• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

Francis ຮຸ່ງ: ຈາກພະນັກງານຕ້ອນຮັບ ກາຍເປັນ “ຜູ້ເກັ່ງກ້າ”

ນັກປາຖະກະຖາ Francis ຮຸ່ງ (ຊື່ ຫວຽດ ແມ່ນ ເວືອງຮືວ ຮຸ່ງ) ໄດ້ລັດຖະບານ ສ ອາເມລິກາ ຮັບຮອງເປັນຜູ້ເກັ່ງກ້າ ຕາມ ກົດລະບຽບ EB-1A (ຄົນຕ່າງປະເທດອາໄສ ຢູ່ ສ ອາເມລິກາ ມີຄວາມສາມາດພິເສດ) ໃນ 3 ຂົງເຂດ:  ກ່າວປາ ໄສ, ຊ່ຽວຊານກໍ່ສ້າງວິສາຫະກິດຂັ້ນສູງ ແລະ ປຶກສາຍຸດທະສາດ ເຮັດທຸລະກິດ. Francis ຮຸ່ງ ເປັນຄົນ ຫວຽດນາມ ຜູ້ ທຳອິດໄດ້ຮັບນາມມະຍົດ ອັນປະເສີດນີ້, ສິ່ງດັ່ງ ກ່າວ ໄດ້ ສ້າງ ຜົນກະທົບເຖິງຮຸ່ນໜຸ່ມ ຫວຽດນາມ ຕໍ່ຄວາມ ເຊື່ອໝັ້ນ, ຄວາມຕັ້ງໝັ້ນບືນຂຶ້ນດ້ວຍຕົນເອງ. 
ເວລາໂອ້ລົມກັນກັບນັກຂ່າວ, Francis ຮຸ່ງ ໄດ້ເວົ້າເຖິງເສັ້ນ ທາງສູ່ຜົນສຳເລັດຂອງຕົນ. ປີ 1999, ຫຼັງຈາກຮຽນ ຈົບມະ ຫາວິທະຍາໄລ, ເວືອງຮືວຮຸ່ງ ເຂົ້າແຖວລໍຖ້າ 2 ຊົ່ວໂມງ ເພື່ອ ຂໍໄດ້ເຮັດວຽກທີ່ໂຮງແຮມ Renaissance Riverside ໄຊ ງ່ອນ ໃນຖານະຕຳແໜ່ງເປັນພະນັກງານຕ້ອນຮັບ. ລາວອະທິ ບາຍວ່າ: “ຂ້າພະເຈົ້າເລືອກເຮັດວຽກນີ້ ຍ້ອນມັນຊ່ວຍ ຝຶກ ຄວາມອົດທົນ, ລະອຽດລະອໍ, ຮູ້ຄວບຄຸມຕົນເອງ”.
 
Francis ຮຸ່ງ ໃຫ້ຮູ້ວ່າ ທຸກຄົນໃນຄອບຄົວຂອງລາວຮູ້ສຶກຕົກໃຈເມື່ອເຫັນລາວ ເຮັດວຽກເປັນພະນັກງານຕ້ອນຮັບ. ລາວ ກັບແຟນກໍ່ເລີກກັນຍ້ອນພໍ່ແມ່ຂອງຜູ້ສາວຄິດວ່າ ເອົາ ພະນັກງານຕ້ອນຮັບໃນໂຮງແຮມເປັນຜົວຈະບໍ່ມີ ອະນາຄົດ. ກ່ອນຈາກລາກັບແຟນ ລາວເວົ້າວ່າ: “ມື້ນີ້ ເປັນຜູ້ຕ້ອນຮັບ, ແຕ່ໃນອະນາຄົດ ຂ້ອຍຈະກາຍເປັນ ຜູ້ອຳນວຍການ ຂອງ ໂຮງແຮມຫຼັງໜຶ່ງ”. 

ເປັນຜູ້ຕ້ອນຮັບ, ເວລາປ່ຽນຜຽນ, ຕາມປົກກະຕິ ພະນັກງານຈະໃຫ້ຜູ້ຮັບວຽກໃນຜຽນຕໍ່ໄປ ຕ້ອງແກ້ໄຂວຽກທີ່ຍັງຄ້າງຄາ ຂອງ ຜຽນກ່ອນ. ແຕ່ສຳລັບ Francis ຮຸ່ງ, ລາວຈົດກ່າຍບັນດາ ສິ່ງທີ່ອາດຈະເກີດຂຶ້ນໃນຜຽນຂອງຕົນ ແລະ ໂອ້ລົມ ກັບພະນັກງານຜູ້ທີ່ຮັບວຽກໃນຜຽນຕໍ່ໄປ ກ່ອນທີ່ຈະເມືອ. ບາງມື້ ລາວຢູ່ແກ້ໄຂບັນຫາກັບເພື່ອນ ຮ່ວມງານໃຫ້ສຳເລັດ ແລ້ວຈຶ່ງເມືອ. “ນອກຈາກການຮັບປະກັນວຽກງານໃຫ້ດີ, ຂ້າພະເຈົ້າຍັງກຳໄດ້ເຫດຜົນທີ່ອາດຈະສ້າງບັນຫາຂຶ້ນໃນບໍລິ ການໂຮງແຮມ”- Francis ຮຸ່ງ ໃຫ້ຮູ້ຄືແນວນັ້ນ.

