26/08/2016 00:01 GMT+7 Email Print Like 0

55 ປີແຫ່ງຄວາມເຈັບປວດຍ້ອນທາດເບື່ອສີສົ້ມ/dioxin

ຫ່າງຈາກນີ້ 55 ປີ, ວັນທີ 10 ສິງຫາ 1961, ກອງທັບ ອາເມລິກາ ໄດ້ປ່ອຍທາດເບື່ອສີສົ້ມ/dioxin ລົງສູ່ຖະໜົນເລກທີ 14 ທິດເໜືອຂອເທດສະບານ ກອນຕຸມ, ເປີດສາກໃຫ້ແກ່ສົງຄາມເຄມີສາດທີ່ຂະໜາດໃຫຍ່ສຸດ, ຍາວນານທີ່ສຸດ ແລະ ໄດ້ສ້າງຜົນເສຍຫາຍໜັກໜ່ວງທີ່ສຸດໃນປະຫວັດສາດຂອງມະນຸດ, ສິ່ງດັ່ງກ່າວ ໄດ້ເຮັດໃຫ້ຄົນ ຫວຽດນາມຫລາຍ ກວ່່າ 4,8 ລ້ານຄົນຖືກ ປະສົບເຄາະຮ້າຍຈາກທາດເບື່ອສີສົ້ມ, ໃນນັ້ນມີ 3 ລ້ານກວ່າຄົນກາຍເປັນຄົນພິການ.
ເນື່ອງໃນໂອກາດລະ​ນຶກ​ເຖິງ 55 ປີແຫ່ງວັນມະຫາໄພ​​ທາດ​ເບື່ອສີສົ້ມຢູ່ ຫວຽດນາມ (10/8/1961-10/8/2016), ໃນ​ຊຸດ​ສຳມະນາວິທະຍາສາດສາກົນກ່ຽວກັບທາດ​ເບື່ອສີສົ້ມ/dioxin ໄດ້ຈັດຂຶ້ນທີ່ນະຄອນຫຼວງ ຮ່າໂນ້ຍ ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກ ລັດຖະມົນຕີ ຫວູດຶກດາມ, ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Yukio Hatoyama, ພ້ອມກັບນັກວິທະຍາສາດສາກົນ, ຫວຽດນາມ ຫຼາຍ ສີບຄົນ ແລະ ບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາ ອົງການສາກົນປະຈຳ ຫວຽດນາມ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວປາໄສທີ່ງາານໂຮມ ຊຸມນຸມລະ​ນຶກ 55ປີ
ແຫ່ງວັນມະຫາໄພທາດ​ເບື່ອສີສົ້ມຢູ່ຫວຽດນາມ (10/8/1961-10/8/2016). ພາບ: ຍານຊ໋າງ/VNA



ບັນດາທ່ານຜູ້ແທນໄຫວ້ອາໄລປະຊາຊົນຜູ້ທີ່ເສຍຊີວິດຍ້ອນທາດ​ເບື່ອສີສົ້ມ/dioxin. ພາບ:ຍານຊ໋າງ/VNA


ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄປຢ້ຽມຢາມ ແລະ ມອບ​ເຄື່ອງຂອງຂວັນໃຫ້ຜູ້ຖືກເຄາະຮ້າຍຈາກ
ທາດ​ເບື່ອສີສົ້ມ/dioxin. ພາບ: ຍານຊ໋າງ/VNA

ໃນຊຸດສຳມະນາ, ບັນດານັກວິທະຍາສາດສາກົນ ແລະ ຫວຽດນາມໄດ້ປະກາດ ແລະ ແລກປ່ຽນຜົນງານຂອງການຄົ້ນຄວ້າ​ຕ່າງໆດ້ານວິທະຍາສາດ, ສືບຕໍ່​ລົງເລິກ​ເຮັດ​ໃຫ້​ຈະ​ແຈ້ງ​ຕື່ມ​ເຖິງຜົນເສຍ​ຫາຍ​ອັນໜັກໜ່ວງຂອງທາດເບື່ອສີສົ້ມໂດຍກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ ຕໍ່ສິ່ງແວດລ້ອມແລະຕໍ່ສຸຂະພາບຂອງມະນຸດ; ​ການຕີລາຄາ ແລະ ຂໍ້ສະເໜີ​ມາດ​ຕາ​ການ​ຕ່າງໆ​ເພື່ອແກ້ໄຂ; ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ກຳ​ນົດ​ຕົວ​ເລກ ແລະ ຮຽກຮ້ອງປະຊາຄົມສືບຕໍ່ໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍທັງທາງດ້ານຈິດໃຈ ແລະ ວັດຖຸສິ່ງຂອງ, ສະໜັບສະໜູນການຕໍ່ສູ້ຮຽກຮ້ອງ ຄວາມເປັນທຳຂອງຜູ້ປະສົບເຄາະຮ້າຍຈາກທາດ​ເບື່ອສີສົ້ມຫວຽດນາມ; ສືບຕໍ່ກ່າວປະນາມ ແລະຂີດ​ຂວາງການນຳໃຊ້ອາວຸດເຄມີ, ກໍ່ຄືອາວຸດນິວ ເຄຼຍ ຊະນິດຕ່າງໆ.
 
