• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

CNCF ແລະ ໂຄງການເພື່ອເດັກນ້ອຍ ຫວຽດນາມ

ໄດ້ຮັບການສ້າງຕັ້ງແຕ່ປີ 1989, ປັດຈຸບັນ, ສະມາຄົມປົກປ້ອງ ດູ ແລເດັກ Christina Noble Children’s Foundation(CNCF) ຜັນຂະຫຍາຍໄດ້ກວ່າ 100 ໂຄງການຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາເຂວງທີ່ໃກ້ຄຽງ, ໃຫ້ການຊ່ວຍເຫຼືອ ເດັກນ້ອຍທີ່ມີ ສະພາບ ການເປັນຢູ່ທຸກຍາກ ຂາດເຂີນຈຳນວນຫຼາຍພັນຄົນ ໃຫ້ມີໂອກາດ ໄດ້ໄປຮຽນ ແລະ ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຕົນ ໃຫ້ດີ ທີ່ສຸດ, ມຸ້ງສູ່ອະນາຄົດທີ່ດີກວ່າເກົ່າ. 
ໃນບັນດາການເຄື່ອນໄຫວຊ່ວຍເຫຼືອຂອງ CNCF, ເດັ່ນກວ່າໝູ່ແມ່ນບັນດາໂຄງການກ່ຽວກັບການສຶກສາ, ໃນນັ້ນ ຕ້ອງເວົ້າເຖິງໂຮງຮຽນປະຖົມ ແອ໋ງສາງ. ໄດ້ຮັບການສ້າງຕັ້ງເມື່ອປີ 1991 ແລະ ເປັນໜຶ່ງໃນສອງໂຄງການແຫ່ງທຳອິດຂອງ CNCF ຢູ່ ຫວຽດນາມ. ໂຄງການດ່ັງກ່າວ ໄດ້ນຳຄວາມມຸ່ງຫວັງ, ໂອກາດຮໍ່າຮຽນໃຫ້ແກ່ ເດັກນ້ອຍທີ່ມີສະພາບການເປັນຢູ່ທຸກຍາກຫຼາຍຄົນ ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາເຂວງ ໃກ້ຄຽງ.

ປັດຈຸບັນ, ໂຮງຮຽນປະຖົມ ແອ໋ງສາງ ມີອາຈານສອນ 9 ຄົນ ແລະ ນັກຮຽນ 130-150 ຄົນ ພວມຮຽນຕາມຫຼັກສູດ ຂອງກະຊວງສຶກ ສາ ແລະ ບຳລຸງສ້າງ. ບັນດານັກຮຽນຢູ່ໂຮງຮຽນປະຖົມ ແອ໋ງສາງ ມີ ອາຍຸແຕ່ 6-16 ປີ, ລວມມີ: ເດັກກຳພ້າ, ເດັກທີ່ມີສະພາບ ການ ເປັນຢູ່ທີ່ທຸກຍາກ, ເດັກດ້ອຍໂອກາດ, ເດັກນ້ອຍອາຍຸເກີນກຳນົດ ເພື່ອຮຽນຢູ່ ບັນດາໂຮງຮຽນຂຶ້ນກັບລັດ, ເດັກນ້ອຍບໍ່ມີໃບແຈ້ງເກີດ, ເດັກນ້ອຍບໍ່ມີສຳມະໂນຄົວ, ເດັກນ້ອຍພ້ອມກັບຄອບຄົວ ຍ້າຍມາ ຢູ່ຕົວເມືອງຈາກຕ່າງແຂວງ. 



ພະນັກງານຂອງ CNCF ຫວຽດນາມ, CNCF ອີຕາລີ ແລະ ບັນ ດາ ອາສາສະໝັກ. ພາບ: ເອກະສານ CNCF



ສະມາຊິກຂອງສະມາຊົມ CNCF ຈັດກອງປະຊຸມວາງແຜນ ໂຄງ ການ.



ການຝຶກປິ່ນປົວຢູ່ສູນປົກປ້ອງດູແລເດັກດ້ອຍໂອກາດ ຂຶ້ນກັບໂຄງ ການດ້ານສາທາລະນະສຸກ ຂອງສະມາຄົມCNCF. ພາບ: ເອກະ ສານ CNCF



ອາສາສະໝັກ ແລະ ບັນດານ້ອງນ້ອຍຂອງໜ່ວຍ ຮວ້າມີ ທີ່ສູນ ປົກ ປ້ອງດູແລເດັກດ້ອຍໂອກາດ.
ພາບ: ເອກະສານ
CNCF



ໂຄງການກວດກາສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາຊົມ, ເປັນໜຶ່ງ ໃນບັນດາການເຄື່ອນໄຫວຂອງສູນປົກປ້ອງດູແລເດັກ ດ້ອຍໂອກາດ ຂຶ້ນກັບໂຄງການດ້ານສາທາລະນະສຸກ ຂອງ ສະມາຄົມ CNCF. ພາບ: ເອກະສານ CNCF



ອາສາສະໝັກ  ແລະ ບັນດານ້ອງນ້ອຍຂອງອົງການດູແລພິເສດ, ສູນປົກປ້ອງດູແລເດັກດ້ອຍໂອກາດ.
ພາບ: ເອກະສານ
CNCF



ຫ້ອງຮຽນ ແອ໋ງສາງ, ໂຮງຮຽນປະຖົມ ແອ໋ງສາງ- ເປັນໜຶ່ງໃນບັນ ດາໂຄງການດ້ານສຶກສາຂອງສະມາຄົມ CNCF. ພາບ: ເອກະ ສານ CNCF



ບັນດານັກຮຽນຂອງໂຮງຮຽນປະຖົມ ແອ໋ງສາງ ສະແດງ ສິລະປະ ສະຫຼອງວັນຄູແຫ່ງຊາດ ວັນທີ 20 ພະຈິກ ຢູ່ໂຮງຮຽນປະຖົມ ແອ໋ງ ສາງ.
ເພື່ອໃຫ້ການຊ່ວຍເຫຼືອບັນດານ້ອງນັກຮຽນໃຫ້ດີທີ່ສຸດ, ພ້ອມກັບ ການສິດສອນ, ທາງໂຮງຮຽນຍັງມອບຊຸດເຄື່ອງແບບ, ກະເປົາ, ເກີບ, ປື້ມອ່ານ, ປື້ມຂຽນ ແລະ ເຄື່ອງມືຮັບໃຊ້ໃຫ້ການຮໍ່າຮຽນ ໃຫ້ເດັກນ້ອຍທີ່ມີສະພາບການເປັນຢູ່ທຸກຍາກ, ເດັກດ້ອຍໂອກາດ. ທາງໂຮງຮຽນຍັງມີໜ່ວຍງານຊ່ວຍເຫຼືອດ້ານສັງຄົມ, ເປັນທີ່ປຶກສາ, ຂົນຂວາຍຄອບຄົວໃຫ້ນຳລູກໄປຮຽນ ແລະ ມີການເຄື່ອນໄຫວຊ່ວຍ ເຫຼືອ ເດັກນ້ອຍ ໃຫ້ຜ່ານຜ່າຄວາມ ປັ່ນປ່ວນທາງດ້ານ ຈິດໃຈ ເພື່ອ ສາມາດສືບຕໍ່ການຮໍ່າຮຽນ. ບໍ່ພຽງແຕ່ມີການຊ່ວຍເຫຼືອ ທາງດ້ານ ການສຶກສາເທົ່ານັ້ນ, ໂຮງຮຽນ ຍັງຊ່ວຍເຫຼືອທາງດ້ານ ສາທາລະ ນະສຸກໃຫ້ແກ່ເດັກນ້ອຍຈຳນວນໜຶ່ງ ທີ່ຄອບຄົວ ບໍ່ສາມາດຈ່າຍ ຄ່າກວດ ແລະ ປິ່ນປົວພະຍາດ ໄດ້, ພ້ອມກັນນັ້ນ ກໍ່ມອບລົດຖີບ ໃຫ້ບັນດາເດັກນ້ອຍ ທີ່ພໍ່ແມ່ບໍ່ໄດ້ສົ່ງໄປຮຽນ. 

ທ່ານນາງ Christina Noble, ຜູ້ສ້າງຕັ້ງ CNCF ໃຫ້ຮູ້ວ່າ ເດັກ ນ້ອຍຕ້ອງເປັນຜູ້ໃຫຍ່ ແລະ ໄດ້ຮັບການສຶກສາຢ່າງຮອບດ້ານເພື່ອສົ່ງເສີມຄວາມສາມາດ ຂອງເດັກແຕ່ລະຄົນໃຫ້ດີທີ່ສຸດ. ດ້ວຍເປົ້າ ໝາຍດັ່ງກ່າວ, ໂຮງຮຽນບໍ່ພຽງແຕ່ຈັດຕັ້ງການສິດສອນ ໃຫ້ນັກຮຽນ ຕາມຫຼັກສູດຂອງກະຊວງສຶກສາ, ແຕ່ຍັງຈັດຕັ້ງການເຄື່ອນໄຫວ ເພື່ອຝຶກທາງຮ່າງກາຍເຊັ່ນ: ເຕຄວັນໂດ, ບານບ້ວງ, ໂຢຄະ ແລະ ລອຍນໍ້າ ພ້ອມກັບການເຄື່ອນໄຫວດ້ານສິລະປະຄື: ແຕ້ມ, ຟ້ອນ, ຮ້ອງເພງ , ຫຼິ້ນປີອາໂນ, ຖ່າຍຮູບ ອີກດ້ວຍ. ນອກຈາກນັ້ນ, ທາງ ໂຮງຮຽນ ຍັງຈັດຕັ້ງການເຄື່ອນໄຫວກ່ຽວກັບການສຶກສາ ດ້ານຄຸນ ສົມບັດ ເພື່ອສອນຄວາມເປັນມະນຸດໃຫ້ແກ່ນັກຮຽນ ແລະ ມີຫໍສະ ໝຸດ ຫຼັງໜຶ່ງເພື່ອໃຫ້ນັກຮຽນມາອ່ານປື້ມ. 

