• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

Jessica ມິງແອງ-ຜູ້ມີບາດກ້າວກະໂດດ ກັບເວທີສະແດງ ແຟຊັ່ນ

ແວດວົງແຟຊັ່ນໂລກ ເກືອບວ່າ ໄດ້ຄຸ້ນເຄີຍ ກັບບັນດາການ ສະ ແດງໂຊ ແຟຊັ່ນ ທີ່ມັກຈັດຂຶ້ນຢູ່ໃນຫ້ອງເຮືອນ, ສ້າງຄວາມຮູ້ສຶກ ເບື່ອໜ່າຍ ຕໍ່ ທ່ານ ຜູ້ຊົມ. ດ້ວຍເຫດນັ້ນ ຈະບໍ່ມີຫຍັງແປກ ເມື່ອ ບັນດາ ສຳນັກຂ່າວ ຕ່າງໆໃນໂລກ ເຊັ່ນ CNN, FOX, CNBC, ABC, CBS, Telemundo, ELLE, Harper's Bazaar, Vogue, Cosmopolitan, Marie Claire, Paris Match… ລ້ວນແຕ່ລົງບົດ, ຂ່າວຢ່າງຫຼວງຫຼາຍ ຕໍ່ບັນດາເຫດການ ສະແດງ ແຟຊັ່ນ ຂອງ ນາງແບບທີ່ມີຊື່ສຽງ ລະດັບໂລກ Jessica ມິງແອງ. 

ງຶດງໍ້, ຕົກຕະລຶງ, ບໍ່ມີຫຍັງແມ່ນບໍ່ສາມາດ... ແມ່ນບັນດາ ຄຳສັບ ທີ່ບັນດາສຳນັກຂ່າວລາຍໃຫຍ່ ຢູ່ໃນໂລກ ເຄີຍໃຊ້ ເມື່ອເອີ່ຍເຖິງ ບັນດາລາຍການສະແດງແຟຊັ່ນ “ໜຶ່ງບໍ່ມີສອງ” ຂອງ ນາງສາວ ເຊື້ອສາຍຫວຽດ Jessica ມິງແອງ, ນາງແບບ ຜູ້ມີຊື່ ສຽງໂດ່ງດັງ ໄປທົ່ວໂລກ, ທັງເປັນຜູ້ອໍານວຍການ ບໍລິສັດ PR ແລະ ຈັດຕັ້ງ ເຫດການແຟຊັ່ນ ທີ່ມີຊື່ສຽງ ຢູ່ປະເທດ ອັງກິດ ແລະ ຝຣັ່ງ.

ມາຮອດປັດຈຸບັນ, Jessica ມິງແອງ ເປັນໜຶ່ງດຽວ ໃນວົງການ ແຟ ຊັ່ນໂລກ ໄດ້ຮັບອະນຸຍາດເປັນພິເສດ ໃບການຈັດຕັ້ງ ລາຍການສະ ແດງແຟຊັ່ນ ຢູ່ຕາມບັນດາສະຖານທີ່ ທີ່ມີຊື່ສຽງ ຊຶ່ງຖືວ່າ ເປັນສັນ ຍາລັກ ຂອງ ບັນດາປະເທດໃນໂລກເຊັ່ນ: ຫໍ Eiffel, ແມ່ນໍ້າ Sein (ຝຣັ່ງ), ຂົວແກ້ວ Skywalk ຢູ່ຮ່ອມພູ Grand Canyon, ເຂື່ອນ ໄຟຟ້ານໍ້າຕົກ Hoover, ຫໍ One World Trade Center (ສ ອາ ເມລິກາ), ໂຮງງານພະລັງງານແສງຕາເວັນ Gemasolar (ແອັສ ປາຍ), ຂົວ ຂ້າມຫໍລອນດອນ (ອັງກິດ), ຕຶດແຝດ Petronas (ມາເລເຊຍ), ຂົວກາງເວຫາ ສວນສາທາລະນະ Gardens by the Bay (ສິງກະໂປ), Maldives ແລະ ອີກຫຼາຍແຫ່ງ.