ທ່ານພົນໂທ ຫງວຽນວັນຣີງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດເບື່ອສີສົ້ມ/dioxin ຫວຽດນາມ ໃຫ້ຮູ້ວ່າ ຜົນຢ້ອນຫຼັງຂອງສົງຄາມເຄມີນີ້ປະໄວ້ຜົນ​ເສຍ​ຫາຍໜັກໜ່ວງ. ມີປະມານ 4,8 ລ້ານຄົນຖືກຕິດ​ເຊື້ອທາດເບື່ອ, ​ປະ​ມານ 3 ລ້ານຄົນປະສົບເຄາະ ຮ້າຍຈາກທາດເບື່ອສີສົ້ມ/dioxin, ຫຼາຍພັນຄົນຖືກເສຍຊີວິດ, ຜູ້ທີ່ຍັງມີຊີວິດຢູ່ຕ້ອງປະເຊີນໜ້າກັບພະຍາດທີ່ປີ່ນປົວຍາກ. ພະຍາດທີ່ເກີດຂຶ້ນຍ້ອນຕິດເຊື້ອທາດເບື່ອສີສົ້ມໄດ້​ຕິດ​​ຕໍ່ເຖິງ​ຄົນລຸ້ນລູກ, ລຸ້ນຫລານ, ເຫລນ.

ຫຼາຍໝື່ນຄົນໄດ້​ສະ​ຫລະ​ຄວາມເປັນພໍ່ເປັນແມ່. ເດັກນ້ອຍຫຼາຍລ້ານຄົນເກີດມາບໍ່ສົມບູນ. ບໍ່ພຽງແຕ່ຄົນ ຫວຽດນາມ ເທົ່ານັ້ນ, ຫາກຍັງທະຫານອາເມລິກາ ແລະ ກຳລັງຮ່ວມສຳພັນຂອງອາເມລິກາທີ່​ມີ​ສ່ວນຮ່ວມໃນສົງຄາມຢູ່ ຫວຽດນາມກໍ່​ຕົກເປັນຜູ້ຮັບເຄາະຮ້າຍຈາກທາດເບື່ອສີສົ້ມ/dioxin​ ນີ້​ເຊັ່ນ​ດຽວ​ກັນ.
 
ແລະ ຍິ່ງໄປກວ່ານີ້, ຢູ່ ຫວຽດນາມ, ພະຍາດທີ່ເກີດ​ຈາກ​ຕິດ​ເຊື້ອ​ທາດ​ເບື່ອສີສົ້ມໄດ້ແຜ່ລາມໄປ​ເຖິງ​ລຸ້ນຄົນທີ 4 ຂອງຈຳນວນຜູ້ຖືກເຄາະຮ້າຍ​ເພີ່ມຂຶ້ນເຖິງປະ​ມານ 2.000 ຄົນ.

ເຮືອບິນຂອງ ອາເມລິກາປ່ອຍທາດເບື່ອສີສົມ/dioxin ລົງສູ່ບັນດາໝູ່ບ້ານ ແລະ ທົ່ງນາຂອງ ຫວຽດນາມ.
ພາບ: ເອກະສານຂອງຫໍພິພິດ ທະພັນຮ່ອງຮອຍ ແລະ ວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຂອງສົງຄາມ



ຖັງບັນຈຸສານເຄມີຂອງກອງທັບ ອາເມລິກາທີ່ສະໜາມບິນການ ທະຫານ ດ່າໜັງ.
ພາບ: ເອກະສານຂອງຫໍພິພິດ ທະພັນຮ່ອງຮອຍ ແລະ ວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຂອງສົງຄາມ



