• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Delco Farm-ຜະລິດກະສິກຳ ຍຸກເຕັກໂນໂລຊີ 4.0

ວິສາຫະກິດ ຫວຽດນາມ ຫຼາຍແຫ່ງ ເມື່ອລົງທຶນເຂົ້າໃນຂົງເຂດ ກະສິກຳເຕັກໂນໂລຊີສູງ (NNCNC) ມັກນຳໃຊ້ເຕັກໂນໂລຊີ ຂອງ ຕ່າງປະເທດ, ແຕ່ສຳລັບ Delco Farm, ເຂົາເຈົ້າໄດ້ເລືອກ ວິທີຕ່າງຫາກ. ປະຈຸບັນ, Delco Farm ພວມເປັນໜຶ່ງໃນບັນດາ ຕົວແບບຜະລິດກະສິກຳ ແຫ່ງທຳອິດ ທີ່ມີການຄວບ ຄຸມກວດ ກາ, ບັນຊາ ແບບອັດຕະໂນມັດ ຜ່ານທາງ ອິນເຕີເນັດ (IoT) ຕາມເຕັກໂນໂລຊີ 4.0.
ດ້ວຍເນື້ອທີ່ 6 ເຮັກຕາ, ຢູ່ເມືອງ ຖ້ວນແທ່ງ (ແຂວງ ບັກນິງ), Delco Farm (ບໍລິສັດຫຸ້ມສ່ວນລົງທຶນ ແລະ ກໍ່ສ້າງ Delco) ໄດ້ຮັບການຕີລາຄາວ່າ ເປັນໜຶ່ງໃນບັນດາຕົວແບບ ຜະລິດກະ ສິກຳທີ່ສະຫຼາດ ແລະ ທັນສະໄໝທີ່ສຸດພາກເໜືອ, Delco Farm ໄດ້ນໍາໃຊ້ 100% ເຕັກໂນໂລຊີ ສື່ສານ ເຂົ້າໃນ ຕົວແບບຜະລິດ ຜັກ ແລະ ບັນດາຜະລິດຕະພັນ ກະສິກຳ ປອດສານພິດ.
 
ສຳລັບການອອກແບບ, ກໍ່ສ້າງນິຄົມ, ຕິດຕັ້ງ, ຂະຫຍາຍລະບົບ ຄວບຄຸມກວດກາ, ບັນຊາແບບອັດຕະໂນມັດ ແລະ (IoT) ຢູ່ Delco Farm, 100% ແມ່ນໄດ້ປະຕິບັດໂດຍບັນດາ ນັກວິສາ ວະກອນຂອງ Delco ແລະ ບັນດາຄູ່ຮ່ວມມືຂອງ ຫວຽດນາມ. ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ບັນດາຕົວແບບຜະລິດ ກະສິກຳ ຂອງ Delco ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆ, ຜັນຂະຫຍາຍ ໄດ້ ຢ່າງ ວ່ອງໄວ ແລະ ສາມາດເປີດກວ້າງຕົວແບບໄດ້ຢ່າງ ງ່າຍດາຍ.
 
ເມື່ອຕັດສິນໃຈເຂົ້າຮ່ວມໃນຂົງເຂດກະສິກຳເຕັກໂນໂລຊີສູງ, Delco ມີການຮ່ວມມືກັບບັນດາວິສາຫະກິດທີ່ເຄື່ອນໄຫວໃນດ້ານເຕັກໂນໂລຊີຂອງ ຫວຽດນາມ ເພື່ອພ້ອມກັນປະຕິບັດ.
 
ທ່ານ ເລແຄງແມ້ງ, ຜູ້ອຳນວຍການໃຫຍ່ DelcoFarm ໃຫ້ຮູ້ວ່າ ການນຳໃຊ້ເຕັກໂນໂລຊີສູງ ຊ່ວຍເຮັດໃຫ້ Delco Farm ຄວບ ຄຸມໄດ້ປະລິມານການຜະລິດ, ຄຸນນະພາບ ແລະ ຫຼຸດຜ່ອນຄ່າ ໃຊ້ຈ່າຍຕ່າງໆ ໄດ້ 25% ແລະຢືນຢັນວ່າ: “ທຸກໆ ເຕັກໂນໂລຊີ ຢູ່ທີ່ນີ້ ໄດ້ເສີມຂະຫຍາຍ ກ່ຽວກັບຄຸນຄ່າ”.
 
