• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

Creative Gara - ສະຖານທີ່ສຳລັບການປະດິດສ້າງ ຂອງ ເດັກນ້ອຍ

ຢູ່ຄຸ້ມຖະໜົນ ຮວ່າງເກົ່າ, ຮ່າໂນ້ຍ ມີໂຮງໄມ້ຫັດຖະກຳ ແຫ່ງໜຶ່ງ ທີ່ໃສ່ຊື່ Creative Gara. ຈຸດພິເສດ ຂອງໂຮງໄມ້ຫຼັງນີ້ ຖືກສ້າງ ຂຶ້ນດ້ວຍຈຸດປະສົງ ຮັບໃຊ້ ບັນດາຫຼານນ້ອຍ ໃນໄວ ແຕ່ 3 – 12 ປີ. ການສຶກສາ ຢູ່ທີ່ນີ້ບໍ່ມີປຶ້ມ ຫຼັກສູດ, ບໍ່ຮຽນທິດສະດີ, ບໍ່ມີ ການຈັດວາງ ກະກຽມລ່ວງໜ້າຫຍັງໝົດ ຫາກບັນດານັກຮຽນ ຈະຕ້ອງ ສ້າງຄວາມນຶກຄິດ ແລະ ປະຕິບັດ ບັນດາຂັ້ນຕອນ ຂອງການຜະລິດໄມ້ ເພື່ອເຮັດສຳເລັດ ເຄື່ອງຫຼິ້ນດ້ວຍຕົວເອງ. 
ໃນຕອນເຊົ້າມື້ໜຶ່ງຂອງຕົ້ນລະດູໜາວ, ພວກຂ້າພະເຈົ້າມີໜ້າ ຢູ່ທີ່ໂຮງປະດິດສ້າງ Creative Gara. ບັນດາສະມາຊິກໃນກຸ່ມ Creative Gara ຕ່າງຄົນຕ່າງວຽກ, ກະກຽມເຄື່ອງໃຊ້, ອຸປະ ກອນ ເພື່ອບໍລິການໃຫ້ເດັກນ້ອຍ ກວ່າ 40 ຄົນ ທີ່ມາເຂົ້າ ຮ່ວມ ຊຸດຮຽນ ເປັນຊ່າງໄມ້ ດ້ວຍຫົວເລື່ອງທີ່ວ່າ “ປະດັບປະດາ ຕົ້ນ ແປກ ກຣິສມາດ”.

ການຮຽນເລີ່ມຕົ້ນແຕ່ 9 ໂມງເຊົ້າ. ພວກຫຼານນ້ອຍ ກັບ ເຄື່ອງມື ເຮັດເຄື່ອງໄມ້ ຢູ່ເທິງມື ພ້ອມສີ່ວ, ທັງເຈາະ ເພື່ອສ້າງ ບັນດາ ເຄື່ອງຫຼິ້ນ ຈາກໄມ້ຈາກຄວາມນຶກຄິດ ແລະ ຄວາມສາມາດໃນ ການປະດິດສ້າງຂອງຕົນເອງ.

Creative Gara ເປີດການເຄື່ອນໄຫວ ໃນສອງມື້ ທ້າຍສັບ ປະ ດາ ແລະ ບົດຮຽນ ໃນແຕ່ລະສັບປະດາ ຈະມີ ຄວາມແຕກຕ່າງ ກັນ. ນອກນັ້ນ, ຢູ່ທີ່ນີ້ ກໍຍັງຈັດຕັ້ງ ບັນດາ ຊຸດຮຽນ ລວມມີ ແຕ່ 4-6  ຄາບຮຽນ ເພື່ອໃຫ້ບັນດາຫຼານນ້ອຍ ສາມາດ ປະຕິບັດ ໃຫ້ ສຳເລັດ ຜະລິດຕະພັນໜຶ່ງ ຕາມ ຄວາມນິຍົມ ມັກຂອງຕົນ. 

 

ເປີດການເຄື່ອນໄຫວໃນສອງມື້ທ້າຍສັບປະດາ, ໂຮງປະດິດສ້າງ Creative Gara ຢູ່ຄຸ້ມຖະໜົນ ຮວ່າງເກົ່າ, ຮ່າໂນ້ຍ ເປັນບ່ອນ
ໃຫ້ບັນດາຫຼານນ້ອຍ ຍຸທ່າງ ປະດິດສ້າງ ເພື່ອຜະລິດອອກ ບັນ ດາເຄື່ອງຫຼິ້ນດ້ວຍໄມ້. 



ໃນແຕ່ຊົ່ວໂມງຮຽນ ໜຶ່ງຈະມີຫຼານນ້ອຍ ເຂົ້າຮ່ວມ ດ້ວຍຈຳ ນວນ ປະມານ 40 ຄົນ.


ຫ້ອງວາງສະແດງ ແລະ ແນະນຳຜະລິດຕະພັນ ໂດຍບັນດາ ຫຼານນ້ອຍຜະລິດອອກ ທີ່ໂຮງຜະດິດສ້າງ Creative Gara. 