ປ່າຫຼາຍແຫ່ງຢູ່ແຂວງກ່າເມົາຕາຍຍ້ອນ​ຖືກທາດ​ເບື່ອສີສົ້ມ/dioxin. ພາບ: ເອກະສານຂອງຫໍພິພິດ
ທະພັນຮ່ອງຮອຍ ແລະ ວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຂອງສົງຄາມ

 
ຕາມການກວດກາຂອງຄະນະກຳມະການຄົ້ນຄວ້າກ່ຽວກັບທາດ​ເບື່ອສີສົ້ມແຫ່ງຊາດ (ຄະນະກຳມະການ 10-80) ແລະ ການຄົ້ນຄວ້າຕ່າງໆຂອງຕ່າງປະເທດ, ສິ່ງແວດລ້ອມຢູ່ພາກໃຕ້ ຫວຽດນາມເປັນພິດຢ່າງຮ້າຍ​ແຮງ, ລະບົບນິເວດຖືກທຳລາຍ; ປ່າ​ໄມ້​ຖືກນຳ້ເຄັມ ​ຊືມ ແລະ ປ່າ​ຕົ້ນ​ນ້ຳຕົ້ນ​ຕໍ 28 ແຫ່ງຖືກທຳລາຍຢ່າງໜັກໜ່ວງ; ປະເພດສັດ ແລະ ຊາດໄມ້ທີ່​ຫາ​ຍາກຈຳນວນໜຶ່ງຖືກສູນພັນ.
 
ເດືອນກັນຍາ 2009, ບໍລິສັດທີ່ປຶກສາສິ່ງແວດລ້ອມ Hetfield ຂອງການາດາ ໄດ້ອອກສະເໜີ 28 ຈຸດ​ເດືອດຮ້ອນກ່ຽວກັບຄວາມເປັນພິດ ຂອງ dioxin, ໃນນັ້ນ​ມີ 3 ຈຸດ​ໄດ້ຖືເປັນ​ຈຸດ​ທີ່ໜັກໜ່ວງກວ່າໝູ່ຄື: ສະໜາມບິນ ບຽນຮວ່າ (ດົ່ງນາຍ), ສະໜາມບິນດ່າໜັງ ແລະ ສະ ໜາມ ບິນ ຝູ່ກາ້ດ (ບິ່ງດິງ).
 
ອາດສາມາດເວົ້າໄດ້ວ່າ ຜົນຢ້ອນຫຼັງຂອງທາດເບື່ອສີສົ້ມ/dioxin ຢູ່ ຫວຽດນາມ ແມ່ນຮ້າຍແຮງທີ່ສຸດ. ເຖິງວ່າເງື່ອນໄຂຍັງມີຄວາມຫຍຸ້ງຍາກຫຼາຍປະການ, ແຕ່ ຫວຽດນາມໄດ້​ອອກ​ເຫື່ອ​ແຮງ ແລະ ພະຍາຍາມ ວາງນະໂຍບາຍ​ຫລາຍ​ຢ່າງ​ຄື, ລະດົມ​ທຸກແຫຼ່ງ ທຶນໃນສັງຄົມເພື່ອຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດ​ເບື່ອສີສົ້ມ. ແຕ່ລະປີ, ລັດຖະບານໄດ້ນຳໃຊ້ເງິນ​ປະ​ມານ 10.000 ຕື້ດົ່ງອຸດໜູນ​ໃນ​ແຕ່​ລະ​ເດືອນ​ເພື່ອ​ເບີ່ງ​ແຍງ, ດູແລສຸຂະພາບ, ຟື້ນ​ຟູກັບ​ຄືນສູ່ສະພາບເດີມໃຫ້ຜູ້ປະສົບເຄາະຮ້າຍຈາກທາດ​ເບື່ອສີສົ້ມ, ຊ່ວຍເຫຼືອເຂດ ປະສົບຄວາມຫຍຸ້ງຍາກຍ້ອນໄດ້ຮັບຜົນກະ​ທົບໜັກໜ່ວງຈາກ ທາດເບື່ອ ສີສົ້ມ. ແຕ່ຄວາມພະຍາຍາມດັ່ງກ່າວຍັງບໍ່ພໍເທົ່າ​ໃດ​ເມື່ອ​ທຽບ​ໃສ່ກັບຄວາມເຈັບປວດທີ່ຜູ້ປະສົບເຄາະຮ້າຍ
ຈາກທາດ​ເບື່ອສີ ສົ້ມຢູ່ຫວຽດນາມ ໄດ້ຮັບ.

