• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Biti’s - ຄວາມພູມໃຈເຄື່ອງໝາຍການຄ້າເກີບ ຂອງ ຄົນຫວຽດ

ພາຍໃຕ້ຄຳຂວັນ “Biti’s - ຖະນຸຖະໜອມຜາຕີນ ຄົນຫວຽດ”, ເຄື່ອງໝາຍການຄ້າ Biti’s ຂອງ ບໍລິສັດຜະລິດສິນຄ້າ ໃຊ້ສອຍ ບິ່ງຕຽນ ຈຳກັດ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າ ມາເປັນ ເວລາຫຼາຍສິບປີ. ບໍລິສັດກໍເປັນໜຶ່ງໃນບັນດາວິສາຫະກິດ ຫວຽດ ນາມ ທີ່ໂຄສະນາເຜີຍແຜ່ ເຄື່ອງໝາຍການຄ້າ Biti’s ຂອງ ຫວຽດ ນາມ ອອກສູ່ໂລກ ທີ່ປະສົບຜົນສຳເລັດ.
ໄດ້ຮັບການສ້າງຕັ້ງເມື່ອປີ 1982, ໃນເບື້ອງຕົ້ນ Biti’s ມີສອງ ກຸ່ມ ການຜະລິດຄື ບິ່ງຕຽນ ແລະ ວ້ານແທ່ງ, ມີກຳມະກອນ ພຽງ 20 ຄົນ, ຜະລິດສະເພາະເກີບແຕະ ແບບງ່າຍດາຍຊະນິດ ຕ່າງໆ ອອກ ຮັບໃຊ້ສັງຄົມ. ເຖິງ ປີ 1986, ສອງກຸ່ມຜະລິດຈິ່ງໄດ້ ໂຮມເຂົ້າກັນ ເປັນ ສະຫະກອນຢາງ ບິ່ງຕຽນ, ຜະລິດສະເພາະເກີບ ທີ່ມີຄຸນນະ ພາບສູງ, ຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກໄປຍັງບັນດາຕະຫຼາດ ເອີຣົບຕາເວັນອອກ ແລະ ເອີຣົບຕາເວັນຕົກ.

ທ້າຍຊຸມປີ 1980, ຍ້ອນສະພາບທາງການເມືອງຢູ່ ເອີຣົບຕາເວັນ ອອກ ມີການຜັນແປໄປຢ່າງສັບສົນ, ສະນັ້ນ ຈິ່ງເຮັດໃຫ້ການ ສົ່ງ ອອກສິນຄ້າ ຂອງ Biti’s ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຜະລິດຕະພັນ Biti’s ຍັງຖືກແກ່ງແຍ້ງຢ່າງໜັກ ຈາກ ສິນຄ້າຈີນ ແລະ ໄທ ຢູ່ຕະຫຼາດພາຍໃນປະເທດ. ຫຼັງຈາກຊອກຮູ້ ກ່ຽວກັບເຕັກ ໂນໂລຊີ EVA ຂອງໄຕ້ຫວັນ ເພື່ອເປັນວັດຖຸດິບ ໃນການຜະລິດ ເກີບ, Biti’s ໄດ້ຕັດສິນໃຈ ຊື້ຕ່ອງໂສ້ຜະລິດ ມາຍັງ ຫວຽດນາມ. ນັບແຕ່ນັ້ນມາ, ນອກຈາກເລືອກຕະຫຼາດ ໃນການສົ່ງອອກ ຕົ້ນຕໍ ຄື ສປ ຈີນ ແລ້ວ, Biti’s ຍັງນຳໃຊ້ຍຸດທະສາດ ເຊື່ອມເຂົ້າສູ່ຕະຫລາດ ພາຍໃນປະເທດ ດ້ວຍການຈົດລິຂະສິດ ເພື່ອປົກປ້ອງເຄື່ອງ ໝາຍ ການຄ້າ. Biti’s ໄດ້ໝູນໃຊ້ນະໂຍບາຍ “ລາຄາດຽວ” ເພື່ອເຮັດໃຫ້ ຜູ້ບໍລິໂພກ ມີຄວາມອຸ່ນອຽນໃຈ ຕໍ່ກັບລາຄາສິນຄ້າ ຫຼື ເປັນຫ່ວງ ກັບການຊື້ ຫລື ຊື້ເກີນລາຄາ, ດັ່ງນັ້ນ ຈິ່ງເຮັດໃຫ້ຜູ້ບໍລິໂພກ ເພິ່ງພໍ ໃຈຢ່າງກວ້າງຂວາງ.


ຮ້ານຈຳໜ່າຍແຫ່ງໜຶ່ງຂອງ Biti's (ບໍລິສັດຜະລິດສິນຄ້າໃຊ້ສອຍ ບິ່ງຕຽນ ຈຳກັດ) ທີ່ນະຄອນໂຮ່ຈີມິນ. 


