• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

iBanhmi-ເຄື່ອງໝາຍການຄ້າ fastfood ຂອງ ຫວຽດນາມ

iBanhmi ມີຜະລິດຕະພັນ ທີ່ຜະລິດຈາກເຂົ້າຈີ່ 16 ເຍື່ອງແຕກ ຕ່າງກັນ. ເຂົ້າຈີ່ແຕ່ລະເຍື່ອງ ໄດ້ຕັ້ງຊື່ ແລະ ປຸງແຕ່ງຕາມລັກ ສະນະພິເສດສະເພາະຂອງນະຄອນທີ່ມີຊື່ສຽງຫຼາຍແຫ່ງທົ່ວ ໂລກ, ແຕ່ມີລົດຊາດ ຂອງ ຄົນ ຫວຽດນາມ. ອາດເວົ້າໄດ້ ວ່າ ນີ້ເປັນໜຶ່ງໃນຈຸດພິເສດສຸດຂອງ iBanhmi  ເຄື່ອງ ໝາຍ ການ ຄ້າ ຫວຽດ ໜຶ່ງທີ່ຍັງໃໝ່, ແຕ່ມີຮູບຊົງ ຂອງ ບໍລິສັດ ລາຍໃຫຍ່ ໃນຂະແໜງການ fastfood.
ກັບມາປະເທດຫຼັງຈາກຮຽນຈົບຢູ່ຕ່າງປະເທດ, ໄດ້ເຮັດວຽກຢູ່ ຕຳແໜ່ງທີ່ສຳຄັນສຸດ ຂອງ ຮ້ານອາຫານ, ໂຮງແຮມ ຊັ້ນນຳ ຫຼາຍແຫ່ງຊຶ່ງຫຼາຍຄົນປາດຖະໜາ, ແຕ່ ຫງວຽນແຢງຮຽນ ໄດ້ ປະລະທັງໝົດ ເພື່ອຕັດ ສິນໃຈໄປຫາຄວາມມຸ່ງຫວັງ, ຄວາມ ປາ ຖະໜາຂອງ ຕົນ ນັ້ນ ຄືສ້າງໃຫ້ໄດ້ເຄື່ອງໝາຍການ ຄ້າໃດ ໜຶ່ງສຳລັບອາຫານຈານ ດ່ວນຂອງຄົນ ຫວຽດນາມ. ຫວຽດ ນາມ ເປັນປະເທດທີ່ມີລາຍ ການອາຫານສຸດທີ່ອຸດົມສົມບູນ, ທ້າວ ຮຽນ ໄດ້ເລືອກເອົາ ອາຫານເຍື່ອງໜຶ່ງທີ່ໃກ້ຊິດ ກັບຊີ ວິດປະຈຳວັນປະຊາຊົນ ທີ່ສຸດ ນັ້ນ ກໍ່ຄື ເຂົ້າຈີ່ ເພື່ອ ສ້າງເປັນ ເຄື່ອງໝາຍການຄ້າອາຫານ ຈານ ດ່ວນ ຂອງຕົນ. iBanhmi ໄດ້ສ້າງຕັ້ງຂຶ້ນ ດ້ວຍຄວາມມຸ່ງຫວັງ ປ່ຽນໂສມໜ້າໃໝ່ໃນ ຄວາມເປັນມືອາຊີບ, ສວຍງາມ, ຈັບໃຈ ແລະ ເໝາະສົມ ກັບ ໄລ ຍະເຊື່ອມໂຍງຂອງປະເທດ ຊາດໃນປະ ຈຸບັນ ໃຫ້ແກ່ອາ ຫານ ພື້ນເມືອງຊະນິດນີ້ ຂອງຄົນ ຫວຽດນາມ.
 
ຄວາມຈິງ iBanhmi ໄດ້ຂຽນຫຍໍ້ຈາກຄຳຈ່າວຂາຍ “ໃຜຊື້ເຂົ້າ ຈີ່ບໍ...”, ຖ້າເປັນຊາວ ຫວຽດນາມ ທີ່ອາໄສຢູ່ເຂດ ຕົວເມືອງ, ແນ່ນອນວ່າ ຜູ້ໃດກໍ່ເຄີຍໄດ້ຍິນຄຳຈ່າວຂາຍ ດັ່ງກ່າວ, ພິເສດ ແມ່ນຄົນຮ່າໂນ້ຍ ໃນຊຸມປີ 1990. ເມື່ອ ກຳລັງຮຽນຢູ່ ຕ່າງປະ ເທດ, ທ້າວ ຫງວຽນແຢງຮຽນ ຊຶ່ງເປັນຄົນ ຮ່າຕິງ ມັກເວົ້າເຖິງ ຄຳຈ່າວ ຂາຍນີ້ ເພື່ອຫຼຸດຜ່ອນຄວາມຄິດຮອດບ້ານເກີດ ເມືອງ ນອນຂອງຕົນ.
 
