• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

hand lettering -ທ່່າອ່ຽງໃໝ່ ດຶງດູດວົງການຊາວໜຸ່ມ

ດ້ວຍຄວາມປະດິດຄິດສ້າງ ທີ່ບໍ່ມີຂອບເຂດ ເພື່ອສ້າງເປັນ ບັນດາຕົວໜັງສືທີ່ຄົດໂຄ້ງ ແລະ ໄປຕາມລວງເລິກ, ການແຕ້ມໜັງສືສິລະປະ ຫຼື ເອີ້ນວ່າ hand lettering ປັດຈຸບັນ ກຳລັງ ເປັນວິຊາໃໝ່ ດຶງດູດວົງການໄວໜຸ່ມ ຫວຽດນາມ. 
ທ່ານເລກວກສີ໊, ໜຶ່ງໃນຫຼາຍຄົນ ຫວຽດນາມ ທຳອິດ ທີ່ທຳການຄົ້ນຄວ້າ ແລະ ປະຕິບັດການແຕ້ມໜັງສືສິລະ hand lettering ໃຫ້ຮູ້ວ່າ, hand lettering ພັດທະນາ ຕາມທ່າອ່ຽງສິລະປະ ໃນຊຸມປີຕົ້ນ ສະຕະວັດທີ XIX ຊຶ່ງມີ ລັກສະນະປະດັບປະດາສູງ. ມາຮອດປັດຈຸບັນ, ຕາມ ຂະບວນການສິລະປະທັນສະໄໝ hand lettering ພວມໄດ້ ໝູນໃຊ້ຫຼາຍ ໃນການ ແຕ້ມປ້າຍໂຄສະນາ, ເຮັດໜ້າປົກປຶ້ມ ຫຼື ສັນຍາລັກຕ່າງໆ... ບາງຄົນ ມີຄວາມ ເຂົາໃຈຜິດ ລະຫວ່າງ tyography ແລະ hand lettering, ແຕ່ທີ່ແທ້ tyography ແມ່ນສິລະປະ ການຈັດວາງ ແລະ ປະກອບຕົວໜັງສື ໃນການຜະລິດ ສິ່ງພິມ, ສ່ວນ hand lettering ເປັນລາຍລັກອັກສອນ ແບບໜຶ່ງທີ່ຖືກ ປະດິດແຕ້ມດ້ວຍມື.

ປະຈຸບັນ ຢູ່ ຫວຽດນາມ, ແຕ້ມໜັງສືສິລະປະ ຍັງຄົງໄດ້ ຮັບຖືວ່າ ເປັນວິຊາສິລະປະໃໝ່ ແຕ່ກໍໄດ້ດຶງດູດ ຄວາມສົນໃຈ ຂອງຊາວໜຸ່ມເປັນຈຳນວນຫຼາຍພໍຄວນ. ເປັນຜູ້ເລີ່ມ ເປີດຫ້ອງຮຽນແຕ້ມໜັງສືລະດັບພື້ນຖານແຕ່ປີ 2016, ທ່ານສີ໊ໃຫ້ຮູ້ວ່າ: “ແຕ່ລະປີ ຂ້າພະເຈົ້າ ຈັດຕັ້ງ ປະມານ 5-6 ຊຸດຮຽນ, ຜູ້ເຂົ້າຮ່ວມເກືອບທັງໝົດ ແມ່ນ ຊາວໜຸ່ມ. ມາຮອດປັດຈຸບັນ ໄດ້ມີຫຼາຍຄົນ ຮູ້ຈັກເຖິງ ການແຕ້ມໜັງສືສິລະປະ ເພາະສະນັ້ນ ຂ້າພະເຈົ້າ ມີຄວາມຫວັງ ໄດ້ເປີດຊຸດຮຽນລົງເລິກຕື່ມອີກ ສຳລັບ ຄົນທີ່ຢາກໝູນໃຊ້ ສິລະປະດັ່ງກ່າວ ເຂົ້າໃນການ ອອກແບບ”. 


ທ່ານເລກວກສີ໊, ໜຶ່ງໃນຫຼາຍຄົນ ຫວຽດນາມ ທຳອິດ ທີ່ທຳການຄົ້ນຄວ້າ ແລະ ປະຕິບັດ ການແຕ້ມໜັງສືສິລະປະ hand lettering ຢູ່ ຫວຽດນາມ. 


ທ່ານ ສີ໊ໃຫ້ຮູ້ວ່າ ຫຼັງຈາກມີຄວາມນຶກຄິດ ກ່ຽວກັບຕົວໜັງສື ທີ່ຕ້ອງການແລ້ວ ກໍຕ້ອງແຕ້ມຈຳລອງໃສ່ເຈ້ຍລ່ວງໜ້າ.


ການແຕ້ມໜັງສືສິລະປະ ກຳລັງໄດ້ ເພື່ອນຊາວໜຸ່ມ ປະສານສົມທົບ ກັບສິລະປະສ້າງຮູບ ເພື່ອປະດິດສ້າງອອກ
ບັນດາການໝູນໃຊ້ ມີລັກສະນະທີ່ແທດເໝາ ກັບ ຄວາມເປັນຈິງ.



ຫຼັງຈາກ ແຕ້ມວາດຈຸດພື້ນຖານໃສ່ເຈ້ຍ ດ້ວຍມື ຈະໄດ້ ນຳເຂົ້າ ເຄື່ອງກອມພິວເຕີ ເພື່ອຮັບໃຊ້ ການໂຄສະນາ. 


