• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

Frontline Collection ແລະ ຮູບພາບແມ່ຍິງ ຫວຽດນາມ ໃນສົງຄາມ

ບໍ່ພຽງແຕ່ໄດ້ຖືກປະພັນ ໃນກາບກອນເທົ່ານັ້ນ, ຮູບພາບ ບັນ ດານາງສາວ ພວມສ້າງທາງ, ຂົນສົ່ງອາວຸດ, ຈັບປືນສູ້ຮົບ ຍັງ ເປັນພາບທີ່ປະທັບໃຈເປັນພິເສດໃຫ້ແກ່ນັກແຕ້ມ ຫວຽດນາມ ຫຼາຍໆ ຄົນໃນການສູ້ຮົບປົກປ້ອງປະເທດຊາດ 2 ຄັ້ງອີກດ້ວຍ. ນີ້ແມ່ນແຫຼ່ງກຳລັງໃຈເພື່ອໃຫ້ນັກແຕ້ມ ຫງວຽນທິງອກຮວ່ຽນໃຊ້ເວລາເຖິງ 50 ປີ ເພື່ອສະສົມພາບແຕ້ມກວ່າ 1.000 ແຜ່ນກ່ຽວກັບຫົວຂໍ້ດັ່ງກ່າວ. 
ຫວ່າງແລ້ວນີ້,​ ທີ່ຫໍພິພິທະພັນ ວິຈິດສິນ ຫວຽດນາມ ຢູ່ຮ່າໂນ້ຍ, ນັກແຕ້ມ ຫງວຽນທິງອກຮວ່ຽນ ໄດ້ເອົາມາແນະນຳ ຕໍ່ທ່ານ ຜູ້ ຊົມ ຊຸດສະສົມ Frontline Collection ພາຍໃຕ້ຫົວຂໍ້ “ຮູບ ພາບ ແມ່ຍິງຫວຽດນາມ ໃນສົງຄາມ” ເພື່ອສະແດງ ຄວາມຮູ້ ບຸນຄຸນ ເຖິງແມ່ຍິງ ຫຼາຍໆ ຄົນໃນການສູ້ຮົບປົກປ້ອງປະເທດ ຊາດ 2 ຄັ້ງ ແລະ ບັນດານັກແຕ້ມທີ່ມີຜົນງານປະດິດ ແຕ່ງຕໍ່ ຫົວຂໍ້ດັ່ງ ກ່າວ.
 
ນີ້ແມ່ນຜົນງານປະດິດແຕ່ງໃນຊ່ວງເວລາກວ່າ 50 ປີ ຂອງ ຜົວ ເມຍ ນັກແຕ້ມ ຫງວຽນທິງອກຮວ່ຽນ ແລະ ເພື່ອນໆ​  ຜ່ານຊຸດ ສະສົມພາບແຕ້ມກວ່າ 1.000 ແຜ່ນ, ລວມ ທັງບັນດາພາບ ແຕ້ມ ຂອງ ນັກແຕ້ມທີ່ມີຊື່ສຽງຫຼາຍຄົນມາ ຈາກ ໂຮງຮຽນ ວິຈິດສິນ ອິນດູຈີນ ໃນຕົ້ນສະຕະວັດກ່ອນ. 



ນັກແຕ້ມ ເຢືອງແອງ ພວມແນະນຳພາບແຕ້ມຂອງຕົນຕໍ່ແຂກ
ທີ່ມາເຂົ້າຮ່ວມງານວາງສະແດງ.  



ອາ ເລຕູເກີມ, ຜູ້ທີ່ເຄີຍເຂົ້າຮ່ວມການສູ້ຮົບກັບ ສ ອາເມລິກາ ກໍ່ເຂົ້າຮ່ວມງານວາງສະແດງ.


ແຂກທີ່ເຂົ້າຮ່ວມ ຖ່າຍຮູບຮ່ວມກັບບັນດານັກແຕ້ມໃນງານ ວາງສະແດງ. 

