• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

Downhill - ດຶງດູດໃຈດ້ວຍຄວາມພະຈົນໄພ

ດ້ວຍພຶດຕິກຳຕົວຈິງທີ່ມີຄວາມຮູ້ສຶກພະຈົນໄພ ແລະ ຜ່ານຜ່າຕົນເອງ, ປະຈຸບັນ Downhill (ລົດຖີບກິລາ) ເປັນ ກິລາ ປະເພດໜຶ່ງ ພວມໄດ້ຮັບຄວາມສົນໃຈຂອງລຸ້ນໄວໜຸ່ມນັບເປັນຈຳນວນຫຼວງຫຼາຍ
ເປັນປະ​ເພດ​ກິລາ​ພະຈົນ​ໄພ ທີ່​ມີ​ຊື່​ສຽງ​ໃນ​ໂລກ ​ໄດ້​ກຳ​ເນີ​ດຈາກອາ​ເມ​ລ​ິກາ, Downhill ຫາ​ກໍ່​ໄດ້​ເຂົ້າມາຫວຽດນາມ 2-3 ປີ​ມໍ່ໆ ມາ​ນີ້. ທ້າວ ຈືຊວນ​ຕວ໋ນ, ຫົວໜ້າ​ທິມ Downhill Club ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ທິມ Downhill Club ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ ຈາກ​ຄວາມ​ຮັກ​ມັກປະ​ເພດ​ກິລາ​ດັ່ງກ່າວ. ທິມມີ​ການຝຶກ​ຊ້ອມ​ Downhill ຢູ່​ເມືອງ ຊອກ​ເຊີນ, ຮ່າ​ໂນ​້ຍ ​ໃນ​ວັນ​ອາທິດ​ເປັນ​ປະຈຳ.
 
ເພື່ອ​ຫຼິ້ນ Downhill, ຜູ​້ຫຼິ້ນ​ຕ້ອງ​ຊື້​ລົດຖີບ​ຄັນ​ໜຶ່ງ ທີ່​ອອກ​ແບບ​ສະ​​ເພາະ ສາມາດ​ຂີ່​ຢູ່​ເທິງ​ເຂດ​ພູດອຍ​ໄດ້. ຜູ້​ຫຼິ້ນ Downhill ຕ້ອງ​ມີ​ຄວາມ​ທົນ​ທານ​ໜຽວ​ແໜ​້ນ, ຄວາມຕັ້ງ​ໝັ້ນ, ມີຄວາມ​ກ້າຫານ ​ແລະ ມີ​ຄວາມ​ໄຫວພິບ, ​​ແນ່​ວ​ແນ່ ​ເພື່ອ​ສາມາດຮັບ​ມື​ຢ່າງ​ມີ​ພິບ​ໄຫວ​ກັບ​ທຸກສະພາວະ​ການ​ທີ່​ເກີດ​ຂຶ້ນ.

 ຫ້າງ​ຫາ​ກະກຽມ​ສະໜາມ​ແຂ່ງ.
 
 ທິມ Downhill Club ຮ່າ​ໂນ້ຍ ​ໄປ​ຫາ​ຄວາມ​ຮູ້ສຶກ​ພະ​ຈົນ​ໄພ​ທີ່​ເຂດ​ພູ​ສູງ.

 ທາງ​ແຂ່ງ​ສ່ວນ​ຫຼາຍ​ແມ່ນ​​​ເຂດ​ພູດ​ອຍທຳ​ມະ​ຊາດ.

 ບິນ​ລົດ​ຜ່ານ​ໂນນ​ສູງ.

ເຕັກ​ນິກຖີບລົດບິນ​ຜ່ານ​ໂນນ​ສູງ ​ໄດ້​ສະມາຊິກ​ໃນ​ທິມ Downhill Club ຮ່າ​ໂນ້ຍ ປະຕິບັດ​ຢ່າງຊຳນິ​ຊຳນານ.

 ທັງ​ລົງ​ຄ້ອຍ​ທັງລ້ຽວຂວາ​ລ້ຽວຊ້າຍ ​ແມ່ນ​ເຕັກ​ນິກໜຶ່ງ​ທີ່​ຍາກ​ຂອງ Downhill.

ບັນດາ​ສະມາຊິກ​ຂອງ​ທິມ Downhill Club ຮ່າ​ໂນ້ຍ.

