• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADSOM-Plus ວິຕົກກັງວົນຕໍ່ບັນດາຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນຢູ່ທະເລຕາເວັນອອກ

ກອງ​ປະຊຸມ​ເຈົ້າ​ໜ​້າທີ່​ຂັ້ນ​ສູງ​ປ້ອງ​ກັນຊາ​ດ 
ອາ​ຊຽນ ​ເປີດກ້ວາງ (ADSOM - Plus)
      ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ກອງ​ປະຊຸມ​ເຈົ້າ​ໜ​້າທີ່​ຂັ້ນ​ສູງ​ປ້ອງ​ກັນຊາ​ດ ອາ​ຊຽນ ​ເປີດກ້ວາງ (ADSOM - Plus) ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 24/04 ຢູ່​ນະ​ຄອນຫລວງ ວຽງ​ຈັນ ລາວ, ສະ​ແດງ​ຄວາມ​ວິຕົກ​ກັງ​ວົງ​ຕໍ່​ບັນດາ​ຄວາມ​ເຄັ່ງ​ຕຶງທີ່ພວມ​ເພີ່ມ​ຂຶ້ນ​ຢູ່​ເຂດ​ທະ​​ເລ​ຕາ​ເວັນ​ອອກ. ບັນດາ​ເຈົ້າ​ໜ້າ​ຂັ້ນ​ສູງ​ປ້ອງ​ກັນຊາ​ດ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄື: ຍີ່ປຸ່ນ, ສ.​ເກົາຫຼີ, ອົດ​ສະ​ຕາ​ລີ, ອິນ​ເດຍ, ນິວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່ ​ແລະ ສະຫງວນ​ເວລາ​ຫລາຍ​ຊົ່ວ​ໂມງ​ເພື່ອ​ປຶກສາ​ຫາລື​ບັນຫາ​ນີ້. ທ່ານ​ນາງ Amy E.Searigh ຜູ້​ຊ່ວຍ​ວຽກ​ດ້ານ​ປ້ອງ​ກັນຊາ​ດ ກົມ​ອາຊີ - ປາຊີ​ຟິກ ກະຊວງປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:
        “ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ທຸກ​ປະ​ເທດ​​ພ້ອມ​ກັນ​ແລກປ່ຽນ ​ແລະ ຄຸ້ມ​ຄອງ ກໍ່ຄື​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງກັນ​ດ້ວຍ​ສັນ​ຕິ​ວິທີ ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ການ​ທູດ ​ແລະ ນິຕິ​ກຳ, ບໍ່ມີ​ການ​ກະທຳ​ຂົ່ມຂູ່​ນຳ​ໃຊ້ກຳລັງ​ອາວຸດ ​ແລະ ​ເຮັດ​ໃຫ້ສະພາບ​​ເດີມ​ຢູ່​ທ​ເລ​ຕາ​ເວັນ​ອອ່ຽນ​ແປງ”
        ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ​ການແບ່ງປັນ ​ແລະ ສະ​ແດງ​ທັດສະນະ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ສະຫງົບ​ປອດ​ໄພ​ ​ແລະ ພິ​ເສດ​ແມ່ນ 3 ບັນຫາ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ: ບັນ​ຫາກໍ່​ການ​ຮ້າຍ​​ໃນປະຈຸ​ບັນ​ຢູ່​ພາກ​ພື້ນ; ບັນຫາ​ຄວາມ​ສະຫງົບ​ປອດ​ໄພ​ນິວ​ເຄຼຍຢູ່​ ແຫຼມ​ເກົາຫຼີ ​ແລະ ບັນຫາ​ຂັດ​ແຍ້​ງ​ອະທິປະ​ໄຕ​ໃນ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ພົນ​ຈັດຕະວາ ຫວູຕ໋ຽນຈ້ອງ ຫົວໜ້າ​ສະ​ຖາ​ບັນຮ່ວມ​ມື​ສາ​ກົ       ນກ່ຽວ​ກັບ​ການປ້ອງ​ກັນຊາ​ດ ຫວຽດນາມ ​ໃຫ້​ຮູ້​ວ່າ:
        “ ຫວຽດນາມ ກໍ່​ສະ​ແດງຄວາມ​ວິຕົກ​ກັງ​ວົນຄື​ບັນດາ​ປະ​ເທດ​ເວົ້າ​ລວມ ​ແລະ ຫວຽດນາມ ຖື​ວ່າ: ປະຈຸ​ບັນ ບັນ​ຫາ​ຂັດ​ແຍ້​ງ​ອະທິປະ​ໄຕຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນພຶດຕິ​ກຳ​ ພາວະ​ວິ​ໄສ ​ໂດຍ​ປະຫວັດສາດ​ປະ​ໄວ້ ​ແລະ ທັດສະ​ນະ​ຂອງ ຫວຽດນາມ ນັ້ນ​ແມ່ນ ບັນດາ​ບັນ​ຫາ​​ໃດທີ່​ກ່ຽວຂ້ອງ​ເຖິງ 2 ປະ​ເທດ ຄວນ​ແກ້​ໄຂ​ດ້ວຍການ​ເຈລະຈາ 2 ຝ່າຍ, ດ້ວຍ​ສັນຕິ​ວິທີ, ດ້ວຍ​ບັນດາ​ຂໍ້​ຕົກລົງ ​ເຊິ່ງ 2 ຝ່າຍ​ສາມາດ​ຮັບ​ຮູ້​ໄດ້”
        ບັນດາ​ຜູ້​ແທນ​ເນັ້ນ​ໜັ​ກວ່າ: ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ມີ​ບົດບາດ​ສຳຄັນ​ສຳລັບ​ການ​ເຄື່ອນ​ໄຫວ​ກາ​ນຄ້າ. ​ເພາະສະ​ນັ້ນ ບັນດາ​ຝ່າຍ​ຄວນ​ເຄົາລົບ​ຂໍ້​ກຳນົດ​ທີ່​ມີ​ຢູ່​ແລ້ວ ​ແລະ ຄວນສືບ​ຕໍ່ການ​ເຈລະຈາ. ທຸກ​ການ​ຂັດ​ແຍ້​ງກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ ​ໂດຍ​ຜ່ານ​ການ​ເຈລະຈາ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top