• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

CPTPP ເພີີ່ມຄວາມແກ້ງແຍ້ງໃນຕະຫຼາດແຮງງານສາກົນ

      ຫວຽດນາມ ຫາກໍກາຍເປັນປະເທດ ທີ 7 ທີ່ໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ເມື່ອສັນຍາສະບັບດັ່ງກ່າວ ມີຜົນສັກສິດໃນທ້າຍປີນີ້ ຈະເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ຫວຽດນາມ, ແຕ່ກໍຈະວາງອອກສິ່ງທ້າທາຍບໍ່ແມ່ນໜ້ອຍ, ໃນນັ້ນ ຕ້ອງນັບທັງຂົງເຂດວຽກເຮັດງານທໍາ, ຕະຫຼາດແຮງງານ ແລະ ການພົວພັນໃນການອອກແຮງງານ.
            ເມື່ອສັນຍາ CPTPP  ມີຜົນສັກສິດ, ນອກຈາກ ຈະສ້າງເຂດການຄ້າເສລີ ນອນໃນ Top ໃຫຍ່ທີ່ສຸດໃນໂລກ ແລ້ວ, ສັນຍາ CPTPP ສາມາດຈະນໍາມາຜົນປະໂຫຍດທາງສັງຄົມຫຼາຍຢ່າງອີກດ້ວຍ, ໄດ້ສ້າງວຽກເຮັດງານທໍາ, ສ້າງກາລະໂອກາດໃໝ່ ໃຫ້ທັງຊາວຜູ້ອອກແຮງງານ ແລະ ວິສາຫະກິດ ຕື່ມອີກ, ປະກອບສ່ວນຍົກສູງຄ່າຄອງຊີບ ຂອງຊາວຜູ້ອອກແຮງງານ... ໄປຄຽງຄູ່ກັນນັ້ນ, ເລື່ອງເຂົ້າຮ່ວມ ສັນຍາ CPTPP ກໍຈະວາງອອກສິ່ງທ້າທາຍຈໍານວນບໍ່ໜ້ອຍ.
ກາລະໂອກາດໃຫ້ແກ່ແຮງງານຫວຽດນາມ
          ເມື່ອຫວຽດນາມເຂົ້າຮ່ວມສັນຍາ CPTPP, ຂົງເຂດແຮງງານຖືກຜົນກະທົບຫຼາຍຢ່າງ ເພາະວ່າ ໃນພາກ 19 ຂອງສັນຍາມີ 15 ມາດຕາໄດ້ກໍານົດກ່ຽວກັບບັນຫາແຮງ ງານ. ດ້ານດີແມ່ນ,  ວົງເງິນສົ່ງອອກເພີ່່ມຂຶ້ນ, ຕະຫຼາດໄດ້ເປີດກວ້າງ, GDP ມີການເຕີບໂຕສູງ ສິ່ງເຫຼົ່ານັ້ນກໍຈະສ້າງວຽກເຮັດງານທໍາຕື່ມອີກ. ໃນຫຼາຍຂົງເຂດທີ່ກ່ຽວຂ້ອງເຖິງບັນຫາສົ່ງອອກ ກໍຈະມີການເພີ່ມຂຶ້ນກ່ຽວກັບຊັບພະຍາກອນມະນຸດ ແລະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ. ພິເສດ, ໃນທ່າອ່ຽງທີ່ບັນດາຕະຫຼາດຂອງບັນດາປະເທດຕ້ອງການຄຸນນະພາບສູງນັ້ນ ໄດ້ຮຽກຮ້ອງພວກເຮົາຕ້ອງມີບັນດາສິນຄ້າສົ່ງອອກທີ່ມີຄຸນນະພາບ. ອາດເວົ້າໄດ້ວ່າ, ການຄົ້ນຄວ້າຜົນກະທົບເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີສະບັບໃໝ່, ໃນນັ້ນມີ ສັນຍາ CPTPP, ກ່ຽວກັບແງ່ມູມແຮງງານ, ວຽກເຮັດງານທໍາ ແລະ ສັງຄົມ ລ້ວນແຕ່ມີຄວາມເປັນໄປໄດ້. ວຽກເຮັດງານທໍາຈະເພີ່ມຂຶ້ນ, ຄຸນນະພາບການອອກແຮງງານ, ສະມັດຕະພາບແຮງງານກໍຈະເພີ່ມຂຶ້ນ. ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ເລກວນ ຕີລາຄາວ່າ:
ຕາມການຕີລາຄາຂອງພວກຂ້າພະເຈົ້າແລ້ວ, ໃນແຕ່ລະປີ, ຈະສ້າງວຽກເຮັດງານທໍາໃຫ້ແກ່ຊາວຜູ້ອອກແຮງງານແຕ່  20.000 – 30.000 ຄົນ ແລະ ສິ່ງສໍາຄັນກວ່າໝູ່ ແມ່ນຊ່ວຍໃຫ້ພວກເຮົາປ່ຽນແປງໂຄງປະກອບຊັບພະຍາກອນມະນຸດໃນບາງຂົງເຂດ ພິເສດແມ່ນຂົງເຂດກະສິກໍາ, ເຕັກໂນໂລຢີສູງ, ກໍຄືບາງຂົງເຂດ ທີ່ຊ່ວຍພວກເຮົາຍູ້ໄວການເພີ່ມສະມັດຕະພາບແຮງງານຂຶ້ນ”.