ການຈັດລາຍການສະແດງແຟຊັ່ນໂຊທ່ີລຳ້ຍຸກ, ຢູ່ ບັນດາສະຖານ ທີ່ ມະຫັດສະຈັນ ທ່ີມີຊື່ສຽງດ້ານການສະຖາປັດຕະຍະກຳ ແລະ ມໍ ລະດົກ ລະດັບໂລກ, ເປັນບ່ອນທ່ີມີບັນຍາກາດ ແລະ ຍ່ານເວຫາທີ່ ໃຫຍ່ໂຕມະໂຫຖານ ແລະ ສວຍສົດງົດງາມ, ເປັນການປະສານ ສົມທົບທີ່ສົມບູນແບບ ລະຫວ່າງແຟຊັ່ນ ກັບ ສະຖາປັດຕະຍະກຳ, ສິລະປະ ແລະ ວັດທະນະທຳ. ສິ່ງດັ່ງກ່າວ ບໍ່ພຽງແຕ່ຊ່ວຍເຮັດໃຫ້ ຄວາມສວຍງານ, ລໍ້າຍຸກ ຂອງ ບັນດາຊຸດສະສົມເດັ່ນຂຶ້ນເທ່ົານັ້ນ ແຕ່ຍັງເຊີດຊູ ຄວາມສວຍງາມ ຢ່່າງບໍ່ມີທີ່ສິ້ນສຸດ ຂອງບັນດາ ກິດ ຈະການສະຖາປັດຕະຍະກຳ ແລະ ມໍລະດົກ ນັ້ນອີກດ້ວຍ.

ດ້ວຍເຫດນັ້ນ ບັນດາລາຍການສະແດງຂອງ Jessica ມິງແອງ ໄດ້ດຶງດູດຄວາມເອົາໃຈໃສ່ເປັນພິເສດ ຈາກວົງການແຟຊັ່ນ ແລະ ສື່ມວນຊົນໂລກ ຢູ່ສະເໝີ. ມີອົງການສື່ມວນຊົນໂລກ ປະມານ 50 ອົງການ, ໃນນັ້ນ ມີບັນດາສຳນັກງານສື່ມວນຊົນ ແລະ ໜັງສືພິມ ຕ່າງໆ ເຊັ່ນ: CNN, FOX, CNBC, ABC, CBS, Telemundo, ELLE, Harper's Bazaar, Vogue, Cosmopolitan, Marie Claire, Paris Match… ຍາມໃດກໍ ຕິດຕາມບັນດາເຫດການ ຂອງ Jessica ມິງແອງ ຢ່າງໃກ້ຊິດ.



Jessica ມິງແອງ ສະແດງແຟຊັ່ນ ລະດູຮ້ອນ ຢູ່ເທິງ ເຂື່ອນ Hoover, ຊຶ່ງເປັນເຂື່ອນໄຟຟ້ານໍ້າຕົກ ປະຫວັດສາດ ຂອງ ສ ອາ ເມລິກາ. ພາບ: Jessica ມິງແອງ


Jessica ມິງແອງ ສະແດງແຟຊັ່ນ ຢູ່ເທິງຂົວແກ້ວ, ເປັນສິ່ງມະຫັດ ສະຈັນ ດ້ານສະຖາປັດຕະຍະກໍາ ຊຶ່ງມີຄວາມສູງເຖິງ 1.220 ແມັດ,
ຕັ້ງຢູ່ລະຫວ່າງຮ່ອມພູ Grand Canyon ຂອງ ສ ອາເມລິກາ. ພາບ: Jessica ມິງແອງ



Jessica ມິງແອງ ສະແດງແຟຊັ່ນ ຢູ່ຂ້າງຫໍ Eiffel, ຊຶ່ງເປັນ ສັນຍາ ລັກດ້ານວັດທະນະທຳ ແລະ ສະຖາປັດຕະຍະກຳ ຂອງ ຝຣັ່ງ. ພາບ: Jessica ມິງແອງ


Jessica ມິງແອງ ສະແດງແຟຊັ່ນ ຢູ່ ມານດິບ. ພາບ: RIN WEDDING


Jessica ມິງແອງ ນຳມາຊຶ່ງຄວາມສວຍງາມ ກັບ ແພໄໝ ແລະ ທ້ອງທະເລ. ພາບ: RIN WEDDING


Jessica ມິງແອງ ສະແດງແຟຊັ່ນ ທີ່ ສວນສາທາລະນະ Gardens By The Bay ຂອງ ສິງກະໂປ. ພາບ: Jessica ມິງແອງ


