກແອບ, ບັນດາລູກສິດມວຍມັກແລກປ່ຽນເຊິ່ງກັນ
ແລະ ກັນວິທີການປະຕິບັດບັນດາທ່າຕີຢ່າງຖືກຕ້ອງຕາມເຕັກນິກ.

ເຖິງວ່າ ເປັນວິຊາມວຍທີ່ຫາກໍ່ໄດ້ນຳເຂົ້າມາ ຫວຽດນາມ, ແຕ່ບັນດານັກມວຍ Kendo ຫວຽດນາມ ບັນລຸໄດ້ຫຼາຍຜົນງານທີ່ດີເດັ່ນໃນການແຂ່ງຂັນ Kendo ຢູ່ພາກພື້ນ ແລະ ສາກົນ, ໃນນັ້ນ ມີຫຼຽນເງິນໃນການແຂ່ງຂັນ Kendo ຕາເວັນອອກສ່ຽງໃຕ້ ເມື່ອປີ 2007 ແລະ ປີ 2013, ຫຼຽນເງິນໃນການແຂ່ງຂັນ Kendo ໂຮງກົງ ເປີດກວ້າງເມື່ອປີ 2014.
ບົດ: ເຈິ່ນຫຽວ - ພາບ: ແຄງລອງ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top