• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

AnEco - ກະແສນຳໃຊ້ຜະລິດຕະພັນ ຖົງປຼາສຕິກ ຊີວະພາບ ເປັນມິດກັບສິ່ງແວດລ້ອມ

ໄດ້ເຂົ້າເຖິງບັນດາຕະຫຼາດ ທີ່ມີລົດນິຍົມສູງ ເຊັ່ນ: ເອີຣົບ, ຍີ່ ປຸ່ນ, ອົດສຕຣາລີ…, ປີ 2018, ກຸ່ມບໍລິສັດ ອານຟ໋າດ Holdings ຕັດສິນໃຈ ນຳຜະລິດຕະພັນ AnEco - ຖົງ ປຼາສ ຕິກ ຊີວະພາບ ເປື່ອຍລະລາຍ ມາຍັງຕະຫຼາດ ຫວຽດນາມ ດ້ວຍຄວາມມຸ່ງຫວັງ  ສ້າງຂະບວນການນຳໃຊ້ບັນດາຜະລິດຕະພັນ ທີ່ເປັນມິດ ກັບສິ່ງແວດລ້ອມ ຢູ່ພາຍໃນປະເທດ ແລະ ແຜ່ຂະຫຍາຍ ການປົກປັກຮັກສາ ສິ່ງແວດລ້ອມ ໃນວົງຄະນາຍາດ ຊາວ ຫວຽດນາມ. 
AnEco ເປັນເຄື່ອງໝາຍການຄ້າ ຜະລິດຕະພັນປຼາສຕິກຊີວະພາບ ເປື່ອຍລະລາຍທັງໝົດ (100% Compostable), ໄດ້ຜະລິດດ້ວຍຕ່ອງໂສ້ ເຕັກໂນໂລຊີ ທັນສະໄໝ, ໄດ້ມາດຕະ ຖານ ສຳລັບປຼາສຕິກ ຊີວະພາບ ຂອງ ເອີຣົບ. ປັດຈຸບັນ, ຢູ່ໃນໂລກ ມີແຕ່ເກືອບ 10 ຫົວໜ່ວຍ ຜະລິດ ຕອບສະໜອງໄດ້ ມາດຕະຖານເຕັກໂນໂລຊີນີ້. ປັດຈຸບັນ, ບັນດາຜະລິດຕະພັນຂອງ ອານຟ໋າດ Holdings ກຳລັງໄດ້ຈຳໜ່າຍ, ສົ່ງອອກໄປຍັງ 120 ປະເທດຢູ່ໃນໂລກ.

ດ້ວຍມາດຕະຖານ ທີ່ກ່າວມາຂ້າງເທິງ, ຖົງ AnEco ຈະຖືກເປື່ອຍລະລາຍທັງໝົດ ເປັນນຳ້, CO2 ແລະ ເປັນປຸຍອິນຊີ ສຳລັບການປູກຝັງ ໃນເວລາໜຶ່ງປີ ໃນສິ່ງແວດລ້ອມ ຖົມທຳມະດາ ໂດຍບໍ່ຕ້ອງຜ່ານຂັ້ນຕອນ ກຳຈັດແບບອຸດສາຫະກຳ ພິເສດໃດ.

  

ໂຮງງານຜະລິດ ຖົງບັນຈຸຂີ້ເຫຍື້ອຈຸລິນຊີ ສາມາດເປື່ອຍລະລາຍທັງໝົດ ຂອງ AnEco.


ໂຮງງານຜະລິດ ບັນດາປະເພດຖົງໃຊ້ໄດ້ຫຼາຍເທື່ອ.


ຖົງຊີວະພາບ ເປື່ອຍລະລາຍທັງໝົດ AnEco ໄດ້ຜະລິດຈາກທາດແປ້ງສາລີ ແລະ ເມັດປຼາສຕິກ ນຳເຂົ້າຈາກ ເອີຣົບ,
ມີຄວາມປອດໄພຕໍ່ສຸຂະພາບຂອງມະນຸດ ແລະ ເປັນມິດກັບສິ່ງແວດລ້ອມ.