ຫໍພິພິດ ທະພັນຮ່ອງຮອຍ ແລະ ວັດຖຸສິ່ງຂອງທີ່ເປັນຫຼັກຖານຂອງ ສົງຄາມ (ນະຄອນ ໂຮ່ຈີມິນ),
ເປັນບ່ອນເກັບຮັກສາຫຼັກຖານທີ່ກ່ຽວຂ້ອງເຖິງມະຫາໄພທາດ​ເບື່ອສີສົ້ມ/dioxin ຫວຽດ ນາມ. ພາບ: ອານຮຽວ



ຫຼານນ້ອຍຕິດ​ເຊື້ອທາດເບື່ອສີສົ້ມ/dioxin ພວມໄດ້​ຮັບ​ການປິ່ນປົວ ຢູ່ບ້ານຮວ່າບິ່ງ,
ໂຮງໝໍ ຕື່ຢູ, ນະຄອນ ໂຮ່ຈີມິນ. ພາບ: ເລມິນ



ຮອຍຍິ້ມ​ຂອງຫຼານນ້ອຍສອງຄົນຕິດເຊື້ອທາດ​ເບື່ອສີສົ້ມ/dioxin ຢູ່ບ້ານ ຮວ່າບິ່ງ,
ໂຮງໝໍ ຕື່ຢູ, ນະຄອນ ໂຮ່ຈີມິນ. ພາບ: ເລມິນ



ປິ່ນປົວການຟື້ນ​ຟູກັບຄືນສູ່ສະພາບເດີມໃຫ້ເດັກນ້ອຍຕິດ​ເຊື້ອທາດເບື່ອສີສົ້ມ/dioxin ຢູ່ບ້ານ ຫືວຫງີ້
ຫວຽດນາມ, ເມືອງ ຮວ່າຍດຶກ, ນະຄອນ ຮ່າໂນ້ຍ. ພາບ: ຈ້ອງຈິງ 



ນາງ ຖາຍທິຫງາ, ບ້ານເກີດຢູ່ເມືອງ ເຕິນກີ່ (ເຫງ້ອານ), ຜູ້ປະສົບເຄາະຮ້າຍຈາກທາດເບື່ອສີສົ້ມ,
ຜູ້​ທີ່​ຖືກເປັນກຳມະການໃນງານປະກວດລາງວັນ “ເພື່ອສິດຂອງເດັກນ້ອຍໃນໂລກ” 4 ຄັ້ງ
ໃນປີ 2005, 2006, 2007 ແລະ 2008. ພາບ:ຈ້ອງຈິງ



ນາຍທະຫານເກົ່າອາເມລິກາມາຢ້ຽມຢາມນ້ອງນ້ອຍຖືກ​ຕິດ​ເຊື້ອ ທາດເບື່ອສີສົ້ມ/dioxin ຢູ່ ກວາງຈີ້.
ພາບ: 
ເອກະສານຂອງຂ່າວ ພາບຫວຽດນາມ



ນາງ Barbora Sollerova, ນັກສຶກສາອາສາສະໝັກມາຈາກ​ປະ​ເທດ ອັງກິດ ພວມດູແລ
ບັນດານ້ອງນ້ອຍ​ທີ່​ຕິດ​ເຊື້ອທາດເບື່ອສີສົ້ມ/dioxin ຢູ່ບ້ານ ຮວ່າບິ່ງ, ໂຮງໝໍຕື່ຢູ, ນະຄອນ ໂຮ່ຈີມິນ. ພາບ: ເລມິນ



ລຸງ J.Duff , ທະຫານເກົ່າ ອາເມລິກາພ້ອມກັບບັນດາຜູ້ ປະສົບເຄາະຮ້າຍຈາກທາດ​ເບື່ອສີສົ້ມ/dioxin
ຫວຽດນາມ ເຂົ້າຮ່ວມຂະບວນການຍ່າງຂ້າມ​ຜ່ານປະເທດ ຫວຽດນາມໃນຫົວຂ້ໍ “ສາຍທາງເດີນສີສົ້ມ”
ຍາວກວ່າ 1.700 ກິໂລແມັດ ​ຈາກນະຄອນ ໂຮ່ຈີມິນ ​ເຖິງນະ​ຄອນ​ຫລວງຮ່າໂນ້ຍ ເມື່ອປີ 2008

