• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

About time – ສີສັນຊົ່ວພິບຕາ ທີ່ໜ້າຈົດຈຳ

ນີ້ແມ່ນຊື່ຫົວເລື່ອງ ຂອງ ງານວາງສະແດງ “ຕີ່ມເວ່ 2017” (ຊອກຫາ ຢ້ອນກັບ) ໂດຍ ກຸ່ມວິຈິດສິນ ບຸ້ຍ (ເພີດເພິນ) ແນະນຳ ສູ່ ມວນຊົນ ຢູ່ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ເມື່ອ ມໍ່ໆ ນີ້ ກ່ຽວ ກັບບັນດາ ພາບແຕ້ມ ຂອງ ບັນດານັກແຕ້ມ ສະ ໝັກຫຼິ້ນ ຊຶ່ງໄດ້ ດຶງດູດ ຄວາມສົນໃຈ ຂອງແຟນໆ ເປັນຈຳນວນ ຫຼວງຫຼາຍ.      
ພາບແຕ້ມ ເກືອບ 120 ແຜ່ນ ໄດ້ປະດິດແຕ່ງຕາມຕົວແບບ Artbook, ເລື່ອງລາວຕ່າງໆ ຂອງນັກປະພັນ ເພື່ອໃຫ້ຜູ້ຊົມ ສາ ມາດເຂົ້າໃຈ ຍິ່ງຂຶ້ນກ່ຽວກັບ ສະພາບການປະດິດແຕ່ງ ກໍຄື ອາ ລົມຈິດ ທີ່ນັກປະພັນ ຢາກຝາກຝັງ ເຂົ້າໃນຄວາມຊົງຈຳ ຄັ້ງໜຶ່ງ ທີ່ໄປຫາ. ນັ້ນແມ່ນ ຮູບພາບ ວ່າດ້ວຍ ບັນດາສາຍທາງ, ຄຸ້ມຖະ ໜົນ ທີ່ເຕັມໄປດ້ວຍ ອະນຸສອນ, ບັນດາວັດຖຸສິ່ງຂອງທີ່ຄຸ້ນເຄີຍ ຫຼື ໃກ້ຊິດຕິດແທດ ຍິ່ງກວ່າອີກ ແມ່ນຮູບຊົງ ຂອງ ບັນດາ ເພື່ອນ ສະໜິດ ມິດສະຫາຍ... ເຮັດໃຫ້ ຝັງເລິກຢູ່ໃນແນວຄິດຈິດໃຈ ແລະ ສົ່ງຜົນກະທົບ ເຖິງຊີວິດ ຕົວຈິງ ຂອງ ແຕ່ລະຄົນ. 


ບັນດານັກປະພັນທີ່ເຂົ້າຮ່ວມງານວາງສະແດງພາບແຕ້ມ “About time” ເຖິງວ່າ ແຕ່ລະຄົນ ຈະເຮັດວຽກງານທີ່ແຕກຕ່າງ
ກັນ ແຕ່ເຂົາເຈົ້າຕ່າງກໍມີຄວາມມັກຮັກ ຄື ຈິດຕະກຳ. 



ງານວາງສະແດງ “About time” ນຳມາຊຶ່ງ ສານ ຂອງ ການ ແບ່ງປັນ ແລະ ເຕືອນໃຫ້ຫວນຄິດເຖິງຕົ້ນກຳເນີດ.


ບັນດາຜົນການປະດິດແຕ່ງ ເປັນອະນຸສອນ ອັນຈົບງາມ ຂອງ ນັກປະພັນ ໄດ້ຮັກສາໄວ້ຢູ່ໃນແຜ່ນພາບແຕ້ມ. 


ຜູ້ຊົມມີຄວາມມັກຮັກຕໍ່ບັນດາລາຍແຕ້ມທີ່ລຽບງ່າຍ ແຕ່ເຕັມໄປ ດ້ວຍຄວາມຈິງໃຈ ຂອງ ບັນດານັກປະພັນ
ທີ່ເຂົ້າ ຮ່ວມງານວາງ ສະແດງ “About time”.