ຄວາມຕັ້ງໃຈໃນການເຮັດວຽກຂອງລາວ ຖືກຮັບຮອງດ້ວຍ ຜູ້ບໍລິຫານໂຮງແຮມ, ພາຍຫຼັງເຮັດວຽກມາເປັນເວລາ 14 ເດືອນ, ລາວ ຖືກແຕ່ງຕັ້ງເຂົ້າໃນ ຕຳແໜ່ງຜູ້ຮັບຜິດຊອບ ການຈັດຫ້ອງ. ອີກ 10 ເດືອນ, ລາວ ຖືກແຕ່ງຕັ້ງໃຫ້ເປັນຜູ້ ດຳເນີນການເຄື່ອນໄຫວເຮັດທຸລະກິດ. 

 

ນັກປາຖະກະຖາ Francis ຮຸ່ງ (ຊື່ວ່າ ເວືອງຮືວຮຸ່ງ) ເປັນຄົນ ຫວຽດນາມ ຜູ້ທຳອິດທີ່ລັດຖະບານ
ສ ອາເມລິກາ ຮັບຮອງ ເປັນຜູ້ເກັ່ງກ້າ. ພາບ: ທົງຫາຍ



Francis ຮຸ່ງ ເປັນນັກຊ່ຽວຊານໃນການກໍ່ສ້າງພະນັກງານ ແລະ ປຶກສາຍຸດທະສາດໃຫ້ແກ່ບັນດາວິສາຫະກິດ,
ກຸ່ມບໍລິສັດແຖວໜ້າຂອງໂລກ. ພາບ: ເອກະສານ



Francis ຮຸ່ງ ໄດ້ແບ່ງປັນກ່ຽວກັບເລື່ອງເລີ່ມເຮັດທຸລະກິດ
ຂອງຕົນກັບບັນດາໄວໜຸ່ມນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ



Francis ຮຸ່ງ ໃນການປຶກສາໃຫ້ແກ່ບັນດາຜູ້ບໍລິຫານຂອງ
ກຸ່ມບໍລິສັດ
Alliance ມີ ສໍານັກງານໃຫຍ່ຕັ້ງຢູ່ລັດ Georgia (ສ ອາເມລິກາ). ພາບ: ທົງຫາຍ


Francis ຮຸ່ງ ໃນການຝຶກອົບຮົມໃຫ້ແກ່ການນຳ Mercedes Ben ຫວຽດນາມ. ພາບ: ເອກະສານ


Francis ຮຸ່ງ ໃນການຝຶກອົບຮົມໃຫ້ແກ່ພະນັກງານຂອງ
ບໍລິສັດຂາຍລົດ
Lexus. ພາບ: ທົງຫາຍ


Francis ຮຸ່ງ ເປັນຕົວແບບຂອງການເລີ່ມຕົ້ນເຮັດ ທຸລະກິດສຳ ລັບໄວໜຸ່ມຢູ່ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ


Francis ຮຸ່ງ ພົບປະກັບມະຫາເສດຖີ Patrick Hogan. ພາບ: ເອກະສານ


Francis ຮຸ່ງ ເປັນຂົວຕໍ່ລະຫວ່າງການນຳ, ຜູ້ບໍລິຫານ ແລະ ຜູ້ອອກແຮງງານ ໃນບັນດາວິສາຫະກິດ. ພາບ: ທົງຫາຍ

ພາຍຫຼັງ 5 ປີ, ຈາກພະນັກງານຕ້ອນຮັບ, Francis ຮຸ່ງ ໄດ້ Marriott International (ກຸ່ມບໍລິສັດລາຍໃຫຍ່ ເຄື່ອນໄຫວ ໃນຂົງເຂດໂຮງແຮມ ຊຶ່ງມີໂຮງແຮມ 2.300 ຫຼັງ ຢູ່ 80 ປະເທດ) ໄດ້ຄັດເລືອກເຂົ້າໃນຕຳແໜ່ງ ຜູ້ອຳນວຍການ ຂາຍ ສິນຄ້າ ຂອງໂຮມແຮມຢູ່ ຫວຽດນາມ. ໃນການເຮັດວຽກ ປີ ທຳອິດ, ລາວໄດ້ ຮັບຮອງເປັນຜູ້ອຳນວຍການ ຂາຍສິນຄ້າ ໂຮງແຮມດີເດັ່ນ ທີ່ສຸດ ຫວຽດນາມ ດ້ວຍລາຍຮັບລື່ນກາຍ ເປົ້າ ໝາຍກວ່າ 50%.
 
