• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Bookworm - ສະຖານທີ່ອ່ານປຶ້ມ ຂອງ ຄົນຕ່າງປະເທດ ຢູ່ ຮ່າໂນ້ຍ

ໂດຍເລີ່ມຈາກຄວາມມັກຮັກ, ຫຼົງໄຫຼ ກັບການອ່ານ ແລະ ສະສົມ ປຶ້ມ, ທ່ານ ຮວ່າງວັນເຈື່ອງ ໄດ້ໃຊ້ເວລາ, ເຫື່ອແຮງ ເປັນ ຈຳນວນ ຫຼວງຫຼາຍ ເພື່ອສ້າງ Bookworm (ເຮືອນເລກ ທີ 44 ຖະໜົນ ເຈົາ ລອງ, ເມືອງ ບາດິ່ງ, ຮວ່ານກ໋ຽມ, ຮ່າໂນ້ຍ) ກາຍເປັນຮ້ານ ປຶ້ມພາ ສາ ຕ່າງປະເທດ ໃຫຍ່ທີສຸດ ຢູ່ຫວຽດນາມ ກັບປຶ້ມ ກວ່າ 30.000 ຫົວ. Bookworm ເປັນສະຖານທີ່ ແກ່ວນເຄີຍ ຂອງຄົນຕ່າງປະເທດ ມາອ່ານປຶ້ມ ແລະ ຄົ້ນ ພົບກ່ຽວ ກັບປະເທດຊາດ ແລະ ຜູ້ຄົມ ຫວຽດນາມ. 
ໂດຍບັງເອີນ, ຂ້າພະເຈົ້າມີໂອກາດໂອ້ລົມກັນກັບທ່່ານ Joseph Jones ຊາວການາດາ ເມື່ອທ່ານມາຊື້ປຶ້ມທີ່ Bookworm, ທ່ານ ໃຫ້ຮູ້ວ່າ ໄດ້ຊອກຫາທີ່ນີ້ ຜ່ານທາງ ອິນເຕີເນັດ. ຈາກເປັນລູກຄ້າ ໃນເບື້ອງຕົ້ນ, ມາບັດນີ້ ທ່ານໄດ້ກາຍເປັນ ຂາປະຈຳ ແລະ ເປັນ ເພື່ອນ ສະໜິດສະໜົມກັບເຈົ້າຂອງ ຮ້ານຂາຍປຶ້ມແຫ່ງນີ້. ທ່ານ Joseph Jones ຕີລາຄາສູງ Bookworm ບໍ່ພຽງແຕ່ ຍ້ອນມີ ປຶ້ມ ຫຼາຍຊະນິດເທົ່ານັ້ນ ຫາກທີ່ນີ້ຍັງເປັນບ່ອນ ມີບັນຍາກາດອ່ານປຶ້ມ ທີ່ໜ້າດຶງດູດໃຈເປັນຢ່າງຍິ່ງ. ບັນດາວັດຖຸສິ່ງຂອງເປັນທີ່ລະນຶກ ໄດ້ Bookworm ຈັດວາງ ແບບ ເປັນຕາໜ້າຮັກຢູ່ທີ່ນີ້ ເໝືອນວ່າ ຊ່ວຍໃຫ້ເພື່ອນຜູ້ອ່ານມີຄວາມຮູ້ ກ່ຽວກັບປະເທດຊາດ ແລະ ຜູ້ ຄົນຫວຽດນາມ ຍິ່ງຂຶ້ນ.

ຜ່ານໄລຍະເວລາ ມາເປັນເວລາ 18 ປີຢູ່ຮ່າໂນ້ຍ, ປັດຈຸບັນ ຮ້ານ ຂາຍປຶ້ມ Bookworm ໄດ້ກາຍເປັນ ບ່ອນອ່ານປຶ້ມທີ່ຈັບອົກ ຈັບໃຈ ສຳລັບຊາວຕ່າງປະເທດ ຢູ່ ຫວຽດນາມ. ນີ້ແມ່ນຫໍສະໝຸດ ຊຶ່ງ ມີປຶ້ມປະມານ 30.000 ຫົວ ເປັນພາສາອັງກິດ ແລະ ພາສາຝຣ່ັງ ໃນຂົງເຂດຕ່າງໆ. ມີປຶ້ມຫຼາຍຫົວ ເປັນພາສາຕ່າງປະເທດທີ່ມີຄ່າ ຊຶ່ງ Bookworm ເກັບຮັກສາໄວ້ຢູ່ທີ່ນີ້ ກໍຄືປຶ້ມໃໝ່ຫຼາຍຫົວ ຂອງ ໂລກ ໄດ້ Bookworm ອັບເດັດ ຢ່າງຕໍ່ເນື່ອງ. ພິເສດ Bookworm ໄດ້ມີການແລກປ່ຽນ ປຶ້ມເກົ່າເປັນປະຈຳ ໂດຍທ່ານຜູ້ອ່ານຄົນຕ່າງ ປະເທດ ທີ່ກຳລັງໃຊ້ຊີວິດ ແລະ ເຮັດວຽກຢູ່ຮ່າໂນ້ຍສະໜອງໃຫ້. ລູກຄ້າທີ່ມາ Bookworm ສາມາດ ອ່ານປຶ້ມ ທັງລິ້ມລອງລົດຊາດ ກາເຟ ທີ່ຫອມແຊບ ທ່າມກາງບັນຍາກາດທີ່ງຽບສະຫງົບ ຊຶ່ງເໝືອນ ວ່າ ຖືກແຍກອອກຈາກການດຳລົງຊີວິດ ທີ່ມີຄວາມຂະມັກຂະເມັ້ນ ຢູ່ຮ່າໂນ້ຍ.  