ແຂກຄົນທີ່ເຂົ້າຮ່ວມງານວາງສະແດງສາມາດ ໃຫ້ການ ປະດິດ ແຕ່ງຮ່ວມກັນ ຢູ່ງານວາງສະແດງ “About time”. 

“About time” ນຳມາຊຶ່ງສື່ ຂອງຄວາມແບ່ງປັນ, ຫວນຄືນເຖິງ ຕົ້ນກຳເນີດ ແລະ ຄວາມປະທັບໃຈທີ່ຍາກຈະຫຼົງລືມ ໃນຊີວິດ ຂອງ ເຂົາເຈົ້າ ຕະຫຼອດການເດີນທາງ ຫຼື ຊ່ົວພິບຕາ ທີ່ໜ້າຈົດ ຈຳ ໄດ້ຫຼັ່ງໄຫຼເຂົ້າມາໂດຍບັງເອີນ ແລະ ກາຍເປັນຄວາມນຶກ ຄິດ. ແຕ່ລະຄົນ ຈະມີວິທີການຮັກສາ ວິນາທີນັ້ນໄວ້ ທີ່ແຕກ ຕ່າງກັນ, ແຕ່ສະເພາະນັກຈິດຕະກອນ ເຂົາເຈົ້ານຳມາຊຶ່ງຄວາມ ຊົງຈຳອັນຈົບງາມ ເຂົ້າສູ່ ພາບແຕ້ມ” ນັ້ນແມ່ນ ຄວາມ ໃນໃຈ ທີ່ ປະຊາຄົມວິຈິດສິນ ບຸ້ຍ ຢາກຝາກຝັງໃວ້.

ງານວາງສະແດງພາຍໃຕ້ຫົວຂໍ້ “ຕີ່ມເວ່” ເປັນເຫດການ ຈັດຕັ້ງ ເປັນປະຈຳປີ ຂອງ ວິຈິດສິນ ບຸ້ຍ ຊຶ່ງສະຫງວນໃຫ້ແກ່ ກັບບັນດາ ນັກແຕ້ມ ສະໝັກຫຼິ້ນ, ເຂົາເຈົ້າພົບກັນ ຢູ່ຄ້າຍປະດິດແຕ່ງ ກັບບັນດາ ລາຍແຕ້ມທີ່ລຽບງ່າຍ ແຕ່ຈິງໃຈ ແລະ ປ່ຽມລົ້ມ ໄປດ້ວຍຄວາມຫຼົງໄຫຼ. ນາງ ເຈືອງແທງຮັ່ງ, ນັກຮຽນ (ນັກປະ ພັນ ຂອງ ພາບແຕ້ມ ທີ່ໃສ່ຊື່ “ ແຕ່ງກິນໃນລະດູຮ້ອນ”) ໄດ້ກ່າວ ວ່າ “ຂະບວນວິວັດແຫ່ງການ ປະດິດແຕ່ງ ບໍ່ພຽງແຕ່ ແມ່ນຜົນ ສຳເລັດພາບແຕ້ມແຜ່ນໜຶ່ງເທົ່ານັ້ນ, ຫາກຍັງແມ່ນ ຂະບວນ ວິ ວັດ ແຫ່ງການ ຄົ້ນພົບຕົນເອງ, ໄດ້ພົບພໍ້ ກັບບັນດາ ໝູ່ເພື່ອນ ທີ່ໜ້າປະທັບໃຈ, ຫ້າວຫັນ, ຫຼົງໄຫຼກັບວຽກງານ ແລະ ເປັນ ແຮງ ບັນດານໃຈ ເພື່ອໃຫ້ພວກເຮົາສຶກສາ ແລະ ປັບປຸງ ຕົວເອງໃຫ້ ສົມ ບູນແບບ”.