ນັບແຕ່ນັ້ນເປັນຕົ້ນມາ, Francis ຮຸ່ງ ຖືກເລື່ອນຕຳແໜ່ງ 9 ຄັ້ງ ຜ່ານ 3 ກຸ່ມແຖວໜ້າ ຂອງ ໂລກເຊັ່ນ: Marriott (ສ ອາເມລິກາ), Princess D’ Annam (ຝຣັ່ງ) ແລະ Ascott International (ສິງກະໂປ). ປະຈຸບັນ, ລາວເປັນ ຜູ້ອຳນວຍ ການໃຫຍ່ຂອງບໍລິສັດທີ່ປຶກສາ ແລະ ກໍ່ສ້າງພະນັກງານຂາຍສິນຄ້າໂຮງແຮມ Fresh View.
 
ມີເລື່ອງໜຶ່ງໄດ້ເກີດຂຶ້ນໃນເວລາທີ່ລາວເຮັດວຽກຢູ່ Ascott International ເຊິ່ງການນໍາກຸ່ມບໍລິສັດດັ່ງກ່າວເວົ້າເຖິງ ຢູ່ ເລື້ອຍໆ ຍ້ອນບໍ່ເຄີຍມີມາກ່ອນ. 
 
ໄລຍະນັ້ນ, ຜູ້ອຳນວຍການຮັບຜິດຊອບຂົງເຂດພາກເໜືອແມ່ນຄົນຕ່າງປະເທດຄົນໜຶ່ງໄດ້ພັກການ, Francis ຮຸ່ງ ເວົ້າ ກັບຜູ້ອຳນວຍການຮັບຜິດຊອບຂົງເຂດ ອິນດູຈີນ ທ່ານ Hen ry Lim (ຄົນສິງກະໂປ) ວ່າ ລາວຈະເປັນຜູ້ອຳນວຍການ ພາກໃຕ້ ແລະ ພາກເໜືອ ດ້ວຍເງື່ອນໄຂຈະໄດ້ເພີ່ມ ເງິນ ເດືອນຂຶ້ນ 85% ແລະ ພ້ອມກັບຄອບຄົວໄດ້ໄປຜັກຜ່ອນ 2 ເດືອນຢູ່ ສ ອາເມລິກາ. ທ່ານ Henry Lim ເຫັນດີ, ແຕ່ກໍ ພ້ອມ ຮັບຄວາມກົດດັນຈາກຜູ້ອຳນວຍການຫຼາຍ ສິບຄົນ ໃນຂົງເຂດ.  2 ອາທິດ ຫຼັງຈາກເລື່ອງ Francis ຮຸ່ງ ໄດ້ ຂຶ້ນ ເງິນເດືອນ ແບບຜິດປົກ ກະຕິ ຖືກເປີດເຜີຍອອກມາ, ຜູ້ອຳ ນວຍການ ຫຼາຍຄົນຕ່າງໆ ກໍ່ຮຽກຮ້ອງໄດ້ເພີ່ມເງິນເດືອນ, ຖ້າບໍ່ໄດ້ ຄືແນວນັ້ນ, ເຂົາເຈົ້າ ຈະພັກວຽກ. 
 
ທ່ານ Henry Lim ໄດ້ອະທິບາຍວ່າ: “ຂ້າພະເຈົ້າຈະມອບລາງວັນໃຫ້ຜູ້ທີ່ເກັ່ງກວ່າໝູ່. ຖ້າຜູ້ໃດຢາກພັກວຽກ, ກໍ່ຂຽນໃບ ຄຳຮ້ອງ ຂ້ອຍຈະເຊັນໃຫ້”. ແລ້ວທ່ານ Henry Lim ເອົາຜົນ ງານການປະກອບສ່ວນຂອງ Francis ຮຸ່ງ ມາໃຫ້ທຸກ ຄົນ ເບິ່ງ.  ເມື່ອເວົ້າເຖິງເລື່ອງນີ້, Francis ຮຸ່ງ ໃຫ້ຮູ້ວ່າ: “ຂ້າພະເຈົ້າບໍ່ກ້າສ່ຽງ ເມື່ອພົບປະກັບຫົວໜ້າເລື່ອງດັ່ງກ່າວ. ຂ້າພະ ເຈົ້າເຂົ້າໃຈວ່າ ຕົນເອງມີການປະກອບສ່ວນຢ່າງຕັ້ງໜ້າຄື ແນວໃດ ຕະຫຼອດຊາວງເວລາຂອງການເຮັດວຽກ”.

ນັກປາຖະກະຖາ Francis ຮຸ່ງ ໄດ້ກ່າວປາໄສໂດຍກົງ, ກໍ່ ສ້າງ, ໃຫ້ຄຳປຶກສາວິສາຫະກິດກວ່າ 1.000 ແຫ່ງ, ໃນນັ້ນ 80% ແມ່ນກຸ່ມບໍລິສັດມີການເຄື່ອນໄຫວ ເຮັດທຸລະກິດ ຢູ່ ຫຼາຍປະເທດຄື: Sony, Acer, Intel, Western Union, Mercedes Benz, Vingroup, Novaland, British Council, Lexus - Toyota, Viettinbank, Shinhan bank ແລະ ອື່ນໆ.
ບົດ: ທົງຫາຍ-ພາບ: ທົງຫາຍ ແລະ ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top