ທ້າວ​ ຫງວຽນ​ເຖ໋ດຶກ, ສະມາຊິກ​ຂອງ​ທິມ Downhill Club ຮ່າ​ໂນ້ຍ ​​​​ໃຫ້​ຮູ້​ວ່າ: “ນ້ອງເຂົ້າ​ຮ່ວມ​ໃນ​ທິມ​ໄດ້​ກວ່າ​ໜຶ່ງ​ປີ​ແລ້ວ, ຕອນ​ຫາກໍ່ມາ​ຫຼິ້ນ, ນ້ອງ​ຕ້ອງ​ເສຍ​ເວລາ 1-2 ​ເດືອນ​ເພື່ອ​ຝຶກ​ຊ້ອມ​ບັນດາ​ເຕັກນິກພື້ນຖານ, ຕໍ່​ໄປ​ຈະ​ຊ້ອມ​ເຕັກນິກ​ທີ່​ຍາກ​ກວ່າ ຂຶ້ນ​ກັບ​ສະໜາມ​ຊ້ອມ Downhill ຂອງ​ທິມ. ​ໃນ​ເວລາ​ຫຼິ້ນ ກໍ່​​ອາດ​ຈະຖືກ​ບາດ​ເຈັບ​ງ່າຍ ​ແຕ່​ກິລາ​ປະ​ເພດ​ນີ້ ຕ້ອງ​ຖືກ​ບາດ​ເຈ​ັບ​ໜ້ອ​ຍໜຶ່ງ ເພື່ອ​ຫາ​ປະສົບ​ການ​ໃນ​​ເວລາ​ຫຼິ້ນ”.

ພ້ອມ​ກັບ​ລົດຖີບ​ທີ່​ເໝາະ​ສົບ​ກັບ​ຮ່າງກາຍຂອງ​ແຕ່ລະຄົນ, ບັນດາ​ສະມາຊິກ​ຂອງ​ທິມ Downhill Club ຮ່າ​ໂນ້ຍ ​ໄດ້​ເຮັດ​ໃຫ້​ພວກ​ຂ້ອຍ​ຮູ້​ສຶກຕື່ນ​ເຕັ້ນ​ໃຈ ​ແລະ ຊື່ນ​ຊົມ​ຍິນ​ດີ​ເມື່ອ​​ຊົມເບິ່ງ​ເຂົາ​ເຈົ້າ ສະ​ແດງ​ບັນດາ​ເຕັກນິກ​ທີ່​ຄ່ອງ​ແຄ້ວ ຜ່ານ​ທ່າ​ລົດ​ພຸ່ງ​ຕົວ​ລົງ​ຄ້ອຍ, ບິນ​ຜ່ານ​ເສັ້ນທາງ​​ເປັນ​ຫຼຸບ​ເປັນ​ໂນນ ​ແລະ ທາງ​ໂຄ້ງ​ດ້ວຍ​ຄວາມ​ໄວ​ສູງ. Downhill ​ໄດ້​ຮັບ​ການ​ຕີ​ລາຄາ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເພດ​ກິລາ​ທີ່​ຮຽກຮ້ອງ​ຕ້ອງການ​ຄວາມພະ​ຈົນ​ໄພຂອງ​ຜູ້​ຫຼິ້ນ​ສູງ ​ແຕ່​ສຳລັບ​​ສະມາຊິກທຸກ​ຄົນ​ໃນ​ທິມ, ທຸກໆ ສິ່ງກີດຂວາງ​ໃນ​ການ​ຫຼິ້ນ ​ໄດ້​ນຳ​ມາ​ຄວາມ​ຮູ້​ສຶກປະ​ທັບ​ໃຈ, ຍ້ອນ​ຫຼັງ​ຈາກ​ຜ່ານ​ຜ່າ​ເສັ້ນທາງ​ທີ່​ມີ​ຄວາມ​ສ່ຽງ​ອັນຕະລາຍ​, ​ເຂົາ​ເຈົ້າ​ຮູ້ສຶກຄື​​ເອົາ​ຊະນະ​ຕົນ​ເອງ​ແລ້ວ. ປະ​ຈຸ​ບັນ, Downhill ພັດທະນາ​ຢູ່ ຫວຽດນາມ ​ເປັນ​ຢ່າງ​ແຮງ, ​ແຕ່​ສ່ວນ​ຫຼາຍ​​​ເຕົ້າ​ໂຮມ​ຢູ່​ສອງ​ນະຄອນ​ໃຫຍ່​ແມ່ນ​ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. 
ບົດ: ​ເງິນຮ່າ - ພາບ: ​ເຕິ​ດ​ເຊີນ  

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top