• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ASEAN: “ເປັນເສົາຫຼັກ” ໃນວຽກງານການຕ່າງປະເທດຫຼາຍຝ່າຍ ຂອງ ຫວຽດນາມ

“ຫວຽດນາມ ໄດ້ກຳນົດໃຫ້ ASEAN ເປັນບຸລິມະສິດແຖວໜ້າ, ເປັນ “ເປັນເສົາຫຼັກ” ໃນວຽກງານການຕ່າງປະເທດ ຫຼາຍຝ່າຍຢູ່ສະເໝີ. ນັ້ນແມ່ນຈິດໃຈ ຄຳສັ່ງເລກທີ 25 ຂອງຄະນະເລຂາ ກ່ຽວກັບ ການ ຍູ້ແຮງ ແລະ ຍົກລະດັບ ວຽກງານການຕ່າງປະເທດຫຼາຍຝ່າຍ ເຖິງປີ 2030, ເປັນເຂັມທິດ ໃຫ້ແກ່ວຽກງານການຕ່າງປະເທດຫຼາຍຝ່າຍ ໃນ 10 ປີຕໍ່ໜ້າ”. ນັ້ນແມ່ນຄຳຢັ້ງຢືນ ຂອງ ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນພິທີສະເໜີຕົວ ຄະນະ ກຳມະການແຫ່ງຊາດ ASEAN 2020. 
ໃນພິທີ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໜ້າທີ່ ໃຫ້ແກ່ ຄະນະກຳມະການແຫ່ງຊາດ ASEAN 2020 ວ່າ ຫວຽດນາມ ຈະ ຕ້ອງມານະພະຍາຍາມ ຈັດຕັ້ງປີ ປະທານ ASEAN 2020 ໃຫ້ ບັນລຸ ຜົນສຳເລັດຮອບດ້ານ ດ້ວຍ 3 ປະການ ກ່ຽວກັບດ້ານເນື້ອໃນ; ກ່ຽວ ກັບຮັບປະກັນດ້ານປ້ອງກັນ ຄວາມສະຫງົບ, ປອດໄພ, ສົມກຽດ ແລະ ປະສົບຜົນສຳເລັດ ກ່ຽວກັບ ການໂຄສະນາເຜີຍແຜ່ ວ່າດ້ວຍ ຮູບພາບ ແລະ ປະເທດຊາດ ຫວຽດນາມ.

ຕາມຂໍ້ສັງເກດເຫັນ ຂອງ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປີ 2018, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ASEAN ເພີ່ມ ຂຶ້ນ ປະມານ 5,1%, ບັນລຸເກືອບ 3.000 ຕື້ໂດລາສະຫະລັດ, ເປັນ ພື້ນຖານເສດຖະກິດ ທີ່ຈະເລີນເຕີບໂຕໄວ, ມີຂອບຂະໜາດ ໃຫຍ່ ອັນດັບ 6 ຂອງໂລກ.

ໃນຂະນະດຽວກັນ, ASEAN ໄດ້ລົງນາມສັນຍາວ່າດ້ວຍການຄ້າເສລີ 6 ສະບັບ ກັບ 7 ຄູ່ຮ່ວມມືການຄ້າແຖວໜ້າ ຂອງ ໂລກ. ປັດຈຸບັນ ໄດ້ ມີ 91 ປະເທດ ແຕ່ງຕັ້ງ ເອກອັກຄະລັດຖະທູດ ກ່ຽວກັບ  ASEAN, 37 ປະເທດ ໄດ້ເຂົ້າຮ່ວມ ສົນທິສັນຍາຄວາມຮ່ວມມື ແລະ ເປັນມິດ ກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້(TAC). ບັນດາກອງປະຊຸມ ສຸດຍອດ ASEAN ໄດ້ຈັດຕັ້ງເປັນປະຈໍາທຸກປີ ໄດ້ກາຍເປັນເຫດການ ສາກົນ ທີ່ສຳຄັນ.


