• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

BMI Research ປະເອີບໃຈ ຕໍ່ແງ່ຫວັງເສດຖະກິດ ຫວຽດນາມ

(ພາບປະກອບ)
          ບໍລິສັດ​ຄົ້ນ​ຄ້ວາ BMIResearch ສັງກັດ​ກຸ່ມ​ບໍລິສັດ​ສື່ສານ​ບໍລິການ​ການ​ເງິນ​ທົ່ວ​ໂລກ “Fitch Group“ ຂອງ​ອາ​ເມ​ລິ​ກາ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ແງ່​ຫວັງ​ເສດຖະກິດ​ຫວຽດນາມ​ ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2015 ​ແມ່ນ​ຕັ້ງໜ້າ ​ແລະ ຫວຽດນາມ ​ສາມາດ​ບັນລຸ​ລະດັບ​ເຕີບ​ໂຕ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ແມ່ນ 6,4% ​ໃນ​ປີ 2015. ບົດ​ລາຍ​ງານ​ທີ່​ຫາ​ກໍ່​ປະກາດ​ຂອງ BMIResearch ​ໃຫ້​ຮູ້​ວ່າ, ອົງການ​ຈັດ​ຕັ້ງ​ນີ້​ຍັງ​ຮັກສາ “ທັດສະນະ​ຕັ້ງໜ້າ“ ກ່ຽວ​ກັບ​ເສດຖະກິດ​ຫວຽດນາມ ຍ້ອນ​​ແງ່​ຫວັງ​ຂອງ​ແຫຼ່ງ​​ທຶນໂດຍ​ກົງຂອງ​ຕ່າງປະ​ເທດ (FDI). ​ໃນ​ຂະນະ​ທີ່​ລັດຖະບານ​ຫວຽ​ດນາມ ​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ; ການ​ເຂົ້າ​ຮ່ວມ​ຂອງ​ພາກສ່ວນ​ເອກະ​ຊົນ​ນັບ​ມື້​ນັບ​ເປີດ​ກວ້າງ ​ແລະ ຄວາມ​ສາມາດ​ຂອງ​ຂະ​ແໜງ​ທະນາຄານ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. BMIResearch ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຂະ​ແໜງ​ຜະລິດ​ຂອງ​ຫວຽດນາມ ຈະ​ສືບ​ຕໍ່​ເປັນ​ກຳລັງ​ໜູນ​ແຫ່ງ​ການ​ເຕີບ​ໂຕ​ໃນ​ງວດ​ຈະ​ມາ​ເຖິງ. ນອກ​ນັ້ນ​ຫວຽດນາມ ກໍ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ແຮງ​ໃນ​ຂະ​ແໜງ​ກໍ່ສ້າງ ​ແລະ ອະ​ສັງ​ຫະລິ​ມະ​ຊັບ. ​ເລື່ອງ​ຜ່ອນຄາຍ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ກຳມະ​ສິດ​ດ້ານ​ຊັບ​ສິນ​ສຳລັບ​ຄົນ​ຕ່າງປະ​ເທດ, ທີ່​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ເດືອນ 7/2015 ນັ້ນ, ຈະ​ອະນຸຍາດ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ ​ຕະຫຼາດ​ທີ່​ດິນ​ເຮືອນ​ຢູ່​ຂອງ​ຫວຽດນາມ ຢ່າງ​ເລິກ​ເຊິ່ງກວ່າ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top