• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ທະເລ ຍາຈາງ - ແຄ໋ງຮວ່າ ປີ 2019 ປະກອບສ່ວນເຂົ້າໃນການໂຄສະນາຄວາມສາມາດບົ່ມຊ້ອນທາງດ້ານວັດທະນະທໍ ແລະ ການທ່ອງທ່ຽວ

ແຂວງແຄ໋ງຮວ່າ ໄດ້ວາງເປົ້າໝາຍສໍາລັບງານບຸນຄັ້ງນີ້ ແມ່ນສ້າງບັນຍາກາດແຫ່ງຄວາມສາມັກຄີກັນ, ສະແດງນໍ້າໃຈເຄົາລົບ, ຮັກແພງແຂກຄົນຂອງປະຊາຊົນທ້ອງຖິ່ນທີ່ມີຕໍ່ແຂກທ່ອງທ່ຽວ, ເພື່ອນມິດພາຍໃນປະເທດ ແລະ ສາກົນ.

Festival ທະເລ ຍາຈາງ - ແຄ໋ງຮວ່າ ຄັ້ງທີ 9 ປີ 2019 ຄາດວ່າຈະໄດ້ດໍາເນີນໃນລະຫວ່າງວັນທີ 11 ພຶດສະພາ - 14 ພຶດສະພາ 2019. ໃນນັ້ນພິທີໄຂງານບຸນ ຈະໄດ້ຈັດຂຶ້ນຢູ່ນະຄອນ ຍາຈາງ ຂອງຫວຽດນາມ ໃນຕອນຄໍ່າວັນທີ 11 ພຶດສະພາ, ເຊິ່ງໄດ້ສົມທົບກັບການຈັດພິທີໄຂປີທ່ອງທ່ຽວແຫ່ງຊາດ 2019, ໂດຍມີຊື່ວ່່າ “ພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 - Festival ທະເລ ຍາຈາງ - ແຄ໋ງຮວ່າ ປີ 2019” ແລະ ພິທີອັດງານບຸນ ຈະໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 14 ພຶດສະພາ 2019.

        Festival ທະເລ ຍາຈາງ - ແຄ໋ງຮວ່າ ປີ 2019 (ເອີ້ນຫຍໍ້ວ່າ Festival ທະເລ 2019) ແມ່ນການລວບລວມບັນດາການເຄື່ອນໄຫວວັດທະນະທໍາ, ສິລະປະ, ງານບຸນຄັ້ງນີ້ ຈະສ່ອງແສງໃຫ້ເຫັນບັນດາຈຸດວັດທະນະທໍາທີ່ພື້ນເມືອງ ແລະ ວັດທະນະທໍາຍຸກປັດຈຸບັນ; ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາຂອງປະເທດຊາດເວົ້າລວມ ແລະ ຂອງດິນແດນ ຍາຈາງ - ແຄ໋ງຮວ່າເວົ້າສະເພາະ. ພິເສດ, ນີ້ກໍແມ່ນລາຍການເຄື່ອນໄຫວຕົ້ນຕໍ ເພື່ອແນໃສ່ຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2019, ເຊິ່ງຈະໄດ້ຈັດຂຶ້ນໃນພາບດຽວ ໂດຍແຂວງແຄ໋ງຮວ່າ ເປັນເຈົ້າພາບຈັດຕັ້ງ.

ຕາມນັ້ນແລ້ວ, ການເຄື່ອນໄຫວຕ່າງໆໃນຂອບເຂດ Festival ທະເລ 2019 ລວມມີ: ການສະແດງສິລະປະ, ການສະແດງຂອງມະຫາຊົນ, ການວາງສະແດງ, ການແຂ່ງຂັນກິລາ, ການທ່ອງທ່ຽວ, ອາຫານການກິນ, ການຄ້າ ແລະ ອື່ນໆ. ແຂວງແຄ໋ງຮວ່າ ໄດ້ວາງເປົ້າໝາຍສໍາລັບງານບຸນຄັ້ງນີ້ ແມ່ນສ້າງບັນຍາກາດແຫ່ງຄວາມສາມັກຄີກັນ, ສະແດງນໍ້າໃຈເຄົາລົບ, ຮັກແພງແຂກຄົນຂອງປະຊາຊົນທ້ອງຖິ່ນທີ່ມີຕໍ່ແຂກທ່ອງທ່ຽວ, ເພື່ອນມິດພາຍໃນປະເທດ ແລະ ສາກົນ; ພ້ອມກັນນັ້ນ, ກໍປະກອບສ່ວນເຂົ້າໃນການໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງແຄ໋ງຮວ່າ ກ່ຽວກັບເສດຖະກິດ, ວັດທະນະທໍາ, ການທ່ອງທ່ຽວ ແລະ ແງ່ຫວັງໃນການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

 

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top