Biti's ກໍ່ສ້າງຕາໜ່າງຈຳໜ່າຍຜະລິດຕະພັນ ສະເພາະເກີບ ຮັບໃຊ້ ທຸກໄວ ໃນທົ່ວປະເທດ. 


ບັນດາຜະລິດຕະພັນເກີບ ຂອງ Biti's ໄດ້ຕິດພັນ ກັບ ນັກຮຽນ ຫວຽດນາມ ຫຼາຍລຸ້ນຫຼາຍສະໄໝ. 


ນອກຈາກຕະຫຼາດພາຍໃນປະເທດ, ປະຈຸບັນ ຜະລິດຕະພັນຂອງ Biti's ຖືກສົ່ງໄປຍັງ 40 ປະເທດຢູ່ໃນໂລກ. 


ຜະລິດຕະພັນເກີບສຳລັບສຸພາບສະຕຣີ ຂອງ Biti's ທີ່ຫຼາກຫຼາຍ ຮູບແບບ ແລະ ສີສັນ ຖືກວາງຂາຍຢູ່ຮ້ານຄ້າ. 


ປະຈຸບັນ, ເກີບກິລາ Biti's ເປັນທີ່ນິຍົມ ຂອງ ໄວໜຸ່ມ. 


ຜະລິດຕະພັນ ຂອງ Biti's ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກ ລູກຄ້າ. 


ສາຂາຈຳໜ່າຍ ຜະລິດຕະພັນເກີບກິລາ ຊະນິດຕ່າງໆ  ຂອງ Biti's.


ບັນດາຜະລິດຕະພັນຂອງ Biti's ສຸດທີ່ຫຼາກຫຼາຍດ້ານຮູບຊົງ ແລະ ການອອກແບບ
ຊຶ່ງ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງ ການ ຂອງລູກຄ້າ. 

ທ້າຍຊຸມປີ 1980, ຍ້ອນສະພາບທາງການເມືອງຢູ່ ເອີຣົບຕາເວັນ ອອກ ມີການຜັນແປໄປຢ່າງສັບສົນ, ສະນັ້ນ ຈິ່ງເຮັດໃຫ້ການ ສົ່ງ ອອກສິນຄ້າ ຂອງ Biti’s ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຜະລິດຕະພັນ Biti’s ຍັງຖືກແກ່ງແຍ້ງຢ່າງໜັກ ຈາກ ສິນຄ້າຈີນ ແລະ ໄທ ຢູ່ຕະຫຼາດພາຍໃນປະເທດ. ຫຼັງຈາກຊອກຮູ້ ກ່ຽວກັບເຕັກ ໂນໂລຊີ EVA ຂອງໄຕ້ຫວັນ ເພື່ອເປັນວັດຖຸດິບ ໃນການຜະລິດ ເກີບ, Biti’s ໄດ້ຕັດສິນໃຈ ຊື້ຕ່ອງໂສ້ຜະລິດ ມາຍັງ ຫວຽດນາມ. ນັບແຕ່ນັ້ນມາ, ນອກຈາກເລືອກຕະຫຼາດ ໃນການສົ່ງອອກ ຕົ້ນຕໍ ຄື ສປ ຈີນ ແລ້ວ, Biti’s ຍັງນຳໃຊ້ຍຸດທະສາດ ເຊື່ອມເຂົ້າສູ່ຕະຫລາດ ພາຍໃນປະເທດ ດ້ວຍການຈົດລິຂະສິດ ເພື່ອປົກປ້ອງເຄື່ອງ ໝາຍ ການຄ້າ. Biti’s ໄດ້ໝູນໃຊ້ນະໂຍບາຍ “ລາຄາດຽວ” ເພື່ອເຮັດໃຫ້ ຜູ້ບໍລິໂພກ ມີຄວາມອຸ່ນອຽນໃຈ ຕໍ່ກັບລາຄາສິນຄ້າ ຫຼື ເປັນຫ່ວງ ກັບການຊື້ ຫລື ຊື້ເກີນລາຄາ, ດັ່ງນັ້ນ ຈິ່ງເຮັດໃຫ້ຜູ້ບໍລິໂພກ ເພິ່ງພໍ ໃຈຢ່າງກວ້າງຂວາງ.