ໃນງານວາງສະແດງ “About time” ຢູ່ນະຄອນໂຮ່ຈີມິນ, ກຸ່ມວິຈິດສິນ ບຸ້ຍ ຍັງຈັດຕັ້ງ ການແນະນຳ “ພາບຄວັດໂຟມ” ສູ່ມວນຊົນ ຜູ້ນິຍົມ ສິລະປະ ປະເພດນີ້.



ພາບແຕ້ມ ຈຳນວນໜຶ່ງ ໃນງານວາງສະແດງ “About time”:

ພາບແຕ້ມ: “ແຕ່ງກິນໃນລະດູແລ້ງ” (ໂດຍ: ເຈືອງແທງຮັ່ງ)


 
ພາບແຕ້ມ: “ຍາມຄ້ອຍຄໍ່າເທິງທະເລ” (ໂດຍ: ຫງວຽນທິຮ່າ ເງິນ)


ພາບແຕ້ມ: “ອາລຸນວັນໃໝ່ໃນລະດູໜາວ” (ໂດຍ: ຫງວຽນຮວາ ຮົ່ງ)


ພາບແຕ້ມ: “ບຸ້ຍ-ສະຖານທີ່ແຫ່ງຄວາມສະຫງົບສຸກ” (ໂດຍ: ຟ້າມກົງແຢງ)


ພາບແຕ້ມ: “ຍັງພຽງຄວາມຄິດເຖິງ” (ໂດຍ: ຫວູທິບ໊າວຍູງ)


ພາບແຕ້ມ: “ມູມໜຶ່ງຂອງລະດູບານໃໝ່” (ໂດຍ: ຫງວຽນທິຖ໋າຍ ແລງ)


ພາບແຕ້ມ: “ໃຕ້ຮົ່ມດອກຄາຍ” (ໂດຍ: ກາວຍ໊ານາມ)


ພາບແຕ້ມ: “ນ້ອງສາວ” (ໂດຍ: ເຈິ່ນຈີມາຍ)


ພາບແຕ້ມ: “Flying Hope” (ໂດຍ: ບຸ່ຍກິມຟຸ້ງ)


ພາບແຕ້ມ: “ມູມໜຶ່ງແຫ່ງຄວາມຊົງຈຳ” (ໂດຍ: ຫຼີຕ໊ຽວດຽບ)


ພາບແຕ້ມ: “ຝາກເຖິງຄົນຢູ່ບ່ອນນັ້ນ” (ໂດຍ: ຫງວຽນຫງອກ ກວີ່ນ)


ພາບແຕ້ມ: “ລະດູບານໃໝ່” (ຜູ້ແຕ່ງ: ຫງວຽນເຢືອງຖຸ່ຍ)


ພາບແຕ້ມ: “ໂຮ້ຍອານ, ຍາມຄ້ອຍຄໍ່ຳ ແລະ ອ້າຍ”(ໂດຍ: ຟ້າມ ທູຈາງ)


ພາບແຕ້ມ: “ສີຂອງລະດູໜາວ” (ໂດຍ: ເຈິ່ນຟານນາມເຟືອງ)


ພາບແຕ້ມ: “ຄອງຄອຍ” (ໂດຍ: ຫງວຽນທິຖ໋າຍແລງ)


ພາບແຕ້ມ: “ນາທີຢູ່ຢ່າງສະຫງົບ” (ໂດຍ: ຫວູທິບ໊າວຍູງ)


ພາບແຕ້ມ: “ໄຊງ່ອນ 20” (ໂດຍ: ຫຼີຕ໊ຽວດຽບ)


ພາບແຕ້ມ: “ເຊົ້າວັນອາທິດ”(ໂດຍ: ຫງວຽນເລແທງ)


ພາບແຕ້ມ: “ຂ້າພະເຈົ້າ ແລະ ຍ່ານເວຫາ” (ໂດຍ: ຟ້າມກົງ ແຢງ)


ພາບແຕ້ມ: “ຕອນທ່ຽງລະດູຮ້ອນ” (ໂດຍ: ດວ່ານແຄ໋ງກວີ່ນ)
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top