ຕົວຢ່າງ: ເຂດລ້ຽງໄກ່ຂອງ Delco Farm ໄດ້ຕິດຕັ້ງລະບົບ ກະ ຈາຍສຽງ. ບໍລິສັດຢາກໃຫ້ໄກ່ລື້ງກັບສຽງເພງ,​ ໄກ່ຈະບໍ່ມີອາການ ກົດດັນ ແລະ ຮັກສາໄດ້ກຳລັງການຜະລິດໄຂ່. ເຖິງເດືອນທີ 9, ໄກ່ແມ່ ຂອງ Delco Farm ຍັງຮັກສາໄດ້ ກໍາລັງການຜະລິດໄຂ່ ເຖິງ 92%, ໃນຂະນະດຽວກັນ, ກຳລັງການຜະລິດໄຂ່ ຂອງ ໄກ່ ແມ່ໄຂ່ ຢູ່ຕະຫຼາດ ແມ່ນ 80-82%. 


ທ່ານ ເລແຄງແມ້ງ, ຜູ້ອຳນວຍການໃຫຍ່ Delco Farm ພວມ ແນະນຳກ່ຽວກັບເຕັກໂນໂລຊີ ທີ່ນຳໃຊ້ໃນນິຄົມ ກັບບັນດາ ນັກ ວິທະຍາສາດຍິງຂອງສະມາຄົມນັກປັນຍາຊົນຍິງ ຫວຽດນາມ. 


ທັງໝົດລະບົບນິຄົມຂອງ Delco Farm, ແຕ່ລະບົບບັນຊາ ເຖິງ ລະບົບການເຄື່ອນໄຫວ ລ້ວນແຕ່ແມ່ນນັກວິສາວະກອນ ຂອງ Delco Farm ເປັນຜູ້ຮັບຜິດຊອບ.


Delco Farm ໄດ້ ນໍາໃຊ້ດິນ 2 ຕອນເພື່ອປູກທົດລອງ, ຄົ້ນ ຄວ້າ ແນວປູກໃໝ່ຈຳນວນໜຶ່ງ.


ແນວປູກທີ່ນຳເຂົ້າມາຈາກປະເທດ ໂຮນລັງ, ໄດ້ນຳໃຊ້ໃນນິຄົມ Delco ຮັບປະກັນອັດຕາສ່ວນການອອກໜໍ່ສູງເຖິງ 90% ແລະ ຈະໃຫ້ ຜົນການເພາະປູກດີກວ່າ.


ນິຄົມປູກຜັກຕາມເຕັກໂນໂລຊີສູງຂອງ Delco Farm ມີເນື້ອທີ່
ກວ່າ 1.000 ຕາຕະລາງແມັດ.


ຜັກທີ່ໄດ້ປູກໃນນິຄົມແຫ່ງນີ້ ແມ່ນຜັກສະຫຼັດ, ມີທາດບຳລຸງສູງ. 


ຕະຫຼອດເວລາເຄື່ອນໄຫວ, ບັນດານັກວິສາວະກອນຂອງ Delco Farm ໄດ້ມີໜ້າຢູ່ນິຄົມ ເພ່ືອກວດກາການເຄື່ອນໄຫວຂອງ ລະບົບ ແລະ ການຂະຫຍາຍຂອງຜັກ.


ກຳມະກອນ ບົວລະບັດ ປູກໝາກແຕງທີ່ນິຄົມ.


ໝາກແຕງ KimoJi ໂດຍ Delco Farm ຜະລິດ ຈະມີລາຄາ ຂາຍຢູ່ຕະຫຼາດແຕ່ 120.000-150.000 ດົ່ງຕໍ່ກິໂລກຣາມ.


ໝາກແຕງ KimoJi ຂອງ Delco Farm ເປັນໜຶ່ງໃນບັນດາ ຊະ ນິດໝາກແຕງທີ່ມີຄຸນນະພາບຂອງ ຍີ່ປຸ່ນ, ປັດຈຸບັນ ຢູ່ຕະຫຼາດ ຫວຽດນາມ ຍັງມີບໍ່ຫຼາຍ.

ຕົ້ນປີ 2018, ໄກ່ຫຼາຍໂຕທີ່ໄດ້ລ້ຽງຕາມແບບມູນເຊື້ອ ຢູ່ນິຄົມ ຫຼາຍແຫ່ງໃນທົ່ວປະເທດຕິດພະຍາດ,​ ຕ້ອງເອົາໄປ ທໍາລາຍ ໝົດ. ທ່ານ ແມ້ງ ໃຫ້ຮູ້ວ່າ ເຕັກໂນໂລຊີ ຊ່ວຍຍົກສູງກຳລັງການ ຜະລິດຂອງໄກ່ໄຂ່ ແລະ ຮັບປະກັນປະສິດທິຜົນ, ຫຼີກລ້ຽງຜົນກະ ທົບຈາກອາກາດຈາກພາຍນອກ.