ໃນພິທີ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໜ້າທີ່ ໃຫ້ແກ່ ຄະນະກຳມະການແຫ່ງຊາດ ASEAN 2020 ວ່າ ຫວຽດນາມ ຈະ ຕ້ອງມານະພະຍາຍາມ ຈັດຕັ້ງປີ ປະທານ ASEAN 2020 ໃຫ້ ບັນລຸ ຜົນສຳເລັດຮອບດ້ານ ດ້ວຍ 3 ປະການ ກ່ຽວກັບດ້ານເນື້ອໃນ; ກ່ຽວ ກັບຮັບປະກັນດ້ານປ້ອງກັນ ຄວາມສະຫງົບ, ປອດໄພ, ສົມກຽດ ແລະ ປະສົບຜົນສຳເລັດ ກ່ຽວກັບ ການໂຄສະນາເຜີຍແຜ່ ວ່າດ້ວຍ ຮູບພາບ ແລະ ປະເທດຊາດ ຫວຽດນາມ. 


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີ ສະເໜີຕົວ ຄະນະກຳມະການແຫ່ງຊາດ ASEAN 2020. ໃນພາບ: ນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ແລະ ບັນດາຊະມາຊິກ ຄະນະກຳມະການແຫ່ງຊາດ ASEAN. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບວິສາຫະກິດ ຂອງ ສະພາວິສາຫະກິດ ອາເມລິກາ- ASEAN (USABC) ໂດຍປະທານ, ຜູ້ອຳນວຍການໃຫຍ່ດ້ານບໍລິຫານ USABC Alexander C.Feldman ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກທີ່ຫວຽດນາມ. ພາບ: ຖົ໋ງເຍິດ/VNA


ຄະນະກຳມະການແຫ່ງຊາດ ກ່ຽວກັບກົນໄກປະຕູດຽວ ຂອງ ASEAN, ກົນໄກປະຕູດຽວແຫ່ງຊາດ ແລະ ອຳນວຍ ຄວາມ ສະດວກ ດ້ານການຄ້າ (ເອີ້ນຫຍໍ້ວ່າ ຄະນະຊີ້ນຳ 1899)
ດຳເນີນການປະຊຸມຄັ້ງທີ 4 ຜັນຂະຫຍາຍໜ້າທີ່ ປີ 2018 ແລະ ທິດທາງຜັນຂະຫຍາຍໜ້າທີ່ ປີ 2019. ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້, ຫົວໜ້າຄະນະຊີ້ນຳ
ເປັນປະທານໃນກອງປະຊຸມ ດັ່ງກ່າວ.  ພາບ: ຟ້າມເຮົ້າ/VNA



ອະນຸກຳມະການເນື້ອໃນ ສັງກັດຄະນະກຳມະການແຫ່ງຊາດ ກ່ຽວກັບການກະກຽມ ແລະ ປະຕິບັດບົດບາດເປັນປະທານ ASEAN 2020) ໄດ້ຈັດກອງປະຊຸມຄັ້ງທຳອິດ ພາຍໃຕ້ ການ
ເປັນ ປະທານ ຂອງ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ຫງວຽນກວກຢຸ້ງ, ເລຂາທິການໃຫຍ່ ຄະນະ ກຳມະການ ແຫ່ງຊາດ ASEAN  2020,
ຫົວໜ້າ ອະນຸກຳມະການເນື້ອໃນ. ພາບ: VNA



ສະຖາບັນການຕ່າງປະເທດ ຫວຽດນາມ ແລະ ກອງທຶນ Konrad Adenauer Stiftung (KAS) ທີ່ ຫວຽດນາມ ໄດ້ ຮ່ວມຈັດຕັ້ງງານສຳມະນາ “ປະຊາຄົມ ASEAN:
ສີສັນ ແລະ ບົດບາດ ເປັນໃຈກາງ” ໃນວັນທີ 19 ມີນາ 2019.  ພາບ: ວັນດ້ຽບ/VNA



