• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

FCAC - ສະຖານທີ່ສະຫງວນໃຫ້ແກ່ການປະດິດສ້າງ ຂອງ ນັກສິລະປິນ

ຕັ້ງຢູ່ບ້ານ ຖາວຫງວຽນ, ເມືອງ 2, ນະຄອນໂຮ່ຈີມິນ, The Factory Contemporary Art Center (FCAC) ເປັນສູນ ສິລະປະຍຸກໄໝ່ ແຫ່ງທຳອິດຢູ່ຫວຽດນາມ, ຊຶ່ງເປັນບ່ອນ ສະຫງວນໃຫ້ບັນດານັກສິລະປິນ ສະແດງຄວາມສາມາດ, ຄວາມປະດິດສ້າງຂອງຕົນ.
ໃນຂະນະທີ່ ນະຄອນໂຮ່ຈີມິນ ຍັງຂາດສະຖານທີ່ເພື່ອ ສິລະ ປະ, ເພາະສະນັ້ນ ການສ້າງຕັ້ງສູນ The Factory ເພື່ອ ສົ່ງເສີມ ສະໜັບສະໜູນການພັດທະນາສິລະປະຍຸກໃໝ່ ຢູ່ຫວຽດນາມ ແລະ ນຳມາຊຶ່ງກາລະໂອກາດຄົ້ນພົບ, ເຮັດວຽກ ແລະ ພົບປະແລກປ່ຽນລະຫວ່າງບັນດານັກສິລະປິນ ແລະ ມວນຊົນ.

The Factory ເປັນບ່ອນຈັດງານວາງສະແດງຫຼາຍຄັ້ງ ແລະ ໂຄງການ ສິລະປະຍຸກໃໝ່ ຂະໜາດໃຫຍ່ ຫຼາຍໂຄງການ ຊຶ່ງສ້າງ ຄວາມ ປະທັບໃຈ ແລະ ໄດ້ຮັບການຕອບຮັບ ເປັນຢ່າງດີຈາກຜູ້ຊົມ. ໃນງານວາງສະແດງຄັ້ງທຳອິດ ທີ່ໃສ່ຊື່ວ່າ: “ບັນດາບຸກຄົນທີ່ ຖືກຄອບງຳແນວຄິດຈາກ ເຕັກໂນໂລຊີ”  ຂອງນັກ ສິລະປິນ ຫຼາຍຄົນ, ທ່ານຜູ້ຊົມໄດ້ເຫັນກັບຕາ ບັນດາຜົນງານການປະດິດແຕ່ງ ທີ່ນຳໃຊ້ເຕັກໂນໂລຊີໃໝ່ ແລະ ທັນສະໄໝທີສຸດເຊັ່ນ: ເຄື່ອງພິມ 3D, ເຕັກນິກຖ່າຍຮູບ ແລະ ສ້າງຄືນໃໝ່ຮູບພາບ 3 ລວງຂອງສິ່ງວັດຖຸ (video hol-ograms), ບັນດາຜົນການປະດິດແຕ່ງ ນຳໃຊ້ ລະບົບການສະທ້ອນສຽງ, ນຳໃຊ້ມືຖືສະຫຼາດ (smart phone apps), ວີດີໂອສະທ້ອນການເໜັງຕີງເຄື່ອນ ເໜັງ ແລະ ໜັງກະຕູນ.


The Factory Contemporary Art Center ເປັນສູນ ສິລະປະຍຸກໃໝ່ ແຫ່ງທຳອິດຢູ່ຫວຽດນາມ. 


The Factory ດຶງດູດໃຈມວນຊົນ ຜູ້ສົນໃຈງານສິລະປະ ຍຸກໃໝ່ ຫວຽດນາມ. 


The Factory ມີສະຖານທີ່ສ້າງຄວາມປະທັບໃຈ ດ້ວຍ ຫຼາຍຮູບກ້ອນ, ສີສັນທີ່ໄດ້ຮັບການຈັດວາງຢ່າງລະອຽດ. 


