• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

Arnis: ສິລະປະການແຂ່ງຂັນດ້ວຍໄມ້ຄ້ອນ

ຂຶ້ນກັບວິຊາມວຍ Pencak Silat ທີ່ ນຳເຂົ້າມາ ຫວຽດນາມ ໂດຍບັນດາອາຈານມວຍຕ່າງປະເທດ, ປະຈຸບັນ ລາຍມວຍ ໄມ້ຄ້ອນ Arnis ໄດ້ຮັບການນິຍົມຮຽນຂອງນັກມວຍຫຼາຍຄົນຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ຍ້ອນລາຍມວຍດັ່ງກ່າວ ຈະເຮັດໃຫ້ຜູ້ຝຶກ ມີສຸຂະພາບທີ່ເຂັ້ມແຂງ, ມີຄວາມ ທົນທານໜຽວແໜ້ນ ແລະ ໄຫວພິບ.
ຕາມອາຈານມວຍ ຫງວຽນແຢງເຟືອງ, ຫົວໜ້າຄູເຝິກ ລາຍມວຍ ໄມ້ຄ້ອນ Arnis ທີ່ຄ້າຍມວຍ KickFit ຫວຽດນາມ ແລ້ວ, Arnis ແມ່ນວິຊາມວຍໜຶ່ງທີ່ ນຳໃຊ້ອາວຸດຂອງ ຟິລິບປິນ, ມັນມີໜ້າຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ ຈຳນວນໜຶ່ງດ້ວຍຊືວ່າ Krabi Krabong ຫຼື Trumbu.

ຢູ່ ຫວຽດນາມ, ເມື່ອຄູເຝິກຕ່າງປະເທດຈຳນວນໜຶ່ງ ມານຳພາ ໃຫ້ແກ່ທີມ Pencat Silat ຫວຽດນາມ, ເຂົາເຈົ້າ ກໍ່ຖືລາຍມວຍ  ໄມ້ຄ້ອນ Arnis ຄືພາກສ່ວນໜຶ່ງໃນການເຝິກສ້ອບ. ເລີ່ມແຕ່ປີ 2005, ລາຍມວຍ ໄມ້ຄ້ອນ Arnis ໄດ້ກາຍເປັນວິຊາມວຍໜຶ່ງທີ່ແຂ່ງຂັນຢູ່ SEA Games ຢ່າງເປັນທາງການ.  


ຫາກໍ່ນຳເຂົ້າ ຫວຽດນາມ ໄດ້ 2-3 ປີກັບມານີ້,  ລາຍມວຍ ໄມ້ຄ້ອນ Arnis
ດຶງດູດການເຂົ້າຮ່ວມຂອງປະຊາຊົນ ຫຼາຍລຸ້ນຄົນ ທີ່ແຕກຕ່າງກັນ.



ອາຈານມວຍ ຫງວຽນແຢງເຟືອງ ພວມແນະນຳວິທີ ຈັບໄມ້ຄ້ອນໃຫ້ແກ່ນັກມວຍຄົນໃໝ່.


ຕາມອາຈານມວຍ ຫງວຽນແຢງເຟືອງ ແລ້ວ, ໃນລາຍມວຍ ໄມ້ຄ້ອນ Arnis, ວິທີຈັບໄມ້ຄ້ອນມີຄວາມສຳຄັນຫຼາຍ. 
ມັນຕັດສິນເຖິງເຕັກນິກການຕໍ່ສູ້ຈະໄດ້ຜົນຫຼືບໍ. 


ທ່ານ ເກີນກົງສາ (ອາຍຸ 50 ປີ) ຮູ້ເຖິງ 9 ເຕັກນິກພື້ນຖານໃນ ລາຍມວຍໄມ້ຄ້ອນ Arnis ພາຍຫຼັງການຮຽນມວຍ 3 ເດືອນ.


ນັກມວຍຕ້ອງເຝິກສອບວິທີການນຳໃຊ້ໄມ້ຄ້ອນໂດຍຕົນເອງ, ເຮັດແນວໃດເພື່ອນຳໃຊ້ໄມ້ຄ້ອນໄດ້ໄວ ແລະ ແຮງກວ່າ.


ລາຍມວຍໄມ້ຄ້ອນ Arnis ໄດ້ຮັບການຕີລາຄາວ່າ ເປັນວິຊາ ມວຍທີ່ເໝາະສົມກັບກຳລັງກາຍຂອງແມ່ຍິງອີກດ້ວຍ.


ນັກມວຍທຳພິທີສະບາຍດີຄູ່ຕໍ່ສູ້ກ່ອນທີ່ຈະເລີ່ມການແຂ່ງຂັນ ໃນ ລາຍມວຍໄມ້ຄ້ອນ Arnis.


