• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

EVFTA – ກາລະໂອກາດໃຫ້ທັງສອງ

ສັນຍາການຄ້າເສລີລະຫວ່າຫວຽດນາມ ແລະ ສະຫະພາບ ເອີ ຣົບ (EVFTA) ສິ້ນສຸດການເຈລະຈາສອງຝ່າຍໃນເດືອນ ທັນ ວາ 2015 ແລະ ວາງເປົ້າໝາຍ ໃຫ້ ສຳເລັດລະບຽບການ ພາຍ ໃນ ປີ 2018 ມີຜົນສັກສິດ. ມີຄຳຖາມຕັ້ງຂຶ້ນວ່າ ຫວຽດນາມ ແລະ ບັນດາປະເທດ ອີຢູ ຈະມີ ການແກ່ງແຍ້ງ ກັນຫຼືບໍເມື່ອ ສັນ ຍາການຄ້າເສລີລະຫວ່າຫວຽດນາມ ແລະ ສະຫະພາບເອີ ຣົບ ມີຜົນບັງຄັບໃຊ້? ຄຳຕອບກໍຄື ມີໂອກາດໃຫ້ແກ່ທັງສອງ.
ອີຢູເປັນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ

ຕາມປຶ້ມຄູ່ມື ສຳລັບ ວິສາຫະກິດ ຫວຽດນາມ ວ່າດ້ວຍ EVFTA ໂດຍກະຊວງ ອຸດສາຫະກຳ ການຄ້າ ແລະ ການລົງທຶນຂອງ ເອີ ຣົບເປັນຜູ້ຮຽບຮຽງ ໃຫ້ຮູ້ວ່າ ກວ່າໜຶ່ງທົດສະວັດ ຜ່ານມາ, ມູນ ຄ່າການຄ້າ ສອງຝ່າຍ ເພີ່ມຂຶ້ນ 10 ເທົ່າ, ໃນປີ 2000 ມີພຽງ 4,4 ຕື້ ໂດລາສະຫະລັດ ແລະ ເພີ່ມຂຶ້ນເຖິງ 41,3 ຕື້ ໂດລາສະ ຫະລັດ ໃນປີ 2015. ຕົວເລກ ດັ່ງກ່າວໄດ້ເຮັດໃຫ້ ອີຢູ ກາຍເປັນ ໜຶ່ງ ໃນບັນ ດາຄູ່ຮ່ວມມື ການຄ້າ ແຖວໜ້າ ຂອງ ຫວຽດນາມ. ໃນນັ້ນ ການສົ່ງອອກ ຂອງຫວຽດນາມ ໄປຍັງ ອີຢູ ບັນລຸ ເກືອບ 31 ຕື້ ໂດລາສະຫະລັດ ແລະ ການນຳເຂົ້າບັນລຸ ກວ່າ 10 ຕື້ ໂດລາສະຫະລັດ. 

ອີຢູ ເປັນໜຶ່ງ ໃນບັນດາ ຄູ່ຮ່ວມມື ແຖວໜ້າ ຂອງ ຫວຽດນາມ ກັບ 1.809 ໂຄງການ ຈາກ 24 ປະເທດ ສະມາຊິກ ດ້ວຍຍອດ ມູນຄ່າການລົງທຶນ ຈົດທະບຽນ  23,16 ຕື້ ໂດລາສະຫະລັດ; ກວມ 8,7% ຈຳນວນໂຄງການ ແລະ 8% ຍອດມູນຄ່າການລົງ ທຶນ ຈົດທະບຽນ ຂອງ ທົ່ວປະເທດ. 

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Phil Hogan, ຂ້າຫຼວງໃຫຍ່ກະສິກຳ ແລະ ພັດທະນາຊົນນະບົດ ຂອງ ອີຢູ. ພາບ: ຖົ໋ງເຍິດ/VNA


ກອງປະຊຸມປຶກສາຫາລືກ່ຽວກັບຄວາມຫວັງ ຂອງສັນຍາການ ຄ້າເສລີ ອີຢູ-ຫວຽດນາມ. ພາບ: ແຢງລາມ/VNA


ຄະນະວິສາຫະກິດ ເອີຣົບ ມາຢ້ຽມຢາມ ແລະ ຊອກຫາ ກາ ລະ ໂອກາດ ການລົງທຶນຢູ່ນະຄອນໂຮ່ຈີມິນ. ພາບ: ແທງຫວູ/VNA
 