 

ຮ້ານຂາຍປຶ້ມ Bookworm ຕັ້ງຢູ່ຮ່ອມ ເຮືອນເລກທີ 44, ຖະໜົນ ເຈົາລອງ, ຮ່າໂນ້ຍ. 


ນີ້ແມ່ນຮ້ານຂາຍປຶ້ມເກົ່າ ເປັນພາສາອັງກິດ ແລະ ຝຣັ່ງ ເປັນຕົ້ນຕໍ. 


ຊັ້ນໜ່ຶງ ຂອງ ຮ້ານຂາຍປຶ້ມ Bookworm.


ເຖິງວ່າມີເນື້ອທີ່ບໍ່ກວ້າງຂວາງ, ແຕ່ເຈົ້າຂອງຮ້ານຂາຍປຶ້ມ ໄດ້ສະ ຫງວນພື້ນທີ່ ແລະ ຈັດວາງປຶ້ມ ຕາມແບບວິຖີ ຂອງຄົນຫວຽດ ເພື່ອ
ການແນະນຳປຶ້ມ ກ່ຽວກັບຫວຽດນາມ. 



ປຶ້ມກ່ຽວກັບ ຫວຽດນາມ ຂອງ  Bookworm.


ບັນດາປຶ້ມເກົ່າ ໄດ້ບັນດາຜູ້ຮັກມັກປຶ້ມ ຂອງ ຮ້ານຂາຍປຶ້ມ Bookworm ຮັກສາໄວ້ເປັນຢ່າງດີ ແລະ ສ້ອມແປງ ເມື່ອມັນເປ່ເພ. 


Bookworm ມີປຶ້ມທີ່ມີຄ່າຫຼາຍຫົວ ຊຶ່ງພິມຈໍາໜ່າຍ ເມື່ອຫຼາຍສິບ ປີກ່ອນໜ້ານີ້ ຊຶ່ງທ່ານ ຮວ່າງວັນເຈື່ອງ ເຈົ້າຂອງຮ້ານຂາຍປຶ້ມ
ເກັບຮັກສາໄວ້ ເປັນຢ່າງດີ. 



ນັກທ່ອງທ່ຽວຕ່າງປະເທດເລືອກປຶ້ມ ທີ່ຕົວເອງສົນໃຈຢູ່ Bookworm. 


ທຸກຄົນ ສາມາດເລືອກປຶ້ມທີ່ຕົນເອງຕ້ອງການຈາກ ກວ່າ 30.000 ຫົວທີ່ມີຢູ່ຮ້ານຂາຍປຶ້ມ Bookworm.


Bookworm ມີປຶ້ມກວ່າ 30.000 ຫົວ ດ້ວຍຫົວເລື່ອງ ທຸກປະເພດ. 


ທຸກຄົນ ສາມາດແລກປ່ຽນປຶ້ມພາສາຕ່າງປະເທດ ຫົວໃໝ່ ຫຼື ເກົ່າ ຢູ່ທີ່ນີ້. ສະຖານທີ່ແຫ່ງນີ້ ເປັນໜຶ່ງໃນຫຼາຍຮ້ານຂາຍປຶ້ມ ພາສາ
ຕ່າງປະເທດມີຂະໜາດທີ່ໃຫຍ່ທີສຸດ ຊຶ່ງໄດ້ຮັບໃຊ້ ໃຫ້ ຄົນຕ່າງປະ ເທດ ຢູ່ ຮ່າໂນ້ຍ ເປັນຕົ້ນຕໍ. 

ທ່ານ ຮວ່າງວັນເຈື່ອງ, ເຈົ້າຂອງຮ້ານຂາຍປຶ້ມ Bookworm ໃຫ້ຮູ້ວ່າ: “ຂ້າພະເຈົ້າເປັນຄົນມັກອ່ານປຶ້ມ. ການສະສົມປຶ້ມ ຈາກສອງ ສາມຫົວ ເຖິງ ຫຼາຍພັນຫົວ ແລ້ວ ຫຼາຍສິບພັນຫົວ ແມ່ນຕ້ອງໃຊ້ ຊ່ວງເວລາອັນຍາວນານແຕ່ກໍດຶງດູດໃຈທີສຸດ. ເມື່ອມີລູກຄ້າຄົນຕ່າງປະເທດ ມາຊື້ປຶ້ມຢູ່ທີ່ນີ້, ຂ້າພະເຈົ້າ ຈະມີຕື່ມອີກເພື່ອນມິດຫຼາຍຄົນ ເພື່ອການພົບປະແລກປ່ຽນ ຄວາມຮູ້ ກ່ຽວກັບວັດທະນະທຳ ການອ່ານປຶ້ມ. ມີປຶ້ມເກົ່າ ຫຼາຍຫົວຂອງ ຫວຽດນາມ ໄດ້ແປ ເປັນພາສາຕ່າງປະເທດ, ຊຶ່ງ Bookworm ຮັກສາໄວ້ ແລະ ໄດ້ກາຍເປັນຂອງຂວັນ ທີ່ລໍ້າຄ່າ ສຳລັບຄົນຈຳນວນຫຼາຍ”.