ເຖິງວ່າ ປະຈຸບັນ ຈະພົບເຫັນຮ້ານຂາຍເຂົ້າຈີ່ ຫຼາຍແຫ່ງ ຕາມ ເສັ້ນທາງຢູ່ນະຄອນຫຼວງ ຮ່າໂນ້ຍ, ນະຄອນໂຮ່ຈີມິນ ຫຼື ຢູ່ ບັນ ດາແຂວງ ກໍ່ຕາມ, ແຕ່ທ້າວ ຫງວຽນແຢງຮຽນ ຍັງຕັດສິນໃຈ  ເລືອກເອົາເຂົ້າຈີ່ ເປັນຜະລິດຕະພັນ ເພື່ອສ້າງເຄື່ອງໝາຍການ ຄ້າອາຫານຈານດ່ວນ ຂອງ ຕົນ ໂດຍຈຸດປະສົງຢາກ ສ້າງສະ ຖານ ທີ່ແຫ່ງໜຶ່ງເຕັມໄປດ້ວຍ ສິ່ງທີ່ລະນຶກ ໃນສະໄໝເຍົາໄວ ເພື່ອໃຫ້ ທຸກຄົນ ເຂົ້າຫາ. 


ເຂົ້າຈີ່ 8 ຊະນິດ ຂອງ iBanhmi ໄດ້ຜະລິດໂດຍ ກົງ ຈາກເຕົາ ອົບເຂົ້າຈີ່ ໂດຍສະເພາະຂອງຮ້ານ.


ຂັ້ນຕອນການເຮັດເຂົ້າຈີ່ ໄດ້ປະຕິບັດດ້ວຍຄວາມກະທັດຮັດ ແລະ ສະອາດ.


ເຂົ້າຈີ່ດຳ, ໜຶ່ງໃນ 8 ຊະນິດເຂົ້າຈີ່ ຂອງ iBanhmi ໄດ້ຮັບ
ຄວາມນິຍົມຈາກລູກຄ້າຢ່າງຫຼວງຫຼາຍ.



iBanhmi ໄດ້ຕິດຕັ້ງລະບົບເຕົາອົບທີ່ທັນສະໄໝ, ຮັບປະກັນ
ຄວາມສຸກ, ກອບ ແລະ ສະອາດ.



ປະຈຸບັນ, iBanhmi ມີຜະລິດຕະພັນ ເຂົ້າຈີ່ 16 ຊະນິດແຕກ ຕ່າງກັນ. 


iBanhmi ມີ 4 ຊຸດ ເພື່ອໃຫ້ລູກຄ້າເລືອກ.


ມູມໜຶ່ງ ຂອງ ການປຸງແຕ່ງ iBanhmi.


ເຂດປຸງແຕ່ງອາຫານໄດ້ກັ້ນດ້ວຍແກ້ວໃສ ເພື່ອສ້າງ ຄວາມ ສວຍງາມ ກໍ່ຄືຮັບປະກັນຄວາມສະອາດ.


ດ້ວຍລະບົບເຕົາອົບເຂົ້າຈີ່ຂອງຕົນ, iBanhmi ສາມາດ
ຄວບ ຄຸມຄຸນນະພາບກໍ່ຄືຄວາມປອດໄພດ້ານສະບຽງອາຫານ.



ຄືກັບຫຼາຍຮ້ານຂາຍອາຫານຈານດ່ວນ,​ ລູກຄ້າຂອງ iBanhmi
ສ່ວນຫຼາຍແມ່ນໄວໜຸ່ມ
.


ມູມໜຶ່ງພາຍໃນຮ້ານ iBanhmi ຢູ່ເຮືອນເລກທີ 8 B, ຖະໜົນ ຟານຈູຈິງ, ຮ່າໂນ້ຍ. 

ອາດຈະແມ່ນຍ້ອນແນວນັ້ນ, ຫຼາຍຄົນມັກຫຼົງວ່າ  iBanhmi ເປັນເຄື່ອງໝາຍການຄ້າຂອງຕ່າງປະເທດ ຍ້ອນຄວາມເປັນລະບຽບທາງດ້ານຮູບການ, ຄວາມເປັນມືອາຊີບໃນການຮັບໃຊ້. ດ້ວຍການປະສານສົມທົບລະຫວ່າງວັດທະນະທຳ ຕາເວັນ ອອກ ປະສານ ກັບ ຕາເວັນຕົກ, ທ້າວ ຫງວຽນແຢງຮຽນ ກຳລັງ ສ້າງເຄື່ອງ ໝາຍການຄ້າຫວຽດ ທີ່ໄດ້ທ້ອນໂຮມເອົາບັນດາຄຸນ ຄ່າ ມີລັກສະ ນະ ເຊື່ອມໂຍງກັບທົ່ວໂລກ.
 
