• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GMS 6 - ຊອກຫາກຳລັງໜູນເຕີບໂຕເສດຖະກິດໃໝ່

ເວທີປາໄສສຸດຍອດດຳເນີນທຸລະກິດ GMS, ເຊິ່ງແມ່ນເວທີປາໄສເປັນຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງ ແລະ ກໍ່ແມ່ນເວທີປາໄສສາກົນໃຫຍ່ທີ່ສຸດໃນປີ 2018, ດ້ວຍຜູ້ແທນເຂົ້າຮ່ວມ 2.000 ທ່ານ, ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ແລະ ກະຊວງການຕ່າງປະເທດສົມທົບກັນຈັດຂຶ້ນໃນວັນທີ 30 ມີນາຢູ່ຮ່າໂນ້ຍ.

(ທ່ານ ວູຕ໋ຽນລົກ, ປະທານ VCCI)

ກ່າວຄຳເຫັນທີ່ພິທີໄຂສະພາດຳເນີນທຸລະກິດ GMS ໃນຕອນເຊົ້າວັນທີ 30 ມີນາ, ທ່ານ ວູຕ໋ຽນລົກ, ປະທານ VCCI ຢືນຢັນວ່າ, ຜ່ານໄລຍະ 25 ປີນັບແຕ່ເມື່ອໂຄງການຮ່ວມມືເສດຖະກິດ GMS ໄດ້ເລີ່ມເຄື່ອນໄຫວ, ດ້ວຍການໜູນຊ່ວຍຂອງທະນາຄານພັດທະນາອາຊີ (ADB), ພາກພື້ນນີ້ບັນລຸໄດ້ຜົນງານຫຼາຍຢ່າງ. ທ່ານປະທານ ວູຕ໋ຽນລົກ ຖືວ່າ.

        “ຕໍ່ໜ້າຄວາມຮຽກຮ້ອງຂອງໄລຍະພັດທະນາໃໝ່, ນັບທັງກາລະໂອກາດ ແລະ ສິ່ງທ້າທາຍໃນການປ່ຽນແປງໃໝ່ GMS ລ້ວນແຕ່ໃຫຍ່ຫຼວງທີ່ສຸດ. ສິ່ງທ້າທາຍໃຫຍ່ທີ່ສຸດຂອງບັນດາພື້ນຖານເສດຖະກິດ GMS ກ່ຽວກັບຄຸນນະພາບລະບອບລະບຽບການ ແລະ ກຳລັງແກ່ງແຍ້ງຂອງວິສາຫະກິດແມ່ນຕ້ອງກ້າວໄປເຖິງມາດຕະຖານສາກົນ ເພື່ອສາມາດເຊື່ອມຕໍ່ເຂົ້າລະບົບສະໜອງທົ່ວໂລກ. ກຳລັງໜູນຂອງການພັດທະນາໃນພາກພື້ນ GMS ໃນໄລຍະຈະມາເຖິງຈະແມ່ນຈິດໃຈເລີ່ມທຸລະກິດ, ແມ່ນການພັດທະນາຂອງພາກພື້ນວິສາຫະກິດຈຸນລະ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ພາກພື້ນວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ…”

        ທ່ານປະທານ ວູຕ໋ຽນລົກ ປາດຖະໜາວ່າ, ດ້ວຍບັນດາຂໍ້ລິເລີມ, ລາຍການ, ໂຄງການເພື່ອຊຸກຍູ້ການເຊື່ອມຕໍ່ພາກພື້ນ, ຫັນການການຄ້າ ການລົງທຶນເປັນສະດວກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາແບບຍືນຍົງ… ດ້ວຍຄວາມໄວ້ເນື້ອເຊື່ອໃຈຕໍ່ການຮ່ວມມື ແລະ ການແບ່ງປັນລະຫວ່າງບັນດາປະເທດ GMS ຕາມເນື້ອໃນຈິດໃຈ “ຮ່ວມແມ່ນ້ຳສາຍດຽວ”, ເວທີປາໄສສຸດຍອດດຳເນີນທຸລະກິດ GMS 2018 ໄດ້ທະວີຄູນກຳລັງແຮງຂອງ GMS ໃນບັນດາຄວາມມານະພະຍາຍາມຂອງການເຊື່ອມໂຍງ ແລະ ພັດທະນາ.


