• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Charoen Pokphand Group ຂອງໄທ ຮ່ວມແຮງຮ່ວມໃຈເພື່ອປະຊາຄົມຊາວຫວຽດນາມ

      ພ້ອມກັບບັນດາວິສາຫະກິດຢູ່ພາຍໃນປະເທດ, ມີວິສາຫະກິດຕ່າງປະເທດຫລາຍແຫ່ງຄື ກຸ່ມບໍລິສັດ Charoen Pokphand  (CP) ຂອງໄທ ກໍ່ມີການເຄື່ອນໄຫວກຸສົນຫລາຍຢ່າງ. ໃນ 24 ປີແຫ່ງການເນີນທຸລະກິດ ຢູ່ ຫວຽດນາມ ກໍ່ແມ່ນ 24 ປີ ທີ່ CP ໄດ້ເຂົ້າຮ່ວມການເຄື່ອນໄຫວກຸສົນເປັນປະຈຳ. ໃນລາຍການຊາຍຄາອາຊຽນ ພາກນີ້, ເຊີນທ່ານພ້ອມກັບນັກຂ່າວ ກີມເງິນ ຊອກຮູ້ການເຄື່ອນໄຫວກຸສົນຂອງກຸ່ມບໍລິສັດ CP ຢູ່ ຫວຽດນາມ.

ຄົນເຈັບຮັບເຂົ້າປຽກຈາກພາລະກອນບໍລິສັດ CP
      ເວລາ 11 ໂມງຢູ່ ຮ້ານກິນດື່ມ ຂອງໂຮງໝໍ K ເຕີນຈ່ຽວ (ແມ່ນໂຮງໝໍປິ່ນປົວພະຍາດມະເຮັງ), ເອື້ອຍ ຕົງທິທູຮ່າ ອາຍຸ 36 ປີ ຢູ່ ແຂວງ ຟູທໍ້ ພ້ອມກັບລູກສາວຂອງຕົນ ອາຍຸ 13 ປີ ນຸ່ງຊຸດໂສ້ງເສື້ອຂອງຄົນເຈັບ ມີຄວາມຮູ້ສຶກດີໃຈຫລາຍເມື່ອໄດ້ຮັບເຂົ້າປຽກກຸສົນ ໂດຍບັນດາພາລະກອນບໍລິສັດ Charoen Pokphand ມອບໃຫ້. ເອື້ອຍຮ່າ ເວົ້າດ້ວຍຄວາມຕື້ນຕັນໃຈເວົ້າວ່າ:
        ຍ້ອນໄດ້ໄປປິ່ນປົວດ້ວຍການສາຍແສງຫລາຍເທື່ອແລ້ວ, ສະນັ້ນ ຫລານພຽງແຕ່ກິນເຂົ້າປຽກໄດ້ເທົ່ານັ້ນ. ເມື່ອຫລານໄດ້ຮັບເຂົ້າປຽກຂອງພວກອາພວກອາວ ເອື້ອຍກໍ່ບໍ່ຕ້ອງເສຍເງິນເພື່ອຊື້ອາຫານຢູ່ນອກອີກ. ຂ້າພະເຈົ້າຂໍຂອບອົກຂອບໃຈການຊ່ວຍເຫລືອອັນລ້ຳຄ່າຂອງບໍລິສັດ.
ສຳລັບລຸງ ເຢືອງວັນເຮົ້າ ບ້ານເກີດເມືອງນອນ ຢູ່ ຮືງອຽນ ແລ້ວ, ຜ່ານການສາຍແສງມາເປັນເວລາ 6 ເດືອນ ຍ້ອນພະຍາດມະເຮັງໄດ້ເຮັດໃຫ້ຜົມຂອງລຸງຫລົ້ນໝົດ, ສຸຂະພາບຂອງລຸງນັບມື້ນັບອ່ອນເພຍລົງ. ເບິ່ງລຸງຄ້າຍຄືເດັກນ້ອຍຫລາຍກວ່າແມ່ນຜູ້ມີອາຍຸກວ່າ 60 ປີ. ມືລຸງທັງຈັບຖ້ວຍເຂົ້າປຽກກຸສົນທັງເວົ້າດ້ວຍຄວາມຕື້ນຕັນໃຈວ່າ: ຖ້າຫາກບໍ່ໄດ້ຮັບການຊ່ວຍເຫລືອດ້ານກຸສົນ ຂ້າພະເຈົ້າກໍ່ບໍ່ສາມາດຢູ່ປີ່ນປົວຢູ່ໂຮງໝໍນີ້ໄດ້.