ບັນດາວິສາຫະກິດຝຣັ່ງ ແລກປ່ຽນ ຊອກຫາກາລະໂອກາດ ລົງ ທຶນ ຢູ່ ຫວຽດນາມ. ພາບ: ຮຸຍຮຸ່ງ/VNA

ຂົງເຂດ ທີ່ໄດ້ຮັບຄວາມສົນໃຈລົງທຶນ ຫຼາຍທີສຸດ ຈາກອີຢູ ແມ່ນ  ອຸດສາຫະກຳປຸງແຕ່ງ; ໄຟຟ້າ; ທຸລະກິດອະສັງຫາລິມະຊັບ; ການກໍ່ສ້າງ ແລະ ບາງຂະແໜງບໍລິການ ຈຳນວນໜຶ່ງ. ປະເທດ ລົງທຶນ ຫຼາຍກວ່າໝູ່ ແມ່ນ ໂຮນລັງ, ອັງກິດ, ລຸກຊຳບວກ ແລະ ເຢຍລະມັນ ຊຶ່ງກວມ 84,3% ຍອດການລົງທຶນຂອງ ອີຢູ ເຂົ້າສູ່ ຫວຽດນາມ.

ການສົ່ງອອກ-ນຳເຂົ້າສິນຄ້າ ຂອງ ຫວຽດນາມ ສ່ວນຫຼາຍ ແມ່ນ ຈາກປະເທດ ຝະຣັ່ງ, ອັງກິດ, ໂຮນລັງ ແລະ ອີຕາລີ. ຕາມສະ ຖິຕິ ຂອງ ກົມພາສີ ໃຫ້ຮູ້ວ່າ ນີ້ແມ່ນ ຫ້າ ຕະຫຼາດໃຫຍ່ສຸດ ຂອງ ຫວຽດນາມ ໃນອີຢູ, ນັບທັງການສົ່ງ ອອກ ແລະ ນຳເຂົ້າ, ກວມ ກວ່າ 68% ຍອດການຄ້າກັບບັນດາ ປະເທດ ອີຢູ.

ໃນຂະນະດຽວກັນ, ຫວຽດນາມ ນຳເຂົ້າຈາກ ອີຢູ ປະເພດ ສິນ ຄ້າ ຕົ້ນຕໍເຊັ່ນ: ຢາປົວພະຍາດ, ເຄ່ື່ອງຈັກ, ອຸປະກອນ ແລະ ເຄື່ອງອາໄຫຼ່ລົດໃຫຍ່, ສານເຄມີ, ຜະລິດຕະພັນນົມ, ອາຫານ ສັດ, ວັດຖຸສຳລັບຕັດຫຍິບ ແລະ ເກີບ.

ກາລະໂອກາດໃຫ້ທັງສອງ
ທ່ານ Phil Hogan ຂ້າຫຼວງໃຫຍ່ກະສິ ກຳ ແລະ ພັດທະນາ ຊົນ ນະບົດຂອງ ອີຢູ ໃຫ້ວ່າ ຫວຽດນາມ ເປັນປະເທດ ມີພື້ນຖານ ເສດຖະກິດ ທີ່ຂະຫຍັນຂັນແຂງ; ສາຍພົວພັນ ທຸລະກິດ ຂອງ ຫວຽດນາມ ແລະ ອີຢູ ຈະຍິ່ງໝັ້ນຄົງຍາວນານ ເມື່ອຕ່າງ ຝ່າຍ ຕ່າງມີຜົນປະໂຫຍດ.

ຖັດຈາກ ສິງກະໂປ, ຫວຽດນາມ ເປັນປະເທດທີສອງ ສິ້ນສຸດ ການພົບປະເຈລະຈາ EVFTA ກັບອີຢູ. ສະນັ້ນ ອີຢູ ພ້ອມແລ້ວ ທີ່ຈະລົງທຶນ ສະໜອງ ປະເພດສິນຄ້າ ທີ່ດີສຸດ ແລະ ຊ່ວຍ ຫວຽດນາມ ຍົກສູງ ຄວາມສາມາດ ດ້ານຄຸ້ມຄອງ ກ່ຽວກັບ ຄວາມປອດໄພ ຂອງ ສະບຽງອາຫານ.

