• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

4 ຍອດກີ່ວໃຫຍ່ໂຕມະໂຫຖານຢູ່ເຂດທາງທິດຕາເວັນຕົກ ພາກເໜືອ

ບັນດາສາຍທາງ, ພູມພາບ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າເທິງກີ່ວ ໂອກຸຍໂຮ່, ຟ້າດິນ, ເຂົາຟ້າ ແລະ ມ້າພີແລ່ງ ເປັນຈຸດທ່ອງທ່ຽວທີ່ໜ້າຈັບໃຈຂອງນັກທ່ອງທ່ຽວເມື່ອມາຍັງທິດຕາເວັນຕົກພາກເໜືອ. 
ກີ່ວ ໂອກຸຍໂຮ່ (ລາວກາຍ)

ໂອກຸຍໂຮ່ ຍັງມີຊື່ເອີ້ນວ່າ ກີ່ວ ຮວ່າງລຽນເຊີນ ໂດຍກີ່ວແຫ່ງນີ້ ຕັດຜ່ານສາຍພູ ຮວ່າງລຽນເຊີນ, ຫຼື ກີ່ວ ເມກ ເພາະ​ຢູ່​ແຫ່ງນີ້​ມີ​ເມກ​ປົກ​ຫຸ້ມ​ຕະຫຼອດ​ປີ.

ໂດຍ​ຖືກນອນ​ບົນ​ເສັ້ນ​ທາງຫຼວງ 4D, ກີ່ວແຫ່ງນີ້ ເຊື່ອມ​ຕໍ່​ລະ​ຫວ່າງ 2 ແຂວງ​ ລາຍ​ເຈົາ ແລະ ລາວ​ກາຍ. ດ້ວຍລວງ​ຍາວ​ປະ​ມານ 30 ກິໂລແມັດ, ໂອກຸຍໂຮ່ ເປັນໜຶ່ງໃນຈຳນວນ 4 ກີ່ວ ທີ່ມີສາຍທາງ​ຍາວ, ທຸ​ລະ​ກັນ​ດານ ແລະ ໃຫຍ່​ໂຕ​ມະ​ໂຫ​ຖານ​ທີ່ສຸດ ຢູ່ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ ​ຫວຽດ​ນາມ


ກີ່ວ​ມີ​ຊື່​ວ່າ ໂອ​ກຸຍ​ໂຮ່ ກໍ່​ຍ້ອນ​ວ່າ​ ຢູ່​ແຫ່ງນີ້​ມີ​ນົກ​ຊະ​ນິດ​ໜຶ່ງ​ມີ​ສຽງ​ຮ້ອງ​ແບບ​ວັ່ງ​ເວ​ເວດ​ທະ​ນາ, ຊຶ່ງ​ຕິດ​ພັນ​ກັບ​ເລື່ອງ​ລາວ​ເລົ່າ​ຂານ​ກັນ​ມາ​ກ່ຽວ​ກັບ​ນ້ຳ​ຕົກ​ຕາດ​ແຫ່ງ​ຄວາມ​ຮັກຊຶ່ງ​ແມ່ນ​ບ່ອນ​ນັດ​ພົບ​ຂອງນາງ​ເທ​ວະ​ດາກັບ​ອ້າຍ​ບາວ​ຫາ​ກິນ​ໃນ​ປ່າ​ທີ່​ມີ​ຊື່​ວ່າ ໂອ​ກຸຍ​ໂຮ່. ກີ່ວ ໂອກຸຍໂຮ່ ສູງ 2.073 ແມັດເມື່ອທຽບໃສ່ໜ້ານຳ້ທະເລ, ມີລວງຍາວເກືອບ 50 ກິໂລແມັດ.

ປັດຈຸບັນ, ກີ່ວ ໂອກຸຍໂຮ່ ໄດ້ຮັບການສ້ອມແປງຍົກລະດັບ, ການ​ໄປ​ມາ​ໄດ​້​ມີ​ຄວ​າມສະ​ດວກ​ສະ​ບາຍຫຼາຍ​ແລ້ວ ແລະ ພວມ​ເປັນສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ ຊຶ່ງ​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຫວັງ​ຢາກ​ຄົ້ນ​ຫາ ຄວາມໃຫຍ່ໂຕມະໂຫຖານ ຂອງສາຍພູ ຮວ່າງລຽນເຊີນ. 

ກີ່ວ ເຂົາຟ້າ (ອຽນບາຍ)
ກີ່ວ ເຂົາຟ້າ ເປັນອັນດັບ 2 ໃນ “4 ຍອດກີ່ວໃຫຍ່ໂຕມະໂຫຖານຢູ່ເຂດທາງທິດຕາເວັນຕົກພາກເໜືອ ຫວຽດນາມ. ກີ່ວ ເຂົາຟ້າ ນອນຢູ່ເຂດແດນລະຫວ່າງເມືອງ ວັນເຈີນ ແລະ ເມືອງ ໝູ່ກາງຈາຍ ຂອງແຂວງ ອຽນບາຍ, ກີ່ ເຂົາຟ້າ ພານັກທ່ອງທ່ຽວ ເດີນຂ້າມຜ່ານສະຖານທີ່ມີຊື່ສຽງຫຼາຍແຫ່ງຄື: ລາບານເຕີນ, ໝູ່ກາງຈາຍ, ຕູເລ້, ເຈກຸຍາ, ເນີ້ມກໍ... ຢູ່ລະດັບຄວາມສູງແຕ່ 1.200-1.500 ແມັດ ເມື່ອທຽບໃສ່ໜ້າ ນຳ້ທະເລ.​



ເຂົາຟ້າ ໃນພາສາ ໄທດຳ ໝາຍຄວາມວ່າ “ເຂົາຟ້າ”. ທັດສະນີ ຍະພາບຢູ່ ເຂົາຟ້າ ສວຍງາມທີສຸດແຕ່ເດືອນ 9-10, ເມື່ອທົ່ງນາຂັ້ນໄດຂອງບັນດາເຜົ່າ ມົ້ງ, ໄທດຳ ເລົ່ມກ້າວເຂົ້າລະດູເກັບກ່ຽວ.