 ເປັນເຈົ້າການໃນການແກ້ໄຂບັນດາສິ່ງທ້າທາຍ
ເຖິງຢ່າງໃດກໍຕາມ CPTPP ກໍ່ວາງອອກບັນດາຄຳຮຽກຮ້ອງຕ້ອງການກ່ຽວກັບແຮງງານ ຊືື່ງຫວຽດນາມ ຕ້ອງຕອບສະຫນອງເມື່ອເຂົ້າຮ່ວມສັນຍາ CPTPP. ລັດຖະບານຫວຽດນາມ ໄດ້ຮັບຮູ້ວ່າ ຫນຶ່ງໃນສິ່ງທ້າທາຍ 6 ປະການທີ່ພົ້ນເດັ່ນ ຊື່ງຫວຽດນາມ ຕ້ອງປະເຊີນຫນ້າ ເມື່ອເຂົ້າຮ່ວມ CPTPP ນັ້ນແມ່ນ ເລື່ອງປັບປຸງກົດໝາຍວ່າດ້ວຍສິດສ້າງຕັ້ງອົງການຈັດຕັ້ງຂອງຄົນງານຢູ່ ວິສາຫະກິດ ແລະ ການຄຸ້ມຄອງຂອງລັດເພື່ອຮັບປະກັນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງນີ້ປະຕິບັດຖືກຕ້ອງຕາມກົດໝາຍຫວຽດນາມ.
ໝາຍຄວາມວ່າ ເມື່ອເຂົ້າຮ່ວມ CPTPP  ມີບາງມາດຕາກ່ຽວກັບການເຊື່ອມໂຍງຊື່ງຫວຽດນາມ ຕ້ອງດັດປັບ.  ພົ້ນເດັ່ນແມ່ນຕ້ອງໃຫ້ສັດຕະຍາບັນ ສົນທິສັນຍາສາກົນ 8 ສະບັບ ຂອງອົງການແຮງງານໂລກ ຊື່ງປະຈຸບັນ ຫວຽດນາມໄດ້ເຂົ້າຮ່ວມສົນທິສັນຍາ 5 ສະບັບ. ໄລຍະຈະມາເຖິງ ຫວຽດນາມ ຈະສຳຫລວດກວດຄືນ ເພື່ອປັບປຸງກ່ຽວກັບສົນທິສັນຍາວ່າດ້ວຍສິດເຂົ້າຮ່ວມສະມາຄົມ, ສິດຮ່ວມສຳພັນຂອງຄົນງານ. ສິ່ງດັ່ງກ່າວໝາຍຄວາມວ່າ ຫວຽດນາມ ຕ້ອງຮັບປະກັນສິດຮ່ວມສຳພັນຂອງຄົນງານ ແລະ ສິດປຶກສາຫາລື. ຄົນງານສາມາດສ້າງຕັ້ງບັນດາອົງການຜູ້ຕາງຫນ້າຂອງຕົນຢູ່ ວິສາຫະກິດ. ທ່ານ ເລກວັນ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ຕື່ມອີກວ່າ:
ພວກເຮົາຄວນເອົາໃຈໃສ່ປັບປຸງລະບົບກົດໝາຍ ເພື່ອຮັບປະກັນວ່າ ການຂຸດຄົ້ນດ້ານຕັ້ງຫນ້າ, ຮັບປະກັນສິດຜົນປະໂຫຍດຂອງຄົນງານເປັນຢ່າງດີກວ່າ, ຮັບປະກັນສິດເຈລະຈາ ແລະ ຜົນປະໂຫຍດຂອງຄົນງານເປັນຢ່າງດີກວ່າ, ກໍ່ຄືຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ            ຫລີກລ້ຽງເລື່ອງຖືກສວຍໃຊ້.
