• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ມໍຣະດົກກວາງນາມ-ແຫ່ງເຕົ້າໂຮມບັນດາຄຸນຄ່າວັດທະນະທຳທີ່ພົ້ນເດັ່ນ

      ດ້ວຍຫົວຂໍ້ວ່າ: “ເສັ້ນທາງເຊື່ອມຕໍ່ມໍຣະດົກ“, Festival ມໍຣະດົກກວາງນາມ, ຄັ້ງທີ 6 – 2017, ໄຂຂຶ້ນໃນຕອນຄຳ່ວັນທີ 9/6, ຢູ່ຫາດຊາຍທະເລ ຕາມແທງ, ນະຄອນ ຕາມກີ່. Festival ມໍຣະດົກກວາງນາມ ຄັ້ງທີ 6 – 2017

ລາຍການສະແດງສີລະປະ ທີ່ Festival
      ແມ່ນໂອກາດເພື່ອເພີ່ມທະວີການພົວພັນລະຫວ່າງ ກວາງນາມ, ຫວຽດນາມ  ກັບບັນດາອົງການຈັດຕັ້ງສາກົນ, ບັນດາທ້ອງຖີ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍຣະດົກວັດທະນະທຳ; ຍູ້ແຮງການພົວພັນ, ການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວກັບບັນດາປະເທດໃນພາກພື້ນ ແລະ ເພື່ອນມິດສາກົນ, ຜ່ານນັ້ນແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ສີສັນວັດທະນະທຳຂອງບັນດາເຜົ່າ ຫວຽດນາມ ແລະ ຂອງແຂວງ ກວາງນາມ. ກ້າວໄປເຖິງການກໍ່ສ້າງກວາງນາມ ໃຫ້ກາຍເປັນສູນທ່ອງທ່ຽວຂອງ ຫວຽດນາມ ແລະ ພາກພື້ນ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ,ເນັ້ນໜັກວ່າ:
          “ໂດຍບໍ່ແມ່ນແຫ່ງທີ່ມີບັນດາເງື່ອນໄຂສະດວກທີ່ສຸດກ່ຽວກັບການພັດທະນາການທ່ອງທ່ຽວ ແລະ ເສດຖະກິດ, ແຕ່ກວາງນາມ ໄດ້ກໍ່ສ້າງພາບພົດທີ່ເປັນເອກະລັກສະເພາະໃຫ້ຕົນໃນການພັດທະນາການທ່ອງທ່ຽວເວົ້າສະເພາະ ແລະ ການພັດທະນາເສດຖະກິດສັງຄົມເວົ້າລວມ. ງານບຸນ ກວາງນາມ - ເສັ້ນທາງມໍຣະດົກເປັນການພິສູດໃຫ້ເຫັນສິ່ງດັ່ງກ່າວ. ງານບຸນບໍ່ພຽງແຕ່ໂຄສະນາພາບພົດ ກວາງນາມ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ພະລັງຊີວິດ, ຄວາມສຸດຈິດສຸດໃຈ ແລະ ຄວາມສະໜິດສະໜົມເທົ່ານັ້ນ, ຫາກງານບຸນຍັງເປີດກວ້າງການເຊື່ອມຈອດ, ແນະນຳຮູບພາບ, ມໍຣະດົກຂອງບັນດາທ້ອງຖີ່ນທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ“.
          ໂດຍດຳເນີນໃນລະຫວ່າງວັນທີ 7-14/6, Festival ມໍຣະດົກກວາງນາມ ຄັ້ງທີ 6 ມີ 22 ເຫດການວັດທະນະທຳ ສິລະປະທີ່ພົ້ນເດັ່ນ, ເຊື່ອມຕໍ່ບັນດາມໍຣະດົກວັດທະນະທຳຂອງແຂວງ ກວາງນາມ ກັບບັນດາມໍຣະດົກຂອງບັນດາແຂວງ, ນະຄອນຂອງ ຫວຽດນາມ ແລະ ຫຼາຍປະເທດ, ເຂດເຄວ້ນຢູ່ໃນໂລກ. ບັນດາເຫດການວັດທະນະທຳ ສິລະປະ ຢູ່ Festival ມໍຣະດົກກວາງນາມ ຄັ້ງທີ 6 ຈະຖືກຈັດຂຶ້ນຢູ່ທຸກເມືອງ, ເທດສະບານໃນແຂວງ ກວາງນາມ ເພື່ອແນໃສ່ສົ່ງສານກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ພົ້ນເດັ່ນຂອງມໍຣະດົກຕ່າງໆໃນແຂວງ ກວາງນາມ ເວົ້າສະເພາະ ແລະ ຂອງ ຫວຽດນາມ ເວົ້າລວມເຖິງມະຫາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top