ທ່ານສີ໊ໃຫ້ຮູ້ວ່າ ການໝູນໃຊ້ ໜັງສືສິລະປະ ເຂົ້າສູ່ຊີວິດ ການເປັນຢູ່ ຈະຂຶ້ນກັບ ຄວາມນຶກຄິດ ຢ່າງຫຼວງຫຼາຍ
ເພື່ອໃຫ້ສອດຄ່ອງກັບຈຸດປະສົງນຳໃຊ້. 



ທ່ານເລກວກສີ໊ ໃນຊົ່ວໂມງແນະນຳ ໜັງສືສິລະປະ ໃຫ້ແກ່ ເພື່ອນຊາວໜຸ່ມ ຜູ້ຮັກມັກວິຊາ hand lettering ຢູ່ຮ່າໂນ້ຍ. 

ເພື່ອຮຽນແຕ້ມໜັງສືສິລະປະ, ເບື້ອງຕົ້ນ ຜູ້ຮຽນຕ້ອງໃຊ້ ປາກກາຕໍ່ນຳ້ມຶກ ແອບຂຽນຕົວອັກສອນແຕ່ລະໂຕ ຕາມຕາຕະລາງຕົວໜັງສື Alphabet, ຫຼັງຈາກນັ້ນ ຈຶ່ງແອບ ເຊື່ອມຕໍ່ ບັນດາຕົວອັກສອນເຂົ້າກັນ ເພື່ອສ້າງເປັນສຳນວນ ທີ່ມີຄວາມໝາຍ. ຖ້າຢາກໄດ້ມີ ຜົນການ ແຕ້ມໜັງສື ສິລະປະ ທີ່ສົມບູນແບບອັນໜຶ່ງ, ທຳອິດ ຕ້ອງແຕ້ມວາດ ຈຸດພື້ນຖານ ໃສ່ເຈ້ຍ ດ້ວຍສໍດຳ, ຫຼັງຈາກນັ້ນ ອີງຕາມ ຮູບຕົວໜັງສື ແລະ ຈຸດປະສົງນຳໃຊ້ ຈຶ່ງອອກແບບ  ລວດລາຍ ຫຼື ຕີເຫຼື້ອມໜັງສື ເພື່ອ ສ້າງສ່ວນເລິກ ແລະ ເຮັດໃຫ້ຜົນການປະດິດແຕ່ງ ບັນລຸໄດ້ດ້ານ ສະຫງວນ ຄວາມງາມສູງ. ນີ້ກໍແມ່ນຂັ້ນຕອນຍາກທີສຸດ ແລະ ຮຽກຮ້ອງ ຄວາມປະດິດ ສ້າງ ຂອງຜູ້ແຕ້ມ. ຜະລິດຕະພັນ ການແຕ້ມແຕ່ງ ແຕ່ລະສະບັບ ຕ້ອງມີຄວາມງາມ ທັງ ສອດຄ່ອງກັບຈຸດປະສົງນຳໃຊ້.

ສຳລັບການໝູນໃຊ້ຕົວຈິງຕ່າງກັນ ຈະມີຫຼາຍແບບຕົວໜັງສື ທີ່ແຕກຕ່າງກັນ, ຕົວຢ່າງຄື ເຮັດພາບແຂວນຝາປະໜັງ, ບາງເທື່ອພຽງຕ້ອງການທາສີ ແລະ ເຮັດຂອບກໍຖືວ່າ ສຳເລັດແລ້ວ, ແຕ່ວ່າ ເຈ້ຍທີ່ໃຊ້ ຕ້ອງກ້ຽງ ເພື່ອໃຫ້ ລວດລາຍແຕ້ມ ໄດ້ແຈ້ງຊັດ. ຖ້າຫາກວ່າ ໝູນໃຊ້ ໃນການ ອອກແບບ, ຫຼັງຈາກແຕ້ມຈຳລອງໃສ່ເຈ້ຍແລ້ວ ຜູ້ປະຕິບັດ ຕ້ອງນຳໃຊ້ບັນດາຊອບເວ ໃນຄອມພິວເຕີ ເພື່ອການ ດັດແປງ.


ມາຮອດປັດຈຸບັນ, ວິຊາການແຕ້ມ ໜັງສືສິລະປະ ຢູ່ ຫວຽດນາມ ໄດ້ໝູນໃຊ້ໃນການເຮັດ ໂລໂກ, ຮັບຮູ້ ເຄື່ອງໝາຍການຄ້າ, ເຮັດໜ້າປົກປຶ້ມ ຫຼື ສະແດງນິໄສ ສ່ວນຕົວ, ການອອກແບບແຟຊັ່ນສຳລັບ ວົງການໄວໜຸ່ມ ເປັນຕົ້ນ. ຄຽງຂ້າງຄວາມມັກສ່ວນຕົວ, ການແຕ້ມໜັງສື ສິລະປະ ຍັງຊ່ວຍໃຫ້ຜູ້ຮັກມັກ ຜ່ອນຄາຍ ອາລົມ ຫຼັງຈາກ ເວລາຮຳ່ຮຽນ ແລະ ເຮັດວຽກຢ່າງເຄັ່ງຕຶງ.

ຜົນການແຕ້ມແຕ່ງ ໜັງສືສິລະປະ ດ້ວຍມື ຂອງ ບັນດາສະມາຊິກ ສະໂມສອນ ແຕ້ມຕົວໜັງສືສິລະປະ ຮ່າໂນ້ຍ: 






















 
ບົດ: ເງິນຮ່າ - ພາບ: ເຕິດເຊີນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top