• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

BigGreen ແລະ ເລື່ອງລາວກ່ຽວກັບຄວາມຊື່ສັດໃນການ ດຳເນີນເຮັດທຸລະກິດ

ເກືອບ 10 ປີຜ່ານມາ, ນັກວິສາວະກອນ ຫງວຽນຕຽນຮືງ ໄດ້ຮັບຜົນສຳເລັດໃນການກໍ່ສ້າງລະບົບຮ້ານຂາຍສະບຽງອາຫານປອດສານພິດ BigGreen ດ້ວຍລະດັບຂະຫຍາຍຕົວແຕ່ລະປີຂຶ້ນເຖິງ 30%. ລາວກໍ່ເປັນຜູ້ໄປນຳໜ້າໃນການນຳເຕັກໂນໂລຊີຂ່າວສານເຂົ້າໃນການຊອກຫາຕົ້ນກຳເນີດຜະລິດຕະພັນ, ຮັບປະກັນຜົນປະໂຫຍດຢ່າງດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ ແລະ ຜູ້ຜະລິດ.
ການກະກຽມຢ່າງລະອຽດ ແລະ ປະຕິບັດຢ່າງມີແບບມີແຜນ ເມື່ອກໍ່ສ້າງເຄື່ອງໝາຍການຄ້າສະບຽງອາຫານປອດສານພິດ ຊ່ວຍເຮັດໃຫ້ BigGreen ບັນລຸໄດ້ລາຍຮັບ 50 ຕື້ດົ່ງໃນປີ 2016.
 
ທ່ານ ຮືງ ໃຫ້ຮູ້ວ່າ ຄວາມນຶກຄິດກໍ່ສ້າງສູນກາງເຊື່ອມຕໍ່ຜະລິດຕະພັນພິເສດຂອງແຕ່ລະທ້ອງຖິ່ນຢູ່ນະຄອນຫຼວງ ເລີ່ມເກີດຂຶ້ນເມື່ອປີ 2009. ຫຼັງຈາກນັ້ນໄລຍະໜຶ່ງ, ບໍລິສັດ BigGreen ຂາຍສະເພາະສະບຽງອາຫານປອດສານພິດ ໄດ້ສ້າງຕັ້ງຂຶ້ນ.
  
ໃນເວລາພິຈາລະນາການຮ່ວມຜະລິດຜັກປອດສານພິດກັບຊາວກະສິກອນຢູ່ບັນດາທ້ອງຖິ່ນ, ອ້າຍ ຮືງ ຮັບຮູ້ໄດ້ວ່າ ນອກຈາກສະບຽງອາຫານທຳມະດາ, ບັນດາຜະລິດຕະພັນພິເສດຂອງແຕ່ລະທ້ອງຖິ່ນຍັງບໍ່ທັນໄດ້ຂຸດຄົ້ນຢ່າງສຸດຂີດ. 


ທ່ານ ຫງວຽນຕຽນຮືງ, ຜູ້ອຳນວຍການຂອງບໍລິສັດ BigGreen ພວມສຳຫຼວດກວດກາເຂດຜະລິດ
ຜັກປອດສານພິດ ທີ່ສະຫະກອນ ກະສິກຳ ຮວ່າບິ່ງ, ບ້ານ ອຽນເຫງ້ຍ, ຮ່າດົງ, ຮ່າໂນ້ຍ. ພາບ: ເອກະສານ



ບໍລິສັດ BigGreen ຄວບຄຸມ ແລະ ກວດກາຕົວແບບຜະລິດຜັກ
ປອດສານພິດຕາມມາດຕະຖານ VietGAP ທີ່ບ້ານ ເຕິນລາກ, ຮວ່າບິ່ງ. ພາບ: ເອກະສານ