ຄືກັບຂະແໜງ fastfood ລາຍໃຫຍ່ ຂອງໂລກ ໃນ ການສ້າງ ອາຫານຈານດ່ວນ, iBanhmi ໄດ້ຕັ້ງຂຶ້ນ ຢູ່ໃຈກາງ ນະຄອນ ແລະ ມີທາງໜ້າທີ່ສວຍງາມ. ຮ້ານອາຫານ ໄດ້ຮັບ ການປະດັບ ປະດາ ຢ່າງສວຍງາມ ດ້ວຍປະຕູ ແວ່ນຂະໜາດ ໃຫຍ່ພ້ອມ ກັບໂຕະຕັ່ງຫຼາຍຊຸດທີ່ມີສີສັນສະດຸດຕາ, ບ່ອນປຸງ ແຕ່ງ ເຮັດ ດ້ວຍແກ້ວໃສຊະນິດພິເສດເພ່ືອໃຫ້ລູກຄ້າທີ່ ເປັນໄວ ໜຸ່ມ ມີ ຊ່ວງ ເວລາພັກຜ່ອນທີ່ສະດວກສະບາຍທີ່ສຸດ. ວິທີການຮັບໃຊ້ ກໍ່ ຄື ການປະດັບປະດາຂອງ iBanhmi ແມ່ນເປັນມືອາຊີບ, ເໝາະສົມ ກັບຄວາມຊິນເຄີຍນຳໃຊ້ອາຫານຈານດ່ວນຂອງ ລຸ້ນໄວໜຸ່ມ ຫວຽດນາມ ໃນປະຈຸບັນ.
 
ຫຼັງຈາກຄົ້ນຄວ້າດ້ານການຕະຫຼາດມາເປັນເວລາ 2 ປີ, ເດືອນເມສາ 2015, iBanhmi ໄດ້ເປີດຮ້ານຂາຍເຂົ້າຈີ່ ແຫ່ງ ທຳອິດ ຢູ່ເຮືອນເລກ 1-ຖະໜົນ ດ້ຽນບຽນຝູ໋, ຮ່າໂນ້ຍ. ບໍ່ຄືບັນດາ ເຄື່ອງໝາຍການຄ້າອື່ນໆ ແມ່ນປະຕິບັດຍຸດທະສາດຂະຫຍາຍ ດ້ວຍການສ້າງລະບົບສາຂາໂດຍໄວ, ຍຸດທະສາດຂອງ iBanhmi ແມ່ນຂະຫຍາຍສາຂາໄວ ແຕ່ໄປຄຽງຄູ່ກັນ ກັບ ຄວາມ ຍືນຍົງຄົງຕົວ. ມາຮອດທ້າຍປີ 2015, iBanhmi ໄດ້ ເປີດຮ້ານ ຂາຍເຂົ້າຈີ່ ແຫ່ງທີ 2 ຢູ່ຖະໜົນ ຟານຈູຈິງ, ຮ່າໂນ້ຍ. ຮ້ານຂາຍ ເຂົ້າຈີ່ 2 ຮ້ານຂອງ iBanhmi ລ້ວນແຕ່ໄດ້ເປີດ ຢູ່ ເຂດທີ່ຕັ້ງ ດີ ຂອງນະຄອນ ຮ່າໂນ້ຍ.
 
ໜຶ່ງໃນລັກສະນະພິເສດ, ແຕກຕ່າງ ມີສະເພາະແຕ່ໃນ iBanhmi ເທົ່ານັ້ນກໍ່ຄື “ຊ່ວງເວລາແຫ່ງການ ເຊື່ອມໂຍງ ຂອງ ອາຫານທີ່ເຮັດຈາກເຂົ້າຈີ່”  ຊຶ່ງ ຫງວຽນແຢງຮຽນໄດ້ ສ້າງຂຶ້ນ ມາ. ປະຈຸບັນ, iBanhmi ມີເຂົ້າຈີ່ ທັງໝົດ 8 ຊະນິດ ທີ່ແຕກ ຕ່າງກັນ ແລະ ໄດ້ຜະລິດຈາກລະບົບ ເຕົາອົບເຂົ້າຈີ່ ຂອງ ຮ້ານ. ສິ່ງດັ່ງກ່າວມີຄວາມໝາຍວ່າ iBanhmi ໄດ້ຄວບ ຄຸມ ບັນຫາຄວາມປອດໄພດ້ານອາຫານໃນ ການຜະ ລິດ ເຂົ້າຈີ່ ຢ່າງຄົບຖ້ວນ.
  