        ຮອດວັນສຸກປະຈຳອາທິດ, ເດືອນລະ 2 ເທື່ອ, ບັນດາພາກສ່ວນໃນບໍລິສັດ CP ຜັດປ່ຽນກັນຕົ້ມເຂົ້າປຽກໄກ່ປະມານ 500 ຖ້ວຍ ແລະ ຫລວກໄຂ່ປະມານ 1000        ຫນ່ວຍ ເອົາໄປມອບໃຫ້ຄົນເຈັບທີ່ທຸກຍາກຢູ່ ໂຮງໝໍປິ່ນປົວພະຍາດມະເຮັງ ເຕີນຈ່ຽວ, ນີ້ແມ່ນວັດຖຸດິບປອດສານພິດໂດຍບໍລິສັດຜະລິດເອງ. ອ້າຍ ຫວູແອງຕວນ - ຮອງຜູ້ອຳນວຍການໃຫຍ່ ບໍລິສັດ CP ປະຈຳຫວຽດນາມ ໃຫ້ຮູ້ວ່າ:
        ບໍລິສັດຂອງພວກຂ້າພະເຈົ້າກຳນົດວ່າ ເມື່ອບໍລິສັດໄດ້ໄປລົງທຶນບໍ່ວ່າຢູ່ປະເທດໃດ ກໍ່ຕ້ອງນຳມາເຊິ່ງຜົນປະໂຫຍດໃຫ້ປະເທດນັ້ນ, ພິເສດແມ່ນໃຫ້ປະຊາຊົນຢູ່ບັນດາປະເທດຊື່ງບໍລິສັດໄປລົງທຶນ. ນອກຈາກແບ່ງປັນກັບວົງຄະນາຍາດ, ປະກອບສ່ວນກັບວົງຄະນາຍາດແລ້ວ ບໍລິສັດກໍ່ຢາກສ້າງສະຕິໃຫ້ ພະນັກງານ, ກຳມະກອນໃນບໍລິສັດມີຄວາມເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວສັງຄົມ, ຮູ້ຈັກວິທີແບ່ງປັນກັບວົງຄະນາຍາດ, ມີຄວາມຮັກແພງເຊິ່ງກັນ ແລະກັນ, ເວລານັ້ນ ພະນັກງານ, ກຳມະກອນທັງໝົດຈະມີຈິດໃຈແບ່ງປັນໃນວຽກງານດີກວ່າ.
ນອກຈາກຖ້ວຍເຂົ້າປຽກກຸສົນແລ້ວ, ບໍລິສັດ ຍັງມີການເຄື່ອນໄຫວກຸສົນອື່ນໆອີກຢູ່ທຸກແຖບຖິ່ນຂອງຫວຽດນາມ. ນັບແຕ່ວັນສ້າງຕັ້ງບໍລິສັດເມື່ອປີ 1993 ມາຮອດປະຈຸບັນ, ບັນດາການເຄື່ອນໄຫວກຸສົນຂອງບໍລິສັດນັບມື້ນັບອຸດົມສົມບູນກວ່າຄື: ມອບແນວພັນໝູ ແລະ ໄຂ່ໄກ່ໃຫ້ທະຫານ ເຈື່ອງຊາ, ຫນູນຊ່ວຍສະມາຄົມແພດໝໍ   ຫນຸ່ມຜ່າຕັດຫົວໃຈ ແລະ ສົບແຫວ່ງປາກຫວີກໃຫ້ແກ່ເດັກນ້ອຍ, ຮ່ວມເດີນທາງກັບຂະບວນການເຄື່ອນໄຫວກຸສົນ ແລະ ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫລະຊີວິດເພື່ອຊາດ 27/7.
ບັນດາການເຄື່ອນໄຫວກຸສົນຈາກບໍລິສັດ CP ບໍ່ພຽງແຕ່ຊ່ວຍໃຫ້ຜູ້ດ້ອຍໂອກາດເທົ່ານັ້ນຫາກຍັງສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ຖັນແຖວພາລະກອນ ຫວຽດນາມ ໃນບໍລິສັດຂອງຕົນອີກດ້ວຍ.
        ຂ້າພະເຈົ້າໄດ້ເຮັດວຽກຢູ່ບໍລິສັດມາເປັນເວລາ 23 ປີແລ້ວ. ໃນຕະຫລອດວິວັດການເຮັດວຽກນັ້ນ ການເຄື່ອນໄຫວກຸສົນຂອງບໍລິສັດແມ່ນສິ່ງທີ່ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ. ນີ້ແມ່ນກຳລັງຫນູນເພື່ອໃຫ້ຂ້າພະເຈົ້າສະຫນິດຕິດພັນກັບບໍລິສັດ, ສ້າງຈິດໃຈ ແລະ ກຳລັງຫນູນໃຫ້ພະນັກງານລຸ້ນຫລັງ ໂດຍສະເພາະແມ່ນພະນັກງານຫວຽດນາມ ທີ່ເຮັດວຽກໃນບໍລິສັດ
       “ເຮັດວຽກໃນບໍລິສັດຄືແນວນັ້ນ, ຂ້າພະເຈົ້າຮູ້ສຶກວ່າ ຕົນເອງຕ້ອງສູ້ຊົນຫລາຍກວ່າອີກ” ນັ້ນບໍ່ພຽງແຕ່ແມ່ນຄວາມຄິດສະເພາະຂອງ ເອື້ອຍ ຫວູມີງເຊີມ - ແມ່ນທູດແຫ່ງຄວາມເມດຕາປານີ ຂອງ ບໍລິສັດ CP ເທົ່ານັ້ນ ຫາກຍັງມີພາລະກອນຫລາຍຄົນໃນບໍລິສັດອີກດ້ວຍ. ນັ້ນແມ່ນແຫ່ງກຳລັງຫນູນຊ່ວຍໃຫ້ເຂົາເຈົ້າອຸທິດສ່ວນຫລາຍກວ່າຊ່ວຍໃຫ້ບໍລິສັດນັບມື້ນັບເຕີບໃຫຍ່ກວ່າ ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 
 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top