• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ຍາດແຍ່ງກາລະໂອກາດໂຄສະນາຫວຽດນາມ ອອກສູ່ໂລກ

      ຍັງອີກພຽງສອງສາມມື້, ສັບປະດາຂັ້ນສູງ APEC 2017 ຈະດຳເນີນຢູ່ ນະຄອນ ດາຫນັງ. ຫວຽດນາມ ໃນຖານະເປັນປະເທດເຈົ້າພາບຂອງປີ APEC 2017 ໄດ້ກຽມພ້ອມໃຫ້ແກ່ເຫດການສຳຄັນທີ່ສຸດໃນປີ 2017. ສັບປະດາຂັ້ນສູງ  APEC 2017 ຄາດວ່າຈະດຶງດູດນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດນັບພັນໆຄົນເຂົ້າຮ່ວມລາຍງານຂ່າວ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ແນະນຳໃຫ້ເພື່ອນມິດສາກົນເຫັນໄດ້ປະເທດຫວຽດນາມ ແມ່ນປະເທດ ຂະຫຍັນຂັນເຄື່ອນ, ມີການປ່ຽນໃຫມ່, ເຕັມໄປດ້ວຍມູນເຊື້ອ ປະຫວັດສາດ, ວັດທະນະທຳ ແລະ  ປະຊາຊົນ ມີຄວາມຮັກແພງແຂກຄົນ.

ກໍ່ສ້າງກິດຈະກຳສຳເລັດເພື່ອຮັບໃຊ້ກອງປະຊຸມ APEC 2017.
      ສັບປະດາຂັ້ນສູງ APEC ແມ່ນການເຄື່ອນໄຫວສຸດທ້າຍ ແລະ ສຳຄັນກວ່າໝູ່ໃນປີ APEC 2017. ດ້ວຍບົດບາດເປັນເຈົ້າພາບ, ຫວຽດນາມ ພວມມານະພະຍາຍາມສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ສັບປະດາຂັ້ນສູງ APEC.
ເພີ່ມທະວີການໂຄສະນາ, ສື່ສານກ່ຽວກັບຫວຽດນາມ
ສູນການຂ່າວສາກົນໄດ້ຮັບການສ້າງຕັ້ງຂຶ້ນຢູ່ ໃຈກາງ ນະຄອນດາຫນັງ ດ້ວຍຂອບຂະຫນາດໃຫຍ່ ອາດຈະບັນຈຸນັກຂ່າວກວ່າ 4000 ຄົນ, ດ້ວຍເງື່ອນໄຂເຕັກນິກທັນສະໄຫມ, ບັນລຸມາດຕະຖານສາກົນຄື: ສາຍສົ່ງອິນເຕີແນັດຄວາມໄວສູງ ມີສູນດາວທຽມໂທລະພາບສາກົນ. ທ່ານນາງ ເລທິທູຮັ່ງ, ປະຈຳອະນຸກຳມະການໂຄສະນາວັດທະນະທຳຂອງປີ APEC 2017  ໃຫ້ຮູ້ວ່າ:
        ອະນຸກຳມະການໂຄສະນາວັດທະນະທຳ ຂຶ້ນກັບຄະນະກຳມະການ APEC ແຫ່ງຊາດຫວຽດນາມ ໄດ້ ແລະ ພວມກະກຽມເພື່ອຮັບປະກັນໃຫ້ບັນດານັກຂ່າວສາກົນ ແລະ ຫວຽດນາມ ມີເງື່ອນໄຂເຮັດວຽກດີທີ່ສຸດ, ສາມາດສື່ຂ່າວກ່ຽວກັບການເຄື່ອນໄຫວຂອງສັບປະດາ APEC ຢ່າງວ່ອງໄວແລະ ທັນການທີ່ສຸດ . ສຳລັບນັກຂ່າວຫວຽດນາມ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາໂຄສະນາກ່ຽວກັບເຫດການສາກົນຢູ່ ຫວຽດນາມ ພ້ອມທັງແມ່ນໂອກາດເພື່ອໃຫ້ພວກເຮົາຍາດແຍ່ງໂຄສະນາກ່ຽວກັບພາບພົດປະເທດຊາດ ແລະ ຊາວຫວຽດນາມ, ຜົນງານຂອງພວກເຮົາໃນໄລຍະປ່ຽນແປງໃຫມ່, ເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການ ແລະ ເລິກກວ້າງ.