ກຳມະກອຍກຳລັງເຮັດໃຫ້ສົມບູນແບບ ຊຸດສ້ອມຊີວະພາບ ສາມາດເປື່ອຍລະລາຍທັງໝົດຂອງ ຂອງ AnEco.


ເມັດປຼາສຕິກຊີວະພາບ ໄດ້ນຳເຂົ້າຈາກ ເອີຣົບ ມີຄວາມປອດໄພ ຕໍ່ສຸຂະພາບ ແລະ ເປັນມິດກັບສິ່ງແວດລ້ອມ. 


ແຂກຢ້ຽມຢາມ ແລະ ຜ່ານປະສົບການຕົວຈິງ ກັບບັນດາ ຜະລິດຕະພັນຂອງ AnEco.

ຢູ່ ຫວຽດນາມ, ຖົງຊີວະພາບ ເປື່ອຍລະລາຍທັງໝົດ AnEco ຂອງ ອານຟ໋າດ  Holdings ເປັນຜະລິດຕະພັນທຳອິດ ທີ່ໄດ້ຮັບໃບຢັ້ງຢືນ TUV Vincotte OK Home Compost ຊຶ່ງເປັນໜຶ່ງໃນບັນດາໃບຢັ້ງຢືນເຄ່ັ່ງຄັດທີສຸດ ກ່ຽວກັບຄວາມສາ ມາດເປື່ອຍລະລາຍເອງ ຂອງ ປຼາສຕິກຊີວະພາບ. ອານຟ໋າດ  Holdings ເປັນຫົວໜ່ວຍ ຫວຽດນາມ ໜຶ່ງດຽວ ທີ່ໄດ້ຮັບຮອງເປັນສະມາຊິກ ຢ່າງເປັນທາງການ ຂອງ ສະມາຄົມ ປຼາສຕິກຊີວະພາບ ທີ່ ເອີຣົບ. 

ປັດຈຸບັນ, ກຸ່ມບໍລິສັດ ອານຟ໋າດ  Holdings ພວມມີແຜນ ການ ກໍ່ສ້າງໂຮງງານຜະລິດ ແລະ ສະໜອງ ສະເພາະ ແຫຼ່ງ ວັດຖຸດິບ ຊີວະພາບ ເປື່ອຍລະລາຍທັງໝົດ ຢູ່ ຫວຽດນາມ ດ້ວຍມູນຄ່າ 100 ລ້ານ ໂດລາສະຫະລັດ. ຄາດວ່າ, ໂຮງການ ດັ່ງກ່າວ ຈະໄດ້ເລີ່ມລົງມືກໍ່ສ້າງ ໃນປີ 2020 ແລະ ຈັດພິທີເປີດນຳໃຊ້ ໃນປີ 2022, ດ້ວຍ ກຳລັງ ການຜະລິດ ຕາມການ ອອກແບບ ຄາດວ່າ ບັນລຸ 24.000 ໂຕນ/ປີ. 
ເດືອນພະຈິກ 2018, ຜະລິດຕະພັນຖົງເປື່ອຍລະລາຍທັງໝົດ AnEco ໄດ້ຮັບການວາງຂາຍ ຢູ່ຫ້າງສັບພະສິນຄ້າ Vinmart ໃນທົ່ວປະເທດ ຢ່າງເປັນທາງການ. ນີ້ແມ່ນເຫດການທີ່ພົ້ນເດັ່ນ ເປັນຂີດໝາຍ ຂອງ ຄວາມມຸ່ງມາດປາດຖະໜາ ໃນການເຂົ້າ ເຖິງຕະຫຼາດພາຍໃນ, ຊຶ່ງກ່ອນໜ້ານັ້ນ AnEco ດຳເນີນທຸລະກິດ ຢູ່ຕະຫຼາດສາກົນ ເປັນຕົ້ນຕໍ.

