• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Happy Class: ຫ້ອງຮຽນເມດຕາຈິດຢູ່ປະຕູວັດ

ນາງ ເຈິ່ນທິເຮືອງຢວຽນ ເປັນຄູສອນພາສາ ອັງກິດ ແລະ ປະຕິບັດຕາມຄຳສອນ ຂອງພະພຸດທະເຈົ້າ ຄື ເຮັດວຽກ ເພື່ອກຸສົນ. ຍ້ອນມີພອນສະຫວັນ, ນາງໄດ້ເປີດຫ້ອງສອນ ພາສາ ອັງກິດ ໂດຍບໍ່ເສຍຄ່າ ໂດຍໃສ່ຊື່ວ່າ Happy Class ຢູ່ວັດ ຟາບເວິນ (ຮ່າໂນ້ຍ). 
ທຸກໆ ວັນອາທິດ, ວັດ ຟາບເວິນ ໄດ້ກາຍເປັນຈຸດນັດພົບ ຂອງສາສະນິກະຊົນ ພຸດທະສາສະໜາ ຫຼາຍລຸ້ນຄົນ, ນັບ ແຕ່ເດັກນ້ອຍອາຍຸ 5-6 ປີ ໄປຈົນເຖິງຜູ້ເຖົ້າ ກໍ່ມາເຂົ້າຮ່ວມໃນຫ້ອງຮຽນສອນພາສາ ອັງກິດ ໂດຍບໍ່ເສຍຄ່າ ເຊິ່ງນາງ ຢວຽນ ເປັນຜູ້ຈັດຕັ້ງ. ເຖິງປະຈຸບັນ, ນາງ ຢວຽນ ໄດ້ຈັດຕັ້ງ ການຮຽນພາສາ ອັງກິດ ຈົບແລ້ວ 5 ຊຸດ, ດ້ວຍການເຂົ້າ ຮ່ວມ ຂອງນັກຮຽນ 150 ຄົນ ເຊິ່ງມີອາຍຸແຕ່ 5-15 ປີ. ເວ ລາສົ່ງລູກມາຮຽນ, ພໍ່ແມ່ນັກຮຽນຫຼາຍຄົນກໍ່ໄດ້ເຂົ້າຮ່ວມ ໃນການຮຽນ ພາສາ ອັງກິດ ກັບລູກ ພາຍໃຕ້ການແນະນຳ ຂອງອາສາສະໜັກ.

ຫ້ອງຮຽນ Happy Class ມີຜູ້ອາສາສະໝັກ 20 ຄົນທີ່ເປັນ ນັກສຶກສາມາຈາກມະຫາວິທະຍາໄລຫຼາຍແຫ່ງຢູ່ ຮ່າໂນ້ຍ ແລະ ອາສາສະໝັກຄົນຕ່າງປະເທດ. ອາສາສະໝັກຄົນຕ່າງ ປະເທດ ໄດ້ເຂົ້າຮ່ວມໃນການສອນພາສາ ອັງກິດ ເປັນປະ ຈຳ, ພວກເຂົາປຽບສະເໝືອນ “ແມ່ເຫຼັກ” ໃນການດຶງດູດບັນ ດາ ນ້ອງນ້ອຍ ຍ້ອນອອກສຽງທີ່ຊັດເຈນ, ຖືກຕ້ອງ ບວກກັບ  ການເປັນກັນເອງ ກັບບັນດານ້ອງໆ ນັກຮຽນ.
 
ອາຈານ Victor, ອາສາສະໝັກຄົນໜຶ່ງທີ່ມາຈາກ ອັງກິດ ໃຫ້ຮູ້ວ່າ ລາວມາເຮັດວຽກຢູ່ ຫວຽດນາມ ແລະ ໄດ້ຮູ້ ຫ້ອງ ຮຽນ Happy Class ໂດຍຄວາມບັງເອີນ. ຕັ້ງແຕ່ນັ້ນ ເປັນຕົ້ນມາ ລາວມາສອນເປັນປະຈຳ ຍ້ອນເວລາຂຶ້ນຫ້ອງ ສອນແຕ່ລະເທື່ອ, ລາວ ມີຄວາມສຸກໃນຊີວິດ. 