ຕາມປຶ້ມຄູ່ມື ສຳລັບ ວິສາຫະກິດຫວຽດນາມ, ຫວຽດນາມ ແລະ ອີຢູ ຈະລົບລ້າງພາສີນຳເຂົ້າ ເກືອບ 100%  ແລະ ມູນຄ່າການ ສົ່ງອອກ ໃຫ້ສິນຄ້າທັງສອງຝ່າຍຄື 7 ປີ ສຳລັບ ອີຢູ ແລະ 10 ສຳລັບຫວຽດນາມ. ສິ່ງທີ່ສົນໃຈກໍຄື  ມີສິນຄ້າ ຫຼາຍຊະນິດ ຈະ ເຫຼືອ 0% ທັນທີ ຫຼັງຈາກສັນຍາມີຜົນບັງຄັບໃຊ້. ໃນນັ້ນ ກາລະ ໂອກາດ ສົ່ງອອກ ທີ່ມີທ່າແຮງສູງໄດ້ແກ່: ສິນໃນ ນ້ຳ; ເຂົ້າ ສານ;  ນ້ຳຕານ, ພິກໄທ, ໝາກມ່ວງ ຫິມະພານ; ນ້ຳເຜິ້ງທຳມະ ຊາດ; ຜະລິດຕະພັນ ຜັກ,  ໝາກໄມ້ສົດ ແລະ  ນ້ຳ ໝາກ ໄມ້ ສົດ ທຸກຊະນິດ.

ລະອຽດຄື ກາເຟ ມີອັດຕາພາສີ ແຕ່ 0-11,5%; ໝາກພິກໄທ 0-4%; ນ້ຳເຜິ້ງທຳມະຊາດ 17,3%; ຜັກ, ໝາກໄມ້ສົດ ແລະ ຜະລິດຕະພັນນຳ້ໝາກໄມ້ສົດ 20% ຈະໄດ້ຍົກເລີກພາສີ ສົ່ງ ອອກທັນທີ ຫຼັງຈາກສັນຍາ ມີຜົນບັງຄັບໃຊ້. ບັນດາປະເພດ ສິນ ຄ້ານີ້ ສົ່ງອອກ ໄປ ອີຢູ ໃນປີ 2015 ບັນລຸແຕ່ 300 ລ້ານໂດລາ ສະຫະລັດ ເຖິງ1,15 ຕື້ ໂດລາສະຫະລັດ.

ທ່ານ ຟຸ່ງຫືວຮ່າວ, ຮອງຫົວໜ້າ ກົມຄຸ້ມຄອງ ຄຸນນະພາບ ກະສິ ກຳ ປ່າໄມ້ ສິນໃນນຳ້, ກະຊວງກະສິກຳ ແລະ ພັດທະນາຊົນນະ ບົດ ເຫັນວ່າ ເພື່ອໃຫ້ປະເພດສິນຄ້າ ໝາກໄມ້ ຂອງຫວຽດນາມ ມີໂອກາດສົ່ງອອກ ໄປຍັງຕະຫຼາດ ທີ່ເອົາໃຈຍາກ ເຊ່ັນ ອີຢູ, ຫວຽດນາມ ຕ້ອງໄດ້ຮັບຄວາມຊ່ວຍເຫຼືອ ຈາກ ອົງການກ່ຽວ ຂ້ອງ ເອີຣົບ ກ່ຽວກັບເຄື່ອງມື ອຸປະກອນ ແລະ ຄວາມສາມາດ ໃນຫ້ອງກວດກາສິນຄ້າ; ວິໄຈ ຄົ້ນພົບສານຕ້ອງ ຫ້າມ ທີ່ຍັງເຫຼືອ ດ້ວຍລະດັບຕ່ຳ ຕາມຂໍ້ສະເໜີຂອງອີຢູ ເວົ້າສະເພາະ ແລະ ຫຼາຍ ປະ ເທດໃນໂລກເວົ້າລວມ.