ນີ້ແມ່ນເທື່ອທຳອິດ ທີ່ນັກແຕ້ມ ຫງວຽນທິງອກຮວ່ຽນ ໄດ້ຈັດຕັ້ງງານວາງສະແດງຊຸດສະສົມຂອງຕົນຢູ່ ຫວຽດນາມ ດ້ວຍຄວາມມຸ່ງຫວັງຈະໄດ້ເອົາຊຸດສະສົມດັ່ງກ່າວ ໄປແນະນຳຕໍ່ເພື່ອນມິດ
ສາກົນຢູ່ບັນດາປະເທດ​ ອີຕາລີ, ອົສຕຣາລີ ແລະ ອື່ນໆ.
 
ງານວາງສະແດງ ພາຍໃຕ້ຫົວຂໍ້: “ຮູບພາບແມ່ຍິງຫວຽດນາມ ໃນສົງຄາມ” ນີ້ມີ ພາບແຕ້ມ 57 ແຜ່ນ ຂອງ ນັກແຕ້ມ 27 ທ່ານ ທີ່ມີຊື່ສຽງຄື: ເຈິ່ນວັນເກີນ, ຟານເກ໋ອານ, ຮວິ່ງວັນຖ້ວນ, ຫງວຽນຕືຫງຽມ, ຮວິ່ງເຟືອງດົງ... ໄດ້ຄັດຈ້ອນ ເພື່ອແນະນຳ ຕໍ່ທ່ານຜູ້ຊົມ.

ຍ້ອນພາບແຕ້ມສ່ວນຫຼາຍ ໄດ້ແຕ້ມໃນສະໄໝສົງຄາມກັບ ຝຣັ່ງ ແລະ ສ ອາເມລິກາ, ສະນັ້ນຈິ່ງເຮັດໃຫ້ພາບແຕ້ມ ຫຼາຍພາບ ຕົກສີ ແລະ ເກົ່າ, ສະນັ້ນ ນັກແຕ້ມ ຫງວຽນທິງອກຮວ່ຽນ ຕ້ອງ ວາດພາບເປັນພາບແຕ້ມແຜ່ນໃໝ່ ແລະ ໄດ້ພິມອອກດ້ວຍ ຂະ ໜາດໃຫຍ່.
 
ຈຸດພິເສດ ແລະ ເປັນແຫຼ່ງກຳລັງໃຈທີ່ເຮັດໃຫ້ນັກແຕ້ມ ຫງວຽນ ທິງອກຮວິ່ງ ຕັດສິນໃຈຈັດຕັ້ງງານວາງສະແດງຄັ້ງນີ້ແມ່ນ ຮູບ ພາບ ແມ່ຍິງ ເຖິງວ່າເປັນຄົນອ່ອນນ້ອມ ແຕ່ໄດ້ສະແດງ ໃຫ້ ເຫັນເຖິງຄວາມອົງອາດກ້າແກ່ນ ເມື່ອເຂົາເຈົ້າຕົກໃນສະພາບການເປັນຢູ່ລະຫວ່າງ ເປັນ ຫຼື ຕາຍ. ຍິ່ງກວ່ານີ້, ຄວາມຮ້າຍ ກາດ ຂອງ ສົງຄາມກໍ່ບໍ່ສາມາດເຮັດໃຫ້ຄວາມສວຍງາມ, ຄວາມ ໜ້າຮັກຂອງບັນດານາງສາວ ຖືກຫາຍໄປໄດ້.
 
ນັກແຕ້ມ ຫງວຽນທິງອກຮວ່ຽນ ໃຫ້ຮູ້ວ່າ: “ງານວາງສະແດງຄັ້ງນີ້ເປັນໜຶ່ງໃນບັນດາແຜນການທີ່ຂ້າພະເຈົ້າວາງອອກແຕ່ດົນແລ້ວ, ຍ້ອນຂ້າພະເຈົ້າບໍ່ພຽງແຕ່ຢາກສະແດງໃຫ້ເຫັນຄວາມເອກ ອ້າງ ທະນົງໃຈກ່ຽວກັບແມ່ຍິງ ຫວຽດນາມ, ຜູ້ທີ່ອົງອາດກ້າຫານ, ຍອມເສຍສະຫຼະຊີວິດເພື່ອປະເທດຊາດເທົ່ານັ້ນ, ຫາກຍັງຢາກ ສະແດງຄວາມຮູ້ບຸນຄຸນເຖິງບັນດານັກແຕ້ມສະໄໝ ກ່ອນອີກດ້ວຍ.”


