• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

3 ແຂວງ, ນະ​ຄອນ​ເຂດ​ພາກ​ກາງ ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

ການນຳ 3 ທ້ອງຖິ່ນ ໄດ້ເປັນເອກະພາບກັນສ້າງບັນດາກົນໄກນະໂຍບາຍເອື້ອອຳນວຍຄວາມສະດວກ ເພື່ອຜັນຂະຫຍາຍໂຄງການກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວຢ່າງມີປະສິດທິຜົນ ດ້ວຍສານທີ່ວ່າ “ຈຸດນັດພົບ ເທື່ອທຽນ - ເຫວ້, ດ່າໜັງ, ກວ໋າງນາມ ທີ່ປອດໄພ ແລະ ຮັກແພງແຂກ”.

ພິທີລົງນາມໂຄງການຮ່ວມສຳພັນກະທຳເພື່ອຟື້ນຟູ ແລະ ພັດທະນາການທ່ອງທ່ຽວຢູ່ 3 ທ້ອງຖິ່ນ: ເທື່ອທຽນ - ເຫວ້, ດ່າໜັງ ແລະ ກວ໋າງນາມ (ພາບ: VGP)

ຕອນບ່າຍວັນທີ 30 ພຶດສະພາ, ຢູ່ນະຄອນເຫວ້, ແຂວງເທື່ອທຽນ - ເຫວ້, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫວ້ ໄດ້ຈັດພິທີລົງນາມ ແລະ ປະກາດໂຄງການຮ່ວມສຳພັນກະທຳເພື່ອຟື້ນຟູ ແລະ ພັດທະນາການທ່ອງທ່ຽວຢູ່ 3 ທ້ອງຖິ່ນ: ເທື່ອທຽນ - ເຫວ້, ດ່າໜັງ ແລະ ກວ໋າງນາມ. ຕາມນັ້ນແລ້ວ, ການນຳ 3 ທ້ອງຖິ່ນ ໄດ້ເປັນເອກະພາບກັນສ້າງບັນດາກົນໄກນະໂຍບາຍເອື້ອອຳນວຍຄວາມສະດວກ ເພື່ອຜັນຂະຫຍາຍໂຄງການກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວຢ່າງມີປະສິດທິຜົນ ດ້ວຍສານທີ່ວ່າ “ຈຸດນັດພົບ ເທື່ອທຽນ - ເຫວ້, ດ່າໜັງ, ກວ໋າງນາມ ທີ່ປອດໄພ ແລະ ຮັກແພງແຂກ”.

       3 ທ້ອງຖິ່ນ ຍັງໝັ້ນໝາຍຕອບສະໜອງບັນດາມາດຕະຖານທາງດ້ານຄວາມປອດໄພໃນການຮັບໃຊ້ແຂກທ່ອງທ່ຽວ, ມີນະໂນບາຍບຸລິມະສິດ, ສົ່ງເສີມການຄ້າທີ່ດີ ສຳລັບແຂກທ່ອງທ່ຽວ ແລະ ວິສາຫະກິດທ່ອງທ່ຽວ ທີ່ນຳສົ່ງແຂກມາຍັງເຂດທ່ອງທ່ຽວ. ພ້ອມກັນນັ້ນ ກໍຍັງເປັນເອກະພາບກ່ຽວກັບແຜນການກະທຳຢູ່ບັນດາຕະຫຼາດທີ່ມີແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ; ກໍ່ສ້າງ ແລະ ເຊື່ອມຕໍ່ບັນດາຜະລິດຕະພັນທີ່ມີຄຸນຄ່າທີ່ເປັນເອກະລັກສະເພາະ ແລະເປັນສ່ວນລວມ, ຂອງທ້ອງຖິ່ນເພື່ອສ້າງລະບົບການບໍລິການໃນກຸ່ມຜະລິດຕະພັນທ່ອງທ່ຽວ “3 ທ້ອງຖິ່ນ-ຈຸດນັດພົບດຽວ”; ພ້ອມກັນນັ້ນ, ກໍເປັນເອກະພາບກັນທາງດ້ານເນື້ອໃນການໂຄສະນາເຜີຍແຜ່ການທ່ອງທ່ຽວ ໃຫ້ແກ່ທັງ 3 ທ້ອງຖິ່ນ.

 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top