Jessica ມິງແອງ ຢູ່ເທິງ ເຮືອບິນນໍ້າ ກັບຊຸດແຟຊັ່ນ ທີ່ໂດດເດັ່ນ ຂອງ ນັກອອກແບບ ຊາວ ອີຕາລີ Peter Langner.  ພາບ: RIN WEDDING

Jessica ມິງແອງ ໃຫ້ຮູ້ວ່າ ນາງມີວິທີການສະເພາະ ເພື່ອຢັ້ງຢືນ ຕົນເອງ, ນັ້ນແມ່ນ ຈັດຕັ້ງ ບັນດາລາຍການສະແດງ ທີ່ແສນສວຍງາມຢູ່ ບັນດາສະຖານທີ່ ໜຶ່ງບໍ່ມີສອງ ຊຶ່ງບໍ່ເຄີຍມີໃຜຈັດຂຶ້ນເທື່ອ ເພື່ອເຮັດໃຫ້ທ່ານຜູ້ຊົມ ຕ້ອງເຖິງກັບຕົກສະເງີ້.

ພິເສດ ສຳລັບ Jessica ມິງແອງ, ບັນດາເວທີສະແດງແຟຊັ່ນ ບໍ່ ພຽງແຕ່ເປັນບ່ອນສະແດງອອກມາ ບັນດາຊຸດອາພອນ ທີ່ບໍ່ຊໍ້າແບບ ໃຜ ແລະ ມີຄວາມງາມສະດຸດຕາເທົ່ານັ້ນ, ແຕ່ນາງຍັງມີ ຄວາມ ປາດຖະໜາ ສົ່ງສານກ່ຽວກັບ ການປົກປັກຮັກສາ ສິ່ງແວດລ້ອມ ຊຶ່ງເປັນແນວຄວາມຄິດອັນສູງສົ່ງ ທີ່ທົ່ວໂລກກຳລັງ ມຸ່ງໄປເຖິງ.

ດ້ວຍເຫດນັ້ນ, ໃນປີ 2015 ແລະ 2017, Jessica ມິງແອງ ໄດ້ ຍອມຮັບຄວາມສ່ຽງ ຈາກການລົງທຶນດ້ວຍເຫື່ອແຮງ ແລະ ການ ເງິນ ເຂົ້າສອງລາຍການສະແດງໃຫຍ່ ຢູ່ໂຮງງານ ພະລັງງານ ແສງ ຕາເວັນ Gemasolar ຊຶ່ງເປັນສັນຍາລັກລະດັບໂລກ ທັງເປັນ ຄວາມເອກອ້າງທະນົງໃຈ ຂອງ ຊາວ ແອັສປາຍ ແລະ ເຂື່ອນໄຟ ຟ້ານຳ້ຕົກ Hoover, ຊຶ່ງເປັນເຂື່ອນ ກັ້ນນໍ້າ ທີ່ເປັນສິ່ງມະຫັດສະຈັນ ໃນປະຫວັດສາດ ຂອງ ສ ອາເມລິກາ ອີກດ້ວຍ.

ບັນດາລາຍການສະແດງດັ່ງກ່າວ ໄດ້ເຮັດໃຫ້ ສຳນັກຂ່າວ CNN ຂອງ ສ ອາເມລິກາ ຕ້ອງກ່າວວ່າ: “ນາງ Jessica ມິງແອງ ໄດ້ ເຮັດໃຫ້ໂລກກາຍເປັນເວທີການສະແດງ ທີ່ສ້າງຄວາມປະທັບໃຈ ຂອງຕົນ”. ສ່ວນໜັງສືພິມ Paris Match ທີ່ມີຊື່ສຽງອັນດັບໂລກ ຂອງ ຝຣັ່ງ ໄດ້ວິຈານວ່າ: “ນາງສາວ ຄົນນີ້້ ໄດ້ເຮັດໃຫ້ ບັນດາສະ ຖານທີ່ ທີ່ມີຊື່ສຽງຂອງໂລກ ເປັນເວທີສະແດງ ທີ່ເປັນ ຕາງຶດງໍ້... ສຳລັບນາງ Jessica ມິງແອງ ບໍ່ມີຫຍັງ ເປັນໄປບໍ່ໄດ້”.

