• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017 ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນທີ່ຕັ້ງກັບໂລກ

      ວັນທີ 17 ຕຸລາ, ຢູ່ມົດສະກູ, ທີ່ສູນຂ່າວສານຂອງສຳນັກຂ່າວສານ Regnum ຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ, ກອງທຶນໜູນຊ່ວຍຄົ້ນຄວ້າວິທະຍາສາດ “ແນວຄວາມຄິດອາຊີ - ເອີລົບ” ໄດ້ສົມທົບກັບສຳນັກຂ່າວສານ Regnum ຈັດກອງປະຊຸມສຳມະນາໂຕະມົນດ້ວຍຫົວຂໍ້ “APEC - ມຸ່ງໄປເຖິງຫວຽດນາມ”.

APEC 2017 ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນທີ່ຕັ້ງກັບໂລກ
(ພາບ: Vietnam+)
      ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄາດໝາຍ ແລະ ໜ້າທີ່ຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2017, ແງ່ຫວັງພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ, ບົດບາດຂອງລັດເຊຍ ຢູ່ພາກພື້ນອາຊີ - ປາຊີຟິກ, ກໍ່ຄືທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ ແລະ ພື້ນຖານເສດຖະກິດໂລກ.
        ສິ້ນສຸດກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຮອງເອົາບົດສະຫຼຸບ ດ້ວຍ 3 ຂໍ້ສະເໜີແນະຊີ້ແຈ້ງວ່າ, APEC 2017 ຖືກດຳເນີນໃນເດືອນພະຈິກ 2017 ຢູ່ຫວຽດນາມ ຈະແມ່ນໄລຍະໃໝ່ໃຫ້ວິວັດການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ສະຖຽນລະພາບທົ່ວໂລກ; ບັນດາພື້ນຖານເສດຖະກິດ APEC ຕ້ອງໝູນໃຊ້ບັນດາກາລະໂອກາດຢ່າງສຸດຂີດທີ່ກອງປະຊຸມຄັ້ງນີ້ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ ແລະ ມີການຄິດໄລ່ເຖິງສະພາບພູມມີປະເທດການເມືອງໃນປະຈຸບັນ; ການພົວພັນຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ ແມ່ນໜຶ່ງໃນບັນດາພາກສ່ວນພື້ນຖານໃນຂອບເຂດ APEC ແລະ ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງລັດເຊຍ, ພິເສດແມ່ນຢູ່ອາຊີຕາເວັນອອກສ່ຽງໃຕ້.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top