• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AFF Suzuki Cup: ສື່ມວນຊົນສາກົນເຄົາລົບນັບຖືກຳລັງແຮງຂອງທິມບານເຕະຊາຍແຫ່ງຊາດຫວຽດນາມ

ດ້ວຍໄຊຊະນະ ລວມແມ່ນ 3 ປະຕູ - 2 ໃນການແຂ່ງຂັນຊີງຊະນະເລີດ AFF Suzuki Cup 2018 ກັບ ທິມຊາດ ມາເລຊຍ ມາເປັນສອງຄັ້ງ, ທິມບານເຕະຊາຍແຫ່ງຊາດຫວຽດນາມ ໄດ້ຮັບຄວາມເຄົາລົບນັບຖືຈາກສື່ມວນຊົນສາກົນ ແລະ ພາກພື້ນ ອາຊີ. 

ນັກເຕະ ແອງດຶກ

ສຳນັກຂ່າວ AFP ຂອງຝລັ່ງ ແລະ ສຳນັກຂ່າວ Reuters ຂອງອັງກິດ ໄດ້ລົງຂ່າວດ້ວຍຫົວຂໍ້ວ່າ: ທິມຊາດຫວຽດນາມ ຍາດໄດ້ຊະນະເລີດໃນງານແຂ່ງຂັນ AFF Suzuki Cup 2018 ດ້ວຍລູກຍິງ volley ເຂົ້າປະຕູ ມາເລເຊຍ ຂອງນັກກິລາບານເຕະ ແອງດຶກ”. ສ່ວນສຳນັກຂ່າວ AP ຂອງ ອາເມລິກາ ໄດ້ພັນລະນາວ່າ ໄຊຊະນະຂອງທິມຊາດຫວຽດນາມ ແມ່ນສະແດງໃຫ້ເຫັນຄວາມກ້າວຫນ້າກະໂດດຂັ້ນຂອງພື້ນຖານບານເຕະຫວຽດນາມ ນັບແຕ່ເມື່ອຄູ່ຝຶກຊາວ ສເກົາຫລີ Park Hang seo ນຳພາທິມນີ້.

ໃນຫນ້າທຳອິດຂອງຫນັງສືພິມ Fox Sports  ໄດ້ລົງຫລາຍຂ່າວ ບົດກ່ຽວກັບໄຊຊະນະຂອງທິມຊາດຫວຽດນາມ ທີ່ AFF Suzuki Cup 2018.

ຫນັງສືພິມລາຍວັນ New Strait Times ຢັ້ງຢືນວ່າ: ທິມຊາດຫວຽດນາມ ໄດ້ເຮັດໃຫ້ທິມຊາດ ມາເຊເຊຍ ຖືກປະລາໄຊ ເພື່ອຍາດເອົາຊະນະເລີດ AFF  Cup 2018.

ຫນັງສືພິມຫລາຍສະບັບຢູ່ ສເກົາຫລີ ຊື່ງແມ່ນບ້ານເກີດເມືອງນອນຂອງຄູ່ຝຶກ Park Hang seo ຍ້ອງຍໍຜົນສຳເລັດຂອງທິມຊາດຫວຽດນາມ. ເມື່ອການແຂ່ງຂັນຊີງຊະນະເລີດລະຫວ່າງທິມຊາດຫວຽດນາມ ແລະ ທິມຊາດ ມາເລເຊຍ ຫາກໍ່ສິ້ນສຸດ, ຫນັງສືພິມ Chosun, Sports Khan, Sports Seoul ລ້ວນແຕ່ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບໄຊຊະນະຂອງທິມຊາດຫວຽດນາມ ແລະ ຄູ່ຝຶກ ຊາວສເກົາຫລີ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top