ປະທານ Syngenta Foudation ໂລກ, ປະທານ Syngenta Foudation ຂົງເຂດ ອາຊີ ແລະ ປະທານ Syngenta Foudation ຫວຽດນາມ
(ແຕ່ຊ້າຍຫາຂວາ) ມາຢາມຮ້ານຂາຍເຄື່ອງ ແລະ ກວດກາຜະລິດຕະພັນຜັກປອດສານພິດຂອງ ບໍລິສັດ
BigGreen. ພາບ: ເອກະສານ



ຜະລິດຕະພັນພິເສດຈຳນວນໜຶ່ງໄດ້ວາງສະແດງທີ່ສູນກາງປຶກສາຜະລິດຕະພັນປອດສານພິດ
ຂອງບໍລິສັດ
BigGreen ທີ່ເຮືອນເລກທີ 35 ຖະໜົນ ຕ້າກວາງບືວ, ຮ່າໂນ້ຍ. ພາບ: ເຈິ່ນແທງຢາງ



ທ່ານ ຫງວຽນຕຽນຮືງ ກຳລັງແນະນຳພະນັກງານກ່ຽວກັບວິທີການ
ຮັກສາຜະລິດຕະພັນ. ພາບ: ເຈິ່ນແທງຢາງ



ຮ້ານຂາຍສະບຽງອາຫານປອດສານພິດຂອງບໍລິສັດ BigGreen ຢູ່ ຮ່າໂນ້ຍ. ພາບ: ເຈິ່ນແທງຢາງ

ເລີ່ມຈາກການສ້າງຕັ້ງລະບົບຈຳໜ່າຍຜະລິດຕະພັນແຕ່ບັນດາແຂວງຄື: ຝູເຖາະ, ຮວ່າບິ່ງ, ຮ່ານາມ, ປະຈຸບັນ ບໍລິສັດ BigGreen ມີຮ້ານ ຈຳໜ່າຍຜະລິດຕະພັນຢູ່ 61 ແຂວງ, ນະຄອນ ໃນທ່ົວປະເທດ ດ້ວຍຜະລິດຕະພັນກວ່າ 1.000 ປະເພດ.
 
ບໍ່ພຽງແຕ່ຮ່ວມມືກັບຜູ້ຜະລິດເທົ່ານັ້ນ, ບໍລິສັດ BigGreen ຍັງມີການຮ່ວມມືກັບພະແນກກະສິກຳ ແລະ ພັດທະນາຊົນນະບົດຂອງບັນດາແຂວງ, ສະຖາບັນສິ່ງແວດລ້ອມ ກະສິກຳ, ອົງການ Syngenta Foundation for Sustainable Agriculture (SFSA) ຂອງ ສະວິດ ເພື່ອນຳບັນດາຜະລິດຕະພັນທີ່ມີຄຸນນະພາບດີທີ່ສຸດຈາກຜູ້ຜະລິດມາເຖິງຜູ້ບໍລິໂພດ.
 
ສະຖາບັນສິ່ງແວດລ້ອມ ກະສິກຳ ຈະຮັບຜິດຊອບການຄົ້ນຄວ້າ, ເລືອກເຟັ້ນບັນດາຕົວແບບຮ່ວມຜະລິດຂອງຊາວກະສິກອນ ແລະ ຄວບຄຸມກວດກາ, ມອບໃບຢັ້ງຢືນຄຸນນະພາບ Viet GAP. BigGreen ຫວຽດນາມ ເຂົ້າຮ່ວມການຄວບຄຸມກວດກາຄຸນນະພາບແຕ່ຂັ້ນຕອນການປູກ, ບົວລະບັດ, ເກັບກ່ຽວ ແລະ ຈຳໜ່າຍຜະລິດຕະພັນອອກສູ່ຕະຫຼາດ.

ອົງການ Syngenta Foundation for Sustainable Agriculture (SFSA) ຂອງ ສະວິດ ຈະຊ່ວຍເຫຼືອຊາວກະສິກອນໃນການນຳໃຊ້ເຕັກນິກການປູກຝັງໃໝ່ ເພື່ອຜະລິດຜັກປອດສານພິດ.