ປີ 2019, Jessica ມິງແອງ ສືບຕໍ່ໄດ້ບັນດາສໍານັກສື່ສາກົນ ສັນ ລະເສີນ ກ່ຽວກັບຄວາມສາມາດ ກ່ຽວກັບການ ໂຄສະນາ ພະລັງ ງານຜະລິດຄືນໃໝ່ ທີ່ເຕັມໄປດ້ວຍຫົວຄິດປະດີດສ້າງ. ນາງ ມີ ຄວາມເອົາໃຈໃສ່ເປັນພິເສດ ເຖິງການໂຄສະນາເຜີຍແຜ່ ເຕັກໂນ ໂລຊີ ຊີວະພາບ, ຊ່ວຍປ່ຽນ ຂີ້ເຫຍື້ອປຼາສຕິກ ເປັນໄຟຟ້າ ແລະ ຊ່ວຍເຫຼືອຜູ້ດ້ອຍໂອກາດ ໃນການຈ້າງແຮງງານ ເພື່ອເກັບທ້ອນ ຂີ້ເຫຍື້ອປຼາສຕິກ ຢູ່ຕາມບັນດາຫາດຊາຍທະເລ.

ທ່ານ Marco Simeoni, ຜູ້ອໍານວຍການ ອົງການສິ່ງແວດລ້ອມ ກອງທຶນນຳ້ (Race For Water Foundation) ຂອງ ປະເທດ ສະວິດ, ຜູ້ມີບັນດາໂຄງການ ຮ່ວມມື ລາຍໃຫຍ່ກັບ Jessica ມິງແອງ ໃຫ້ຮູ້ວ່າ: “Jessica ມິງແອງ ໄດ້ສ້າງປະຫວັດສາດ ຢ່າງ ຕໍ່ເນື່ອງ ບໍ່ພຽງແຕ່ ຢູ່ສະຖານທີ່ ມີຊື່ສຽງຫຼາຍແຫ່ງ, ແຕ່ຍັງໃຫ້ການ ໂຄສະນາເຜີຍແຜ່ ຂະບວນການ ພັດທະນາ ທີ່ໝັ້ນຄົງ ແລະ ພະ ລັງງານທົດແທນ. Jessica ມິງແອງ ມີວິໄສທັດ ທ່ີໜ້າຊື່ນຊົມ ແລະ ພວກຂ້າພະເຈົ້າ ມີຄວາມຍິນດີ ເປັນຢ່າງຍິ່ງ ທ່ີໄດ້ຮ່ວມ ມືກັບ Jessica... ”.

Jessica ມິງແອງ ກໍາເກີດຢູ່່ ຮ່າໂນ້ຍ, ໃຫຍ່ຢູ່ປະເທດ ລັດເຊຍ, ສຶກສາຢູ່ ມາເລເຊຍ, ອັງກິດ ແລະ ໃຊ້ຊີວິດ ຢູ່ທົ່ວ ທຸກຫົນແຫ່ງໃນ 4 ທະວີບ, ພິເສດແມ່ນຢູ່ ບັນດາເມືອງຫຼວງ ແຫ່ງແຟຊັ່ນເຊັ່ນ: ລອນດອນ, ປາຣີ ແລະ ມີລານ. ຮຽນຈົບ ປະລິນຍາໂທ ຂະແໜງ ການ marketing ແລະ ສື່ມວນຊົນ ຈາກ ມະຫາວິທະຍາໄລ Birmingham ຂອງ ອັງກິດ, ປັດຈຸບັນ ກຳລັງ ເຮັດວຽກ ຢູ່ ບໍລິສັດ ແຟຊັ່ນ ແລະ ເຕັກໂນໂລຊີ ທີ່ມີຊື່ສຽງ ອັນດັບໂລກຫຼາຍແຫ່ງ.