(ທ່ານ ອຸເດດ ສຸວັນນະວົງ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳລາວ,

ປະທານສະພາດຳເນີນທຸລະກິດ GMS)

ຢືນຢັນຄວາມຕັດສິນໃຈໜູນຊ່ວຍປະຊາຄົມວິສາຫະກິດ GMS ໃນໄລຍະໃໝ່, ທ່ານອຸເດດ ສຸວັນນະວົງ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳລາວ, ປະທານສະພາດຳເນີນທຸລະກິດ GMS, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າກໍ່ຈະສະໜອງທຶນໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເພື່ອຮັບປະກັນການເຂົ້າຮ່ວມ GMS ຢ່າງແຮງຂອງເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າມີການກະກຽມຢ່າງແຮງກວ່າ ແລະ ກາຍເປັນບັນດາວິສາຫະກິດບັນລຸຜົນສຳເລັດ. GMS ໄດ້ກ້າວເຂົ້າສູ່ທົດສະວັດທີ 3 ຂອງການຮ່ວມມື ແລະ ພວກເຮົາໄດ້ໃຫ້ຄຳໝັ້ນສັນຍາໃນການສົມທົບກັນ ແລະ ເຊື່ອມຕໍ່ຢ່າງແຮງກວ່າ. GMS ກໍ່ໄດ້ຮັບຮອງເອົາແຜນການກະທຳຮ່າໂນ້ຍໃໝ່. ພວກຂ້າພະເຈົ້າຮຽກຮ້ອງໃຫ້ເປີດກວ້າງແລວເສດຖະກິດກວ່າອີກ ເພື່ອຮັບປະກັນການເຂົ້າຮ່ວມຂອງບັນດາປະເທດຢ່າງແຮງກວ່າ”.

        ເວທີປາໄສສຸດຍອດດຳເນີນທຸລະກິດ GMS ແມ່ນກອງປະຊຸມຄັ້ງທຳອິດໄດ້ຮັບການດຳເນີນໃນຂອບເຂດກອງປະຊຸມສຸດຍອດ GMS ຕາມຂໍ້ລິເລີ່ມຂອງຫວຽດນາມ. ເວທີປາໄສສຸດຍອດດຳເນີນທຸລະກິດ GMS ຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດໃນພາກພື້ນ ແລະ ບັນດາຄູ່ຮ່ວມມືຕີລາຄາບັນດາກາລະໂອກາດ, ພິເສດແມ່ນກຸ່ມເສດຖະກິດພາກເອກະຊົນ, ຊອກຫາກາລະໂອກາດຮ່ວມມື ພ້ອມກັນພັດທະນາ, ປະຕິບັດບັນດາໂຄງການກະທຳ, ນຳໃຊ້ກາລະໂອກາດທີ່ດີຈາກແຫຼ່ງກອງທຶນຂອງບັນດາຄູ່ຮ່ວມມືໃນພາກພື້ນ.

        GMS ລວມມີ 6 ປະເທດແມ່ນ: ຈີນ, ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ.

        ພາຍຫຼັງພິທີໄຂເວທີປາໄສໄດ້ດຳເນີນບັນດາວາລະປຶກສາຫາລືຫົວເລື່ອງສະເພາະ, ສຸມໃສ່ເຂົ້າບັນດາເນື້ອໃນຄື: ທັດສະນະຂອງ GMS ກ່ຽວກັບແມ່ຍິງເລີ່ມທຸລະກິດ ແລະ ບັນດານັກເລີ່ມທຸລະກິດໜຸ່ມ; ແຜນການຍຸດທະສາດພັດທະນາເສດຖະກິດພາກເອກະຊົນ…

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top