ການຮ່ວມມືດັ່ງກ່າວ ຈະຊ່ວຍເຮັດໃຫ້ຜູ້ບໍລິໂພດສາມາດຄົ້ນຫາ ຕົ້ນກຳເນີດຂອງຜະລິດຕະພັນຜ່ານຂີດລະຫັດສິນຄ້າທີ່ໄດ້ຕິດເທິງຜະລິດຕະພັນ.

ຢູ່ທີ່ນີ້, ຜູ້ບໍລິໂພດສາມາດເລືອກຊື້ຜະລິດຕະພັນປອດສານພິດຄື: ຊີ້ນໝູ, ໄກ່, ປາ, ຜັກສົດ, ເຄື່ອງແຫ້ງ, ເຄື່ອງປຸງ ຫຼື ໝາກໄມ້ຂອງ ຫວຽດນາມ ທີ່ມີເຄື່ອງໝາຍການຄ້າຄື: ໝາກນຳ້ນົມ (Star Apple) ລໍ່ແຣ່ນ, ໝາກອະງຸ່ນ ບາມ້ອຍ, ໝາກກ້ວຍ ດ້າຍຮວ່າງ, ໝາກກ້ຽງ ຊວ່ານ, ໝາກມ່ວງ ກາດ ແລະ ອື່ນໆ.


ຜະລິດຕະພັນກວ່າ 1.000 ປະເພດໄດ້ວາງຂາຍຢູ່ຮ້ານຂາຍເຄື່ອງ
6 ຮ້ານຂອງ BigGreen ທີ່ ຮ່າໂນ້ຍ. ພາບ: ເຈິ່ນແທງຢາງ



ເຄື່ອງທະເລ ຝູກວກ ໄດ້ຂົນສົ່ງມາ BigGreen ດ້ວຍທາງອາກາດ. ພາບ: ເຈິ່ນແທງຢາງ
 

ຂົງເຂດເຄື່ອງແຫ້ງທີ່ BigGreen. ພາບ: ເຈິ່ນແທງຢາງ


ບ່ອນວາງຂາຍຜະລິດຕະພັນພິເສດຂອງແຂວງ ກວາງນິງ, ຮ່າຢາງ, ຝູເຖາະ. ພາບ: ເຈິ່ນແທງຢາງ


ຜັກ ແລະ ໝາກໄມ້ສົດໄດ້ຂົນສົ່ງມາ ຮ່າໂນ້ຍ ຈາກ ໂມກເຈົາ ທຸກໆ ວັນ. ພາບ: ເຈິ່ນແທງຢາງ


ເຄື່ອງທະເລ ເຫົ້າຢາງ ທີ່ BigGreen. ພາບ: ເຈິ່ນແທງຢາງ


ບັນດາໝາກໄມ້ຊະນິດພິເສດຂອງເຂດທົ່ງພຽງແມ່ນຳ້ຂອງ. ພາບ: ເຈິ່ນແທງຢາງ


ນຳ້ປາ ຝູກວກ. ພາບ: ເຈິ່ນແທງຢາງ


ຜັກທຽມ ຫຼີເຊິນ, ແຂວງ ກວາງນາມ. ພາບ: ເຈິ່ນແທງຢາງ


ຜັກປອດສານພິດໄດ້ຜະລິດຕາມມາດຕະຖານຂອງ VietGap. ພາບ: ເຈິ່ນແທງຢາງ


ຂີດລະຫັດໄດ້ຕິດເທິງຜະລິດຕະພັນທຸກໆ ປະເພດ. ພາບ: ເຈິ່ນແທງຢາງ


ຜູ້ບໍລິໂພດສາມາດນຳໃຊ້ໂທລະສັບມືຖື ເພື່ອຄົ້ນຫາຕົ້ນກຳເນີດຂອງ
ຜະລິດຕະພັນຜ່ານຂີດລະຫັດທີ່ໄດ້ຕິດເທິງຜະລິດຕະພັນ. ພາບ: ເຈິ່ນແທງຢາງ

