• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017 ສືບຕໍ່ສ້າງຂີດຫມາຍໃນການປະກອບສ່ວນຢ່າງຕັ້ງຫນ້າຂອງຫວຽດນາມທີ່ເວທີປາໄສຫລາຍຝ່າຍ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ບູ່ຍ​ແທງ​ເຊີນ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
       ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ສາ​ກົນ​ໂດຍ​ແນະ​ນຳ​ກ່ຽວ​ກັບ​ປີ APEC 2017 ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 9/12 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດ​ຫວຽດ​ນາມ ບູ່ຍ​ແທງ​ເຊີນ, ປະ​ທານ SOM APEC 2017 ຢືນຢ​ັນ​ວ່າ: ພາຍ​ຫລັງ​ດຳ​ເນີນ​ໃນ​ເວ​ລາ 2 ວັນ, ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສ APEC (ISOM-APEC) ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ. ກ​ອງ​ປະ​ຊຸມ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມຂອງ​ບັນ​ດາ​ຜູ້​ແທນ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ບຸ​ລິ​ມະ​ສິດ​ຂອງ​ປ​ີ APEC 2017, ​ເປັນເອ​ກະ​ພາບການ​ເຄື່ອນ​ໄຫວ​ຂອງ​ປີ APEC 2017. ຕາມນັ້ນ​ແລ້ວ ຈະ​ມີ​ການ​ເຄື່ອນ​ໄຫວ​ປະ​ມານ 200 ປະ​ການ​​ດຳ​ເນີນໃນ​ຕະ​ຫລອດ​ປີ, ໃນ​ນັ້ນ ມີ​ສັບ​ປະ​ດາ​ຂັ້ນ​ສູງ APEC ຈັດ​ຕັ້ງ​ຢູ່ ດາ​ຫນັງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ບູ່ຍ​ແທງ​ເຊີນ ຢືນ​ຢັນ​ວ່າ:
“ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ, ກອງ​ປະ​ຊຸມ​ໄດ້​ສິ້ນ​ສຸດ​ບັນ​ດາການ​ເຄື່ອນ​ໄຫວທຳ​ອິດ, ຂີດ​ໝາຍ້​ເລີ່ມ​ຕົ້ນ​ຂອງ​ປີ APEC 2017. ນີ້​ເປັນ​ຄັ້ງ​ທີ 2 ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ສຳ​ຄັນ​ນີ້, ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາ​ມ​ໄວ້​ວາງ​ໃຈ​ສູງ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ. ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ APEC ແມ່ນ​ຈຸດ​ສຸມ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ​ໃນ​ປີ 2017.”
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top