ມາຍັງ Creative Gara, ພວກຫຼານນ້ອຍ ຈະໄດ້ຮັບການ ແນະ ນຳ ແລະ ຢ້ຽມຊົມ ບັນດາຜະລິດຕະພັນ ເຄື່ອງຫຼິ້ນ ທີ່ເຮັດ ດ້ວຍ ໄມ້. 


ເພື່ອຮັບປະກັນຄວາມປອດໄພ ໃຫ້ພວກຫຼານນ້ອຍ ໃນເວລາ ດຳເນີນການຜະລິດເຄື່ອງໄມ້, ຢູ່ໂຕະແຕ່ລະໜ່ວຍ
ຈະມີ  ອາສາສະໝັກ ແນະນຳໃຫ້ພວກຫຼານນ້ອຍກ່ຽວກັບ ເຕັກນິກໃນ ການ ເຮັດ ອາຊີບ ເປັນຊ່າງໄມ້. 



ບັນດານັກອາສາສະໝັກຊ່ວຍເຫຼືອ ພວກຫຼານນ້ອຍ ສຳເລັດຜະ ລິດຕະພັນ ດ້ວຍຄວາມດີໃຈ. 


ມາຍັງ Creative Gara, ບັນດາພໍ່ແມ່ຜູ້ປົກຄອງ ຈະມີໂອກາດ ທຳອາຊີບ ແລະ ຫຼິ້ນພ້ອມກັບພວກຫຼານນ້ອຍ.

ໄດ້ຮູ້ວ່າ ໃນປີ 2015, ທ່ານ ຟ້າມກີວດຶກ  ພ້ອມກັບ ໝູ່ ສອງ ສາມຄົນ ໄດ້ສ້າງສາງຫຼັງໜຶ່ງ ຊຶ່ງລວມມີ ເຄື່ອງມື ຊ່າງໄມ້ ຫຼາຍ ໜ່ວຍ ດ້ວຍຈຸດປະສົງ ສ້າງເດີ່ນຫຼິ້ນ ແຫ່ງໜຶ່ງ ໃຫ້ແກ່ລູກນ້ອງ ຂອງຕົນ. ກ່ອນຈະສ້າງສາງນີ້ຂຶ້ນ ສະມາຊິກ ທຸກຄົນ ໃນກຸ່ມ ໄດ້ປຶກສາຫາລື ແລະ ຕົກລົງກັນ ຈະຫັນພວກຫຼານນ້ອງ ໄປເຖິງ ບັນດາເຄື່ອງຫຼິ້ນດ້ວຍໄມ້ ຍ້ອນນີ້ແມ່ນອຸປະກອນ ທີ່ໃກ້ຊິດກັບ ສິ່ງແວດລ້ອມ, ສາມາດຜະລິດຄືນໃໝ່ ຈາກບັນດາ ເຄື່ອງໃຊ້ ທີ່ຖືກປະຖິ້ມ ໃນຊີວິດປະຈຳວັນ.

ຫຼັງຈາກການເຄື່ອນໄຫວມາເປັນເວລາ 3 ເດືອນ, ສະຖານທີ່ ແຫ່ງນີ້ ນັບມື້ນັບໄດ້ຫຼາຍຄົນຮູ້ຈັກ ແລະ ມາຂໍໃຫ້ລູກ ຂອງ ຕົນ ໄດ້ເຂົ້າຮ່ວມນຳ. ທ່ານ ຟຸກ ແລະ ບັນດາໝູ່ເພື່ອນຜູ້ສ້າງຕັ້ງ ໄດ້ ຕັດສິນໃຈເປີດກວ້າງ ແລະ ຫັນສາງນີ້ ກາຍເປັນສາງ Creative Gara (ສາງແຫ່ງການປະດິດສ້າງ). ປັດຈະບັນ, Creative Gara ໄດ້ກາຍເປັນ ຈຸດທີ່ນິຍົມມັກ, ທັງຊ່ວຍໃຫ້ ພວກຫຼານ ນ້ອຍ ຮັບຮູ້ໄດ້ ຄຸນຄ່າຂອງການອອກແຮງງານ ອີກດ້ວຍ.

ທ່ານ ຟຸກໃຫ້ຮູ້ວ່າ ຍ້ອນເບື້ອງຕົ້ນ ບໍ່ມີຕົວແບບລ່ວງໜ້າ ເພາະ ສະນັ້ນ ຕ້ອງທັງ ເຮັດທັງຄົ້ນຄວ້າດ້ວຍຕົວເອງ, ບັນດາຂັ້ນຕອນ ສ້າງຜະລິດຕະພັນ ແລະ ກະກຽມເນື້ອໃນ ບົດສອນ ກໍລຳບາກ ຫຼາຍ. ການປະດິດເຄື່ອງໄມ້ ເປັນວຽກງານ ຮຽກຮ້ອງຄວາມສາ ມາດຫຼາຍຢ່າງ, ຍິ່ງກວ່ານັ້ນ ພຽງແຕ່ ຂາດລະມັດລະວັງເລັກ ນ້ອຍ ກໍອາດຈະເກີດ ອຸບັດເຫດໄດ້ງ່າຍ. ດ້ວຍເຫດນັ້ນ ຢູ່ທີ່ ໂຕະແຕ່ລະໜ່ວຍ ຈະມີອາສາສະໝັກ ທຳການແນະນຳ ເພື່ອ ຮັບປະກັນ ຄວາມປອດໄພ ໃຫ້ ພວກຫຼານນ້ອຍ. ກ່ອນທີ່ ອອກ ຜະລິດຕະພັນໃໝ່ ທາງ Creative Gara ຕ້ອງຄົ້ນຄວ້າ ລ່ວງ ໜ້າວ່າ ພວກຫຼານນ້ອຍ ຈະເຮັດຄືແນວໃດ ແລະ ວາງໂຕ ເປັນ ພວກຫຼານນ້ອຍ ເພື່ອຄິດໄລ່ ບັນດາຂັ້ນຕອນ ດຳເນີນງານ ທີ່ ກ່ຽວຂ້ອງ.