        ໃນເກືອບ 1 ປີຜ່ານມາ ຢູ່ທົ່ວທຸກແຂວງ, ນະຄອນຂອງຫວຽດນາມ ໄດ້ດຳເນີນການປະຊຸມຄັ້ງຕ່າງໆກວ່າ 100 ຄັ້ງ, ດຶງດູດເຈົ້າຫນ້າທີ່, ນັກທຸລະກິດ, ນັກຂ່າວນັບໝື່ນຄົນທີ່ມາຈາກບັນດາພື້ນຖານເສດຖະກິດຄູ່ຮ່ວມມື. ຜ່ານນັ້ນ ຫວຽດນາມ ໄດ້ມີບັນດາກາລະໂອກາດໂຄສະນາເຂດພາກຢ່າງມີປະສິດທິຜົນ. ບັນດາໝາກຜົນຕັ້ງຫນ້າບັນລຸໄດ້ຜ່ານການຈັດຕັ້ງບັນດາກອງປະຊຸມນັບແຕ່ຕົ້ນປີມາຮອດປະຈຸບັນ ແມ່ນພື້ນຖານສຳຄັນເພື່ອໃຫ້ຫວຽດນາມ ສືບຕໍ່ກະກຽມເປັນຢ່າງດີເພື່ອຈັດຕັ້ງສັບປະດາຂັ້ນສູງ ຢູ່ ດາຫນັງ ໃນເດືອນພະຈິກຈະມາເຖິງ. ສັບປະດາຂັ້ນສູງ ຈະມາເຖິງ ຈະດຶງດູດບັນດາການນຳຂອງ 21 ພື້ນຖານເສດຖະກິດສະມາຊິກ ພ້ອມດ້ວຍປະທານ (CEO) ຂອງບັນດາກຸ່ມບໍລິສັດເສດຖະກິດຫລາຍທ່ານ, ອົງການສື່ມວນຊົນໃຫຍ່ຂອງຕ່າງປະເທດ. ນີ້ແມ່ນກາລະໂອກາດໃຫຍ່ເພື່ອໂຄສະນາພາບພົດຂອງຫວຽດນາມ ອອກສູ່ພາກພື້ນ ແລະ ໂລກ. ທ່ານນາງ ເລທິທູຮັ່ງ ໄດ້ຢືນຢັນວ່າ:
        “ຈຸດໝາຍໂຄສະນາພາບພົດຫວຽດນາມ ບໍ່ແມ່ນແຕ່ຢູ່ນະຄອນໃຫຍ່ເທົ່ານັ້ນ ຫາກ ຄະນະກຳມະການ APEC ແຫ່ງຊາດ ໄດ້ຊີ້ນຳ ຈັດຕັ້ງບັນດາການເຄື່ອນໄຫວ APEC ຢູ່ 10 ທ້ອງຖິ່ນໃນທົ່ວປະເທດ. ດ້ວຍການປະຊຸມກວ່າ 100 ຄັ້ງ, ຢູ່ນອກກອງປະຊຸມ ບັນດາທ້ອງຖິ່ນກໍ່ໄດ້ຍາດແຍ່ງໂອກາດນັ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວໂຄສະນາດ້ານວັດທະນະທຳ, ສົ່ງເສີມດ້ານການຄ້າ, ຈັດງານວາງສະແດງ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ. ໃນສັບປະດາຂັ້ນສູງ ຊື່ງຈັດຂຶ້ນຢູ່ ດາຫນັງ, ໂຮ້ຍອານ ພວກຂ້າພະເຈົາໄດ້ສົມທົບກັບສອງທ້ອງຖິ່ນດັ່ງກ່າວເພື່ອຈັດຕັ້ງບັນດາການເຄື່ອນໄຫວດ້ານສິລະປະ ວັດທະນະທຳ.”
        ໂດຍແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມ APEC, ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ໂຄສະນາຢ່າງກວ້າງຂວາງເຖິງເພື່ອນມິດ 5 ທະວີບກ່ຽວກັບປະເທດຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ສະຫນິດສະຫນົມ ດ້ວຍພື້ນຖານວັດທະນະທຳອຸດົມສົມບູນ ແລະ ເພື່ອໃຫ້ຫວຽດນາມຈະກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວແລະ ນັກລົງທຶນຕ່າງປະເທດ ຫລາຍຄົນກ່ວາອີກ.
ຍົກສູງປະສິດທິຜົນການພົວພັນຕ່າງປະເທດຫລາຍຝ່າຍ
      ປີ APEC 2017  ແມ່ນຈຸດສຸມການພົວພັນຕ່າງປະເທດ ຮອດປີ 2020  ແລະ ແມ່ນບຸລິມະສິດຍຸດທະສາດຂອງຫວຽດນາມ ໃນການຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງ ກວ້າງຂວາງ, ຮອບດ້ານ ແລະ ຍົກສູງປະສິດທິຜົນການພົວພັນຕ່າງປະເທດຫລາຍຝ່າຍ. ຈັດຕັ້ງສັບປະດາຂັ້ນສູງAPEC  ສຳເລັດຜົນ ນັ້ນແມ່ນບັນດາຄຳແນະນຳດີທີ່ສຸດ, ຈະແຈ້ງທີ່ສຸດກ່ຽວກັບການຫັນປ່ຽນດ້ານເສດຖະກິດ, ບັນດາຈຸດວັດທະນະທຳເປັນຫລາຍຮູບຫລາຍສີ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ.
ໄລຍະຜ່ານມາ, ການພົວພັນຕ່າງປະເທດຫລາຍຝ່າຍຂອງຫວຽດນາມ ໄດ້ສ້າງຂີດໝາຍດີງາມບົນເວທີສາກົນ. ຫວຽດນາມ ແມ່ນສະມາຊິກ ຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບຂອງຫລາຍອົງການຈັດຕັ້ງ, ເວລາປາໄສຫລາຍຝ່າຍທົ່ວໂລກ. ສິ່ງດັ່ງກ່າວປະກອບສ່ວນສ້າງກຳລັງຫນູນໃຫມ່ໃຫ້ແກ່ການພັດທະນາ ແລະ ທີ່ຕັ້ງບົດບາດຂອງປະເທດຊາດ. ເປັນເຈົ້າພາບຈັດຕັ້ງປີ APEC 2017   ກໍ່ແມ່ນຈຸດສຸມການພົວພັນຕ່າງປະເທດຫລາຍຝ່າຍຂອງຫວຽດນາມ ບົນເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ.
      ເວທີປາໄສ ໃນສະພາບການຂອງໂລກ ແລະ ພາກພື້ນ ມີການຜັນແປຫລາຍຢ່າງ, ສັບປະດາຂັ້ນສູງ APEC 2017   ມີຄວາມໝາຍສຳຄັນ ໃນການຢັ້ງຢືນຄວາມຕັດສິນໃຈການຮ່ວມມືຂອງ APEC, ປະກອບສ່ວນສ້າງກຳລັງຫນູນໃຫ້ແກ່ການເຕີບໂຕ ແລະ ຮ່ວມສຳພັນຂອງພາກພື້ນ ອາຊີ ປາຊີຟີກ. ດ້ວຍບັນດາຜົນງານທີ່ບັນລຸໄດ້ພາຍຫລັງ ກວ່າ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນ ພ້ອມກັບບົດຮຽນຈັດຕັ້ງການເຄື່ອນໄຫວສາກົນຫລາຍຢ່າງ, ແນ່ນອນວ່າ ຫວຽດນາມ  ຈະຈັດຕັ້ງສັບປະດາຂັ້ນສູງ APEC  ແລະ ປີ APEC 2017 ສຳເລັດຜົນ, ສ້າງບັນດາຂີດໝາຍໃນວິວັດການຮ່ວມມືຂອງເວທີປາໄສ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top