ແຕ່ລະເດືອນ,  Bookworm ຈັດຕັ້ງການແນະນາໍປຶ້ມໃໝ່, ພົບປະ ສັງສັນກັບນັກດົນຕີ, ນັກຈິດຕະກອນຫວຽດນາມ, ນັກທ່ອງທ່ຽວ ທີ່ ກຳລັງໃຊ້ຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ພິເສດ, ໃນໂອກາດ ບຸນເຕັດ, Bookworm ໄດ້ຈັດຕັ້ງພິທີໜຶ່ງຢ່າງຊົງກຽດ ທີ່ສະຫງວນ ໃຫ້ ເພື່ອນຜູ້ອ່ານຄົນຕ່າງປະເທດ. ເຂົາເຈົ້າ ສາມາດມາຮ່ວມມ່ວນ ຊື່ນ ແລະ ຄົ້ນພົບກ່ຽວກັບບຸນປີໃໝ່ ປະຈຳຊາດ ຂອງຊາວຫວຽດ ນາມ ເຊ່ັນ: ຫໍ່ເຂົ້າຕົ້ມ, ແຕ້ມໜັງສື ແລະ ວັດທະນະທຳ ທີ່ເປັນ ເອກະລັກ ໃນຊີວິດການເປັນຢູ່ ຂອງຄົນ ຫວຽດນາມ.

ຮ້ານຂາຍປຶ້ມ ລວມມີສອງຊັ້ນ ແລະ ໄດ້ຮັບການອອກແບບ ຢ່າງ ປອດໂປ່ງ, ບ່ອນວ່າງ ຢູ່ລະບຽງເຮືອນ ເພື່ອໃຫ້ແຂກຄົນ ທີ່ມາສາ ມາດນັ່ງອ່ານປຶ້ມ ແລະ ເຈືອຈານເຂົ້າກັບ ທຳມະຊາດ ທີ່ສົດໃສ ຂອງ ຮ່າໂນ້ຍ. ນີ້ກໍແມ່ນຄວາມແຕກຕ່າງ ຂອງ Bookworm ເມື່ອ ທຽບກັບຮ້ານຂາຍປຶ້ມແຫ່ງອື່ນໆ. ຊັ້ນສອງ ຂອງ Bookworm ມີ ປຶ້ມທີ່ຂຽນກ່ຽວກັບເລື່ອງລາວຕ່າງໆ ຂອງ ຫວຽດນາມ ແລະ ມີ ການຈັດວາງ ຂອງທີ່ລະນຶກຕ່າງໆ ທີ່ເປັນຕາໜ້າຮັກເຊັ່ນ: ຮູບຖ່າຍ, ຮູບແຕ້ມ, ດອກໄມ້...

ທ່ານ ຮວ່າງວັນເຈື່ອງ ໃຫ້ຮູ້ວ່າ ປຶ້ມສອງຫົວ ຂອງ ຫວຽດນາມ ໄດ້ ແປເປັນພາສາອັງກິດຄື “ຄວາມເສົ້າສົງຄາມ” ຂອງ ນັກປະພັນ ບ່າວນິງ ແລະ “ຄວາມໂຊກ” ຂອງ ນັກປະພັນ ຫວູຈ້ອງຟຸ້ງ ຊຶ່ງຊາວ ຕ່າງປະເທດຊື້ເປັນຈຳນວນຫຼວງຫຼາຍ. ທ່ານ ເຈື່ອງ ໃຫ້ຮູ້ຕື່ມວ່າ: “ເຂົາເຈົ້າໄດ້ອ່ານ ແລະ ຕອບຮັບເປັນຢ່າງດີ. ຂ້າພະເຈົ້າກໍ ຮູ້ສຶກດີ ໃຈຫຼາຍ ເມື່ອເຫັນວ່າ Bookworm ໄດ້ກາຍເປັນຂົວເຊື່ອມຕໍ່ ຊ່ວຍ ໃຫ້ເຂົາເຈົ້າ ມີຄວາມເຂົ້າໃຈກ່ຽວກັບ ປະຫວັດສາດ ຂອງຊົນຊາດ ຫວຽດນາມ ຍິ່ງຂຶ້ນ”.
ບົດ: ບິກເວິນ - ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top