• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G20 ເຫັນດີເປັນເອກະພາບຊຸກຍູ້ການປັບປຸງ WTO

ວັນທີ 14 ກັນຍາ, ບັນດາປະເທດສະມາຊິກກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງຊຸກຍູ້ການປັບປຸງອົງການການຄ້າໂລກ (WTO)

ທ່ານລັດຖະມົນຕີການຕ່າງປະເທດ ອາກຊັງຕິນ Jorge Faurie  (ພາບ: infobae.com
ໃນຂອບເຂດກອງປະຊຸມລັດຖະມົນຕີການຄ້າ ແລະ ການລົງທຶນຂອງກຸ່ມ ເຊິ່ງພວມດຳເນີນໄປຢູ່ນະຄອນ Mar del Plata ຂອງປະເທດ ອາກຊັງຕິນ. ກ່າວຄຳເຫັນໃນການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອາກຊັງຕິນ Jorge Faurie ໃຫ້ຮູ້ວ່າ: ບັນດາປະເທດທັງໝົດໄດ້ເຫັນດີເປັນເອກະພາບວ່າ ບັນຫາສຳຄັນ ແລະ ຮີບດ່ວນທີ່ສຸດໃນປະຈຸບັນ ແມ່ນອງຊອກຫາມາດຕະການຊ່ວຍ WTO ອາດຈະຕອບສະໜອງໄດ້ດີກ່ວາຕໍ່ບັນດາສິ່ງທ້າທາຍ ເຊິ່ງການຄ້າພວມປະເຊີນໜ້າ. ທ່ານ Faurie ຢືນຢັນວ່າ ບັນດາຜູ້ແທນກໍ່ນຳສະເໜີທັດສະນະກ່ຽວກັບບັນດາປັດໄຈຈຳເປັນທີ່ສຸດສຳລັບການຄ້າສາກົນ ເພື່ອອາດຈະປະຕິບັດແຜນການປັບປຸງ, ບັນດາບັນຫາຫຍັງ ຄວນຕ້ອງປ່ຽນແປງໃໝ່ ແລະ ສິ່ງໃດຕ້ອງສືບຕໍ່ເສີມຂະຫຍາຍ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top