• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVFTA: ກຳລັງບົ່ມຊ້ອນຂອງວິສາຫະກິດ ຫວຽດນາມ

      ກ່ອນນີ້ 1 ປີເຕັມ (ຄືວັນທີ 1 ສິງຫາ 2020), ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ຫຼື EVFTA ມີຜົນສັກສິດຢ່າງເປັນທາງການ.
(ພາບປະກອບ: TTXVN)
      ພາຍຫຼັງປະຕິບັດມາເປັນເວລາ 1 ປີ, ສັນຍາສະບັບດັ່ງກ່າວ ໄດ້ສ້າງກອບນິຕິກຳທີ່ສະດວກໃຫ້ແກ່ການແລກປ່ຽນການຄ້າລະຫວ່າງສອງຝ່າຍ ແລະ ນຳມາເຊິ່ງແຫຼ່ງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືເສດຖະກິດ ລະຫວ່າງ ຫວຽດນາມ ແລະ ອີຢູ. ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ແລະ Luxembourg ທັງເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ໄດ້ຕີລາຄາວ່າ: ເຖິງວ່າ ຖືກຜົນກະທົບຈາກໂລກລະບາດໂຄວິດ -19 ກໍຕາມ, ແຕ່ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - ອີຢູ ໃນໄລຍະ 5 ເດືອນທ້າຍປີ 2020 ຍັງມີການເຕີມໂຕຢູ່ໃນລະດັບ 4,5%. ເຖິງວ່າ ຕົວເລກດັ່ງກ່າວຍັງຕ່ຳກໍຕາມ ແຕ່ຖ້າປຽບທຽບໃນສະພາບຂອງປີ 2020, ເມື່ອ GDP ຂອງ ອີຢູ ຫຼຸດລົງ 6,2% ນັ້ນ ພັດແມ່ນໝາກຜົນທີ່ໜ້າຊື່ນຊົມ. ບໍ່ພຽງແຕ່ເທົ່ານັ້ນ, ໃນໄຕມາດທີ 1 ປີ 2021, ລະດັບການເຕີບໂຕເສດຖະກິດ ອີຢູ ຫຼຸດລົງ 0,4%, ແຕ່ວົງເງິນການຄ້າສອງສົ້ນຍັງເພີ່ມຂຶ້ນ 15%. ສິ່ງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນຜົນປະໂຫຍດຫຼາຍຢ່າງຂອງສັນຍາ EVFTA.
            ຕາມທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ແລ້ວ, ຄວາມສາມາດບົ່ມຊ້ອນລະຫວ່າງ ຫວຽດນາມ ແລະ ອີຢູ ຍັງໃຫຍ່ຫຼວງຢູ່. ບັນດາປະເທດ ອີຢູ ມີຄວາມຕ້ອງການນຳເຂົ້າບັນດາຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳ - ສິນທະເລ ນອກກຸ່ມ ຢູ່ໃນລະດັບກວ່າ 150 ຕື້ USD ຕໍ່ປີ, ໃນຂະນະນັ້ນ, ວົງເງິນສົ່ງອອກບັນດາຜະລິດຕະພັນດັ່ງກ່າວຂອງ ຫວຽດນາມ ໄປຍັງ ອີຢູ ຫາກໍຢູ່ໃນລະດັບປະມານ 5 ຕື້ USD ເທົ່ານັ້ນ. ພ້ອມກັນນັ້ນ ແມ່ນບັນດາບຸລິມະສິດຈາກ EVFTA ດ້ວຍອັດຕາພາສີ 0% ພ້ອມກັບບັນດາເງື່ອນໄຂການຄ້າທີ່ມີຄວາມກົມກ່ຽວ ຈະຊ່ວຍໃຫ້ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ ເພີ່ມຂຶ້ນຫຼາຍກວ່າອີກ./.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top