ການລົງທຶນສ້າງລະບົບເຕົາອົບເຂົ້າຈີ່ ເພື່ອຮັບໃຊ້ຮ້ານ ຂາຍ ເຂົ້າຈີ່ຂອງຕົນ ຖືວ່າ ມີຄວາມສິ້ນເປືອງຫຼາຍ, ເພື່ອແກ້ໄຂບັນ ຫານີ້, ບັນດາຮ້ານຂາຍເຂົ້າຈີ່ ສ່ວນຫຼາຍ ໄດ້ສັ່ງຊື້ ເຂົ້າຈີ່ ມາ ຈາກໂຮງງານຜະລິດເຂົ້າຈີ່ ໂດຍສະເພາະ, ແຕ່ສຳລັບຫງວຽນ ແຢງຮຽນ ທີ່ໄດ້ ເຮັດວຽກຢູ່ຮ້ານອາຫານຈານດ່ວນແຖວໜ້າ ຂອງ ໂລກ McDonald’s ເປັນເວລາ 2 ປີ ກ່ອນຈະກັບປະ ເທດ ໄດ້ຮຽນຮູ້ຄວາມເປັນມືອາຊີບ ຂອງ ການ ສ້າງເຄື່ອງ ໝາຍການຄ້າ. ເຖິງວ່າ ຮູ້ໄດ້ເຖິງ ການລົງທຶນທີ່ມີ ຄວາມສ່ຽງ ສູງ, ສິ້ນເປືອງ ກໍ່ຕາມ ແຕ່ເຈົ້າ ຂອງ iBanhmi ຍັງຕັດສິນໃຈ ປະຕິບັດໃຫ້ໄດ້.
 
ຫງວຽນແຢງຮຽນ ໄດ້ປຸງແຕ່ງເຂົ້າຈີ່ ເປັນ 16 ເຍື່ອງແຕກຕ່າງ ກັນ. ເຂົ້າຈີ່ ແຕ່ລະເຍື່ອງໄດ້ຕັ້ງຊື່ ແລະ ປຸງແຕ່ງແບບພິເສດ ສະ ເພາະຂອງນະຄອນທີ່ມີຊື່ສຽງຫຼາຍ ແຫ່ງໃນທົ່ວໂລກ. ພິເສດ, ຫງວຽນແຢງຮຽນ ໄດ້ປຸງແຕ່ງເຂົ້າຈີ່ 16 ເຍື່ອງ ນັ້ນໃຫ້ເໝາະ ສົມກັບລົດຊາດນິຍົມຂອງຄົນຫວຽດນາມ. ຊື່ເຂົ້າຈີ່ໃນຮ້ານ ອາ ຫານ ຄື: ເຂົ້າຈີ່ ຮ່າໂນ້ຍ, ເຂົ້າຈີ່ Osla (ນອກແວ), ເຂົ້າຈີ່ Madrid (ແອ໋ສະປາຍ), Bangkok (ໄທ), Paris (ຝລັ່ງ), NewYork (ສ.ອາເມລິກາ)... ເຊິ່ງເຮັດໃຫ້ຜູ້ບໍລີໂພກມີ ຄວາມ ຮູ້ສຶກວ່າ ຕົນເອງກຳລັງໄດ້ຮັບລາຍການ ທ່ອງທ່ຽວ ດ້ານ ອາ ຫານການກິນຮອບໂລກ.
  
ເປັນເຄື່ອງໝາຍການຄ້າໜຶ່ງທີ່ຍັງໃໝ່, ສ້າງຂຶ້ນມາໃນສະ ພາບ ມີການແຂ່ງຂັນແກ່ງແຍ້ງກັນຢ່າງຮຸນແຮງ, ແຕ່ດ້ວຍຄວາມ ປາ ຖະໜາ ຕ້ອງການສ້າງເຄື່ອງໝາຍ ການຄ້າໜຶ່ງຂອງ  ຫວຽດ ນາມ ທີ່ໄດ້ມາດຕະຖານສາກົນ, iBanhmi ຂອງ ຫງວຽນ ແຢງຮຽນ ຈະເປັນ “ໜໍ່ແໜງ” ທີ່ເຕັມໄປດ້ວຍພະລັງ ແຮງຊີວິດ ເລີ່ມສ້າງຕົວຕົນທີ່ ຫວຽດນາມ ກຳ ລັງກະຕຸ້ນ ຊຸກຍູ້.
ບົດ: ຖາວວີ - ພາບ: ຈິ້ງວັນໂປ້ 

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top