ນາງ ແບບ ທີ່ມີຊື່ສຽງອັນດັບໂລກ Jessica ມິງແອງ ໃຫ້ຮູ້ວ່າ ເຖິງ ວ່າ ໄປໄສ ນາງ ກໍມີຄວາມພາກພູມໃຈ ທ່ີຕົນເອງເປັນຄົນ ຫວຽດ. ນາງ ມີຄວາມປາດຖະໜາ ຈະກັບເມືອປະເທດ ເພື່ອສະແດງ ຊຸດ ແຟຊັ່ນພິເສດ ເພື່ອໂຄສະນາ ໃຫ້ແກ່ບ້ານເກີດ ຂອງຕົນ, ຍ້ອນ ຕາມຄວາມຄິດ ຂອງ ຕົນ, ນາງ ເຫັນວ່າ ຫວຽດນາມ ມີທັດສະນີ ຍະພາບ ທີ່ສວຍງາມ ແລະ ມໍລະດົກ ທີ່ມີຊື່ສຽງ ອັນດັບໂລກຫຼາຍ ແຫ່ງ.



Jessica ມິງແອງ, ສາວ ຫວຽດ ຜູ້ມີຊື່ສຽງ ກັບບັນດາ ລາຍການ ສະແດງແຟຊັ່ນ ບົນເວທີໂລກ, ໃນຄັ້ງມາຢ້ຽມຢາມ ດ່າໜັງ ປີ 2019. ພາບ: ແທງຮ່ວາ


Jessica ມິງແອງ ຢູ່ຂ້າງລົດ Jeep ໃນແບບທະຫານ. ພາບ: ແທງຮ່ວາ


Jessica ມິງແອງ ຍ່າງຫຼິ້ນ ພາຍໃຕ້ແສງແດດ ຢູ່ແຫຼມ ເຊີນຈ່າ, ດ່າໜັງ. ພາບ: ແທງຮ່ວາ


ຍາມໃດ Jessica ມິງແອງ ກໍໄດ້ຮັບການເອົາໃຈໃສ່ດູແລ ຢ່າງ ຮອບຄອບທີສຸດ ກ່ອນອອກລາຍການແຕ່ລະຄັ້ງ. ພາບ: Jessica ມິງແອງ


Jessica ມິງແອງ ເຂົ້າຮ່ວມລາຍການໂທລະພາບຕົວຈິງ ກັບທ່ານ Kiichi Okabe ພໍ່ຄົວ ທີ່ຊື່ສຽງອັນດັບໂລກ. ພາບ: RIN WEDDING

ໃນຊຸມປີມໍ່ໆ ນີ້, Jessica ມິງແອງ ມັກຈະເດີນທາງກັບ ຫວຽດນາມ ເພື່ອຊອກຫາສະຖານທີ່ຕ່າງໆ ເພື່ອເຮັດໃຫ້ໂຄງການທີ່ຕົວເອງ ກຳ ລັງໄຝ່ຝັນ ປະກົດຜົນເປັນຈິງ. ເມື່ອເດືອນ ມິຖຸນາ ຜ່ານມາ, Jessica ມິງແອງ ໄດ້ໄປຢ້ຽມຢາມ ແຂວງ ດ່າໜັງ ຊຶ່ງເປັນສະຖານ ທີ່ມີຊື່ສຽງ ໃນຂະບວນການເດີນທາງຄົ້ນພົບມໍລະດົກ ພາກກາງ. ພົບກັບ Jessica ມິງແອງ, ຂ້າພະເຈົ້າ ມີຫຼາຍຄັ້ງໄດ້ລອງຖາມກ່ຽວ ກັບ ແຜນການ ຊອກສະຖານທີ່ຈັດລາຍການສະແດງ ແຟຊັ່ນຢູ່ ຫວຽດນາມ ແຕ່ ນາງພຽງຍິ້ມເລັກນ້ອຍ ແລະ ຕອບວ່າ: “ປິດລັບ!”.

ສຳລັບວົງການສື່ສານ, “ຄວາມລັບ” ດັ່ງກ່າວຂອງ Jessicaມິງແອງ ແມ່ນມີຄວາມດຶງດູດໃຈເປັນຢ່າງຍິ່ງ, ຈະເປັນ ເຫດການທີ່ມີ ລັກ ສະນະ ສົດໆ ຮ້ອນໆ ຂອງ ວົງການ ແຟຊັ່ນ ແລະ ວົງການສື່ໂລກ.

 
ບົດ: ແທງຮວ່າ - ພາບ: ແທງຮວ່າ ແລະ ຂ້ໍມູນໂດຍ ຜູ້ກ່ຽວສະ ໜອງໃຫ້

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top