ໃນຊຸມປິມໍ່ໆນີ້, Biti’s ສືບຕໍ່ເປີດກວ້າງການຈຳໜ່າຍຢູ່ໃນທົ່ວ ປະ ເທດ, ສະໜອງບັນດາຜະລິດຕະພັນເກີບ ໃຫ້ລູກຄ້າ ໄດ້ທຸກໄວ. ແຕ່ລະເດືອນ, ບໍລິສັດໄດ້ອອກແບບໃໝ່ ນຳສະເໜີ ສູ່ຕະຫຼາດ ປະ ມານ 40 ແບບໃໝ່ ຜ່ານຂອດຈຳໜ່າຍ ດ້ວຍຄວາມມຫວັງ ຊ່ວຍ Biti’s ປັບປຸງເຄື່ອງໝາຍການຄ້າ ຂອງ ຕົນຢູ່ຕະຫຼາດພາຍໃນ. ນອກຈາກນັ້ນ, Biti’s ຍັງປະຕິຮູບຫຼາຍຢ່າງເຊັ່ນ ໝູນໃຊ້ ຊອບແວ ERP, SAP ເພື່ອຄຸ້ມຄອງ ແລະ ຈັດສ້າງ ແຜນການຜະລິດ, ການ ຕະຫຼາດ, ສ້າງເຄື່ອງໝາຍການຄ້າ ແຟຊັນ ຂັ້ນສູງທີ່ໃສ່ຊື່ Gosto. ຍາມໃດ Biti’s ກໍຊອກຫາວິທີການໃໝ່ ຢູ່ສະເໝີ ດ້ວຍວິທີການ ຂາຍສິນຄ້າທີ່ທັນສະໄໝ ແລະ ເປັນມືອາຊີບ ໃນໄລຍະ ມໍ່ໆນີ້.

ແຕ່ລະປີ, Biti’s ໄດ້ຜະລິດເກີບອອກຮັບໃຊ້ສັງຄົມກວ່າ 20 ລ້ານຄູ່ ດ້ວຍຮູບຊົງ, ສີສັນ, ຂະໜາດ ທ່ີແຕກຕ່າງກັນ.  ບັນດາຕົວແບບ ເກີບສຳລັບສຸພາບສະຕຣີ, ສຸພາບບູລຸດ ຫຼື ເດັກນ້ອຍ ແມ່ນໄດ້ຮັບ ຄວາມນິຍົມຈາກຜູ້ບໍລິໂພກຢ່າງກວ້າງຂວາງຢູ່ ຫວຽດນາມ ໃຊ້ໃນ ຊີວິດປະຈຳວັນ.

ຕົ້ນປີ 2016, Biti’s ໄດ້ມີບາດກ້າວຫັນປ່ຽນຢ່າງປະທັບໃຈ ເມື່ອ ຜະລິດ ເກີບກິລາ ທີ່ໃສ່ຊື່ Biti's Hunter. Biti’s Hunter ເປັນເກີບ ກິລາ ມີນ້ຳໜັກເບົາທີສຸດຢູ່ຫວຽດນາມ ດ້ວຍມນຳ້ໜັກພຽງ 225 ກຼາມ. ບໍ່ພຽງແຕ່ເທົ່ານັ້ນ, Biti's Hunter ຍັງຮັບປະກັນ ດ້ານ ຄຸນ ນະພາບ ແລະ ມີການອອກແບບ ທີ່ສວຍງາມ. ນັບແຕ່ຕົ້ນປີ 2016 ມາຮອດປັດຈຸບັນ, ເກີບກິລາ Biti's Hunter ໄດ້ກາຍເປັນ ທີ່ນິຍົມ ຂອງ ໄວໜຸ່ມ ຫວຽດນາມ. 

ປະຈຸບັນ, Biti's ມີກຳມະກອນ ທີ່ມີສີມືອາຊີບ 7000 ຄົນ ພ້ອມ ກັບຕາໜ່າງຈຳໜ່າຍໃນທົ່ວປະເທດ ດ້ວຍການຮັກສາລະດັບ ການ ຈະເລີນເຕີບໂຕ ໄດ້ປະມານ 20%/ປີ. ຢູ່ຕະຫຼາດສາກົນ, ນອກ ຈາກ ນັກຈຳໜ່າຍເປັນທາງການແມ່ນ ບໍລິສັດ Cambo Trading, ຈຳໜ່າຍສະເພາະຜະລິດຕະພັນ Biti's ທົ່ວປະເທດ ກຳປູເຈຍ ແລ້ວ, ຜະລິດຕະພັນຂອງ Biti's ກໍຍັງໄດ້ຮັບການສົ່ງອອກໄປ ຍັງ 40 ປະເທດໃນໂລກເຊັ່ນ: ອີຕາລີ, ຝຣ່ັງ, ອັງກິດ, ສ.ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ອາເມລິກາໃຕ້ ແລະ ເມັກຊິກ. ປະຈຸບັນ, Biti's ໄດ້ເປັນຄູ່ຮ່ວມມື ກັບບັນດາບໍລິສັດ ມີເຄື່ອງໝາຍການຄ້າທີ່ມີຊື່ສຽງ ຂອງໂລກເຊັ່ນ: Decathlon, Clarks, Speedo, Skechers ແລະ Lotto.

 
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top