ທ່າຕີໃສ່ຂະໝັບເປັນໜຶ່ງໃນບັນດາທ່າມວຍທີ່ໄດ້ນັກມວຍນຳໃຊ້ຫຼາຍກວ່າໝູ່ໃນເວລາແຂ່ງຂັນ.


ຫຼັງຈາກທີ່ກຳໃຫ້ໄດ້ 9 ເຕັກນິກພື້ນຖານ, ນັກມວຍຈະໄດ້ເລີ່ມເຝິກສອບການແຂ່ງຂັນ.


ໃນເວລາເຝິກສອບການແຂ່ງຂັນ, ນັກມວຍຈະໄດ້ນຸ່ງເຄື່ອງ ປ້ອງກັນຕົວເພື່ອຫຼີກລ້ຽງການຖືກບາດເຈັບ. 


ເວລາທຳອິດ, ນັກມວຍຕ້ອງຮຽນວິທີການຈັບໄມ້ຄ້ອກ ແລະ ວິທີການເຄື່ອນຍ້າຍໃຫ້ມີຄວາມຊິນເຄີຍ ແລ້ວ ຈຶ່ງຮຽນ 9 ເຕັກນິກພື້ນຖານ.  ຢາກຮຽນລາຍມວຍໄມ້ຄ້ອນ Arnis ໃຫ້ເປັນໄວ, ນັກຮຽນຕ້ອງສັງເກດໄດ້ເວລາຕີ ແລະ ທາງໄປ ຂອງໄມ້ຄ້ອນ, ເຮັດແນວໃດເພື່ອສ້າງຄວາມແຮງ ແລະ ຄວາມ ໄວທີ່ສະດວກໃນເວລາເຄື່ອນຍ້າຍ.  ໃນລາຍມວຍໄມ້ຄ້ອນ Arnis, ນັກຮຽນຈະຈັບໄມ້ຄ້ອນຍາວ (76 ຊມ) ຢູ່ມືຂວາ ແລະ ຈັບໄມ້ຄ້ອນສັ້ນ (28 ຊມ) ຢູ່ມືຊ້າຍ. ຕາມປົກກະຕິ, ຮຽນພຽງ 36 ຊົ່ວໂມງ ແມ່ນນັກຮຽນສາມາດເຂົ້າຮ່ວມການແຂ່ງຂັນໄດ້.
 
ການແຂ່ງຂັນໃນລາຍມວຍໄມ້ຄ້ອນ Arnis ຈະມີ 2 ປະເພດ ແມ່ນສູ້ຮົບ ແລະ ສະແດງ. ສຳລັບການສູ້ຮົບຈະແບ່ງຕາມ ນຳ້ໜັກ ຫຼື ໜຶ່ງຕໍ່ໜຶ່ງ, ມີເຄື່ອງປ້ອງກັນຕົວ. ເວລາແຂ່ງຂັນຈະນຳໃຊ້ 9 ເຕັກນິກພື້ນຖານຂອງ Arnis ແລະ ທ່າແຮງຂອງຕົນ ໃນແຕ່ລະຈັງຫວະ.
 
ທ່ານ ເກີນກົງສາ (ອາຍຸ 50ປີ) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຊອກຮູ້ ກ່ຽວກັບວິຊາມວຍນີ້ ຜ່ານທາງອິນເຕີເນັດ ແລະ ຕັດສິນໃຈ ມາຮຽນຢູ່ສູນ Kickfit. ຫຼັງຈາກຮຽນມາ 3 ເດືອນ, ຂ້າພະເຈົ້າຮູ້ສຶກສຸຂະພາບດີຂຶ້ນຫຼາຍ, ກາຍເຄື່ອນທີ່ຂອງຮ່າງກາຍ ກໍ່ໄວກວ່າ”.
 
ອາດສາມາດເວົ້າໄດ້ວ່າ ບໍ່ພຽງແຕ່ຊ່ວຍໃຫ້ນັກມວຍມີ ສຸຂະພາບທີ່ເຂັ້ມແຂງເທົ່ານັ້ນ, ລາຍມວຍໄມ້ຄ້ອນ Arnis ຍັງສອນໃຫ້ນັກມວຍບັນດາເຕັກນິກການປ້ອງກັນຕົວໃນເວລາປະສົບໄພອັນຕະລາຍອີກດ້ວຍ. ເພາະສະນັ້ນ ນີ້ແມ່ນວິຊາ ມວຍທີ່ດຶງດູດການເຂົ້າຮ່ວມຂອງປະຊາຄົມຊາວ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ. 

 
ບົດ: ເງິນຮ່າ - ພາບ: ແຄງລອງ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top