ພາບແຕ້ມ ນັກຮົບຍິງ ທີ່ແມ່ນຳ້ ແດງ ປີ 1953 ຂອງນັກແຕ້ມ ຈິ້ງຟ່ອງ.


ພາບແຕ້ມ ນັກຮົບຍິງ ທີ່ ເບັນແຈ ປີ 1953 ຂອງນັກແຕ້ມ ຮວິ່ງເຟືອງດົງ.


ພາບແຕ້ມ ເຊີ່ມເຊີນ ປີ 1966 ຂອງ ມື້ລາງ ນັກແຕ້ມ ຫງວຽນແທງເຈົາ. 


ພາບແຕ້ມ ເຊີ່ມເຊີນ ປີ 1966 ຂອງ ມື້ລາງ ນັກແຕ້ມ ຫງວຽນແທງເຈົາ.


ພາບແຕ້ມ ຂອງ ນັກແຕ້ມ ເຢືອງແອງ  ແຕ້ມເມື່ອປີ 1966


ພາບແຕ້ມ ນັກຮົບຍິງ ໃນ “ກອງທະຫານຜົມຍາວ” ປີ 1967 ຂອງນັກແຕ້ມ ມິງເຟືອງ.


ພາບແຕ້ມ ແມ່ຍິງ ຫວຽດນາມ ໃນສົງຄາມປີ 1968 ຂອງ ນັກແຕ້ມ ຈິງກິມວິງ.


ພາບແຕ້ມ ຂອງ ມື້ລາງ ນັກແຕ້ມ ຫງວຽນແທງເຈົາ ປີ 1970.


ພາບແຕ້ມ ເວລາຝຶກແອບຂອງນັກຮົບຍິງ ພາກໃຕ້ ປີ 1973 ຂອງ ນັກແຕ້ມ ຫວໍເຊືອງ.


ພາບແຕ້ມ ແມ່ຍິງ ຫວຽດນາມ ໃນສົງຄາມຂອງນັກແຕ້ມ ຫວໍເຊືອງ.


ພາບແຕ້ມ ນັກຮົບຍິງກຳລັງຝຶກແອບຍິງປືນຂອງນັກແຕ້ມ ຫງວຽນແທງມິງ.


ພາບແຕ້ມ ນັກຮົບຍິງ ຫວຽດນາມ ກຳລັງເຝົ້າຍາມໃນ ປ້ອມ ຍາມຂອງນັກແຕ້ມ ດິງຈ້ອງຄາງ.


ພາບແຕ້ມ ນັກຮົບຍິງ ພວມເຊັດປືນຂອງນັກແຕ້ມ ຫວໍເຊືອງ.


ພາບແຕ້ມ ນັກຮົບຍິງ ກຳລັງລາດຕະເວນຢູ່ທະເລ ຂອງ ນັກແຕ້ມ ຈິງກິມວິງ.


ພາບແຕ້ມ ນັກຮົບຍິງ ເຈີ່ນທິແອນ ຢູ່ແຄມຂຸມລະເບີດ B52 ທີ່ ວິງລິງ ຂອງ ມື້ລາງນັກແຕ້ມ ຮຸຍຕວ່ານ. 


ພາບແຕ້ມ ຄວາມອົງອາດກ້າຫານຂອງນັກຮົບຍິງ ກາມລິກ
ເມື່ອປະເຊີນໜ້າກັບລະເບີດຂອງມື້ລາງນັກຮົບ ຮວິ່ງເຟືອງດົງ.




ພາບແຕ້ມ ການດຳລົງຊີວິດປະຈຳວັນຂອງແມ່ຍິງ ຫວຽດນາມ
ໃນສະໄໝສົງຄາມຂອງນັກແຕ້ມ ຫງວຽນດຶກຢູ້.
 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top