ພິທີມອບລາງວັນທ່ອງທ່ຽວ ASEAN ໄດ້ຈັດຂຶ້ນ ໃນຂອບເຂດ ເວທີປາໄສ ASEAN 2019 (ATF) ທີ່ນະຄອນ ຮ່າລອງ (ແຂວງ ກວາງນິງ). ນີ້ແມ່ນປີທີສອງ ຫວຽດນາມເປັນເຈົ້າພາບ
ຈັດ ATF ແລະ ນະຄອນ ຮ່າລອງ ໄດ້ຮັບເລືອກເປັນສະຖານທີ່ ຈັດຕັ້ງ ເຫດການດັ່ງກ່າວ.  ພາບ:ຈຸງງວຽນ/VNA



ຮອງລັດຖະມົນຕີ ກະຊວງການ ຕ່າງປະເທດ ຫງວຽນກວກຢຸ້ງ, ຫົວໜ້າຄະນະເຈົ້າໜ້າທີ່ຂັ້ນສູງ ຫວຽດນາມ ປະຈຳ ASEAN ເປັນຫົວໜ້າຄະນະ ຜູ້ແທນຫວຽດນາມ
ເຂົ້າຮ່ວມກອງປະຊຸມ ບັນດາເຈົ້າໜ້າທີ່ຂັ້ນສູງ ASEAN (ASEAN SOM) ຊຶ່ງຈັດ ຂຶ້ນ ທີ່ນະຄອນ ຊຽງຮາຍ, ໄທ. ພາບ: VNA



ທີ່ນະຄອນພັດທະຍາ, ລາຊະອານາຈັກໄທ ໄດ້ຈັດ ກອງປະຊຸມ ຜູ້ບັນຊາການກຳລັງປ້ອງກັນປະເທດ ບັນດາ ປະເທດ ASEAN ຄັ້ງທີ 16 (ACDFM-16) ພາຍໃຕ້ຫົວຂໍ້: “ຄວາມສະຫງົບ
ທີ່ ໝັ້ນຄົງ”. ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບ ປະຊາຊົນ ຫວຽດນາມ ນຳໂດຍສະຫາຍພົນໂທ ຟານວັນຢາງ, ຫົວໜ້າກົມໃຫ່ຍ ເສນາທິການກອງທັບ,
ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ ເປັນຫົວໜ້າຄະນະ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ. ພາບ: VNA



ກະຊວງອຸດສາຫະກຳ-ການຄ້າ ອິນເດຍ ໄດ້ປະສານສົມທົບ ກັບສະຫະພັນ ບັນດາຫ້ອງການອຸດສາຫະກຳ ແລະ ການຄ້າ ອິນເດຍ (FICCI), ສະພາວິສາຫະກິດ ASEAN -ອິນເດຍ (AIBC)
ໄດ້ຈັດງານຕະຫຼາດນັດ ແລະ ກອງປະຊຸມຂັ້ນສູງ ASEAN-ອິນເດຍ ຄັ້ງທີສີ່ ທີ່ນະຄອນຫຼວງ ນິວເດລີ (ສ ອິນ ເດຍ) ກອງປະຊຸມມີການເຂົ້າຮ່ວມ, ແນະນໍາຜະລິດຕະພັນ
ແລະ ບໍລິການ ຂອງ ກວ່າ 200 ວິສາຫະກິດ ອິນເດຍ ແລະ ບັນ ດາປະເທດ ASEAN. ພາບ: ຮຸຍເລ/VNA



ກອງປະຊຸມລັດຖະມົນຕີການຕ່າງປະທດ ASEAN-EU ຄັ້ງທີ 21 ດ້ວຍການເຂົ້າຮ່ວມ ຂອງ ລັດຖະມົນຕີ ການຕ່າງປະເທດ ບັນດາປະເທດ ASEAN ແລະ 24 ປະເທດສະມາຊິກ EU
ຊຶ່ງ ໄດ້ຈັດຂຶ້ນໃນຕົ້ນເດືອນ ມັງກອນ 2019 ທີ່ ນະຄອນຫຼວງ ບຣຸກ ແຊນ (ແບນຊິກ). ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫງວຽນກວກຢຸ້ງ, ໄດ້ຕາງໜ້າຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຟ້າມບີ່ງມິນ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ. ພາບ: VNA



ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເມັກຊິກ ຫງວຽນ ຮວ່າຍ ເຢືອງ ຮັບຕຳແໜ່ງ ເປັນປະທານຄະນະກຳມະການ ສະ ມາຄົມບັນດາປະເທດ ອາຊີຕາເວັນອອກ ສ່ຽງໃຕ້ ASEAN
ທີ່ ເມັກຊິກ (ACMC) ຈາກເອກອັກຄະລັດຖະທູດ ຟີລິບປິນ Demetrio R.Tuason ໃນວັນທີ 16 ມັງກອນ 2019.  ພາບ: ວຽດຮຸ່ງ/VNA



ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ປະສານສົມທົບກັບ ແຂວງ ບິ່ງເຢືອງ ໄຂງານວາງສະແດງ ຮູບພາບ ແລະ ຮູບເງົາ ສາລະຄະດີ-ເອກະສານ ໃນປະຊາຄົມ ASEAN.
ພາບ: ຮວ່ຽນຈາງ/VNA



ແຜ່ນດິນໄຫວຢ່າງຮຸນແຮງ ຂະໜາດ 7,5 ຣິກເຕີ ເກີດຂຶ້ນ ໃນ ວັນທີ 28 ກັນຍາ 2018 ໄດ້ເຮັດໃຫ້ສັ່ນສະເທືອນ ທົ່ວເກາະ Sulawesi ຂອງ ອິນໂອເນເຊຍ  ແລະ ເກີດຄື້ນຊຶນາມິ,
ເຮັດ ໃຫ້ຜູ້ເສຍຊີວິດ ຢ່າງໜ້ອຍ 2.073 ຄົນ, ບາດເຈັບເກືອບ 11.000 ຄົນ ແລະ ຫາຍສາບສູນເກືອບ 700 ຄົນ... ສູນປະ ສານງານ ASEAN ກ່ຽວກັບ ຊ່ວຍເຫຼືອດ້ານມະນຸດສະທຳ
ຕ້ານໄພພິບັດ (AHA) ເປັນໜ່ຶງ ໃນບັນດາອົງການຈັດຕັ້ງ ມີໜ້າໄວກວ່າໝູ່ ເພື່ອຄຽງບ່າຄຽງໄຫຼ່ ພ້ອມກັບ ລັດຖະບານ ອິນໂດເນເຊຍ ຊ່ວຍເຫຼືອ ບັນດາຜູ້ປະສົບ ເຄາະຮ້າຍ
ແລະ ປົວ ແປງ ຜົນຢ້ອນຫຼັງຈາກໄພທຳມະຊາດ.  ພາບ: VNA

ຕາມຂໍ້ສັງເກດເຫັນ ຂອງ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປີ 2018, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ASEAN ເພີ່ມ ຂຶ້ນ ປະມານ 5,1%, ບັນລຸເກືອບ 3.000 ຕື້ໂດລາສະຫະລັດ, ເປັນ ພື້ນຖານເສດຖະກິດ ທີ່ຈະເລີນເຕີບໂຕໄວ, ມີຂອບຂະໜາດ ໃຫຍ່ ອັນດັບ 6 ຂອງໂລກ.