ຕາມປຶ້ມຄູ່ມື ສຳລັບວິສາຫະກິດ ຫວຽດນາມ, ຂະແໜງຕັດຫຍິບ ເປັນປະເພດ ສິນຄ້າ ສົ່ງອອກຫຼັກ ຂອງ ຫວຽດນາມ ໄປຍັງ ອີຢູ ດ້ວຍມູນຄ່າສົ່ງອອກ ມີການຂະຫຍາຍໂຕຢ່າງຕໍ່ເນື່ອງຄື 1,5 ຕື້ ໂດລາສະຫະລັດ ໃນປີ 2007 ໄດ້ເພີ່ມຂຶ້ນເກືອບ 3,5 ຕື້ ໂດລາ ສະຫະລັດ ໃນປີ 2015.

ຄູ່ຮ່ວມມືຕ່າງປະເທດຊອກຮູ້ທ່າແຮງບົ່ມຊ້ອນ ວັດຖຸດິບປະເພດ ໄມ້ຂອງຫວຽດນາມ.ພາບ: ເຖ໋ແອງ/VNA


ອີຢູ ເປັນໜຶ່ງໃນບັນດາຕະຫຼາດ ທີ່ມີທ່າແຮງບົ່ມຊ້ອນ ຂອງ ຂະ ແໜງການປຸງແຕ່ງ
ແລະ ສົ່ງອອກບັນດາຜະລິດຕະພັນໄມ້ ຂອງ ຫວຽດນາມ. ພາບ: ເຖ໋ແອງ/VNA



ດອກໄມ້ສົດຂອງດ່າລາດ ໄດ້ສົ່ງອອກໄປຍັງຕະຫຼາດ ບັນດາ ປະເທດ ເອີຣົບ. ພາບ: ຟ້າມຄາ/VNA


ປີ 2016, ການສົ່ງອອກເກີບ ຂອງຫວຽດນາມ ໄປຍັງຕະຫຼາດ ເອີຣົບ ສືບຕໍ່ເພີ່ມຂຶ້ນຢ່າງແຂງແຮງ. ພາບ: ເຢືອງຈີ໋ເຕ່ື່ອງ/VNA


ການຜະລິດສິນຄ້າສິນໃນນ້ຳແຊ່ແຂງ ແລະ ອາຫານກິນໄວໆ ເພື່ອສົ່ງອອກ ໄປຍັງຕະຫຼາດ ເອີຣົບ. ພາບ: ອານຮ໋ຽວ/VNA


ຜະລິດເຄື່ອງຫັດຖະກຳ ຄຸນນະພາບສູງ ຈາກວັດຖຸດິບ ທຳມະ ຊາດ ເຊັ່ນ ໄມ້ໄຜ່ ແລະ ຫວາຍ ເພື່ອສົ່ງອອກ ໄປຍັງຕະ ຫຼາດ ເອີຣົບ. ພາບ: ແຢງລາມ/VNA


ຫວຽດນາມ ກຳລັງຊຸກຍູ້ ການເຄື່ອນໄຫວ ໂຄສະນາ ແລະ ສົ່ງ ອອກ ໝາກໄມ້ໄປຍັງຕະຫຼາດເອີຣົບ. ພາບ: ອານຮ໋ຽວ/VNA


ຫວຽດນາມ ນຳເຂົ້າສິນຄ້າ ຈາກ ເອີຣົບ ເຊັ່ນ: ໝາກໄມ້, ນ້ຳ ຫວານ, ເຫຼົ້າ, ເນີຍ, ນົມ ແລະ ເຂົ້າໜົມ. ພາບ: ເຟືອງວີ/VNA
 
ທັນທີເມື່ອສັນຍາມີຜົນບັງຄັບໃຊ້, 42,5% ຈຳນວນພາສີ ສິນຄ້າ ດ້ວຍອັດຕາພາສີ ແຕ່ 8-12% ຈະເຫຼືອ 0%. ສ່ວນບັນດາ ຜະ ລິດຕະພັນຍັງເຫຼືອ ຈະເປັນ 0% ພາຍໃນ 3-7 ປີ. ອັດຕາວົງ ເງິນສ່ົງອອກ ບັນດາປະເພດສິນຄ້ານີ້ ຂອງ ຫວຽດນາມຈະ ໄດ້ ລົບລ້າງພາສີອາກອນ ຫຼັງຈາກ 5 ປີ ແມ່ນ 77, 3% ແລະ ຫຼັງ ຈາກ 7 ປີ ແມ່ນ100%.