ທຸກໆ ອາທິດ, BigGreen ໄດ້ມີລາຍການ ແນະນຳຜະລິດຕະພັນຂອງແຕ່ລະແຂວງ ມາຍັງຜູ້ບໍລິໂພດຢູ່ນະຄອນຫຼວງ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຄົວກິນຂອງ BigGreen ສະແດງຄວາມສາມາດໃນການ
ປຸງແຕ່ງອາຫານຫຼາຍເຍື່ອງ ກໍ່ຄືປຶກສາກ່ຽວກັບການກິນດື່ມໃຫ້ແກ່ລູກຄ້າ.
 
ພິເສດ,  ບັນດານັກຊ່ຽວຊານທາງດ້ານກະສິກຳຂອງ BigGreen ຈະແນະນຳຂໍ້ມູນຂ່າວສານກ່ຽວກັບຂົງເຂດຜະລິດ ຜະລິດຕະພັນພິເສດ, ປະຫວັດສາດ, ວັດທະນະທຳຂອງທ້ອງຖິ່ນ, ວິທີການກິນ ແລະ ເລືອກເຟັ້ນສະອຽງອາຫານປອດສານພິດ.
 
ບໍລິສັດ BigGreen ຫວຽດນາມ ໄດ້ສາຂາຄຸ້ມຄອງຄຸນນະພາບຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນຳ້ ຮ່າໂນ້ຍ ເລືອກເຟັ້ນເປັນແບບຢ່າງໃນຕົວແບບລະບົບສະໜອງ ສະບຽງອາຫານປອດສານພິດ ໃນຂົງເຂດ ຮ່າໂນ້ຍ.
 
ນອກຈາກນັ້ນ, ສູນກາງຊຸກຍູ້ການຄ້າ ກະສິກຳ ຮ່າໂນ້ຍ ກໍ່ເລືອກເຟັ້ນ BigGreen ເປັນຄູ່ຮ່ວມມືຍຸດທະສາດຂອງຕົນ ໃນການເຊື່ອມຕໍ່, ໂຄສະນາ, ຂາຍ ແລະ ແນະນຳບັນດາຜະລິດຕະພັນກະສິກຳ ຄຸນນະພາບສູງ ຂອງ ຮ່າໂນ້ຍ. BigGreen ໄດ້ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ມອບໃບຍ້ອງຍໍ “ວິສາຫະກິດເພື່ອປະຊາຄົມ” ໃນຫຼາຍປີຢ່າງຕໍ່ເນື່ອງ.


ມີ 2 ວິທີເພື່ອຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນຢູ່ BigGreen:
- ຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນດ້ວຍບັນດາຂໍ້ມູນ ທີ່ໄດ້ຂຽນຢູ່ເທິງຖົງໃຫຍ່, ຕົວຢ່າງ: ໝາກເລັ່ນ ໂມກເຈົາ, ບ່ອນຜະລິດ: ບ້ານ ອານຖາຍ, ຕາແສງ ເມືອງຊາງ, ເມືອງ ໂມກເຈົາ, ແຂວງ ເຊີນລາ...
- ຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນດ້ວຍໂທລະສັບມືຖື. ທຸກໆຜະລິດຕະພັນລ້ວນແຕ່ມີຂີດລະຫັດສິນຄ້າ (code) ແລະ ລູກຄ້າ ສາມາດນຳໃຊ້ໂທລະສັບຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນຜ່ານຂີດລະຫັດສິນຄ້າທີ່ໄດ້ຕິດເທິງຜະລິດຕະພັນ. 

ບົດ: ບິກເວີນ - ພາບ: ເຈິ່ນແທງຢາງ ແລະ ເອກະສານ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top