ກີ່ວ ຟ້າດິນ (ດ້ຽນບຽນ)
ກີ່ວ ຟ້າດິນ ນອນເຖິງຖະໜົນເລກ 6, ເຊື່ອມຕໍ່ລະຫວ່າງ ຮ່າໂນ້ຍ ກັບ ດ້ຽນບຽນ, ຕິດກັບເຂດແດນລະຫວ່າງ 2 ແຂວງ ເຊີນລາ ແລະ ດ້ຽນບຽນ, ຫ່າງຈາກນະຄອນ ເຊີນລາ 66 ກິໂລແມັດ.


ກີ່ວ ຟ້າດິນ ມີລວງຍາວ 44 ກິໂລແມັດ, ຢູ່ລະດັບຄວາມສູງ 1.648 ແມັດ ເມື່ອທຽບໃສ່ໜ້ານຳ້ທະເລ, ເບື້ອງໜຶ່ງແມ່ນພູ ເບື້ອງໜຶ່ງແມ່ນເຫວເລິກ. ດ້ວຍລະດັບຄວາມສູງຂອງຄ້ອຍ ແຕ່ 8-10%, ເສັ້ນທາງ​ກີ່ວ​ທີ່​ລະ​ອິດ​ລະ​ອ້ຽວ ແລະ ທຸ​ລະ​ກັນ​ດານ​ທີ່​ສຸດ​ໃນ​ເຂດ ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ ຫວຽດ​ນາມ, ການໄປມາໃນລະດູຝົນສຸດທີ່ລຳບາກ. 


ກີ່ວ ຟ້າດິນ ມີເມັກປົກຄຸ້ມຕະຫຼອດປີ, ຢູ່ຕີນພູມີເຮືອນຂອງຊາວທ້ອງຖິ່ນທີ່ອາໄສຢູ່ທີ່ນີ້. ເມື່ອ​ຂຶ້ນ​ຮອດ​ຍອດກີ່ວ, ມຸ່ງ​ສາຍ​ຕາ​ໄປ​ທາງ​ໄກ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ເຫັນ​ຄວາມ​ກວາງ​ໃຫຍ່​ໄພ​ສານ​ ​ຂອງຮ່ອມພູ ເມື່ອງກວ່າຍ. 


ກີ່ວ ມ້າພີແລ່ງ (ຮ່າຢາງ)
ກີ່ວ ມ້າພີແລ່ງ ຍາວປະມານ 20 ກິໂລແມັດ, ພານັກທ່ອງທ່ຽວເດີນຂ້າມຜ່ານຍອດພູແຫ່ງໜຶ່ງມີຄວາມສູງປະມານ 2.000 ແມັດ​ຂຶ້ນກັບພູພຽງ ດົ່ງວັນ. ກີ່ວແຫ່ງນີ້ ນອນເທິງເສັ້ນທາງໜຶ່ງທີ່ມີຊື່ວ່າແຫ້ງຟຸກ (ເສັ້ນທາງແຫ່ງຄວາມສຸກ) ເຊື່ອມຕໍ່ເທດສະບານ ດົ່ງວັນ ແລະ ແມ່ວວາກ.


ເສັ້ນທາງດັ່ງກ່າວ ໄດ້ຊາວໜຸ່ມຫຼາຍພັນຄົນຂຶ້ນກັບ 16 ຊົນເຜົ່າ ຂອງ 8 ແຂວງພາກເໜືອ ຫວຽດນາມ ກໍ່ສ້າງໃນເວລາ 6 ປີ (1959-1965), ໃນນັ້ນ ສຳລັບກີ່ວ ມ້າພີແລ່ງ ຕ້ອງກໍ່ສ້າງໃນ ເວລາ 11 ເດືອນ. ເພາະສະນັ້ນ ກີ່ວແຫ່ງນີ້ ໄດ້ຮັບຖືເປັນ ວ້ານລີເຈື່ອງແທ່ງ (ກຳແພງເມືອງ ຈີນ) ຂອງ ຫວຽດນາມ ຫຼື ກິມຕື້ຖາບ (ທາດຮູບກວຍຫຼ່ຽມ) ຂອງຊາວເຜົ່າ ມົ້ງ. 




ຄວາມໝາຍແປນຂອງ “ມ້າພີແລ່ງ” ແມ່ນຄານດັງຂອງໂຕມ້າ, ຄວາມໝາຍເລິກຂອງ “ມ້າພີແລ່ງ” ເວົ້າເຖິງຄວາມອັນຕະລາຍເທິງຍອດພູ. ເມື່ອຂຶ້ນຮອດຍອດພູ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ເຫັນ​ຄວາມ​ສວຍສົດງົດງາມຂອງແມ່ນຳ້​ ຍໍເກ້ວ, ບັນດາຍອດພູ ສູງໄດ້ເຮັດໃຫ້ນັກທ່ອງທ່ຽວທີ່ມາທີນີ້ ຮູ້ສຶກຄື ຕົນເອງພວມຢູ່ ແດນສະຫວັນ. 

ບົດ: ກົງດາດ-ພາບ: VNP

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top