The Factory ມີສະຖານທີ່ພາຍໃນຢ່າງກວ້າງຂວາງ ເພື່ອ ຈັດ ວາງບັນດາຜົນການປະດິດແຕ່ງ. 


ຜົນການປະດິດແຕ່ງ “ຫຼົງບ່ອນ” ຂອງ ນັກສິລະປິນ ບຸ່ຍກົງ ແຄ໋ງ ຈັດວາງສະແດງ ຢູ່ The Factory. 


ຫໍສະໝຸດສິລະປະ The Factory ມີການອອກແບບ ທີ່ທັນສະໄໝ. 


ຫ້ອງການຢູ່ The Factory.


ບ່ອນເຮັດວຽກຢູ່ The Factory. 


ແຂກທີ່ມາຢ້ຽມຢາມ ສາມາດໄດ້ລື້ນເລີງໃຈ ກັບລົດຊາດ ຂອງ ກາເຟ ໃນຍ່ານບັນຍາກາດທີ່ປອດໂປ່ງຢູ່ The Factory. 


ສະຖານທີ່ອາຫານການກິນແມ່ນໜຶ່ງ ໃນຫຼາຍບໍລິການ ທີ່ສະດວກ ສຳລັບແຂກທີ່ມາຢ້ຽມຊົມຢູ່ The Factory. 


ພະນັກງານ ຂອງ The Factory ເຮັດວຽກຢ່າງຫ້າວຫັນ ແລະ ເປັນມືອາຊີບສູງ. 


ທ່ານຜູ້ຊົມຊອກຮູ້ກ່ຽວກັບສິລະປະ ຢູ່ຫໍສະໝຸດສິລະປະ The Factory. 

ຄຽງຄູ່ກັນນັ້ນ, ບັນດາງານວາງສະແດງສິລະປະ ຈັດວາງ ທີ່ ໂດດເດັ່ນເຊັ່ນ: “ແສງແດດຮາບພຽງ” ຂອງ ເລນາ ບຸ່ຍ ຫຼື “ຫຼົງບ່ອນ” ຂອງ ບຸ່ຍກົງແຄ໋ງ ຊຶ່ງຈັດວາງສະແດງ  ຢູ່ FCAC ໄດ້ເຮັດໃຫ້ທ່ານຜູ້ຊົມ ມີຫຼາຍມູມມອງໃໝ່ ແລະ ເປັນເອກະລັກ ກ່ຽວກັບຄຸນຄ່າ ຂອງ ສິລະປະຍຸກໃໝ່.

ປັດຈຸບັນ, The Factory ໄດ້ເປີດການຮຽນຫຼາຍຊຸດກ່ຽວກັບສິລະປະຊ່ວຍໃຫ້ມວນຊົນສາມາດໝູນໃຊ້ໄດ້ເຊັ່ນ: ແຕ້ມສີນ້ຳ, ແຕ້ມ ຈຸດພື້ນຖານ, ສິລະປະການຂຽນໂຕໜັງສື (calligraphy) ຂອງ ພາກຕາເວັນຕົກ... ນອກຈາກນັ້ນ, The Factory ກໍຈັດຕັ້ງການໂອ້ ລົມສົນທະນາ, ການພົບປະສັງສັນ ລະຫວ່າງ ນັກສິລະປິນກັບ ມະຫາຊົນ ເພື່ອໃຫ້ປະຊາຊົນ ມີໂອກາດ ໄດ້ພົບປະແລກປ່ຽນ ກັບນັກສິລະປິນ ແລະ  ໄດ້ມີຄວາມຮູ້ຫຼາຍກວ່າ ກ່ຽວກັບປະເພດສິລະປະ ທີ່ຕົນເອງ ສົນໃຈ.

ພ້ອມດຽວກັບສະຖານທີ່ສິລະປະ ເປີດແຫ່ງນີ້, The Factory ຍັງມີຫໍສະໝຸດ ແລະ ສະຖານທີ່ ສຳລັບອາຫານການກິນ ແລະ ດື່ມກາເຟ ອີກດ້ວຍ. 
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top