ໄດ້ຮັບການສ້າງຕັ້ງແຕ່ເດືອນ ກໍລະກົດ 2017, ພາຍຫຼັງ ໜຶ່ງປີ, ຫ້ອງຮຽນ Happy Class ໄດ້ດຶງດູດຜູ້ສົນໃຈເຂົ້າມາ
ຮຽນເກືອບ 40 ຄົນ ດ້ວຍອາຍຸ ແລະ ຄວາມຮູ້ພາສາ ອັງກິດ ທີ່ແຕກຕ່າງກັນ. ພາບ: ຫວຽດເກື່ອງ/VNP


ນັກຮຽນທີ່ຮຽນພາສາ ອັງກິດ ໂດຍບໍ່ເສຍຄ່າ ຢູ່ Happy Class ຈະໄດ້ຮຽນໃນສະພາບພິເສດ. ພາບ: ຫວຽດເກື່ອງ/VNP


ອາຈານ Victor, ອາສາສະໝັກທີ່ມາຈາກປະເທດ ອັງ ກິດ ມາສອນນັກຮຽນ ທີ່ຮັກໃນທຸກເຊົ້າວັນອາທິດ. ພາບ: ຫວຽດເກື່ອງ/VNP


ນັກຮຽນທຸກຄົນ ຈະໄດ້ຮັບການຊ່ວຍເຫຼືອຢ່າງຈິງໃຈ ໃນ ເວລາຮຽນພາສາ ອັງກິດ ຈາກບັນດາອາສາສະໝັກ ຫວຽດ ນາມ ແລະ ຕ່າງປະເທດ. ພາບ: ຫວຽດເກື່ອງ/VNP


ມາຍັງຫ້ອງຮຽນ Happy Class, ນັກຮຽນຈະໄດ້ຮຽນ ຫຼາຍສິ່ງທີ່ໜ້າປະທັບໃຈ, ສົ່ງເສີມກຳລັງໃຈໃນການຮຽນ. ພາບ: ຫວຽດເກື່ອງ/VNP


ບັນຍາກາດທີ່ມ່ວນຊື່ນໃນຫ້ອງຮຽນ Happy Class ພາຍຫຼັງເລີກຮຽນ. ພາບ: ຫວຽດເກື່ອງ/VNP

ນາງ ຢວຽນ ໃຫ້ຮູ້ວ່າ ເດັກນ້ອຍທີ່ມານີ້ ມັກຮຽນນຳອາຈານ Victor ຍ້ອນຮູ້ສຶກໄດ້ຄວາມຮັກແພງຈາກເພິ່ນ ທີ່ມີໃຫ້ແກ່ ເຂົາເຈົ້າ. ນ້ອງ ໂດ໊ທິເຟືອງແອງ, ນັກຮຽນ ຂອງ Happy Class ໃຫ້ຮູ້ວ່າ: “ລູກຮູ້ສຶກດີໃຈ ທີ່ໄດ້ມາຮຽນພາສາ ອັງກິດ ຢູ່ທີ່ນີ້, ເວລາລົມກັນກັບອາຈານ Victor ຊ່ວຍໃຫ້ລູກມີ ຄວາມໝັ້ນໃຈຂຶ້ນ, ລູກຍັງໄດ້ຮັບການຊ່ວຍເຫຼືອຈາກບັນດາ ໝູ່ເພື່ອນຢູ່ທີ່ນີ້ອີກດ້ວຍ”.
 
ເອື້ອຍ ທູມິງ, ແມ່ຂອງນັກຮຽນຄົນໜຶ່ງທີ່ຮຽນຢູ່ Happy Class ໃຫ້ຮູ້ວ່າ: “ນີ້ບໍ່ພຽງແຕ່ແມ່ນຫ້ອງຮຽນພາສາ ອັງກິດ ແຫ່ງໜຶ່ງເທົ່ານັ້ນ, ມັນຍັງເປັນບ່ອນສອນໃຫ້ນັກຮຽນ ຮູ້ເຖິງ ແບບແຜນວິຖີຊີວິດ ອີກດ້ວຍ. ພວກຂ້າພະເຈົ້າພາລູກມາ ຮຽນ ແລະ ຮູ້ສຶກປະທັບໃຈ ໃນເວລາທີ່ໄດ້ນັ່ງຮຽນ ນຳເຂົາ ເຈົ້າ”.
 
ນາງ ຢວຽນ ໃຫ້ຮູ້ເພີ່ມອີກວ່າ ຫ້ອງຮຽນແຫ່ງນີ້ ໄດ້ຈັດຂຶ້ນເພື່ອຕ້ອນຮັບນັກຮຽນທີ່ມາຮຽນພາສາ ອັງກິດ ໂດຍບໍ່ເສຍ ຄ່າ ແລະ ຕ້ອນຮັບບັນດາອາສາສະໝັກ ຄົນຕ່າງປະເທດ ມາເປັນຄູສອນ ຢູ່ທີ່ນີ້. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top