• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ກາລະໂອກາດຊຸກຍູ້ການຄ້າໃຫ້ວິສາຫະກິດຫວຽດນາມ

      APEC ແມ່ນເວທີປາໄສຂັ້ນສູງຂອງບັນດາພື້ນຖານເສດຖະກິດໃນແລວອາຊີ - ປາຊີຟິກ, ໄດ້ຮັບການສ້າງຕັ້ງດ້ວຍຄາດໝາຍເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການເມືອງລະຫວ່າງບັນດາປະເທດສະມາຊິກ APEC ປີນີ້ ດຳເນີນໄປໃນສະພາບລັດທິປົກປ້ອງອາລັກຂາໄດ້ຟື້ນຕົວຢ່າງແຮງ.
      ພິເສດແມ່ນການປະຕິວັດອຸດສາຫະກຳ 4.0 ເຮັດໃຫ້ສະພາບເສດຖະກິດໂລກມີການປ່ຽນແປງຫຼາຍຢ່າງເມື່ອທຽບໃສ່ເມື່ອກ່ອນ. ຕາມທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ວູຕ໋ຽນລົກ ແລ້ວ, ກ່ອນນີ້, ການຫັນເປັນທົ່ວໂລກພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາກຸ່ມບໍລິສັດຂ້າມຊາດເທົ່ານັ້ນ, ແຕ່ໃນຊຸມປີຜ່ານມາ ການຫັນເປັນທົ່ວໂລກໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ອີກດ້ວຍ. APEC 2017 ໄດ້ຮັບການຈັດຕັ້ງຢູ່ຫວຽດນາມ ກໍ່ແມ່ນທ່າແຮງ.
        ໃນສັບປະດາຂັ້ນສູງ APEC 2017, ຈະດຳເນີນກອງປະຊຸມ ABAC (ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC) ຄັ້ງທີ 4; ກອງປະຊຸມສຸດຍອດດຳເນີນທຸລະກິດຫວຽດນາມ; ກອງປະຊຸມສຸດຍອດບັນດາຜູ້ອຳນວຍການໃຫຍ່ APEC 2017 (APEC SEO Summit)… ພິເສດ, ໃນຂອບເຂດ APEC, ກໍ່ຈັດງານວາງສະແດງ “ຫວຽດນາມ - ຄູ່ຮ່ວມມືດຳເນີນທຸລະກິດ: ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມາດບົ່ມຊ້ອນຫຼາຍຢ່າງ”, ເພື່ອໂຄສະນາຜະລິດຕະພັນທີ່ເປັນມູນເຊື້ອ, ຮຽກຮ້ອງການລົງທຶນ ແລະ ສົ່ງເສີມການທ່ອງທ່ຽວ. ທ່ານ ຫງວຽນວັນເທີນ, ປະທານສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຫວຽດນາມ, ຖືວ່າ.
        “APEC ແມ່ນເວທີປາໄສເພື່ອໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດສຳພັດນຳກັນ ເພື່ອຊອກຫາຄູ່ຮ່ວມມື, ແບ່ງປັນບົດຮຽນໃນການເຊື່ອມໂຍງດ້ານເສດຖະກິດ. ທີ່ເວທີປາໄສ APEC ຄັ້ງນີ້, ບັນດາວິສາຫະກິດຫວຽດນາມ ຍັງຮູ້ສຶກໄດ້ຄວາມດັນຈາກການເຊື່ອມໂຍງ 21 ພື້ນຖານເສດຖະກິດສະມາຊິກ APEC”.

(ທ່ານ ຮີ່ນດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ)
      ສ່ວນທ່ານ ຮີ່ນດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ຕີລາຄາກາລະໂອກາດຮ່ວມມືຂອງວິສາຫະກິດໃນສັບປະດາຂັ້ນສູງ APEC ຢູ່ດ່ານັ້ງວ່າ.

        “ຜ່ານບັນດາເຫດການ ແລະ ບັນດາກົນໄກຂອງສັບປະດາຂັ້ນສູງ ເຊິ່ງປະຊາຄົມວິສາຫະກິດສາມາດຂຸດຄົ້ນ, ຊອກຫາຜົນປະໂຫຍດ, ທ່າໄດ້ປຽບພື່ອພັດທະນາ. ນັ້ນແມ່ນຜ່ານບັນດາກົນໄກເຈລະຈາ, ຜ່ານກົນໄກຂອງສະພາໃຫ້ຄຳປຶກສາວິສາຫະກິດ, ຜ່ານກອງປະຊຸມສຸດຍອດ… ຜ່ານນັ້ນພວກເຮົາສາມາດຍົກອອກບັນດາຂໍ້ລິເລີ່ມ, ສະເໜີບັນດານະໂຍບາຍເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນທ່າອ່ຽງພັດທະນາ”.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top