ເພື່ອຫຼຸດຜ່ອນຄວາມອັນຕະລາຍ ແລະ ຄວາມຍາກ ຂອງອາຊີບ ເປັນຊ່າງໄມ້, ບັນດາສະມາຊິກຂອງ Creative Gara ໄດ້ຄົ້ນ ຄວ້າ ແລະ ປະດິດສ້າງບັນດາເຄື່ອງມື ທີ່ແທດເໝາະ ແລະ ມີ ຄວາມປອດໄພ ສຳລັບຫຼານນ້ອຍ.


Creative Gara ເປັນຈຸດທີ່ມາ ເພື່ອໃຫ້ເດັກນ້ອຍ ມີໂອກາດ ໄດ້ຄົ້ນພົບອາຊີບ, ໄດ້ບັນເທີງໃຈ, ເປັນບ່ອນປະດິດສ້າງ ຕາມ ອັດຕະຍາໄສ ແລະ ຫຼີກຈາກຄວາມຊັກຊວນ ຂອງ ບັນດາການ ລະຫຼິ້ນເຕັກໂນໂລຊີ ທີ່ສົ່ງຜົນສະທ້ອນ ດ້ານຈິດຕະພາບ ສຳ ລັບພວກຫຼານນ້ອຍໄດ້ງ່າຍ. 


ບັນດາກິ່ງໄມ້ທີ່ຖືກປະຖິ້ມເສຍລ້າໆ ຈະຖືກນຳໃຊ້ ເພື່ອເຮັດ ເຄື່ອງຫຼິ້ນສຳລັບເດັກນ້ອຍ. 


ບັນດາໄມ້ ແກຼມ ໄດ້ທຳຄວາມສະອາດ ແລະ ກາຍເປັນ ວັດຖຸ ທີ່ມີປະໂຫຍດ ທີ່ Creative Gara. 


ບັນດາກະດຸມເສື້ອ ທີ່ຫຼາກຫຼາຍສີສັນນີ້ ສາມາດໃຊ້ເປັນ ເຄື່ອງ ປະດັບປະດາ ໃຫ້ຜະລິດຕະພັນເຄື່ອງໄມ້ ມີຄວາມ ຈັບຕາຈັບ ໃຈ ຍິ່ງຂຶ້ນ. 


ກ່ອນມາຍັງທີ່ນີ້, ພວກຫຼານນ້ອຍ ເກືອບໝົດທຸກຄົນ ແມ່ນບໍ່ເຄີຍ ໄດ້ຈັບໄມ້ຄ້ອນຕີ. 


ບັນດາເຫຼັກສະໄບ ຊຶ່ງ Creative Gara ປະດິດສ້າງດ້ວຍ ຕົນ ເອງ ເພື່ອງ່າຍໃນການນຳໃຊ້ ສຳລັບຫຼານນ້ອຍ. 


ເລື່ອຍຂະໜາດນ້ອຍ ເພື່ອ ຄວາມສະດວກ ແລະ ປອດໄພ ໃນການນຳໃຊ້ໃຫ້ບັນດາຫຼານນ້ອຍ. 


Creative Gara ຍັງເປັນບ່ອນໃຫ້ພວກຫຼານນ້ອຍ ສ້າງຄວາມ ສຳພັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອສຳເລັດວຽກງານ.


ສ່ວນປະກອບໜຶ່ງ ກຳລັງໄດ້ຫຼານນ້ອຍ ທຳການປະດິດສ້າງ ດ້ວຍ ຄວາມລະມັດລະວັງ. 


ຜະລິດຕະພັນໄມ້ແປກສຳເລັດຮູບໂດຍພວກຫຼານນ້ອຍປະຕິບັດ. 


ຄວາມດີໃຈຂອງຫຼານນ້ອຍ ຫຼັງຈາກໄດ້ຮັບການແນະນຳ ແລະ ສຳເລັດຜະລິດຕະພັນຂອງຕົນ. 


ກັບ ກຣິສມາດ ຖືກປະດິດສ້າງ ຈາກສີມື ພວກຫຼານນ້ອຍ ຢູ່ Creative Gara. 
 
ບົດ ແລະ ພາບ: ແຄ໋ງລອງ-ເຕິດເຊີນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top