ພິເສດ, ເພື່ອຍົກສູງສະຕິ ນຳໃຊ້ ຜະລິດຕະພັນເປັນມິດກັບສິ່ງແວດລ້ອມໃຫ້ແກ່ຄົນ ຫວຽດ, ກຸ່ມບໍລິສັດ ອານຟ໋າດ  Holdings ໄດ້ເປັນຜູ້ນຳໜ້າ ໃນຂະບວນການຕ້ານຂີ້ເຫຍື້ອປຼາສຕິກ ດ້ວຍການຈັດຂະບວນການຕ່າງໆ ເຊັ່ນ: Earth Day Compostable 2019 ເປັນເວລາ 6 ວັນ ໃນຂອບເຂດທົ່ວປະເທດ, ເຊື່ອມຕໍ່ບັນດາຮ້ານສັບພະສິນຄ້າໃຫຍ່ເຊັ່ນ: BigC, Aeon, Intimex; ພິທີຂະບວນການທົ່ວປະເທດ ຕ້ານຂີ້ິເຫຍື້ອ ປຼາສຕິກ…

ດ້ວຍຄວາມມຸ່ງຫວັງ ຫັນປ່ຽນ ຄວາມຊິນເຄີຍ ນຳໃຊ້ຜະລິດຕະພັນປຼາສຕິກທີ່ເປັນພິດຂອງຄົນ ຫວຽດ, AnEco ໄດ້ສະເໜີ ອອກສູ່ ຕະຫຼາດ ຫວຽດນາມ ບັນດາຕົວແບບຜະລິດຕະພັນທີ່ອຸດົມສົມບູນ ດ້ານຮູບຊົງ ແລະ ສີສັນ, ທັງມີຄຸນລັກສະນະນຳໃຊ້ ເໝືອນດັ່ງ ຖົງໄນລອນ ທຳມະດາທົ່ວໄປ.



ຈອກເຈ້ຍຊີວະພາບສາມາດເປື່ອຍລະລາຍທັງໝົດ ຂອງ AnEco ໄດ້ຜະລິດຈາກ ວັດຖຸດິບ ຊີວະພາບ ສາມາດເປື່ອຍລະລາຍທັງໝົດ PBS ຈາກທາດແປ້ງສາລີ ບັນລຸມາດຕະຖານຂອງເອີຣົບ ແລະ ເປັນມິດ ກັບສິ່ງແວດລ້ອມ.


ຊຸດຜະລິດຕະພັນທໍ່ດູດຊີວະພາບສາມາດເປື່ອຍລະລາຍທັງໝົດຂອງ ຂອງ AnEco.


ຖົງຊີວະພາບສາມາດເປື່ອຍລະລາຍທັງໝົດຂອງ ຂອງ AnEco.


ຜະລິດຕະພັນຈຳນວນໜຶ່ງຂອງ AnEco ເຊ່ັນ ບ່ວງ, ສ້ອມ, ຈອກຊີວະພາບ. 


ຖົງມີຫູ ໃຊ້ໃນເວລາໄປຕະຫຼາດ, ສັບພະສິນຄ້າ. 

ເມື່ອເດືອນມິຖຸນາ ຜ່ານມາ, ກຸ່ມບໍລິສັດ ອານຟ໋າດ  Holdings ໄດ້ປະກອບທຶນ 51% ເຂົ້າບໍລິສັດ Top Leaf Company (TLC, ສ ເກົາຫຼີ) - ເປັນບໍລິສັດແຖວໜ້າ ຂອງ ສ ເກົາຫຼີ ກ່ຽວກັບການຜະລິດ ວັດຖຸດິບຊີວະພາບເປື່ອຍລະລາຍທັງໝົດ. ການຮ່ວມມືນີ້ ໄດ້ຊ່ວຍ ອານຟ໋າດ  Holdings ສາ ມາດເປັນເຈົ້າການທັງໝົດ ກ່ຽວກັບ ແຫຼ່ງວັດຖຸດິບ ແລະ ຫຼຸດລາຄາ ຜະລິດຕະພັນຊີວະພາບ ເປື່ອຍລະລາຍ ທັງໝົດ ລົງ 30-40%. 

ບົດ: ຖາວວີ - ພາບ: ເຈິ່ນກົງດາດ
 

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top