ນອກຈາກໂຄງການໂຮງຮຽນປະຖົມ ແອ໋ງສາງ, CNCF ຍັງມີໂຄງ ການຊ່ວຍເຫຼືອທາງດ້ານການສຶກສາຫຼາຍແຫ່ງຄື: ກໍ່ສ້າງຫ້ອງຮຽນ, ເຮືອນຄົວໃຫ້ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ຢູ່ບັນດາບ້ານ, ບັນດາຕາແສງຂອງແຂວງ ດົ່ງຖາບ, ເບນແຈ, ເລີມດົ່ງ. 



ໂຮງຮຽນອະນຸບານ ຫືວແທ່ງ, ຕາແສງ ຫືວແທ່ງ, ເມືອງ ຈ່າອົນ, ແຂວງ ວິ໊ງລອງ ໄດ້ຮັບການກໍ່ສ້າງເມື່ອປີ 2015. ແຜນການກໍ່ສ້າງ ພື້ນຖານ, ເປັນໜຶ່ງໃນບັນດາແຜນການພັດທະນາປະຊາຄົມຂອງ ສະມາຄົມ CNCF. ພາບ: ເອກະສານ CNCF



ໂຮງຮຽນອະນຸບານ ຟອງໝີ໋, ນະຄອນ ກາວແຫຼງ, ແຂວງ ດົ່ງຖາບ ໄດ້ຮັບການກໍ່ສ້າງເມື່ອປີ 2015. ແຜນການກໍ່ສ້າງພື້ນຖານ, ເປັນ ໜຶ່ງໃນບັນດາແຜນການພັດທະນາປະຊາຄົມຂອງ ສະມາຄົມ CNCF. ພາບ: ເອກະສານ CNCF



ບັນດານ້ອງນ້ອຍຂອງໂຮງຮຽນອະນຸບານ ເຊີນກາ, ສູນປົກປ້ອງ ດູ ແລເດັກດ້ອຍໂອກາດ-ໂຄງການດ້ານສາທາລະນະສຸກ ຂອງ ສະມາຄົມ CNCF.



ບັນດານ້ອງນ້ອຍຂອງໂຮງຮຽນອະນຸບານ ເຊີນກາ, ສູນປົກປ້ອງ ດູ ແລເດັກດ້ອຍໂອກາດ-ໂຄງການດ້ານສາທາລະນະສຸກຂອງ ສະມາຄົມ CNCF.



ຫ້ອງຮຽນ ຂອງໂຮງຮຽນປະຖົມ ແອ໋ງສາງ- ໜຶ່ງໃນບັນດາໂຄງການ ດ້ານສຶກສາ ຂອງສະມາຄົມ CNCF



ແຜນການຊ່ວຍເຫຼືອລົດຖີບໃຫ້ແກ່ບັນດານ້ອງນັກຮຽນ-ເປັນໜຶ່ງໃນ ບັນດາແຜນການພັດທະນາປະຊາຄົມຂອງ ສະມາຄົມ CNCF. ພາບ: ເອກະສານ CNCF
CNCF ໄດ້ ແລະ ພວມຜັນຂະຫຍາຍບັນດາໂຄງການທີ່ມີລັກສະ ນະພັດທະນາປະຊາຄົມ, ຊ່ວຍເຫຼືອຄອບຄົວບັນດານັກຮຽນໃຫ້ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຊີວິດ ທີ່ດີກວ່າ ເກົ່າ. ບັນດາໂຄງການໃຫ້ກູ້ຢືມເງິນເຮັດທຸລະກິດ, ໂຄງການສະ ໜອງນຳ້ປະປາ ຢູ່ເຂດຊົນນະບົດ ພວມໄດ້ຮັບການຜັນຂະຫຍາຍ ຢູ່ ຫຼາຍທ້ອງຖິ່ນໃນທ່ົວປະເທດ. 
 
ປະຕິບັດ: ທົງຫາຍ

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

Top