ໃນຂະນະດຽວກັນ, ASEAN ໄດ້ລົງນາມສັນຍາວ່າດ້ວຍການຄ້າເສລີ 6 ສະບັບ ກັບ 7 ຄູ່ຮ່ວມມືການຄ້າແຖວໜ້າ ຂອງ ໂລກ. ປັດຈຸບັນ ໄດ້ ມີ 91 ປະເທດ ແຕ່ງຕັ້ງ ເອກອັກຄະລັດຖະທູດ ກ່ຽວກັບ  ASEAN, 37 ປະເທດ ໄດ້ເຂົ້າຮ່ວມ ສົນທິສັນຍາຄວາມຮ່ວມມື ແລະ ເປັນມິດ ກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້(TAC). ບັນດາກອງປະຊຸມ ສຸດຍອດ ASEAN ໄດ້ຈັດຕັ້ງເປັນປະຈໍາທຸກປີ ໄດ້ກາຍເປັນເຫດການ ສາກົນ ທີ່ສຳຄັນ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວວ່າ: “ບໍ່ທັນມີຍາມໃດ ວຽກງານການຕ່າງປະເທດຫຼາຍຝ່າຍເວົ້າລວມ ແລະ ການຮ່ວມມື ASEAN ເວົ້າສະເພາະ ໄດ້ຮັບຄວາມເອົາໃຈໃສ່ຫຼາຍຢ່າງ ກໍຄື ໄດ້ ຝາກຄວາມຫວັງສູງຄືແນວນີ້. ນີ້ຈະເປັນຖານຮອງ ທາງດ້ານຈິດໃຈ ໃຫ້ແກ່ ແຕ່ລະການກະທຳ ເພື່ອໃຫ້ພວກເຮົາມີບາດກ້າວຍາວກວ່າ, ໜັກແໜ້ນກວ່າ ໃນການຮ່ວມມື ASEAN”.

ດ້ວຍຖານະ ແລະ ກຳລັງໃໝ່, ຫວຽດນາມ ມີຄວາມປາດຖະໜາ ສືບຕໍ່ ເສີມຂະຫຍາຍບົດບາດ, ປະກອບສ່ວນສຳຄັນຍິ່ງຂຶ້ນ ເຂົ້າໃນ ຂະບວນວິວັດແຫ່ງການກໍ່ສ້າງ ແລະ ພັດທະນາປະຊາຄົມ ASEAN ທີ່ ເຂັ້ມແຂງ ດ້ວຍຕົນເອງ ແລະ ປະດິດສ້າງ, ມຸ່ງສູ່ ASEAN ໜຶ່ງທີ່ມີ ຄວາມປະສົມກົມກຽວ, ສະໜິດຕິດພັນກັນ, ມີສີສັນ, ສາມາດເຊື່ອມ ເຂົ້າກັບການປ່ຽນແປງ ຢ່າງວ່ອງໄວ ຂອງພາກພື້ນ ແລະ ໂລກ ທີ່ນັບ ມື້ນັບມີການພັດທະນາ, ມີບົດບາດຮັບຜິດຊອບໃນການ ແກ້ໄຂ ບັນດາບັນຫາ ທີ່ມີລັກສະນະທົ່ວໂລກ ອີກດ້ວຍ.

 
ບົດ: VNP ສັງລວມ - ພາບ: VNA

ຊຸກຍູ້ການເຊື່ອມໂຍງ ຈຸດໝາຍປາຍທາງ ຂອງ ASEAN

ຊຸກຍູ້ການເຊື່ອມໂຍງ ຈຸດໝາຍປາຍທາງ ຂອງ ASEAN

ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຍົກ​ສູງ​ຄຸນ​ນະພາ​ບ ການ​ບໍລິ ການ​ທ່ອງ​ທ່ຽວ, ຊຸກຍູ້​ການ​ເຊື່ອມ​ໂຍງຈຸດໝາຍ​ປາຍທາງ​ ແລະ​ ​ພັດ ທະນາ​ການທ່ອງທ່ຽວ ​ແບບ​ຍືນ​ຍົງ​ ໃນ​ພາກ​ພື້ນ, ​ເວທີ​ປາ​ໄສ​ການ ທ່ອງທ່ຽວ​ ASEAN ATF 2024 ​ໄດ້​ສະເໜີ ​ຫຼາຍ​ຂໍ້​ລິ​ເລີ່​ມ ເພື່ອ​ຊຸກຍູ້​ການທ່ອງທ່ຽວ ​ພາຍ​ໃນກຸ່ມ ກໍ່ຄື​ລະຫວ່າງ​ ASEAN ກັບ​ຄູ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. 

Top