• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ທະເລບາເຣັຍ-ຫວຸງເຕົ່າ, ເຂັ້ມຂົ້ນໄປດ້ວຍສີສັນທະເລ

      Festival ທະເລປີ 2018 ບາເຣັຍ-ຫວຸງເຕົ່າ ດ້ວຍຫົວຂໍ້ “ບາເຣັຍ-ຫວຸງເຕົ່າ, ຄວາມຄາດຫວັງ, ຄວາມຮັກ ແລະ ທະເລ” ຫາກໍ່ດຳເນີນແຕ່ວັນທີ 28 ສິງຫາ ຫາວັນທີ 3 ກັນຍາ ຢູ່ນະຄອນຫວຸງເຕົ່າ. Festival ທະເລປີ 2018 ອີກເທື່ອໜຶ່ງໄດ້ຢັ້ງຢືນ ເຄື່ອງໝາຍທະເລ ໃນການໂຄສະນາ ຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການຄ້າ-ການທ່ອງທ່ຽວ ແລະ ເສດຖະກິດທະເລຂອງແຂວງ ບາເຣັຍ-ຫວຸງເຕົ່າ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນຢູ່ພາຍໃນປະເທດ ທີ່ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດທະເລເວົ້າລວມ

Festival ທະເລບາເຣັຍ-ຫວຸງເຕົ່າ 
      ໃນການດຳເນີນເປັນເວລາ 7 ວັນ,   Festival ທະເລປີ 2018 ຂອງແຂວງ ບາເຣັຍ-ຫວຸງເຕົ່າ ໄດ້ດຶງດູດການເຂົ້າຮ່ວມຂອງ 28 ແຂວງ, ນະຄອນ ແລະ ວິສາຫະກິດ ຢູ່ພາຍໃນ ແລະ ຕ່າງແຂວງເກືອບ 400 ແຫ່ງ ເຊິ່ງໄດ້ມີບັນດາຮ້ານສະແດງສິນຄ້າ ຢູ່ງານຕະຫຼາດນັດການຄ້າ. ຢູ່ສູນວາງສະແດງຮູບແຕ້ມຕົວໜັງສື, ມີຮູບແຕ້ມຕົວໜັງສືກວ່າ 300 ແຜ່ນ ດ້ວຍຫົວເລື່ອງທະເລ, ເອົາຫົວເລື່ອງທະເລ ເປັນແຫຼ່ງບັນດານໃຈ, ເນື້ອໃນແມ່ນບັນດາເລື່ອງລາວ, ຄຳສຸພາສິດ, ບັນດາຄຳກອນທີ່ມ່ວນກ່ຽວກັບທະເລ, ບັນດານັກແຕ້ມຕົວໜັງສື ໄດ້ຖ່າຍທອດກ່ຽວກັບສານ ແຫ່ງຄວາມຮັກທະເລ. ນັກສິລະປະການ ເຈິນແທັງຮ່ຽນ, ຫົວໜ້າສະໂມສອນ ແຕ້ມຕົວໜັງສືແຂວງ ບາເຣັຍ-ຫວຸງເຕົ່າ ໃຫ້ຮູ້ວ່າ: 
   “ມາຮ່ວມ Festival ທະເລປີ 2018 ທະເລຫວຸງເຕົ່າ, ບັນດານັກສິລະປະການ ໂດຍຜ່ານຮູບແຕ້ມຂອງຕົນ ກໍ່ຢາກແນະນຳໃຫ້ຊາວປະມົງ ເມື່ອເດີນເຮືອໄປຈັບຫາປາຈະໄດ້ຮັບຜົນດີ, ດິນຟ້າອາກາດ ເອື້ອອຳນວຍຄວາມສະດວກ, ພາວະນາໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ. ພາວະນາໃຫ້ທຸກສິ່ງທຸກຢ່າງ ດັ່ງຫວັງມາສູ່ທຸກໆຄົນຢູ່ແຂວງ ຫວຸງເຕົ່າ ເວົ້າລວມ”.