ທ່ານ ແມ້ງ ໃຫ້ຮູ້ວ່າ ແຕ່ລະມື້ໜຶ່ງ ໄກ່ໃນຟາມກິນນຳ້, ກິນຮຳ ຫຼາຍປານໃດ ແມ່ນສາມາດຕິດຕາມໄດ້ໝົດ. ເພາະສະນັ້ນ, ຖ້າ ຫາກວ່າ ຟາມໄກ່ໃດໜຶ່ງ ໃນມື້ນັ້ນ ນຳໃຊ້ນຳ້ ຫຼື ຮຳໜ້ອຍ ກວ່າ ຕາມປົກກະຕິ, ເຮົາສາມາດຮູ້ໄດ້ວ່າ ໄກ່ທີ່ລ້ຽງໃນຟາມ ນັ້ນກຳລັງ ມີ ບັນຫາ,ຈາກ ນັ້ນເຮົາສາມາດກຳຈັດໄດ້ພະຍາດຢ່າງທັນການ.

Delco ໄດ້ ນໍາໃຊ້ເຕັກໂນໂລຊີໃໝ່, ມີລະບົບສະໜອງອາກາດ ສົດ, ລະບົບດູດອາຍພິດຢູ່ຂ້າງໃນອອກທາງນອກ, ມີລະບົບລະ ບາຍອາກາດຢູ່ເທິງຫຼັງຄາ, ລະດູໜາວ ຈະມີລະບົບເຕົາທຳ ຄວາມອຸ່ນ, ສະນັ້ນ Delco ສາມາດເພີ່ມຈຳນວນໄກ່ ທີ່ລ້ຽງໃນ ເນື້ອທີ່ດຽວກັນ ຂຶ້ນ 2,5 ເທື່ອ ເມື່ອທຽບກັບວິທີລ້ຽງ ຕາມແບບ ມູນເຊື້ອ. ປັດຈຸບັນ, Delco Farm ມີເຂດລ້ຽງໄກ່ໄຂ່່ 2 ແຫ່ງ, ດ້ວຍຈຳນວນ ກວ່າ 20.000 ໂຕ, ນິຄົມປູກຜັກ ກວ້າງກວ່າ 1.000 ຕາຕະລາງ ແມັດ ແລະ ສວນປູກໝາກແຕ່ງ KimoJi 2 ແຫ່ງ ດ້ວຍເນື້ອ ທີ່ກວ່າ 1.700 ຕາຕະລາງແມັດ.

ນອກຈາກນັ້ນ, Delco Farm ຍັງມີເຮືອນຫຼາຍຫຼັງ, ສຳລັບ ເປັນ ບ່ອນ ພັກຜ່ອນຂອງນັກທ່ອງທ່ຽວ ໃນເວລາມາຢ້ຽມຢາມນິ ແລະ ຊື້ຜະລິດຕະພັນກະສິກຳປອດສານພິດຢູ່ທີ່ນີ້.

ຜະລິດຕະພັນ ຂອງ Delco ຫາກໍ່ໄດ້ຈຳໜ່າຍອອກສູ່ຕະຫຼາດ ເປັນ ເວລາ 8 ເດືອນ, ແຕ່ໄດ້ຮັບການຕີລາຄາ ທີ່ດີ ຈາກ ຄູ່ຮ່ວມ ມື ແລະ ລູກຄ້າ ກ່ຽວກັບຄຸນນະພາບ ກໍ່ຄືລາຄາ. ປັດຈຸ ບັນ, Delco Farm ພວມສະໜອງສິນຄ້າໃຫ້ແກ່ລະບົບ ຮ້ານອາ ຫານ ຂອງ ຄົນ ຍີ່ປຸ່ນ ຢູ່ ຫວຽດນາມ ແລະ ໂຮງແຮມໃຫຍ່ຈຳນວນໜຶ່ງ ອີກດ້ວຍ. 


ດ້ວຍການນຳໃຊ້ເຕັກໂນໂລຊີ IoT, ເຖິງເດືອນທີ 9, ໄກ່ແມ່ໄຂ່ຂອງ Delco Farm ຍັງຮັກສາໄດ້ ກໍາລັງການຜະລິດໄຂ່ 92%,
ໃນຂະນະດຽວກັນ, ກຳລັງການຜະລິດໄຂ່ຂອງໄກ່ແມ່ໄຂ່ ຢູ່ຕະຫຼາດ ແມ່ນ 80-82%.



ກຳມະກອນ ກຳລັງເກັບ ແລະ ຈັດປະເພດໄຂ່ ໃນນິຄົມລ້ຽງໄກ່ ຂອງ Delco Farm.


Delco Farm ຍັງມີເຮືອນຫຼາຍຫຼັງ, ເປັນບ່ອນພັກຜ່ອນຂອງ ນັກ ທ່ອງທ່ຽວ ໃນເວລາມາຢ້ຽມຢາມນິຄົມ ແລະ ຊື້ຜະລິດຕະພັນ ກະ ສິກຳ ປອດສານພິດ ຢູ່ທີ່ນີ້.

ບົດ: ຖາວວີ - ພາບ: ເຈິ່ນກົງດາດ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top