ເກີບກໍແມ່ນໜຶ່ງ ໃນຈຳນວນສິນຄ້າສົ່ງອອກຕົ້ນຕໍ ຂອງ ຫວຽດ ນາມ ໄປຍັງຕະຫຼາດ ອີຢູ ແມ່ນ 37% ຈຳນວນ ພາສີ ເທົ່າກັບ 42,1% ມູນຄ່າການສົ່ງອອກ ມີອັດຕາພາສີແຕ່ 3,5-17% ຈະ ເຫຼືອ 0% ຫຼັງຈາກສັນຍາມີຜົນບັງຄັບໃຊ້.

ສຳລັບສິນຄ້າປະເພດໄມ້, 83%  ອັດຕາພາສີ ອາກອນແຕ່ 0-6% ຈະເຫຼືອ 0% ຫຼັງຈາກ ສັນຍາມີຜົນບັງຄັບໃຊ້.  ສ່ວນຍັງ ເຫຼືອ 17% ລວມມີ ໄມ້ອັດ, ໄມ້ເສັ້ນ, ໄມ້ບົດ ອັດຕາພາສີແຕ່ 6-10% ຈະເຫຼືອ 0% ຫຼັງຈາກ 5 ປີ.

ນອກຈາກນັ້ນ ປະເພດຄອມພີວເຕີ, ຜະລິດຕະພັນ ເອເລັກ ໂທຣນິກ ແລະ ສິ້ນສ່ວນເອເລັກໂທຣນິກ ກໍເປັນກຸ່ມ ສິນຄ້າທີ່ ມີທ່າແຮງບົ່ມຊ້ອນ ໃນການສົ່ງອອກດ້ວຍມູນຄ່າ ແຕ່ 400 ລ້ານ ໂດລາສະຫະລັດ ໃນປີ 2007 ເພີ່ມຂຶ້ນເກືອບ 2,8 ຕື້ໂດລາສະ ຫະລັດ ໃນປີ 2015. ໃນນັ້ນ 74%  ຈຳນວນພາສີ (ໃນນັ້ນມີ ຄອມພິວເຕີ), ດ້ວຍອັດຕາພາສີແຕ່ 0-6% ຈະເຫຼືອ 0%. ບັນ ດາ ຜະລິດຕະພັນທີ່ຍັງເຫຼືອ ມີອັດຕາພາສີ ແຕ່ 5-14% ຈະ ເຫຼືອ 0%  ພາຍໃນ 3-5 ປີ.

ສັນຍາສະບັບນີ້, ນອກຈາກການສົ່ງອອກ, ຫວຽດນາມ ຍັງນຳ ເຂົ້າ ສິນຄ້າຈາກຕະຫຼາດ ອີຢູ ປະເພດອຸປະກອນ ເຄື່ອງຈັກ ດ້ວຍ ອັດຕາພາສີ 0%. ລະອຽດຄື: 61%  ຈຳນວນ ກະແສ ພາ ສີ ມີ ພາສີອາກອນພື້ນຖານແຕ່ 0-5% ໃຫ້ເຫຼືອ 0% ເມື່ອ ສັນ ຍາ ສະບັບນີ້ມີຜົນບັງຄັບໃຊ້, ສ່ວນສິນຄ້າປະເພດອື່ນ ອັດຕາ ພາສີ ແຕ່ 3-50% ໃຫ້ເຫຼືອ0% ພາຍໃນ 10 ປີ.

ນອກຈາກກາລະໂອກາດທີ່ໄດ້ມາ, ທ່ານ Diego Canga Fano ຫົວໜ້າກົມພົວພັນຫຼາຍຝ່າຍ ແລະ ນະໂຍບາຍ ຄຸນນະ ພາບ ພະແນກໃຫຍ່ ກະສິກຳ ແລະ ພັດທະນາຊົນນະບົດ ອີຢູ ເຫັນວ່າ ວິສາຫະກິດລົງທຶນເຂົ້າ ຫວຽດນາມ ຕ້ອງພິຈາ ລະນາ ເຖິງ ຫຼາຍປັດໃຈມີ ລັກສະນະ ນິຕິກຳ, ສິ່ງແວດລ້ອມ... ແຕ່ ທ່ານ ກໍຢັ້ງຢືນວ່າ ບັນດາວິສາຫະກິດ ລົງທຶນເຂົ້າສູ່ ຫວຽດນາມ ປະສົບຜົນສຳເລັດ ແມ່ນສູງທີສຸດ.

ໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top