     Festival ທະເລປີ 2018 ລວມມີ 17 ເຫດການ ແບ່ງເປັນ 6 ກຸ່ມເຄື່ອນໄຫວ. ພ້ອມກັບບັນດາການເຄື່ອນໄຫວແນະນຳ ຄວາມສາມາດບົ່ມຊ້ອນ ທາງດ້ານເສດຖະກິດທະເລ, ສົ່ງເສີມການຄ້າ, ດຶງດູດການລົງທຶນ, ບັນດາການເຄື່ອນໄຫວ ວັດທະນະທຳສິລະປະ ທີ່ເປັນເອກະລັກ ໄດ້ດຶງດູດແຂກທ່ອງທ່ຽວນັບໝື່ນຄົນມາຢ້ຽມຊົມທັດສະນະສຶກສາ. ທ່ານ ດັ້ງດິ້ງຖາມ ນັກທ່ອງທ່ຽວມາຈາກແຂວງ ດົງນາຍ ໄດ້ແບ່ງປັນວ່າ: 
    “ການຈັດຕັ້ງ Festival ແມ່ນດີຫຼາຍ. ແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ ສາມາດເຂົ້າໃຈໄດ້ເຖິງບັນດາ ຜະລິດຕະພັນຂອງທ້ອງຖິ່ນຕ່າງໆ, ມີຫຼາຍສິ່ງທີ່ໃໝ່ອ່ຽມ ເຮັດໃຫ້ເຂົາເຈົ້າສາມາດເຂົ້າໃຈໄດ້ເຖິງຜະລິດຕະພັນ ທີ່ຜະລິດໃນປັດຈຸບັນ ຫຼື ແບບວິທີຂາຍສິນຄ້າໃໝ່, ມີສິນຄ້າຫຼາຍປະເພດແມ່ນກ່ຽວຂ້ອງເຖິງການບຳລຸງສຸຂະພາບ, ຜະລິດຕະພັນກະເສດ…”
   ໂດຍນອນໃນເຂດເສດຖະກິດຈຸດສຸມ ທາງພາກໃຕ້, ແຂວງ ບາເຣັຍ-ຫວຸງເຕົ່າ ມີຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບຫຼາຍຢ່າງ ເພື່ອພັດທະນາເສດຖະກິດທະເລ, ໃນນັ້ນ ການທ່ອງທ່ຽວໄດ້ຖືກກຳນົດແມ່ນ  1 ໃນ 5 ຂະແໜງປາຍແຫຼມ ເພື່ອພັດທະນາເສດຖະກິດ-ສັງຄົມ. ເພື່ອເສີມຂະຫຍາຍບັນດາທ່າໄດ້ປຽບນັ້ນ, ໃນໄລຍະທີ່ຜ່ານມາ, ແຂວງ ບາເຣັຍ-ຫວຸງເຕົ່າ ໄດ້ຜັນຂະຫຍາຍບັນດາມາດຕະການເພື່ອແກ້ໄຂ ຕາມສະພາບຕົວຈິງຢູ່ທ້ອງຖິ່ນ, ສອດຄ່ອງກັບຍຸດທະສາດ ພັດທະນາການທ່ອງທ່ຽວຫວຽດນາມເຖິງປີ 2020 ແລະ ວິໄສທັດເຖິງປີ 2030. ການພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດ ປາຍແຫຼມຂອງແຂວງ ແລະ ໃນເບື້ອງຕົ້ນໄດ້ບັນລຸ ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ຄິດສະເລ່ຍຈຳນວນແຂກທ່ອງທ່ຽວໄດ້ເພີ່ມຂຶ້ນເກືອບ 13%, ຍອດລາຍໄດ້ຈາກການທ່ອງທ່ຽວ ໄດ້ເພີ່ມຂຶ້ນເກືອບ 16%. ປັດຈຸບັນ ແຂວງ ບາເຣັຍ-ຫວຸງເຕົ່າ ໄດ້ຜັນຂະຫຍາຍ 9 ໝວດມາດຕະການລະອຽດ ແລະ ດັດປັບແຜນກຳນົດສັງລວມ, ກຳນົດລະບົບເຄືອຂ່າຍທ່ອງທ່ຽວ, ພັດທະນາລະບົບຜະລິດຕະພັນທ່ອງທ່ຽວຄຸນນະພາບສູງ, ຍົກສູງຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດ, ສ້າງສະພາບແວດລ້ອມ ທາງດ້ານການທ່ອງທ່ຽວ ອະລິຍະທຳ, ເປັນມິດກັບສິ່ງແວດລ້ອມ, ມີຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ. ທ່ານ ຫງວຽນວັນຈິ່ງ ປະທານຄະນະກຳມະການປະຊາຊົນ ແຂວງ ບາເຣັຍ-ຫວຸງເຕົ່າ ໃຫ້ຮູ້ວ່າ: 
     “ນີ້ແມ່ນບັນດາການເຄື່ອນໄຫວ ຜັນຂະຫຍາຍບັນດາວິທີການແກ້ໄຂ ເພື່ອແນໃສ່ພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ໂດຍພື້ນຖານໃນປີ 2020, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງບາເຣັຍ-ຫວຸງເຕົ່າ ເວົ້າສະເພາະ, ແລະ ທົ່ວປະເທດເວົ້າລວມ.  Festival ທະເລປີ 2018 ເພື່ອແນໃສແນະນຳຜົນງານ ໃນການພັດທະນາຂອງແຂວງໃນໄລຍະທີ່ຜ່ານມາ, ໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນທ່າແຮງ ຂອງການທ່ອງທ່ຽວທະເລ, ເພີ່ມທະວີລັກສະນະຮ່ວມສຳພັນ, ຮ່ວມມືລະຫວ່າງບັນດາເຂດແຄ້ວນ, ທ້ອງຖິ່ນໃນທົ່ວປະເທດ, ບັນດາຄູ່ຮ່ວມມືສາກົນ, ສະແດງໃຫ້ເຫັນ ຄວາມຮັກແພງແຂກຂອງຊາວທ້ອງຖິ່ນ”.
    ພາຍຫຼັງດຳເນີນມາເປັນເວລາຫຼາຍປີ,  Festival ທະເລປີ 2018 ຂອງແຂວງ ບາເຣັຍ-ຫວຸງເຕົ່າ ໄດ້ຖືກຈັດຂຶ້ນດ້ວຍຂອບຂະໜາດໃຫ່ຍ ແລະ ເນື້ອໃນອຸດົມສົມບູນກວ່າເກົ່າ. ດ້ວຍທ່າແຮງບົ່ມຊ້ອນ ຫຼາຍຢ່າງຈາກທະເລ, Festival ທະເລ ບາເຣັຍ-ຫວຸງເຕົ່າ ປີ 2018 ແນ່ນອນວ່າຈະສ້າງກຳລັງໜູນ ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ແຂວງບາເຣັຍ-ຫວຸງເຕົ່ານັບມື້ນັບຫຼາຍຂຶ້ນໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top