ເພື່ອສ້າງກອງທຶນສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດເບື່ອສີສົ້ມ/dioxin ຫວຽດນາມ. ພາບ: ຈ້ອງຈິງ


ນັບມື້ນັບມີຫຼາຍອົງການ, ເພື່ອນມິດສາກົນໃຫ້ຄວາມສົນໃຈ,
ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດ​ເບື່ອສີສົ້ມ/dioxin ຫວຽດນາມ. ພາບ: ອານຮຽວ

 
ກ່າວຄຳ​ເຫັນໃນຊຸດສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໃຫ້ຮູ້ວ່າ: ການ​ອອກ​ເຫື່ອ​ເທ​ແຮງ ຂອງຜູ້ໃດ​ຜູ້ໜຶ່ງ, ເຖິງວ່າຈະ ດ້ວຍ ຈິດໃຈ ຫຼື ວັດຖຸສິ່ງຂອງເພື່ອຟື້ນຟູຜົນຢ້ອນຫຼັງຂອງມະຫາໄພ ທາດ ເບື່ອ ສີສົ້ມ/dioxin, ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດ​ເບື່ອສີສົ້ມ​ລ້ວນເປັນ​ສີ່ງ​ປະ​ເສີດລ້ຳ​ຄ່າ.
 
ທ່ານໄດ້ເວົ້າວ່າ: “ຄົນຫວຽດນາມ ບໍ່ຜະລິດ, ບໍ່ຊື້, ບໍ່ນຳເຂົ້າ, ບໍ່ປ່ອຍທາດເບື່ອສີສົ້ມຢູ່ ຫວຽດນາມ ແຕ່ຄົນ ຫວຽດນາມກຳລັງ ແລະ ຍັງ​ຈະສືບຕໍ່ເປັນຜູ້ປະສົບເຄາະຮ້າຍຂອງທາດເບື່ອທີ່​ເຮັດ​ໃຫ້​ສູນເສຍ​ຊີ​ວິດ​ດັ່ງ​ກ່າວ”.
 
ທ່ານຮອງນາຍົກລັດຖະມົນຕີໄດ້ຮຽກຮ້ອງວ່າ: “ບໍ່​ມີ​ວິ​ທີ​ອື່ນ​ໃດ​ນອກ​ຈາກຕ້ອງເພີ່ມທະວີ ການຮ່ວມມື, ຕ້ອງດ້ວຍຄຳເວົ້າຂອງວິທະ ຍາສາດ, ຈາກມະ​ນຸດ​ສະ​ທຳ, ຈາກຄວາມຈິງຂອງທຸກ​ຄົນ​ທີ່ປະສົບເຄາະຮ້າຍຈາກສົງຄາມ,ໂດຍ​ສະ​ເພາະແມ່ນຜູ້ປະສົບເຄາະຮ້າຍຈາກທາດເບື່ອສີສົ້ມ/dioxin ໄດ້ຮັບການຊ່ວຍເຫຼືອ, ໄດ້ຮັບການ​ຕອບ​ແທນ​ຢ່າງສະເໝີພາບ”.

ກອງທັບ ອາເມລິກາໄດ້ປ່ອຍ​ສານ ເຄມີປະມານ 80 ລ້ານລິດ (ໃນນັ້ນ 61% ແມ່ນທາດເບື່ອສີສົ້ມ/dioxin) ລົງສູ່​ຈຳ​ນວນ 26.000 ບ້ານໃນເນື້ອທີ່​ຫລາຍກວ່າ 3 ລ້ານ ເຮັກຕາ. ຄົນຫວຽດນາມຜູ້ໜຶ່ງຕ້ອງຮັບທາດ​ເບື່ອສີສົ້ມ/dioxin, ຄິດ​ສະ​ເລັ່ຍ​ແຕ່​ລະ​ຄົນ​ປະ​ມານ 3 ລິດ,ເປັນມະຫາໄພທາດເບື່ອສີສົ້ມທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມະນຸດ.


ປະຕິບັດ: VNA/VNP
ບັນດາບົດທີ່ຖືກນຳສະເໜີ