ຕາມຂໍ້ກຳນົດຂອງບັນດາສັນຍາການຄ້າເສລີລຸ້ນໃຫມ່, ບັນດາປະເທດຈະບໍ່ໄດ້ສ້າງທ່າໄດ້ປຽບແກ້ງແຍ້ງດ້ານການຄ້າ ດ້ວຍເລື່ອງຫລຸດຜ່ອນບັນດາມາດຖານແຮງງານ. ເມື່ອເຂົ້າຮ່ວມ CPTPP, ຫວຽດນາມ ຈະຖືກຜົນສະທ້ອນດ້ວຍ “ການກະທົບຊ້ອນ” ແມ່ນອຸດສາຫະກຳ 4.0 ແລະ ບັນດາສັນຍາການຄ້າຈະເຮັດໃຫ້ອົງປະກອບວຽກເຮັດງານທຳຈະມີການປ່ຽນແປງຢ່າງວ່ອງໄວ. ສະນັ້ນ ຫວຽດນາມ ຄວນກະກຽມແຫລ່ງຊັບພະຍາກອນມະນຸດເປັນຢ່າງ ດີ ເປັນຕົ້ນແມ່ນແຮງງານມີຄຸນນະພາບສູງ ເພື່ອຍົກສູງກຳລັງແກ້ງແຍ້ງ. ເມື່ອເຕື້ອງເຖິງບັນຫານີ້, ທ່ານເລກວັນ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຖືວ່າ:
ຄຸນນະພາບແຫລ່ງຊັບພະຍາກອນມະນຸດປະຈຸບັນ ແມ່ນອີງໃສ່ການປະຕິວັດອຸດສາຫະກຳຄັ້ງທີ 4 ເມື່ອພວກເຮົາອີງໃສ່ການນຳໃຊ້ອົງປະກອບຜະລິດຕະພັນທີ່ຜະລິດອອກສ່ວນໃຫຍ່. ພວກເຮົາຕ້ອງປ່ຽນແປງການດັດປັບດ້ານແຮງງານ, ສິດຮ່ວມສຳພັນຂອງຄົນງານ. ສິ່ງນີ້ຮຽກຮ້ອງພວກເຮົາຕ້ອງມີການປ່ຽນແປງໃນພຶດຕິກຳຕົວຈິງເພື່ອໃຫ້ເໝາະສົມກັບທຳນຽມສາກົນ ແລະ ຂໍ້ກຳນົດລວມ ຊື່ງພວກເຮົາໄດ້ໃຫ້ຄຳໝັ້ນສັນຍາ.
ເຂົ້າຮ່ວມ CPTPP ແມ່ນກາລະໂອກາດເພື່ອຍົກສູງຄຸນນະພາບແຮງງານ, ເພີ່ມວຽກເຮັດງານທຳ, ເພີ່ມສະມັດຕະພາບແຮງງານ ແລະ ເພີ່ມກຳລັງແກ້ງແຍ້ງ… ແຕ່ CPTPP ກໍ່ຮຽກຮ້ອງບັນດາມາດຕະຖານການອອກແຮງງານສູງ, ສິ່ງແວດລ້ອມ, ສິດຜົນປະໂຫຍດຂອງຄົນງານ. ເລື່ອງກຳນົດບັນດາຄວາມສະດວກ ແລະ ສິ່ງທ້າທາຍໃນຂົງເຂດແຮງງານກໍ່ຄືມີມາດຕະການເພື່ອຮັບມືຈະຊ່ວຍຫວຽດນາມ ຍາດແຍ່ງໄດ້ບັນດາກາລະໂອກາດຊື່ງ CPTPP  ນຳມາໃຫ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top