• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

JICA ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ

      ຕອນເຊົ້າວັນທີ 24 ພະຈິກ, ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຍີປຸ່ນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານ Kitaoka Shinichi, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານ Kitaoka Shinichi, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ
      ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນທີ່ສຳຄັນຂອງອົງການ JICA ໃນການຜັນຂະຫຍາຍບັນດາໂຄງການ ODA ຢູ່ ຫວຽດນາມ ກໍ່ຄືຜັນຂະຫຍາຍວັກຊີນກວ່າ 4ລ້ານໂດສ ແລະ ອຸປະກອນການແພດທີ່ລັດຖະບານ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ, ຜັນຂະຫຍາຍບັນດາໂຄງການເພີ່ມທະວີຄວາມສາມາດຮັບມືກັບໂລກລະບາດ, ຍົກສູງການບໍລິການສາທາລະນະສຸກຢ່າງໄວວາ. ໃນເວລາທີ່ຈະມາເຖິງ, ຫວຽດນາມ ຕ້ອງການເງິນທຶນຈຳນວນຫຼາຍເພື່ອພັດທະນາພື້ນຖານໂຄງລ່າງຍຸດທະສາດ, ສະນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຍີ່ປຸ່ນ ສະໜອງບັນດາບ້ວງທຶນ ODA ໃໝ່ດ້ວຍວິທີປະຕິບັດ ແລະ ມາດຕະການໃຫມ່,ໃຫ້ ຫວຽດນາມ ນຳໃຊ້ໃນຫຼາຍຂົງເຂດ ແລະ ມີລະບຽບການທີ່ງ່າຍທີ່ສຸດ, ສຸມໃສ່ໃນ 6 ຂົງເຂດ: ຍົກສູງຄວາມສາມາດດ້ານສາທາລະນະສຸກ, ໂດຍສະເພາະແມ່ນການ ແພດຂັ້ນຮັກຖານ ແລະ ການແພດປ້ອງກັນ; ຫຼຸດການປ່ອຍອາຍພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ທົ່ງເຂດພຽງແມ່ນຳຂອງທາງພາກໃຕ້, ພາກກາງ ແລະ ເຂດພຸດອຍພາກເໜືອ ຫວຽດນາມ; ການຫັນສູ້ດີຈີຕອນ; ພັດທະນາແບບຍືນຍົງ; ສວ່ນໜຶ່ງໃຫ້ແກ່ການຊ່ວຍໜູນສັງຄົນທີ່ກ່ຽວຂ້ອງກັບຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19; ແລະ ພັດທະນາພື້ນຖານໂຄງລາງຍຸດທະສາດ.
        ທ່ານນາຍົກລັດຖະມົນຕີ ຫວຽດນາມຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ມານະພະຍາຍາມຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນ ODA, ສ້າງເງື່ອຍໄຂສະດວກເພື່ອໃຫ້ບັນດານັກຊຽວຊານ JICA ມາເຮັດວຽກງານຢູ່ ຫວຽດນາມ ໃນສະພາບການໂຄວິດ-19, ຈຳກັດຜົນກະທົບຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການຢ່າງສຸດຂີດ.
        ທ່ານປະທານ Kitaoka ໄດ້ຕີລລາຄາສູງຜົນສຳເລັດຂອງບັນດາໂຄງການ ODA ຂອງ ຫວຽດນາມ ແລະ ໃຫ້ຮູ້ວ່າຈະນຳເອົາຮູບແບບຜົນສຳເລັດໃນການໜູນຊ່ວຍກໍ່ສ້າງບັນດາໂຮງໝໍໃຫຍ່ຂອງ ຫວຽດນາມໃນຫຼາຍປີທີ່ຜ່ານມາເພື່ອໃຫ້ JICA ກໍ່ສ້າງໂຮງຫໝໍ 100 ແຫຼ່ງຢູ່ປະເທດຕ່າງໆ. ທ່ານປະທານ Kitaoka ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ, ສຸມໃສ່ການຮ່ວມມືໃນບັນດາຂົງເຂດການແພດ, ລົງທຶນສາທາລະນະ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top